ລາວ: ສືບຕໍ່ຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ແລະ ຄວບຄຸມໃນໄລຍະແຕ່ ວັນທີ 1-31 ສິງຫາ 2020
ນາຍົກລັດຖະມົນຕີ ເນັ້ນໃຫ້ສະມາຊິກລັດຖະບານ ສຸມໃສ່ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ | |
ອີງຕາມຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020, ອີງຕາມການລາຍງານ ການຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ, ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ Covid-19ໃນໄລຍະຜ່ານມາ, ອີງຕາມການຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ວັນທີ 29 ກໍລະກົດ 2020.
ລາວ: ສືບຕໍ່ຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ແລະ ຄວບຄຸມໃນໄລຍະແຕ່ ວັນທີ 1-31 ສິງຫາ 2020.(ພາບ:internet) |
ລັດຖະບານ ລາວ ໄດ້ຕົກລົງຊີ້ນຳ ດັ່ງນີ້: 1) ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ແລະ ຄວບຄຸມໃນໄລຍະແຕ່ ວັນທີ 1-31 ສິງຫາ 2020 ຕາມທີ່ໄດ້ກໍາກົດໃນແຈ້ງ ການຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສະບັບເລກທີ 697/ສຫນຍ, ລົງວັນທີ 30 ມີຖຸນາ 2020; 2) ໃຫ້ຢຸດຊົ່ວຄາວ ການອະນຸຍາດ ໃຫ້ຍົນເຊົ່າເໝົາລຳ ລະຫວ່າງ ປະເທດກ່ອນ ແລະ ໃຫ້ຄະນະສະເພາະກິດສົມ ທົບກັບກົມການບິນພົນລະເຮືອນ ອອກມາດຕະການໃໝ່ທີ່ຮັດກຸມ ສະເໜີມາຍັງພາກລັດຖະບານ ເພື່ອຂໍອະນຸມັດກ່ອນ ຈຶ່ງດຳເນີນການໄດ້. ໃຫ້ການບິນພົນລະເຮືອນ ເຈລະຈາຄືນກັບສາຍການບິນຕ່າງປະເທດ ທີ່ໄດ້ກຳນົດຜ່ານມາຕື່ມອີກ ແລະ 3) ສຳລັບມາດຕະການກ່ຽວກັບ ການຄຸ້ມຄອງຄົນ ເຂົ້າ-ອອກ ສປປ ລາວ ໃນໄລຍະແຕ່ວັນທີ 1-31 ສິງຫາ 2020 ມອບໃຫ້ຄະນະສະເພາະກິດ ເຮັດຄໍາແນະນໍາສະເພາະຕື່ມ.
ໄລ່ຮອດຈຸດເວລານີ້, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 17.170.000 ຄົນ ແລະ ມີ 669.225 ຄົນເສຍຊີວິດ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 4.567.000 ຄົນ ແລະ ມີກ່ວາ 153.700 ຄົນເສຍຊີວິດ. ໃນວັນທີ 29 ກໍລະກົດ, ອາເມລິກາ ໄດ້ຢັ້ງຢືນວ່າ ມີ 1.461 ຄົນເສຍຊີວິດຍ້ອນ ໂຄວິດ-19, ໃນເວລາ 1 ນາທີມີຜູ້ດສຍຊີວິດ 1 ຄົນ. ນີ້ແມ່ນຕົວເລກເສຍຊີວິດສູງສຸດໃນມື້ໜຶ່ງ ນັບແຕ່ວັນທີ 27 ພຶດສະພາ ເປັນຕົ້ນມາ.
ສຳລັບວັນທີ 30 ກໍລະກົດ 2020 ສະພາບການແຜ່ລະບາດເຊື້ອໂຄວິດ-19 ຢູ່ພາຍໃນ ສປປ ລາວ ແມ່ນຍັງຄົງບໍ່ມີຜູ້ເຊື້ອເພີ່ມ, ສຳລັບຜູ້ຕິດເຊື້ອລາຍໃໝ່ (ຄົນທີ 20) ແມ່ນກຳລັງຮັກສາໂຕ ຢູ່ທີ່ໂຮງໝໍມີອາການຄົງໂຕ. ໄລ່ຮອດເວລາ 18 ໂມງ ຂອງວັນທີ 30 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 464 ຄົນ, ໃນນັ້ນມີຜູູ້ຕິດເຊື້ອຈໍານວນ 276 ຄົນ ແມ່ນກັບມາຈາກຕ່າງປະເທດ ແລະ ຖືກແຍກຕົວເມື່ອເຂົ້າເມືອງຫວຽດນາມ ໃນທັນທີ. ຈໍານວນຜູ້ຕິດເຊື້ອໃໝ່ພາຍໃນປະເທດ ແຕ່ວັນທີ 25 ກໍລະກົດ ຮອດວັນທີ 30 ກໍລະກົດ ແມ່ນ 48 ກໍລະນີ, ແຕ່ຍັງບໍ່ທັນມີຜູ້ໃດເສຍຊີວິດເທື່ອ.
ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດສະໜັບສະໜູນບັນດາປະເທດອາຟຣິກາ ເພື່ອປ້ອງກັນ ແລະ ຄວບຄຸມ Covid-19 ຍສໝ - ຕອນບ່າຍວັນທີ 30 ກໍລະກົດ, ຢູ່ ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານ ໂຕແອງຢູ້ງ ຮອງລັດຖະມົນຕີການຕ່າງປະເທດ ໄດ້ມອບເຄື່ອງອຸປະກອນການແພດທີ່ເປັນສັນຍາລັກເພື່ອຕ້ານໂລກລະບາດ Covid-19 ຂອງລັດຖະບານຫວຽດນາມໃຫ້ 5 ປະເທດອາຟຼິກາ. |
ຫວຽດນາມ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ ຍສໝ - ເມື່ອບໍ່ດົນມານີ້, ບົດຂຽນທີ່ໄດ້ເອົາລົງໃນເວັບໄຊ The Diplomat ກໍ່ໃຫ້ຂໍ້ສັງເກດວ່າມີຫຼາຍປັດໄຈທີ່ສະແດງໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ. |
ສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ອົດສະຕາລີ ຍສໝ - ທ່ານ ໂງເຮື໊ອງນາມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ ຢັ້ງຢືນວ່າ ນັກສຶກສາຫວຽດນາມ ແມ່ນໜຶ່ງໃນບັນດາພາກສ່ວນທີ່ສໍາຄັນໃນການພົວພັນສອງປະເທດ ແລະແມ່ນປັດໄຈຊຸກຍູ້ການພົບປະແລກປ່ຽນປະຊາຊົນ. |
ໄຊພອນ