10:55 | 19/07/2026

ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ

ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ເຊື່ອມຕໍ່ວິສາຫະກິດ ລະຫວ່າງ ຫວຽດນາມ ແລະ Kyushu
ມະຕິ 06-NQ/TW: ຊຸກຍູ້ການຕ່າງປະເທດປະຊາຊົນເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທ້ຈິງ

ໃນຕອນບ່າຍວັນວານນີ້ (16/07), ທີ່ຮ່າໂນ້ຍ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານ ວັນ ຢາງ ໄດ້ຕ້ອນຮັບ ທ່ານ ມົກຕາ ອານ ຮູເຊນູ ລາມ (Moctar Al Housseynou Lam), ລັດຖະມົນຕີ, ເລຂາທິການໃຫຍ່ລັດຖະບານ ໂມຣິຕານີ, ໃນໂອກາດທີ່ທ່ານມາຢ້ຽມຢາມ ສປປ ຫວຽດນາມ ຢ່າງເປັນທາງການເປັນຄັ້ງທຳອິດ.

ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານ ວັນ ຢາງ ຕ້ອນຮັບ ທ່ານ ມົກຕາ ອານ ຮູເຊນູ ລາມ, ລັດຖະມົນຕີ, ເລຂາທິການໃຫຍ່ລັດຖະບານ ໂມຣິຕານີ.

ໃນການຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ ຟານ ວັນ ຢາງ ໄດ້ສະເໜີໃຫ້ທັງສອງຝ່າຍ ພິຈາລະນາສ້າງຕັ້ງກົນໄກການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສຫຼາຍຝ່າຍ. ຫວຽດນາມ ກໍ່ປາດຖະໜາຢາກໃຫ້ ໂມຣິຕານີ ເປັນຂົວຕໍ່ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ລະຫວ່າງ ຫວຽດນາມ ແລະ ສະຫະພາບອາຟຣິກາ (AU). ທາງດ້ານເສດຖະກິດ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ທັງສອງຝ່າຍ ເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ເປີດກວ້າງຕຫຼາດ ແລະ ຂຸດຄົ້ນທ່າແຮງບົ່ມຊ້ອນການຮ່ວມມື ໃນຂົງເຂດການປະມົງ, ພະລັງງານ; ພ້ອມທັງຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນ ກ່ຽວກັບການຫັນເປັນທັນສະໄໝ, ການຫັນເປັນດິຈິຕອນ ໃນການເຄື່ອນໄຫວຂອງລັດຖະບານ ກັບ ໂມຣິຕານີ.

ສ່ວນທາງດ້ານ ທ່ານ ມົກຕາ ອານ ຮູເຊນູ ລາມ, ລັດຖະມົນຕີ, ເລຂາທິການໃຫຍ່ລັດຖະບານ ໂມຣິຕານີ ກໍ່ໄດ້ຢືນຢັນວ່າ ໂມຣິຕານີ ໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບ ຫວຽດນາມ, ຕີລາຄາສູງຕໍ່ບັນດາຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ ຂອງຫວຽດນາມ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມໃນຄັ້ງນີ້ ຈະເປີດສາກໃຫ້ແກ່ໄລຍະການພັດທະນາໃໝ່ ໃນສາຍພົວພັນລະຫວ່າງ ສອງປະເທດ.

ໃນວັນດຽວກັນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລ ຮວາຍ ຈຸງ ກໍ່ໄດ້ຕ້ອນຮັບ ລັດຖະມົນຕີ, ເລຂາທິການໃຫຍ່ລັດຖະບານ ໂມຣິຕານີ ເຊັ່ນດຽວກັນ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີທ່າແຮງ ເປັນຕົ້ນແມ່ນ ດ້ານກະສິກຳ, ການສຶກສາ, ສາທາລະນະສຸກ, ການປະມົງ ແລະ ການລົງທຶນ.

ຊຸກຍູ້ສາຍພົວພັນການຮ່ວມມື ລະຫວ່າງ ກວາງນິງ ແລະ Hokkaido ຊຸກຍູ້ສາຍພົວພັນການຮ່ວມມື ລະຫວ່າງ ກວາງນິງ ແລະ Hokkaido

ຍສໝ - ວັນທີ 23 ມິຖຸນາ, ທ່ານເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງນິງ ກວ່ານມິງເກືອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Takebe Tsutomu, ທີ່ປຶກສາພິເສດພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທີ່ປຶກສາພິເສດຂອງມະຫາວິທະຍາໄລ ຮ້າລອງ.

ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ

ຍສໝ - ວັນທີ 16 ມິຖຸນາ 2026, ຢູ່ທີ່ນະຄອນຫຼວງ Brasília, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບຣາຊິນ ໄດ້ຈັດຕັ້ງກອງປະຊຸມສໍາມະນາ ພາຍໃດຫົວຂໍ້ “ຫວຽດນາມ - ບຣາຊິນ 2026: ເພີ່ມທະວີການຮ່ວມມືພາຍໃດຂົງເຂດພະລັງງານທົດແທນ” ຢ່າງຈົບງາມ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22360.html

In bài biết