ນຳສົ່ງພົນລະເມືອງ ຫວຽນາມ ຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ
ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນຫຼາຍກວ່າ 240 ຄົນຈາກຟີລິບປິນກັບຄືນປະເທດຢ່າງປອດໄພ | |
ພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ |
ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຄ້າງໄວ້ຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຄົນງານຜູ້ທີ່ໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
![]() |
ຫວຽດນາມໄດ້ ນຳສົ່ງພົນລະເມືອງຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ. (ພາບ: baoquocte) |
ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ປະຈຳປະເທດໄຕ້ຫວັນ ໄດ້ມີການເຄື່ອນໄຫວໜູນຊ່ວຍຢ່າງຕັ້ງໜ້າ ແລະ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ປະເທດໄຕ້ຫວັນ ແລະ ສາຍການບິນຫວຽດນາມ Vietnam Airlines ເຊິ່ງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພົນລະເມືອງ ໄປຮອດສະໜາມບິນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຂົ້າ-ອອກເມືອງຂອງສອງປະເທດ.
ດ້ວຍເປົ້າໝາຍຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປງອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ແລະ ສາຍການບິນພາຍໃນປະເທດ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19 ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Vancouver, ການາດາໄດ້ຈັດພິທີມອບຜ້າອັດປາກຂອງລັດຖະບານໃຫ້ແກ່ຊາວຫວຽດນາມ ຢູ່ ບັນດາແຂວງທາງທິດຕາເວັນຕົກຂອງການາດາ. |
![]() | ຫວຽດນາມ ແມ່ນທ້ອງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ສຳລັບບັນດາວິສາຫະກິດຂອງເຢຍລະມັນ ຍສໝ - ຕອນແລງວັນທີ 18 ມິຖຸນາ, ຢູ່ ສຳນັກງານໃຫຍ່ຂອງສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຂອງເຢຍລະມັນ ໄດ້ຈັດຂຶ້ນກອງປະຊຸມສຳມະນາກ່ຽວກັບການປະເມີນຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດບັນດາປະເທດອາຊີ ທີ່ວິສາຫະກິດເຢຍລະມັນກຳລັງວາງແຜນເພື່ອລົງທຶນ. |
![]() | ພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນໄດ້ກັບຄືນປະເທດດ້ວຍຄວາມປອດໄພ ຍສໝ - ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ສາກົນ ໂນ້ຍບ່າຍ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມລະບຽບການ. |
ຄຳຮຸ່ງ