10:37 | 17/07/2026

ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈຊອກຫາ ແລະ ຂຸດຄົ້ນກູ້ຊ່ວຍອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ

ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ
ສະພາແຫ່ງຊາດ ຜ່ານຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍອົງການຕົວແທນ ຫວຽດນາມ ຢູ່ຕ່າງປະເທດ

ໂດຍສະເພາະ, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ພະຕະບອງ ໄດ້ອອກແຈ້ງການເຖິງທົ່ວປວງຊົນໃນປະຊາຄົມວ່າ: "ທ່ານກົງສຸນໃຫຍ່ ຂໍຮຽກຮ້ອງມາຍັງທົ່ວປວງຊົນໃນປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮຽນຮູ້ ແລະ ເຮັດວຽກ ຢູ່ບັນດາແຂວງທີ່ຂຶ້ນກັບເຂດຄຸ້ມຄອງຂອງສະຖານກົງສຸນ ຈົ່ງຮ່ວມແຮງຮ່ວມໃຈກັນຕອບສະໜອງ. ນີ້ແມ່ນກິດຈະກຳທີ່ມີຄວາມໝາຍດ້ານມະນຸດສະທຳອັນເລິກເຊິ່ງ, ສະແດງໃຫ້ເຫັນເຖິງຄຸນສົມບັດສິນທຳ “ກິນນ້ຳຄິດຫາແຫຼ່ງນ້ຳ”, “ຕອບບຸນແທນຄຸນ”, ປະກອບສ່ວນສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ສະລະຊີບເພື່ອເອກະລາດ, ເສລີພາບ ຂອງປະເທດຊາດ."

ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈຊອກຫາ ແລະ ຂຸດຄົ້ນກູ້ຊ່ວຍອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ

ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ພະຕະບອງ ຫາກໍ່ອອກແຈ້ງການຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ສຶກສາຮຽນຮູ້ ແລະ ເຮັດວຽກ ຢູ່ບັນດາແຂວງທີ່ຂຶ້ນກັບເຂດຄຸ້ມຄອງຂອງສະຖານກົງສຸນ ຈົ່ງຮ່ວມແຮງຮ່ວມໃຈກັນຕອບສະໜອງບັ້ນຮົບ.

ທ່ານກົງສຸນໃຫຍ່ ຫວັງຢ່າງຍິ່ງວ່າ ພໍ່ແມ່ພີ່ນ້ອງ, ບັນດາສະມາຄົມ, ວິສາຫະກິດ, ອະດີດນັກຮົບເກົ່າ ຫຼື ບຸກຄົນທີ່ມີຂໍ້ມູນຂ່າວສານ, ເອກະສານ, ພະຍານບຸກຄົນ ຫຼື ແຫຼ່ງຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງກັບສະຖານທີ່ຝັງສົບ, ຈຸດທີ່ຕັ້ງ ຫຼື ຕົວຕົນຂອງວິລະຊົນຫວຽດນາມ, ໂດຍສະເພາະແມ່ນຢູ່ໃນດິນແດນກຳປູເຈຍ, ຈະແບ່ງປັນໃຫ້ແກ່ບັນດາອົງການຈັດຕັ້ງວິຊາສະເພາະຂອງຫວຽດນາມ ໂດຍຜ່ານສະຖານກົງສຸນໃຫຍ່ ເພື່ອຮັບໃຊ້ໃຫ້ແກ່ວຽກງານການຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ຢັ້ງຢືນຕົວຕົນອັດຖິ.

"ທຸກໆຂໍ້ມູນຂ່າວສານ, ເຖິງວ່າຈະເປັນພຽງຂໍ້ມູນນ້ອຍໆ, ກໍ່ລ້ວນແຕ່ສາມາດປະກອບສ່ວນນຳເອົາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ກັບຄືນສູ່ຄອບຄົວ, ສະຫາຍຮ່ວມຮົບ ແລະ ບ້ານເກີດເມືອງນອນ", ທ່ານກົງສຸນໃຫຍ່ ເນັ້ນໜັກ.

ໃນທຳນອງດຽວກັນ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ກໍ່ໄດ້ອອກແຈ້ງການຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ, ລິຕູອານີ (Lithuania), ບັນດາອົງການຈັດຕັ້ງ, ບຸກຄົນ ແລະ ອະດີດນັກຮົບເກົ່າ ທີ່ເຄີຍເຂົ້າຮ່ວມສົງຄາມຢູ່ ຫວຽດນາມ ຈົ່ງສືບຕໍ່ເອົາໃຈໃສ່, ຮ່ວມເດີນທາງ ແລະ ສະໜອງຂໍ້ມູນຂ່າວສານ, ເອກະສານ, ວັດຖຸພັນ ຫຼື ເບາະແສ ທີ່ກ່ຽວຂ້ອງກັບສະຖານທີ່ເສຍສະຫຼະຊີວິດ, ບ່ອນຝັງສົບ ຫຼື ຂໍ້ມູນຢັ້ງຢືນຕົວຕົນຂອງຜູ້ເສຍສະຫຼະຊີວິດເພື່ອຊາດຫວຽດນາມ.

ໃນແຈ້ງການຂອງສະຖານທູດ ໄດ້ຂຽນວ່າ: "ທຸກໆຂໍ້ມູນຂ່າວສານ, ເຖິງວ່າຈະຍັງບໍ່ທັນຄົບຖ້ວນ ຫຼື ຕ້ອງການການກວດສອບເພີ່ມເຕີມ, ກໍ່ລ້ວນແຕ່ສາມາດເປັນແຫຼ່ງເອກະສານອັນລ້ຳຄ່າ, ປະກອບສ່ວນສະໜັບສະໜູນວຽກງານການຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ຢັ້ງຢືນຕົວຕົນອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ. ບັນດາອົງການຈັດຕັ້ງ, ບຸກຄົນ ທີ່ມີຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ກະລຸນາສົ່ງມາຍັງສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ຜ່ານທາງ: Email: [email protected]".

ພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ ພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ

ຍສໝ​ - ​ແຕ່​ວັນ​ທີ 17-18 ມັງກອນ 2025, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ກຳມະການກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ບັນດາພະແນກ, ຂະແໜງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ ຈະຈັດ​ຕັ້ງ​ລາຍການ​ພົບ​ປະ​ຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ.

ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ

ຍສໝ - ວັນ​ທີ 9 ພະຈິກ, ຄະນະ​ກຳມະການກ່ຽວກັບ​ຊາວ​ ຫວຽດນາມ ຢູ່​ຕ່າງປະ​ເທດ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ພິທີ​ຍ້ອງຍໍ​ບັນດາ​ນັກ​ຊ່ຽວຊານ​ປັນຍາ​ຊົນ ​ຫວຽດນາມ ທີ່ອາ​ໄສຢູ່​ຕ່າງປະ​ເທດ​ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ກໍ່ສ້າງ, ພັດທະນາ​ນະຄອນ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22351.html

In bài biết