15:05 | 20/07/2026

ໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV

ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI
ທ່ານນາງ ບຸຍທິມິງຮ່ວາຍ ດຳລົງຕຳແໜ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI
ໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວຄຳປາໄສໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV - ພາບ: ຍຶດບັກ

ຢູ່ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ຈະພິຈາລະນາ, ຕັດສິນບັນດາບັນຫາອັນສຳຄັນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XIV ຂອງພັກ, ເນື້ອໃນກ່ຽວກັບການກໍ່ສ້າງພັກ, ລະບົບການເມືອງ ແລະ ການພັດທະນາປະເທດຊາດໃນໄລຍະໃໝ່.

ກ່າວຄຳປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກວ່າ, ກອງປະຊຸມໃຫຍ່ ສະໄໝທີ XIV ໄດ້ກຳນົດແນວທາງ, ເປົ້າໝາຍ ແລະ ບັນດາທິດທາງຍຸດທະສາດອັນໃຫຍ່ຫຼວງ; ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີສອງ ໄດ້ສ້າງພື້ນຖານທາງດ້ານການຈັດຕັ້ງ ແລະ ກົດລະບຽບແຫ່ງການເຄື່ອນໄຫວສຳລັບອາຍຸການ. ສະນັ້ນ, ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີສາມ ຕ້ອງຫັນບັນດາທິດທາງເຫຼົ່ານັ້ນ ໃຫ້ກາຍເປັນການຕັດສິນໃຈເພື່ອປົດປ່ອຍຈຸດຄັງຄ້າງ, ຂຸດຄົ້ນແຫຼ່ງພະລັງ ແລະ ສ້າງຄວາມສາມາດແຫ່ງການພັດທະນາໃໝ່. 13 ເນື້ອໃນປຶກສາຫາລືຢູ່ທີ່ກອງປະຊຸມ ແມ່ນຂຶ້ນກັບຫຼາຍຂົງເຂດ ແຕ່ຫາກຮ່ວມກັນມຸ່ງໄປສູ່ເປົ້າໝາຍທີ່ສູງກວ່າ: ສ້າງຕັ້ງຄວາມສາມາດໃນການນຳພາ, ກຳອຳນາດ, ຄຸ້ມຄອງບໍລິຫານ, ການກະທຳ, ການພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່.

ໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV
ບັນດາຜູ້ແທນລົງຄະແນນສຽງຜ່ານວາລະກອງປະຊຸມ - ພາບ: ຍຶດບັກ

ດັ່ງນັ້ນ, ບັນດາການຕັດສິນໃຈ ທີ່ໄດ້ຮັບການຜ່ານທຳນອງຈາກສູນກາງພັກ ຕ້ອງສ້າງໃຫ້ເກີດມີ 4 ບາດກ້າວຫັນປ່ຽນຍຸດທະສາດ ຄື: ຍົກສູງຄວາມສາມາດໃນການນຳພາ, ກຳອຳນາດ ແລະ ຄຸນນະພາບແຫ່ງການເຄື່ອນໄຫວຂອງພັກ ແລະ ກົນໄກກົງຈັກຂອງລັດ; ຄຸ້ມຄອງບໍລິຫານຢ່າງເປັນເອກະພາບໃນເນື້ອທີ່ວ່າງແຫ່ງການພັດທະນາ, ເສີມຂະຫຍາຍປະສິດທິຜົນແຫຼ່ງພະລັງຂອງຊາດ; ສ້າງຕັ້ງຮູບແບບການພັດທະນາ ທີ່ອີງໃສ່ສະມັດຖະພາບ, ສະຕິປັນຍາຄວາມຮູ້, ເຕັກໂນໂລຊີ ແລະ ມະນຸດ; ເປັນເຈົ້າການພາຍໃນການສະກັດກັ້ນ, ຍົກສູງຄວາມສາມາດໃນການຕ້ານທານ, ຄວາມສາມາດໃນການປັບຕົວ ແລະ ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ. ພ້ອມກັນນັ້ນ, ແມ່ນສຸມໃສ່ຕອບຄຳຖາມທີ່ວ່າ: ແຕ່ລະການຕັດສິນໃຈນັ້ນ ສາມາດປົດປ່ອຍຈຸດຄັງຄ້າງໃດ? ສ້າງໃຫ້ເກີດມີຄວາມສາມາດໃໝ່ໃດ? ແລະ ຈຳເປັນຕ້ອງມີເງື່ອນໄຂຫຍັງແດ່ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງສຸດ?

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ ບັນດາສະຫາຍກຳມະການສູນກາງພັກ ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງຢູ່ທີ່ໜ່ວຍ, ສະແດງທັດສະນະຄຳເຫັນຢ່າງຈະແຈ້ງຢູ່ທີ່ຫໍປະຊຸມ, ປະກອບຄຳເຫັນໂດຍກົງໃສ່ ຮ່າງມະຕິ, ໂຄງການ, ແຜນການເຄື່ອນໄຫວ; ການກ່າວຄຳເຫັນແມ່ນຕ້ອງສັ້ນກະທັດຮັດ, ເຂົ້າຊື່ປະເດັນບັນຫາ, ຈະແຈ້ງເຈດຈຳນົງ, ຈະແຈ້ງເຫດຜົນຫຼັກການ, ຈະແຈ້ງຂໍ້ສະເໜີແນະ ແລະ ຈະແຈ້ງແຜນວິທີການຄັດເລືອກ; ເພື່ອປະກອບສ່ວນໂດຍກົງເຂົ້າໃນການປັບປຸງບັນດາການຕັດສິນໃຈຂອງສູນກາງພັກໃຫ້ສົມບູນແບບ. ທຸກໆການຄັດເລືອກ ຕ້ອງວາງຜົນປະໂຫຍດຂອງຊາດ, ຂອງປະຊາຊົນ, ສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງປະຊາຊົນ; ກໍຄືປະສິດທິຜົນໄລຍະຍາວຂອງປະເທດຊາດ ໄວ້ຢູ່ເໜືອກວ່າສິ່ງອື່ນໃດທັງໝົດ.

ໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV
ວາລະໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV - ພາບ: ຍຶດບັກ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຮຽກຮ້ອງວ່າ, ພາຍຫຼັງກອງປະຊຸມຄັ້ງນີ້, ແຕ່ລະມະຕິ, ຂໍ້ສະຫຼຸບ ຕ້ອງໄດ້ຮັບການຫັນເປັນຮູບປະທຳຢ່າງທັນການ ເປັນບັນດາໂຄງການ, ແຜນການເຄື່ອນໄຫວ, ຮັບປະກັນໃຫ້ຈະແຈ້ງທາງດ້ານເປົ້າໝາຍ, ຈະແຈ້ງໜ້າທີ່ວຽກງານ, ຈະແຈ້ງສິດອຳນາດ, ຈະແຈ້ງແຫຼ່ງພະລັງ, ຈະແຈ້ງຄວາມຮັບຜິດຊອບ, ຈະແຈ້ງກຳນົດເວລາ, ຈະແຈ້ງຜະລິດຕະພັນ, ຈະແຈ້ງໝາກຜົນ; ເດັດດ່ຽວແກ້ໄຂສະພາບການ ທີ່ແນວທາງຖືກຕ້ອງ ແຕ່ການຫັນເປັນລະບອບລະບຽບການຍັງຊັກຊ້າ, ການຈັດຕັ້ງປະຕິບັດບໍ່ເຂັ້ມງວດ ແລະ ປະສິດທິຜົນຍັງບໍ່ທັນສູງ.

ໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ວາງພວງມາລາ ແລະ ເຂົ້າຮ່ວມການໄວ້ອາໄລ ຢູ່ສຸສານປະທານ ໂຮ່ຈີມິນ - ພາບ: ຍຶດບັກ

ກ່ອນເຖິງເວລາໄຂກອງປະຊຸມຄັ້ງທີສາມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ໄດ້ໄປວາງພວງມາລາ, ເຂົ້າຮ່ວມການໄວ້ອາໄລ ຢູ່ສຸສານປະທານ ໂຮ່ຈີມິນ ແລະ ຈຸດທູບທຽນ ລະນຶກເຖິງບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີ ບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ (Bắc Sơn).

ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031 ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031

ຍສໝ - ສືບຕໍ່ລາຍການເຮັດວຽກ, ໃນຕອນບ່າຍວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031 ໄດ້ຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026-2031; ປຶກສາຫາລືເອກະພາບແຕ່ງຕັ້ງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ ...

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ: ກອງປະຊຸມໃຫຍ່ແຫ່ງການກະທຳ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ: ກອງປະຊຸມໃຫຍ່ແຫ່ງການກະທຳ

ຍສໝ - ຫຼັງຈາກເຮັດວຽກເປັນເວລາຫ້າມື້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມໄດ້ສິ້ນສຸດລົງທີ່ຮ່າໂນ້ຍໃນຕອນບ່າຍຂອງວັນທີ 23 ມັງກອນ. ກ່າວຄຳປາໄສໃນກອງປະຊຸມຂ່າວສາກົນທັນທີຫຼັງຈາກກອງປະຊຸມປິດ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ກ່າວວ່າ ກອງປະຊຸມໃຫຍ່ຄັ້ງທີ 14 "ປະສົບຜົນສຳເລັດຢ່າງງົດງາມ, ເປັນຜົນສຳເລັດອັນຍິ່ງໃຫຍ່ຫຼາຍ".

Link: https://huunghivietlao.thoidai.com.vn/detail-article-22372.html

In bài biết