15:27 | 09/07/2026

ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດການແລກປ່ຽນນາຍທະຫານໜຸ່ມຄັ້ງທີ I

ການແລກປ່ຽນລະຫວ່າງປະຊາຊົນ ສືບຕໍ່ຖະນຸຖະໜອມສາຍພົວພັນ ຫວຽດນາມ - ຝຣັ່ງ
ຍົກສູງບົດບາດ ຫວຽດນາມ ພາຍໃນການຮ່ວມມື ວັດທະນະທຳ - ສັງຄົມ ASEAN
ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດການແລກປ່ຽນນາຍທະຫານໜຸ່ມຄັ້ງທີ I
ພິທີເປີດແຜນງານແລກປ່ຽນນາຍທະຫານໜຸ່ມ ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຢູ່ທີ່ນະຄອນດານັງ - ພາບ: VGP

ນີ້ແມ່ນຄັ້ງທຳອິດ ທີ່ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດແຜນງານແລກປ່ຽນນາຍທະຫານໜຸ່ມ, ການເຄື່ອນໄຫວນີ້ໄດ້ໝາຍເຖິງບາດກ້າວຂະຫຍາຍຕົວໃໝ່ ພາຍໃນສາຍພົວພັນການຮ່ວມມື ລະຫວ່າງ ກຳລັງປະຕິບັດກົດໝາຍທາງທະເລ ຂອງສອງປະເທດ.

ແຜນງານດັ່ງກ່າວ ໄດ້ດຳເນີນໄປນັບຕັ້ງແຕ່ວັນທີ 7-10/ກໍລະກົດ, ດ້ວຍບັນດາການເຄື່ອນໄຫວແທດຕົວຈິງຫຼາກຫຼາຍຢ່າງ ເເຊ່ນ: ວາລະແລກປ່ຽນວິຊາສະເພາະ ລະຫວ່າງ ນາຍທະຫານໜຸ່ມຂອງສອງກຳລັງ; ການເຂົ້າຢ້ຽມຄຳນັບແບບວິສາມັນ ທ່ານຜູ້ບັນຊາການ ກອງທັບເຮືອປະຕິບັດກົດໝາຍທາງທະເລເຂດ 2; ເຂົ້າຢ້ຽມຊົມ ກອງບັນຊາການ ກອງທັບເຮືອປະຕິບັດກົດໝາຍທາງທະເລເຂດ 2 ແລະ ເຮືອ CSB 8002; ແລກປ່ຽນວັດທະນະທຳຢູ່ທີ່ນະຄອນດານັງ (Đà Nẵng), ຢ້ຽມຢາມ ແລະ ມອບຂອງຂວັນຢູ່ທີ່ໝູ່ບ້ານເດັກນ້ອຍ SOS ດານັງ.

ທັນທີພາຍຫຼັງພິທີເປີດ, ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ໄດ້ຈັດວາລະແລກປ່ຽນສະເພາະ ກ່ຽວກັບວຽກງານຊອກຫາ ກູ້ໄພ ແລະ ການປ້ອງກັນ, ຕ້ານການຂຸດຄົ້ນສັດນ້ຳທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມຂໍ້ກຳນົດ (IUU).

ພາຍໃຕ້ບັນຍາກາດອັນເປີດກວ້າງ, ຈິງໃຈ, ບັນດານາຍທະຫານໜຸ່ມ ໄດ້ຮ່ວມກັນແບ່ງປັນບົດຮຽນປະສົບການຕົວຈິງ, ແລກປ່ຽນວິຊາສະເພາະ, ຮູບແບບການປະສານງານ ພາຍໃນການປະຕິບັດກົດໝາຍທາງທະເລ, ປະກອບສ່ວນຍົກສູງຄວາມສາມາດດ້ານວິຊາສະເພາະ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.

ຜ່ານບັນດາການເຄື່ອນໄຫວແລກປ່ຽນ, ນາຍທະຫານໜຸ່ມຂອງສອງກຳລັງ ສືບຕໍ່ປັບປຸງຈິດໃຈສາມັກຄີ, ສ້າງຄວາມເຊື່ອໝັ້ນ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ການເຄົາລົບກົດໝາຍ ຢູ່ເທິງບໍລິເວນນ່ານນ້ຳທະເລທີ່ຕິດຈອດກັນ ລະຫວ່າງ ສອງປະເທດ, ໃນຂະນະດຽວກັນກໍຢັ້ງຢືນເຖິງບົດບາດທາງບວກ ຂອງກຳລັງປະຕິບັດກົດໝາຍທາງທະເລຂອງສອງປະເທດ ພາຍໃນພາກພື້ນ.

ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດການແລກປ່ຽນນາຍທະຫານໜຸ່ມຄັ້ງທີ I
ຄະນະນາຍທະຫານໜຸ່ມ ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຮ່ວມກັນພົບປະແລກປ່ຽນ, ມອບຂອງຂວັນໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ໝູ່ບ້ານເດັກນ້ອຍ SOS ດານັງ - ພາບ: VGP

ພາຍໃນຂອບເຂດແຜນງານ, ຄະນະນາຍທະຫານໜຸ່ມ ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ໄດ້ເຂົ້າຢ້ຽມຢາມ, ພົບປະແລກປ່ຽນ ແລະ ມອບຂອງຂວັນອັນເຕັມໄປດ້ວຍຄວາມໝາຍຫຼາກຫຼາຍສ່ວນ ໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ໝູ່ບ້ານເດັກນ້ອຍ SOS ດານັງ, ສະແດງໃຫ້ເຫັນເຖິງຈິດໃຈແບ່ງປັນ, ຄວາມຮັບຜິດຊອບເພື່ອຊຸມຊົນ ແລະ ປະກອບສ່ວນເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ແຜນງານແລກປ່ຽນ ໄດ້ຖືກຈັດຂຶ້ນພາຍໃນໄລຍະເວລາທີ່ມີຄວາມໝາຍເປັນພິເສດ ໃນເວລາທີ່ ຫວຽດນາມ ແລະ ຟີລິບປິນ ພວມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1976-2026). ພາຍຫຼັງເຄິ່ງສະຕະວັດແຫ່ງການສ້າງສາ ແລະ ຂະຫຍາຍຕົວ, ສາຍພົວພັນລະຫວ່າງສອງປະເທດ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ນັບມື້ນັບກ້າວເຂົ້າສູ່ລວງເລິກ ດ້ວຍວິໄສທັດຍຸດທະສາດ ແລະ ຄວາມຮັບຜິດຊອບລວມ ພາຍໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມສັກສິດຂອງກົດໝາຍທາງທະເລ, ສ້າງພື້ນຖານອັນສຳຄັນ ເພື່ອໃຫ້ສອງກຳລັງສືບຕໍ່ຂະຫຍາຍການຮ່ວມມື, ປະກອບສ່ວນທາງບວກເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວຂອງພາກພື້ນ.

ປະທານປະເທດຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ທີມຊາດບານເຕະຍິງ ປະທານປະເທດຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ທີມຊາດບານເຕະຍິງ

ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເຊັນຂໍ້ຕົກລົງປະດັບຫຼຽນໄຊແຮງງານໃຫ້ທີມຊາດບານເຕະຍິງ, ຄູຝຶກ ແລະນັກກິລາຈໍານວນໜຶ່ງຂອງທີມຊາດທີ່ໄດ້ສ້າງຜົນງານດີເດັ່ນເພື່ອເຮັດໃຫ້ທີມຊາດບານເຕະຍິງຫວຽດນາມ ໄດ້ເຂົ້າຮ່ວມ World Cup ຄັ້ງທໍາອິດໃນ ປະຫວັດສາດ.

ມອບສົ່ງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ  ໃຫ້ແກ່ລາວໃນທ້າຍໄຕມາດທີ I ປີ 2021 ມອບສົ່ງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ແກ່ລາວໃນທ້າຍໄຕມາດທີ I ປີ 2021

ຍສໝ - ໃນຄໍ່າຄືນຕ້ອນຮັບປີໃໝ່, ສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ, ວິສະວະກອນ, ກໍາມະກອນນັບຮ້ອຍຄົນ ຍັງເຮັດວຽກຢູ່ສະຖານທີ່ກໍ່ສ້າງ.

Link: https://huunghivietlao.thoidai.com.vn/detail-article-22316.html

In bài biết