ລັດຖະມົນຕີການຕ່າງປະເທດອາເມລິກາ ສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ
| ອາຊຽນຕັດສິນໃຈສ້າງທະເລຕາເວັນອອກທີ່ມີການຮ່ວມມື ແລະ ຄວາມປອດໄພ | |
| ອາເມລິກາສົ່ງຈົດໝາຍທາງການເຖິງ ສປຊ ປະຕິເສດ “ປະກາດອະທິປະໄຕ” ຂອງຈີນ ຢູ່ ທະເລຕາເວັນອອກ | 
![]()  |   		
|   			 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo. (ພາບ: Politico)  |   		
ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ເນັ້ນໜັກວ່າ, ອາເມລິກາ ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ບໍ່ອະນຸຍາດໃຫ້ຈີນ ມີກົນອຸບາຍຢຶດຄອງທະເລຕາເວັນອອກ. ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານ Mike Pompeo ໄດ້ຢືນຢັນວ່າ: “ອາເມລິກາ ຊົມເຊີຍບັນດາການນຳອາຊຽນ ທີ່ໄດ້ເຫັນດີນຳກັນວ່າ ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຄວນໄດ້ແກ້ໄຂຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ຈີນ ບໍ່ສາມາດຖືເອົາທະເລຕາເວັນອອກແມ່ນຂອງສະເພາະຂອງຕົນໄດ້. ພວກຂ້າພະເຈົ້າຈະເວົ້າກ່ຽວກັບຫົວຂໍ້ນີ້ຕື່ມອີກໃນໄວໆນີ້”.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ດຳເນີນໃນວັນທີ 26 ມິຖຸນາ ໄດ້ອອກຖະແຫຼງການຮ່ວມ ຢືນຢັນຄວາມສຳຄັນຂອງເລື່ອງຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ ແລະ ຮັບປະກັນວ່າ ທະເລຕາເວັນອອກ ແມ່ນເຂດທະເລມີສັນຕິພາບ, ສະຖຽນລະພາບ ແລະ ມີຄວາມວັດທະນາຖາວອນ. ບັນດາການນຳອາຊຽນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ແທດຈິງ, ເໝາະສົມກັບກົດໝາຍສາກົນ, ລວມທັງ UNCLOS 1982.
| ທົ່ວໂລກຕ້ອງຮັບຮູ້ສິດຖືກຕ້ອງຕາມກົດໝາຍຂອງຫວຽດນາມຢູ່ທະເລຕາເວັນອອກ  			 ຍສໝ - ຫວຽດນາມມີການປະພຶດຄືດັ່ງ ສະມາຊິກທີ່ມີຄວາມສິວິໄລ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ສະແດງໃຫ້ເຫັນຫຼັກໝັ້ນຂອງຕົນເອງຢ່າງຈະແຈ້ງ ແລະ ຮຽກຮ້ອງໃຫ້ ຈີນ ຕ້ອງປະຕິບັດຕາມກົດໝາຍສາກົນ.  |   		
| ຫວຽດນາມມີພະຍານຫຼັກຖານຢ່າງຄົບຖ້ວນກ່ຽວກັບອະທິປະໄຕຢູ່ເຂດທະເລໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ  			 ວັນທີ 10 ເມສາ, ໃນລາຍການສະພາບການຫວຽດນາມ ຂອງໜັງສືພິມເອເລັກໂຕນິກເສດຖະກິດ Aju (ສ.ເກົາຫຼີ) (https://m.ajunews.com/view/20200409180043091) ໂດຍໄດ້ລົງບົດຂຽນກ່ຽວກັບບັນຫາອະທິປະໄຕຂອງຫວຽດນາມກັບໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ຂອງທ່ານສາດສະດາຈານ Ahn Kyong Hwan -ໂດຍເປັນອາຈານຂອງມະຫາວິທະຍາໄລ Chosun, ປະທານສະຫະພັນຄົ້ນຄ້ວາ ຫວຽດນາມຂອງ ສ.ເກົາຫຼີ. ທ່ານກໍ່ແມ່ນປະທານຂອງສະມາຄົມຄົ້ນຄ້ວາ ຫວຽດນາມສາດ ຢູ່ ສ.ເກົາຫຼີ, ຮອງປະທານສະມາຄົມພົວພັນແລກປ່ຽນວັດທະນະທຳ ...  |   		
| ສະມາຄົມມິດຕະພາບແບນຊິກ - ຫວຽດນາມ ຄັດຄ້ານບັນດາການກະທຳຢູ່ທະເລຕາເວັນອອກຂອງຈີນ  			 ຍສໝ - ຕໍ່ໜ້າບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນ, ສະມາຄົມມິດຕະພາບແບນຊິກ - ຫວຽດນາມໄດ້ເນັ້ນໜັກວ່າ ຊາວປະມົງຫວຽດນາມຕ້ອງໄດ້ຮັບຄວາມປອດໄພໃນການຫາປາຢູ່ ເຂດທະເລຂອງປະເທດນີ້. ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນໄດ້ຮັບການແກ້ໄຂໃນຂອບເຂດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).  |   		
                    