12:08 | 13/05/2020

ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກ ຈຳນວນ 150.000 ອັນ ໃຫ້ແກ່ມົດສະກູ (ຣັດເຊຍ) ເພື່ອຕ້ານ COVID-19

ນະຄອນຫ ວງຮ າໂນ ຍໄດ ມອບຜ າອ ດປາກ ຈຳນວນ 150 000 ອ ນ ໃຫ ແກ ມ ດສະກ ຣ ດເຊຍ ເພ ອຕ ານ covid 19 ສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບ ຜ້າອັດປາກ 30.000 ອັນ ເພື່ອຊ່ວຍແບນຊິກໃນການຕໍ່ສູ້ກັບ COVID-19
ນະຄອນຫ ວງຮ າໂນ ຍໄດ ມອບຜ າອ ດປາກ ຈຳນວນ 150 000 ອ ນ ໃຫ ແກ ມ ດສະກ ຣ ດເຊຍ ເພ ອຕ ານ covid 19 ອະດີດນັກສຶກສາຫວຽດນາມ ຢູ່ ເຢຍລະມັນ ສະໜັບສະໜູນຜ້າອັດປາກ 5.000 ອັນ ເພື່ອຊ່ວຍໃຫ້ເຢຍລະມັນຕໍ່ສູ້ກັບ COVID-19
ນະຄອນຫ ວງຮ າໂນ ຍໄດ ມອບຜ າອ ດປາກ ຈຳນວນ 150 000 ອ ນ ໃຫ ແກ ມ ດສະກ ຣ ດເຊຍ ເພ ອຕ ານ covid 19
ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກ ຈຳນວນ 150.000 ອັນ ໃຫ້ແກ່ມົດສະກູ (ຣັດເຊຍ) ເພື່ອຕ້ານ COVID-19.

ຕອນບ່າຍວັນທີ 12 ພຶດສະພາ, ຢູ່ ສຳນັກງານໃຫຍ່ຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ, ຜ່ານສະຖານທູດສະຫະພັນລັດເຊຍປະຈຳ ຫວຽດນາມ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ມອບອຸປະກອນການແພດຈຳນວນໜຶ່ງເພື່ອປະກອບສ່ວນສະໜັບສະໜູນ ປະຊາຊົນນະຄອນມົດສະກູ ເພື່ອປ້ອງກັນ ແລະ ຕ້ານການລະບາດຂອງພະຍາດCOVID-19.

ເຂົ້າຮ່ວມພິທີມີທ່ານ ທ່ານ Konstantin Vnukov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍປະຈຳ ຫວຽດນາມ; ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໃຫ້ຮູ້ວ່າໃນວິກິດການໂລກນີ້, ການຮ່ວມມືກັບສາກົນ ແລະ ການເພີ່ມທະວີຄວາມສາມັກຄີແມ່ນປັດໃຈທີ່ສຳຄັນຫຼາຍໃນການປ້ອງກັນການແຜ່ລະບາດ ແລະ ຫຼຸດຜ່ອນຜົນກະທົບຈາກພະຍາດຕິດແປດຕໍ່ສັງຄົມ ແລະ ເສດຖະກິດຂອງແຕ່ລະປະເທດ ແລະ ພາກພື້ນ.

“ຫວຽດນາມຍາມໃດກໍ່ຕິດຕາມຢ່າງໃກ້ຊິດ ແລະ ຕີລາຄາສູງບັນດາມາດຕະການຢ່າງແຮງເຊິ່ງລັດຖະບານລັດເຊຍປະຕິບັດເພື່ອຄວບຄຸມສະພາບການຕິດເຊື້ອຢູ່ໃນປະຊາຄົມ, ຮັບປະກັນຄວາມປອດໄພທາງສັງຄົມ, ໜູນຊ່ວຍພົນລະເມືອງທີ່ຖືກຜົນສະທ້ອນຈາກພະຍາດ. ຫວຽດນາມກໍ່ໄດ້ຮັບຜົນກະທົບຈາກ COVID-19, ສະນັ້ນພວກເຮົາເຂົ້າໃຈ ແລະ ແບ່ງປັນກັບຄວາມຫຍຸ້ງຍາກແລະ ຄວາມພະຍາຍາມລວມ ຂອງປະຊາຊົນລັດເຊຍໃນການຕໍ່ສູ້ກັບ COVID-19” - ທ່ານຫງວຽນດຶກຈຸງແບ່ງປັນ.

ໃນຂະນະນັ້ນ, ທ່ານຫງວຽນດຶກຈຸງ ກໍ່ໄດ້ເນັ້ນໜັກ, ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລັດເຊຍ ແລະ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງນະຄອນຫຼວງຮ່າໂນ້ຍ - ມົດສະກູ, ຄະນະພັກ, ອຳນາດການປົກຄອງນະຄອນຫຼວງຮ່າໂນ້ຍ ຢາກໜູນຊ່ວຍອຳນາດການປົກຄອງ ແລະ ປະຊາຊົນ ມົດສະກູ ໃນການຕໍ່ສູ້ຕ້ານພະຍາດລະບາດ COVID-19. ເນື່ອງໃນໂອກາດນີ້, ຜ່ານກະຊວງການຕ່າງປະເທດຫວຽດນາມ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ກໍ່ໄດ້ມອບຜ້າອັດປາກຈໍານວນ 50.000 ອັນໃຫ້ແກ່ສະຖານທູດຫວຽດນາມປະຈຳ ລັດເຊຍ ແລະ ປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ ລັດເຊຍ ເພື່ອນຳໃຊ້ໃນການປ້ອງກັນ ແລະ ຄວບຄຸມ ພະຍາດລະບາດ COVID-19” - ທ່ານ ຫງວຽນດຶກຈຸງ ກ່າວ.

ສ່ວນ ທ່ານ Konstantin Vnukov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍປະຈຳ ຫວຽດນາມໄດ້ເນັ້ນໜັກວ່າ: “ສອງປະເທດພວກເຮົາມີປະເພນີທີ່ດີທີ່ສຸດໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາທີ່ຫຍຸ້ງຍາກທີ່ສຸດ ໃນເມື່ອກ່ອນ ກໍ່ເຊັ່ນດຽວກັນກັບໄລຍະເວລາປະຈຸບັນ. ພິທີໃນມື້ນີ້ໄດ້ສະແດງໃຫ້ເຫັນການພົວພັນແບບດັ້ງເດີມລະຫວ່າງສອງປະເທດ”.

ໃນຂະນະນັ້ນ, ຕາງໜ້າໃຫ້ອໍານາດການປົກຄອງ ແລະ ປະຊາຊົນນະຄອນຫຼວງມົດສະກູ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍປະຈຳ ຫວຽດນາມ ໄດ້ສະແດງຄວາມຮູ້ສຶກ ແລະ ຂອບໃຈຢ່າງຈິງໃຈຕໍ່ຂອງຂວັນທີ່ມີຄວາມ ໝາຍ ຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຮ່າໂນ້ຍ ມອບໃຫ້ອຳນາດການປົກຄອງ ແລະປະຊາຊົນມົດສະກູ ໃນສະພາບການທີ່ສັບສົນຂອງການລະບາດຂອງ COVID-19 ຄືໃນປະຈຸບັນ.

ຜ່ານການມອບອຸປະກອນການແພດໃນຄັ້ງນີ້ກໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບ, ຄວາມຮັກແພງ ແລະ ແບ່ງປັນຂອງນະຄອນຫຼວງຮ່າໂນ້ຍກັບເພື່ອນມິດສາກົນກໍ່ຄືຊຸມຊົນຊາວຫວຽດນາມ ຢູ່ ຕ່າງປະເທດໃນການຮັບມືກັບ ໂລກລະບາດ COVID-19.

ນະຄອນຫ ວງຮ າໂນ ຍໄດ ມອບຜ າອ ດປາກ ຈຳນວນ 150 000 ອ ນ ໃຫ ແກ ມ ດສະກ ຣ ດເຊຍ ເພ ອຕ ານ covid 19 ລັດຖະບານ ຫວຽດນາມມອບຜ້າອັດປາກ - ດັງການແພດ 20.000 ອັນເພື່ອຊ່ວຍເຫຼືອ ເບລາຣຸດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

ຍ​ສໝ - ວັນ​ທີ 11 ພຶດ​ສະ​ພາ, ໂດຍ​ໄດ້​ຮັບ​ມອບ​ສິດ​ຂອງ ​ທ່ານ​ນາງ​ ຫງວຽນ​ທິ​ກິມ​ເງິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ທ່ານ ຫງວຽນ​ແຫ້ງ​ຟຸກ ​ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ໄດ້​ມອບ​ຜ້າ​ອັດ​ປາກ - ດັງການ​ແພດ 20.000 ອັນໃຫ້​ແກ່​ທ່ານ Vladimir Goshin ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ ​ຜ​ູ້​ມີ​ອຳ​ນາດ​ເຕັມ​ ສ.ເບ​ລາ​ຣ​ຸດ ​ປະ​ຈຳ ​ຫວຽດ​ນາມ.

ນະຄອນຫ ວງຮ າໂນ ຍໄດ ມອບຜ າອ ດປາກ ຈຳນວນ 150 000 ອ ນ ໃຫ ແກ ມ ດສະກ ຣ ດເຊຍ ເພ ອຕ ານ covid 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອັງ​ກິດ​ມອບ​ຜ້າ​ອັດ​ປາກ - ດັງ​ນັບ​ຮ້ອຍ​ອັນ​ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ກຳ​ລັງ​ຢູ່​ແນວ​ໜ້າ​ຂອງ​ອັງ​ກິດ​ໃນ​ການ​ຕ້ານ​ໂລກ​ລະ​ບາດ Covid –

ຍສໝ - ຫວ່າງ​ມໍ່ໆ​ມານີ້, ຜົວ​ເມຍ​ອ້າຍ ເລ​ດ້າຍ​ວິງ ແລະ ເອື້ອຍ ຫງວຽນ​ທິ​ມາຍ​ ໄດ້​ບໍ​ລິ​ຈ​າກ​ຜ້າ​ອັດ​ປາກ - ດັງ 300 ອັນ ແລະ ​ຖົງ​ມື 10 ແກັດ ໃຫ້​ແກ່​ຫ້ອງ​ການ​ຕຳຫຼວດ ແລະ ໂຮງໝໍ​ ອັງ​ກິດ​ໃນ​ການ​ຕ້ານ​ໂລກ​ລະ​ບາດ Covid – 19

ນະຄອນຫ ວງຮ າໂນ ຍໄດ ມອບຜ າອ ດປາກ ຈຳນວນ 150 000 ອ ນ ໃຫ ແກ ມ ດສະກ ຣ ດເຊຍ ເພ ອຕ ານ covid 19 ສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບ ຜ້າອັດປາກ 30.000 ອັນ ເພື່ອຊ່ວຍແບນຊິກໃນການຕໍ່ສູ້ກັບ COVID-19

ຍສໝ - ວັນທີ 7/5, ສະຖານທູດແບນຊິກປະຈຳ ຮ່າໂນ້ຍ ໄດ້ຮັບຜ້າອັດປາກການແພດ 30.000 ອັນ ເຊິ່ງເປັນຂອງຂວັນຈາກສາດສະດາຈານ ແລະ ທ່ານໝໍ ຮວ່າງແອງຢູງ ມອບໃຫ້ໂຮງໝໍ Erasme ແລະ ໂຮງໝໍພະຍາບານ Val des Roses.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-5212.html

In bài biết