16:11 | 17/07/2026

ການາດາ ແລະ Petrovietnam ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ

ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ
ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ
ການາດາ ແລະ Petrovietnam ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ
ທ່ານ ເລແມັງເກືອງ, ຜູ້ອຳນວຍການໃຫຍ່ Petrovietnam ຕ້ອນຮັບ ທ່ານ Jim Nickel, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳ ຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ Petrovietnam.

ກ່າວຄຳປາໄສຢູ່ທີ່ການພົບປະເຮັດວຽກ, ທ່ານ ເອກອັກຄະລັດຖະທູດ Jim Nickel ໃຫ້ຮູ້ວ່າ, ການາດາ ມີຄວາມມຸ່ງຫວັງຢາກເພີ່ມທະວີການຮ່ວມມືກັບ Petrovietnam ໃນສາມຂົງເຂດຈຸດສຸມ ລວມມີ: LNG (ກ໊າຊທຳມະຊາດແຫຼວ), ພະລັງງານນິວເຄຼຍ ແລະ CCS (ການດັກຈັບ ແລະ ກັກເກັບກາກບອນ). ນີ້ແມ່ນບັນດາຂົງເຂດທີ່ ການາດາ ມີທ່າແຮງອັນຫຼາກຫຼາຍ, ທັງແມ່ນບຸລິມະສິດໃນຂະບວນການຫັນປ່ຽນທາງດ້ານພະລັງງານຂອງ ຫວຽດນາມ.

ໂດຍຕີລາຄາສູງຕໍ່ກັບຂໍ້ສະເໜີຂອງ ທ່ານເອກອັກຄະລັດຖະທູດ, ທ່ານ ຜູ້ອຳນວຍການໃຫຍ່ ເລແມັງເກືອງ ໃຫ້ຮູ້ວ່າ, Petrovietnam ໄດ້ປ່ຽນແປງຮູບແບບການດຳເນີນງານ ຈາກກຸ່ມບໍລິສັດນ້ຳມັນກ໊າສ ມາເປັນ ກຸ່ມບໍລິສັດອຸດສາຫະກຳ - ພະລັງງານ. ນອກຈາກການຮັກສາ ແລະ ພັດທະນາບັນດາແຫຼ່ງພະລັງງານມູນເຊື້ອແລ້ວ, Petrovietnam ພວມຊຸກຍູ້ການລົງທຶນເຂົ້າໃນບັນດາຂົງເຂດພະລັງງານໃໝ່, ພະລັງງານທົດແທນ, ໂດຍຜ່ານນັ້ນ ໄດ້ເປີດໂອກາດການຮ່ວມມືອັນຫຼາກຫຼາຍ ໃຫ້ແກ່ບັນດາວິສາຫະກິດ ການາດາ. ເທິງພື້ນຖານດັ່ງກ່າວ, ສອງຝ່າຍໄດ້ມີການແລກປ່ຽນຢ່າງລະອຽດ ກ່ຽວກັບທ່າແຮງບົ່ມຊ້ອນໃນການຮ່ວມມື ພາຍໃນແຕ່ລະຂົງເຂດສະເພາະ.

ກ່ຽວກັບ LNG, ຕາມທ່ານ ເອກອັກຄະລັດຖະທູດ Jim Nickel ແລ້ວ, ການາດາ ໄດ້ເລີ່ມສົ່ງອອກ LNG ໄປຍັງຕະຫຼາດອາຊີ ຢ່າງເປັນທາງການ ຕັ້ງແຕ່ປີ 2025. ດ້ວຍປະລິມານສຳຮອງກ໊າສທຳມະຊາດອັນອຸດົມສົມບູນ, ໂຄງລ່າງພື້ນຖານທີ່ນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ ພ້ອມກັບທີ່ຕັ້ງທາງດ້ານພູມສາດອັນສະດວກ ຢູ່ຝັ່ງຕາເວັນຕົກຂອງມະຫາສະໝຸດປາຊີຟິກ, ການາດາ ມີທ່າຮຽບຮ້ອຍຫຼາຍປະການ ເພື່ອກາຍເປັນຄູ່ຮ່ວມມືສະໜອງ LNG ທີ່ໝັ້ນຄົງ ແລະ ຍາວນານ ໃຫ້ແກ່ ຫວຽດນາມ. ບັນດາວິສາຫະກິດ ການາດາ ກໍພ້ອມແລ້ວທີ່ຈະເຂົ້າຮ່ວມພັດທະນາໂຄງລ່າງພື້ນຖານການນຳເຂົ້າ, ການຫັນປ່ຽນອາຍແກັສຄືນໃໝ່ ແລະ ການແຈກຢາຍກ໊າສ ຢູ່ທີ່ປະເທດ ຫວຽດນາມ.

ການາດາ ແລະ Petrovietnam ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ
ທ່ານ ເອກອັກຄະລັດຖະທູດ Jim Nickel ໃຫ້ຮູ້ວ່າ, ການາດາ ມີຄວາມມຸ່ງຫວັງຢາກເພີ່ມທະວີການຮ່ວມມືກັບ Petrovietnam ໃນສາມຂົງເຂດຈຸດສຸມ ລວມມີ: LNG, ພະລັງງານນິວເຄຼຍ ແລະ CCS (ການດັກຈັບ ແລະ ກັກເກັບກາກບອນ). ນີ້ແມ່ນບັນດາຂົງເຂດທີ່ ການາດາ ມີທ່າແຮງອັນຫຼາກຫຼາຍ, ທັງແມ່ນບຸລິມະສິດໃນຂະບວນການຫັນປ່ຽນທາງດ້ານພະລັງງານຂອງ ຫວຽດນາມ.

ແລກປ່ຽນກ່ຽວກັບບັນຫາດັ່ງກ່າວ, ທ່ານ ຜູ້ອຳນວຍການໃຫຍ່ Petrovietnam ເລແມັງເກືອງ ໄດ້ຢັ້ງຢືນວ່າ, LNG ແມ່ນແຫຼ່ງພະລັງງານທີ່ມີບົດບາດສຳຄັນໃນຂະບວນການຫັນປ່ຽນທາງດ້ານພະລັງງານ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານແຫ່ງຊາດ. ປັດຈຸບັນ, Petrovietnam ແມ່ນວິສາຫະກິດທຳອິດຢູ່ ຫວຽດນາມ ທີ່ເປັນເຈົ້າຂອງຄັງທ່າເຮືອນຳເຂົ້າ LNG, ໄດ້ຜັນຂະຫຍາຍໂຄງການໂຮງໄຟຟ້າອາຍແກັສ LNG ຍົນແຈັກ 3 ແລະ ຍົນແຈັກ 4, ພ້ອມທັງສືບຕໍ່ເປີດກວ້າງໂຄງລ່າງພື້ນຖານ LNG ແລະ ພັດທະນາບັນດາໂຄງການໂຮງໄຟຟ້າອາຍແກັສໃໝ່ ຕາມແຜນຜັງພັດທະນາໄຟຟ້າແຫ່ງຊາດ ຄັ້ງທີ VIII. ກຸ່ມບໍລິສັດ ມີຄວາມມຸ່ງຫວັງຢາກຮ່ວມມືກັບບັນດາວິສາຫະກິດ ການາດາ ພາຍໃນການພັດທະນາລະບົບຫັນປ່ຽນອາຍແກັສຄືນໃໝ່ (re-gasification), ໂຄງລ່າງພື້ນຖານການແຈກຢາຍ ແລະ ບັນດາການນຳໃຊ້ໃໝ່ໆ ທີ່ຂຸດຄົ້ນແຫຼ່ງຄວາມເຢັນຈາກ LNG ເພື່ອຮັບໃຊ້ໃຫ້ແກ່ການຜະລິດອຸດສາຫະກຳ.

ສຳລັບພະລັງງານນິວເຄຼຍ, ທ່ານ ເອກອັກຄະລັດຖະທູດ Jim Nickel ໄດ້ແນະນຳວ່າ, ການາດາ ແມ່ນປະເທດທີ່ມີປະຫວັດສາດການພັດທະນາຂະແໜງອຸດສາຫະກຳນິວເຄຼຍ ມາເປັນເວລາກວ່າ 70 ປີ ດ້ວຍເຕັກໂນໂລຊີເຕົາປະຕິກອນ CANDU ພ້ອມກັບລະບົບນິເວດທີ່ສົມບູນແບບ. ການາດາ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການສ້າງຂອບກົດໝາຍ, ຝຶກອົບຮົມບຸກຄະລາກອນ, ພັດທະນາຕ່ອງໂສ້ການສະໜອງ, ຫັນການຜະລິດເປັນຂອງທ້ອງຖິ່ນ, ກໍຄືການເຊື່ອມຕໍ່ Petrovietnam ກັບບັນດາອົງການຄຸ້ມຄອງ, ວິສາຫະກິດ ແລະ ມະຫາວິທະຍາໄລຊັ້ນນຳຂອງ ການາດາ ແນໃສ່ຊ່ວຍເຫຼືອ ຫວຽດນາມ ພັດທະນາຂະແໜງອຸດສາຫະກຳພະລັງງານນິວເຄຼຍ.

ທາງດ້ານ Petrovietnam, ທ່ານ ຜູ້ອຳນວຍການໃຫຍ່ ເລແມັງເກືອງ ໃຫ້ຮູ້ວ່າ, ປັດຈຸບັນ ກຸ່ມບໍລິສັດ ໄດ້ຮັບການມອບໝາຍຈາກລັດຖະບານ ໃຫ້ເປັນເຈົ້າຂອງການລົງທຶນ ໂຄງການໂຮງໄຟຟ້ານິວເຄຼຍ ນິງທ້ວນ 2. ຕາມທ່ານແລ້ວ, ນອກຈາກດ້ານເຕັກໂນໂລຊີແລ້ວ, ບັນດາປັດໄຈຫຼັກຍັງລວມມີ ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການສ້າງລະບົບຄວາມປອດໄພ ແລະ ກົດລະບຽບດ້ານນິວເຄຼຍ, ການພັດທະນາຕ່ອງໂສ້ການສະໜອງ ແລະ ການຈັດສັນແຫຼ່ງທຶນ. Petrovietnam ມຸ່ງຫວັງຢາກໄດ້ຮັບການແບ່ງປັນບົດຮຽນ ຈາກບັນດາຄູ່ຮ່ວມມື ການາດາ ພາຍໃນຂົງເຂດເຫຼົ່ານີ້.

ການາດາ ແລະ Petrovietnam ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ
ທ່ານ ຜູ້ອຳນວຍການໃຫຍ່ Petrovietnam ເລແມັງເກືອງ ມອບຂອງຂວັນທີ່ລະນຶກໃຫ້ແກ່ ທ່ານ ເອກອັກຄະລັດຖະທູດ.

ພາຍໃນຂົງເຂດ CCS, ທ່ານ ເອກອັກຄະລັດຖະທູດ Jim Nickel ໄດ້ຕີລາຄາວ່ານີ້ແມ່ນທິດທາງການຮ່ວມມືທີ່ມີທ່າແຮງບົ່ມຊ້ອນອັນຫຼາກຫຼາຍ. ດ້ວຍບົດຮຽນພາຍໃນການຜັນຂະຫຍາຍ ແລະ ຫັນເປັນການຄ້າ ບັນດາເຕັກໂນໂລຊີ CCS ທີ່ທັນສະໄໝ, ການາດາ ພ້ອມແລ້ວທີ່ຈະແບ່ງປັນເຕັກໂນໂລຊີ, ບົດຮຽນໃນການສ້າງນະໂຍບາຍ, ຂອບກົດໝາຍ ແລະ ການຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດ, ຊ່ວຍເຫຼືອ Petrovietnam ຜັນຂະຫຍາຍບັນດາໂຄງການຫຼຸດຜ່ອນການປ່ອຍອາຍພິດກາກບອນໃນໄລຍະຈະມາເຖິງ.

ທ່ານ ຜູ້ອຳນວຍການໃຫຍ່ ເລແມັງເກືອງ ໃຫ້ຮູ້ວ່າ, Petrovietnam ພວມປະສານສົມທົບກັບບັນດາອົງການຄຸ້ມຄອງ ເພື່ອສ້າງແລວທາງນິຕິກຳໃນການຜັນຂະຫຍາຍເຕັກໂນໂລຊີນີ້ຢູ່ ຫວຽດນາມ, ພ້ອມທັງດຳເນີນການຄົ້ນຄວ້າຫຼາຍຢ່າງຮ່ວມກັບບັນດາຄູ່ຮ່ວມມືສາກົນ.

ເມື່ອສິ້ນສຸດການພົບປະເຮັດວຽກ, ທ່ານ ຜູ້ອຳນວຍການໃຫຍ່ ເລແມັງເກືອງ ໄດ້ຢັ້ງຢືນວ່າ ທັງສາມຂົງເຂດທີ່ຝ່າຍ ການາດາ ສະເໜີມານັ້ນ ລ້ວນແຕ່ສອດຄ່ອງກັບທິດທາງການພັດທະນາຂອງ Petrovietnam, ພ້ອມທັງສະແດງຄວາມມຸ່ງຫວັງວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເປັນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງ Petrovietnam ແລະ ບັນດາວິສາຫະກິດ ການາດາ, ປະກອບສ່ວນເພີ່ມທະວີສາຍພົວພັນຄູ່ຮ່ວມມື ແລະ ປະກອບສ່ວນເຂົ້າໃນເປົ້າໝາຍຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ ກໍຄືການພັດທະນາແບບຍືນຍົງຂອງທັງສອງປະເທດ.

ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່ ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່

ຍສໝ - ຕອນບ່າຍວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ເນື່ອງພາຍໃດໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.

ຫວຽດນາມ - ການາດາ ຊຸກຍູ້ການຮ່ວມມືວ່າດ້ວຍການປະຕິຮູບລະບົບຍຸຕິທຳ ຫວຽດນາມ - ການາດາ ຊຸກຍູ້ການຮ່ວມມືວ່າດ້ວຍການປະຕິຮູບລະບົບຍຸຕິທຳ

ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈີນສີແທັງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດການາດາ ປະຈຳ ປະເທດ ຫວຽດນາມ Jim Nickel.

Link: https://huunghivietlao.thoidai.com.vn/detail-article-22357.html

In bài biết