ຍຸດທະສາດການຂະຫຍາຍຕົວຊາວໜຸ່ມ ຫວຽດນາມ ໄລຍະປີ 2021-2030
| ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ຢູ່ທີ່ກອງປະຊຸມກຸ່ມຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບ | |
| ການຊຳລະເງິນ QR ຫວຽດນາມ - ສິງກະໂປ ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດດິຈິຕອນ |
ຄາດໝາຍລວມຂອງຍຸດທະສາດ ແມ່ນແນໃສ່ສ້າງຕັ້ງຊາວໜຸ່ມ ຫວຽດນາມ ຮຸ່ນຕ່າງໆ ໃຫ້ມີການຂະຫຍາຍຕົວຢ່າງຮອບດ້ານທາງດ້ານ ຄຸນສົມບັດ - ປັນຍາ - ຮ່າງກາຍ - ຄວາມງາມ, ມີນ້ຳໃຈຮັກຊາດຢ່າງສະໜິດແໜ້ນ, ມີຄວາມມຸ່ງມັ້ນທຸ້ມເທກຸ້ມຕົນເອງ, ມີຄວາມໝັ້ນໃຈ, ເພິ່ງຕົນເອງ, ກ້າວຂຶ້ນດ້ວຍຕົນເອງ ແລະ ມີຄວາມເອກອ້າງທະນົງໃຈຕໍ່ຊາດ; ມີອຸດົມການປະຕິວັດ, ມີຄວາມມຸ່ງມາດປາດຖະໜາ, ມີຄວາມໄຝ່ຝັນກ້າວຂຶ້ນເພື່ອສ້າງສາປະເທດຊາດ; ມີຄຸນສົມບັດ, ສະຕິຄວາມເປັນພົນລະເມືອງ ແລະ ປະຕິບັດຕາມກົດໝາຍ; ມີສຸຂະພາບ ແລະ ເສັ້ນທາງການດຳລົງຊີວິດທີ່ປອດໃສ; ມີວັດທະນະທຳ, ຄວາມຮູ້, ລະດັບການສຶກສາ, ທັກສະການດຳລົງຊີວິດ, ວິຊາຊີບ ແລະ ວຽກເຮັດງານທຳ; ມີຄວາມມຸ່ງມັ້ນທຸ້ມເທສ້າງເນື້ອສ້າງຕົວ, ສ້າງອາຊີບ, ມີຄວາມຕື່ນຕົວ, ຫັນປ່ຽນໃໝ່ປະດິດສ້າງ, ເປັນເຈົ້າການທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນ. ຂະຫຍາຍຕົວແຫຼ່ງບຸກຄະລາກອນໜຸ່ມທີ່ມີຄຸນນະພາບສູງ ຕອບສະໜອງຕາມຄວາມຕ້ອງການການຂະຫຍາຍຕົວຢ່າງວ່ອງໄວ ແລະ ຍືນຍົງ ຂອງປະເທດຊາດ ພ້ອມທັງການເຊື່ອມໂຍງເຂົ້າກັບສາກົນ. ເສີມຂະຫຍາຍຈິດໃຈການອຸທິດຕົນ, ການເປັນກຳລັງປະຈັນບານ, ອາສາສະໝັກ ແລະ ຍົກສູງຄວາມຮັບຜິດຊອບຂອງຊາວໜຸ່ມ ພາຍໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
![]() |
| ບັ້ນສະແດງສິລະປະລວມໝູ່ ທີ່ມີການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມເກືອບ 5.000 ຄົນ ຢູ່ທີ່ພິທີເປີດງານມະຫະກຳຊາວໜຸ່ມ ຫວຽດນາມ ປີ 2025. ພາບປະກອບ: ທູເຮືອງ/TTXVN |
ຮອດປີ 2030, ມີຊາວໜຸ່ມລື່ນກາຍ 50% ເຂົ້າຮ່ວມ ແລະ ສຳເລັດຢ່າງໜ້ອຍໜຶ່ງຫຼັກສູດການຮຽນອອນລາຍ ກ່ຽວກັບການຫັນປ່ຽນດິຈິຕອນ, ການເລີ່ມຕົ້ນທຸລະກິດ (start-up), ການຫັນປ່ຽນໃໝ່ປະດິດສ້າງ.
ກ່ຽວກັບຄາດໝາຍການໂຄສະນາ, ເຜີຍແຜ່, ສຶກສາກົດໝາຍ, ສະໜອງຂໍ້ມູນຂ່າວສານກ່ຽວກັບການໃຫ້ຄຳປຶກສາ, ສະໜັບສະໜູນຊ່ວຍເຫຼືອທາງດ້ານກົດໝາຍໃຫ້ແກ່ຊາວໜຸ່ມ, ສູ້ຊົນໃຫ້ທຸກໆປີ ມີຊາວໜຸ່ມທີ່ເປັນກຳມະກອນ 80%, ຊາວໜຸ່ມຢູ່ເຂດຊົນນະບົດ 75%, ຊາວໜຸ່ມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄດ້ຮັບການປະກອບຄວາມຮູ້ກ່ຽວກັບການປ້ອງກັນຊາດ ແລະ ຄວາມໝັ້ນຄົງ.
ຮອດປີ 2030, ມີຊາວໜຸ່ມລື່ນກາຍ 70% ໄດ້ຮັບການໂຄສະນາ, ເຜີຍແຜ່, ສະໜອງຂໍ້ມູນຂ່າວສານກ່ຽວກັບນະໂຍບາຍ, ກົດໝາຍ ແລະ ວັດທະນະທຳການປະຕິບັດຕາມກົດໝາຍ, ທັກສະການປ້ອງກັນ, ຕ້ານການລະເມີດກົດໝາຍ ຕາມຮູບແບບໂດຍກົງ, ບັນດາແອັບພລິເຄຊັນກົດໝາຍອອນລາຍ, ເຄືອຂ່າຍສັງຄົມ, ບັນດາພາຫະນະຂໍ້ມູນຂ່າວສານມວນຊົນ.
ທຸກໆປີ, ມີຢ່າງໜ້ອຍ 20% ຊາວໜຸ່ມທີ່ເປັນຄົນເຜົ່າສ່ວນໜ້ອຍ ທີ່ເຮັດໜ້າທີ່ເປັນລາຍງານວຽກງານ, ໂຄສະນາວຽກງານກົດໝາຍ ແລະ ເຂົ້າຮ່ວມວຽກງານເຜີຍແຜ່ສຶກສາກົດໝາຍໃຫ້ແກ່ຊາວຊ່ວງໄວໜຸ່ມ ແລະ ຊາວໜຸ່ມ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂເສດຖະກິດ - ສັງຄົມ ປະສົບຄວາມຫຍຸ້ງຍາກເປັນພິເສດ, ແມ່ນໄດ້ຮັບການບຳລຸງ, ຍົກສູງຄວາມຮູ້ທາງດ້ານກົດໝາຍ, ທັກສະການເຜີຍແຜ່ສຶກສາກົດໝາຍ ທີ່ສົມເຫດສົມຜົນກັບເປົ້າໝາຍ, ຂົງເຂດ, ທ້ອງຖິ່ນ.
![]() |
| ນາງ ໂຮ່ທິທ໋ຽດ, ຊົນເຜົ່າ ບຣູ - ວັນກ່ຽວ (Bru - Vân Kiều), ຢູ່ບ້ານ ເຈັງເວັງ (Chênh Vênh), ຕາແສງ ເຮືອງຟຸ່ງ (ກວາງຈິ - Quảng Trị) ມີຄວາມພາກພູມໃຈເປັນໜຶ່ງພາຍໃນ 20 ໃບໜ້າຕົວແບບ ທີ່ໄດ້ຮັບລາງວັນ “ໃບໜ້າຊາວໜຸ່ມດີເດັ່ນແຂວງ ກວາງຈິ” ຄັ້ງທີ I. ພາບ: ຫວໍຢຸງ/TTXVN |
ກ່ຽວກັບການສຶກສາ, ການຝຶກອົບຮົມ, ເປີດກວ້າງໂອກາດການຮໍ່າຮຽນ, ການຄົ້ນຄວ້າວິທະຍາສາດໃຫ້ແກ່ຊາວໜຸ່ມ, ຄາດໝາຍຮອດປີ 2030, ມີຊາວໜຸ່ມລື່ນກາຍ 50% ເຂົ້າຮ່ວມ ແລະ ສຳເລັດຢ່າງໜ້ອຍໜຶ່ງຫຼັກສູດການຮຽນອອນລາຍ ຢູ່ເທິງແອັບພລິເຄຊັນຮາກຖານສະໜອງບັນດາຫຼັກສູດການຮຽນອອນລາຍມະຫາຊົນແບບເປີດ (MOOCs) ຂອງກະຊວງສຶກສາທິການ ແລະ ກົດການຝຶກອົບຮົມ ກ່ຽວກັບການຫັນປ່ຽນດິຈິຕອນ, ການເລີ່ມຕົ້ນທຸລະກິດ (start-up), ການຫັນປ່ຽນໃໝ່ປະດິດສ້າງ; ມີຊາວໜຸ່ມລື່ນກາຍ 90% ທີ່ຂຶ້ນກັບກຸ່ມທີ່ອ່ອນແອງ່າຍ ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫຼືອເຂົ້າເຖິງການຮໍ່າຮຽນດິຈິຕອນ ຜ່ານທາງອຸປະກອນ, ອິນເຕີເນັດ ຫຼື ໂຄງການຝຶກອົບຮົມອອນລາຍທີ່ສົມເຫດສົມຜົນ.
ສູ້ຊົນໃຫ້ມີຊາວໜຸ່ມ 70% ໄດ້ຮັບການຝຶກອົບຮົມວິຊາຊີບ ຫຼື ມີທັກສະວິຊາຊີບທີ່ບັນລຸມາດຕະຖານຕາມຂອບທັກສະວິຊາຊີບແຫ່ງຊາດ
ຮອດປີ 2030, ຢ່າງໜ້ອຍ 30% ຊາວໜຸ່ມມີລະດັບລະດັບຄວາມຮູ້ພາສາຕ່າງປະເທດຂັ້ນ 3 ຂຶ້ນໄປ ຕາມຂອບສະມັດຖະພາບພາສາຕ່າງປະເທດທີ່ນຳໃຊ້ ສຳລັບ ຫວຽດນາມ. ຮອດປີ 2030, ສູ້ຊົນໃຫ້ມີຊາວໜຸ່ມ 90% ໄດ້ຮັບການໃຫ້ຄຳປຶກສາແນະນຳອາຊີບ ແລະ ທັກສະການຄັດເລືອກອາຊີບ; ພາຍໃນນັ້ນ, ຊາວໜຸ່ມທີ່ເປັນນັກຮຽນ, ນັກສຶກສາ ແມ່ນບັນລຸ 100%. ຮອດປີ 2030, ເພີ່ມຂຶ້ນ 15% ຂອງຈຳນວນກິດຈະການວິທະຍາສາດ ແລະ ເຕັກໂນໂລຊີ ໂດຍແມ່ນຊາວໜຸ່ມເປັນຜູ້ຊີ້ນຳຮັບຜິດຊອບ; ເພີ່ມຂຶ້ນ 10% ຂອງຈຳນວນຊາວໜຸ່ມທີ່ປະຕິບັດງານພາຍໃນບັນດາອົງການຈັດຕັ້ງວິທະຍາສາດ, ເຕັກໂນໂລຊີ (ເມື່ອທຽບໃສ່ປີ 2020).
ກ່ຽວກັບການຍົກສູງຄຸນນະພາບການຝຶກອົບຮົມວິຊາຊີບ, ສ້າງອາຊີບທີ່ຍືນຍົງໃຫ້ແກ່ຊາວໜຸ່ມ; ຂະຫຍາຍຕົວແຫຼ່ງບຸກຄະລາກອນໜຸ່ມທີ່ມີຄຸນນະພາບສູງ, ສູ້ຊົນຮອດປີ 2030, ມີຊາວໜຸ່ມ 80% ໄດ້ຮັບການຫັນເປັນທົ່ວໄປທາງດ້ານຄວາມຮູ້, ທັກສະດິຈິຕອນພື້ນຖານ; ສູ້ຊົນໃຫ້ມີຊາວໜຸ່ມ 40% ມີທັກສະດິຈິຕອນຂັ້ນສູງ, ທັກສະການປະຍຸກໃຊ້ນຳໃຊ້ປັນຍາປະດິດ (AI).
![]() |
| ຜະລິດຕະພັນປະດິດສ້າງຂອງສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມ ໄດ້ຮັບການວາງສະແດງຢູ່ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XIII, ອາຍຸການ 2026-2031. ພາບ: ມິງດຶກ/TTXVN |
ຮອດປີ 2030, ຢ່າງໜ້ອຍ 30% ຂອງຈຳນວນແນວຄວາມຄິດ, ໂຄງການເລີ່ມຕົ້ນທຸລະກິດ (start-up), ການຫັນປ່ຽນໃໝ່ປະດິດສ້າງ ຂອງຊາວໜຸ່ມ ແມ່ນໄດ້ຮັບການເຊື່ອມຕໍ່, ສະໜັບສະໜູນຊ່ວຍເຫຼືອຈາກບັນດາວິສາຫະກິດ, ກອງທຶນລົງທຶນຮ່ວມສ່ຽງ ຫຼື ໄດ້ຮັບການລົງທຶນ, ກູ້ຢືມທຶນຈາກແຫຼ່ງງົບປະມານທີ່ສົມເຫດສົມຜົນ; ຢ່າງໜ້ອຍ 25% ວິສາຫະກິດເລີ່ມຕົ້ນທຸລະກິດໃໝ່ ໂດຍແມ່ນຊາວໜຸ່ມເປັນເຈົ້າຂອງ.
ຮອດປີ 2030, ສູ້ຊົນໃຫ້ມີຊາວໜຸ່ມ 70% ໄດ້ຮັບການຝຶກອົບຮົມວິຊາຊີບ ຫຼື ມີທັກສະວິຊາຊີບທີ່ບັນລຸມາດຕະຖານຕາມຂອບທັກສະວິຊາຊີບແຫ່ງຊາດ; 50% ຊາວໜຸ່ມທີ່ຂຶ້ນກັບກຸ່ມທີ່ອ່ອນແອງ່າຍ ( vulnerable group) ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຂະຫຍາຍຕົວທັກສະວິຊາຊີບຈາກລັດ.
ຮອດປີ 2030, ອັດຕາຊາວໜຸ່ມວ່າງງານ, ຂາດເຂີນວຽກເຮັດງານທຳ ແມ່ນຫຼຸດຕ່ຳກວ່າ 6%; 40% ຊາວໜຸ່ມເຂົ້າຮ່ວມບັນດາການເຄື່ອນໄຫວເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ສູ້ຊົນໃຫ້ມີຊາວໜຸ່ມ 70% ມີວຽກເຮັດງານທຳທີ່ຍືນຍົງ, ວຽກເຮັດງານທຳສີຂຽວ, ວຽກເຮັດງານທຳພາຍໃນຂົງເຂດເສດຖະກິດດິຈິຕອນ, ຂົງເຂດເຕັກໂນໂລຊີສູງ ຫຼື ບັນດາຂະແໜງການ, ຂົງເຂດທີ່ໄດ້ຮັບການບຸລິມະສິດຂະຫຍາຍຕົວຂອງປະເທດຊາດ; ຢ່າງໜ້ອຍ 70% ຂອງຜູ້ທີ່ໄປປະຕິບັດງານຢູ່ຕ່າງປະເທດຕາມສັນຍາ ແມ່ນຊາວໜຸ່ມ, ໂດຍສຸມໃສ່ເຂົ້າໃນບັນດາຕະຫຼາດທີ່ມີລາຍຮັບສູງ.
ຮອດປີ 2030, ມີຢ່າງໜ້ອຍ 70% ຊາວໜຸ່ມທີ່ເປັນຄົນພິການ, ຜູ້ຕິດເຊື້ອ HIV, ຜູ້ຊົມໃຊ້ຢາເສບຕິດ, ຊາວໜຸ່ມທີ່ເປັນເຫຍື່ອຂອງອາດຊະຍາກຳການຄ້າມະນຸດ, ຊາວໜຸ່ມທີ່ລະເມີດກົດໝາຍ ແມ່ນໄດ້ຮັບການບຳລຸງທັກສະການດຳລົງຊີວິດ, ການອອກແຮງງານ ແລະ ການເຊື່ອມໂຍງເຂົ້າກັບຊຸມຊົນ. ສູ້ຊົນສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ຊາວໜຸ່ມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂເສດຖະກິດ - ສັງຄົມ ປະສົບຄວາມຫຍຸ້ງຍາກເປັນພິເສດ ໃຫ້ໄດ້ລື່ນກາຍ 50%; 30% ຊາວໜຸ່ມທີ່ເປັນຄົນພິການ, ຜູ້ຕິດເຊື້ອ HIV, ຜູ້ພາຍຫຼັງການບຳບັດຢາເສບຕິດ, ພາຍຫຼັງການດັດສ້າງ, ຊາວໜຸ່ມທີ່ເປັນຄົນ ຫວຽດນາມ ທີ່ບໍ່ມີສັນຊາດ.
ສູ້ຊົນໃຫ້ທຸກໆປີ, ມີຊາວໜຸ່ມລື່ນກາຍ 80% ໄດ້ຮັບການປະກອບຄວາມຮູ້, ທັກສະການຝຶກຝົນຫຼໍ່ຫຼອມຮ່າງກາຍ, ຍົກສູງສຸຂະພາບ
ກ່ຽວກັບການປົກປ້ອງ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບໃຫ້ແກ່ຊາວໜຸ່ມ, ສູ້ຊົນໃຫ້ທຸກໆປີ, ມີຊາວໜຸ່ມລື່ນກາຍ 80% ໄດ້ຮັບການປະກອບຄວາມຮູ້, ທັກສະການຝຶກຝົນຫຼໍ່ຫຼອມຮ່າງກາຍ, ຍົກສູງສຸຂະພາບ; ການເບິ່ງແຍງສຸຂະພາບຈະເລີນພັນ, ສຸຂະພາບທາງເພດ, ສຸຂະພາບຈິດ; ປະຊາກອນ ແລະ ການຂະຫຍາຍຕົວ; ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປ້ອງກັນ, ຕ້ານຄວາມຮຸນແຮງບົນຮາກຖານທາງເພດ; ຄວາມຮຸນແຮງພາຍໃນຄອບຄົວ, ຄວາມຮຸນແຮງພາຍໃນໂຮງຮຽນ, ການລ່ວງລະເມີດທາງເພດ; HIV/AIDS ແລະ ບັນດາມາດຕະການປ້ອງກັນ, ຕ້ານ HIV/AIDS (ພາຍໃນນັ້ນ: ອັດຕາຊາວໜຸ່ມທີ່ເປັນນັກຮຽນ, ນັກສຶກສາ ພາຍໃນບັນດາຮາກຖານການສຶກສາ ແມ່ນບັນລຸ 100%; ອັດຕາຊາວໜຸ່ມ ພາຍໃນບັນດາຮາກຖານການສຶກສາວິຊາຊີບ ແມ່ນບັນລຸລື່ນກາຍ 90%).
ທຸກໆປີ, ມີຊາວໜຸ່ມລື່ນກາຍ 70% ໄດ້ຮັບການສະໜອງຂໍ້ມູນຂ່າວສານ ແລະ ເຂົ້າເຖິງບັນດາການບໍລິການທີ່ເປັນມິດ ກ່ຽວກັບການໃຫ້ຄຳປຶກສາ, ເບິ່ງແຍງສຸຂະພາບຈະເລີນພັນ, ສຸຂະພາບທາງເພດ; ມີຊາວໜຸ່ມລື່ນກາຍ 50% ໄດ້ຮັບການເຂົ້າເຖິງການບໍລິການໃຫ້ຄຳປຶກສາທາງດ້ານຈິດວິທະຍາ. ທຸກໆປີ, ມີຄູ່ຊາວໜຸ່ມຊາຍ, ຍິງ ລື່ນກາຍ 90% ໄດ້ຮັບການໃຫ້ຄຳປຶກສາ, ກວດສຸຂະພາບກ່ອນການແຕ່ງງານ; ມີຊາວໜຸ່ມທີ່ເປັນກຳມະກອນລື່ນກາຍ 90% ທີ່ພວມປະຕິບັດງານຢູ່ບັນດາເຂດເສດຖະກິດ, ເຂດອຸດສາຫະກຳ, ກຸ່ມອຸດສາຫະກຳ ແມ່ນໄດ້ຮັບການກວດສຸຂະພາບ ແລະ ເບິ່ງແຍງທາງດ້ານການແພດຕາມກຳນົດເວລາເງື່ອນໄຂ.
ຄາດໝາຍໃຫ້ມີທ້ອງຖິ່ນລື່ນກາຍ 90% ມີຮູບແບບສະໜັບສະໜູນຊ່ວຍເຫຼືອຊາວໜຸ່ມດຳລົງຊີວິດຢ່າງປອດໄພ ແລະ ຮັບມືກັບຄວາມຮຸນແຮງຢູ່ເທິງພື້ນທີອິນເຕີເນັດ
ກ່ຽວກັບການຍົກສູງຊີວິດການເປັນຢູ່ທາງດ້ານວັດທະນະທຳ, ຈິດໃຈໃຫ້ແກ່ຊາວໜຸ່ມ, ສູ້ຊົນໃຫ້ທຸກໆປີ, ມີຊາວໜຸ່ມຢູ່ເຂດຕົວເມືອງລື່ນກາຍ 90%; ຊາວໜຸ່ມຢູ່ເຂດຊົນນະບົດລື່ນກາຍ 80%; ຊາວໜຸ່ມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂເສດຖະກິດ - ສັງຄົມ ປະສົບຄວາມຫຍຸ້ງยากເປັນພິເສດ ລື່ນກາຍ 70% ໄດ້ຮັບການເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳສິລະປະ ຫຼື ປະດິດສ້າງວັດທະນະທຳ, ກາຍະກຳກິລາ, ການເຄື່ອນໄຫວຊີວິດການເປັນຢູ່ຂອງຊຸມຊົນ. ທຸກໆປີ, ມີຊາວໜຸ່ມລື່ນກາຍ 70% ໄດ້ຮັບການເຂົ້າເຖິງຄວາມຮູ້, ທັກສະກ່ຽວກັບການສ້າງຕັ້ງຄອບຄົວທີ່ມີຄວາມສຸກ, ການຂະຫຍາຍຕົວຢ່າງຍືນຍົງຢູ່ຮາກຖານ; ຮູບແບບການແຊກແຊງ, ສະກັດກັ້ນ ແລະ ຮັບມືກັບຄວາມຮຸນແຮງພາຍໃນຄອບຄົວ ແລະ ຄວາມຮຸນແຮງບົນຮາກຖານທາງເພດ. ຮອດປີ 2030, ມີທ້ອງຖິ່ນລື່ນກາຍ 90% ມີຮູບແບບສະໜັບສະໜູນຊ່ວຍເຫຼືອຊາວໜຸ່ມດຳລົງຊີວິດຢ່າງປອດໄພ ແລະ ຮັບມືກັບຄວາມຮຸນແຮງຢູ່ເທິງພື້ນທີອິນເຕີເນັດ.
ກ່ຽວກັບການເສີມຂະຫຍາຍບົດບາດຂອງຊາວໜຸ່ມ ພາຍໃນການສ້າງຕັ້ງລະບົບການເມືອງ, ເຂົ້າຮ່ວມການຂະຫຍາຍຕົວເສດຖະກິດ - ສັງຄົມ ແລະ ປົກປັກຮັກສາປະເທດຊາດ, ຮອດປີ 2030, ສູ້ຊົນໃຫ້ມີຊາວໜຸ່ມ 20% ພາຍໃນບັນດາອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງການເມືອງ - ສັງຄົມ ໄດ້ຮັບການບັນຈຸເຂົ້າໃນແຜນກຳນົດພະນັກງານນຳພາຂັ້ນກົມ, ພະແນກ, ຫ້ອງການ ແລະ ທຽບເທົ່າ; 15% ຊາວໜຸ່ມພາຍໃນບັນດາອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງການເມືອງ - ສັງຄົມ ດຳລົງບັນດາຕຳແໜ່ງນຳພາ, ຄຸ້ມຄອງ; ພາຍໃນນັ້ນ, ອັດຕາເພດຍິງແມ່ນຕ້ອງບັນລຸຢ່າງໜ້ອຍ 30%.
![]() |
| ບັນດາຜູ້ແທນເຂົ້າຮ່ວມວາລະເປີດສາກຢ່າງສົມກຽດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XIII, ອາຍຸການ 2026 - 2031. ພາບ: ມິງດຶກ/TTXVN |
ທຸກໆປີ, ສູ້ຊົນໃຫ້ມີຊາວໜຸ່ມ 70% ເຂົ້າຮ່ວມການເຄື່ອນໄຫວອາສາສະໝັກ, ການເຄື່ອນໄຫວເພື່ອຊຸມຊົນ ແລະ ໄດ້ຮັບການຝຶກອົບຮົມ, ເຜີຍແຜ່ທັກສະການຮັບມືກັບໄພທຳມະຊາດ, ການປ່ຽນແປງສະພາບພູມອາກາດ, ພະຍາດລະບາດ ແລະ ການປົກປັກຮັກສາສິ່ງແວດລ້ອມ; ສູ້ຊົນໃຫ້ມີຊາວໜຸ່ມ 500.000 ຄົນ ເຂົ້າຮ່ວມບັນດາໂຄງການແລກປ່ຽນສາກົນ, ແລກປ່ຽນທາງດ້ານວິຊາການ, ການຮ່ວມມືເລີ່ມຕົ້ນທຸລະກິດ (start-up) ແລະ ອາສາສະໝັກສາກົນ ໂດຍກົງ ຫຼື ບົນຮາກຖານດິຈິຕອນ.
ເພື່ອປະຕິບັດບັນດາຄາດໝາຍທີ່ກ່າວມາຂ້າງເທິງ, ຍຸດທະສາດໄດ້ວາງ 8 ໜ້າທີ່, ມາດຕະການ, ເຊິ່ງລວມມີ: ເພີ່ມທະວີການນຳພາ, ຊີ້ນຳຂອງຄະນະພັກ, ອົງການຈັດຕັ້ງພັກ, ອຳນາດການປົກຄອງທຸກຂັ້ນ ກ່ຽວກັບການຂະຫຍາຍຕົວຊາວໜຸ່ມຢ່າງຮອບດ້ານ; ປັບປຸງກົນໄກ, ນະໂຍບາຍ, ກົດໝາຍກ່ຽວກັບຊາວໜຸ່ມໃຫ້ສົມບູນແບບ; ຊຸກຍູ້ວຽກງານໂຄສະນາ, ເຜີຍແຜ່, ສຶກສາກົດໝາຍ; ເພີ່ມທະວີການສະໜອງການບໍລິການ, ການເຄື່ອນໄຫວສະໜັບສະໜູນຊ່ວຍເຫຼືອຊາວໜຸ່ມ; ແຫຼ່ງທຶນຮອນພາຍໃນການປະຕິບັດຍຸດທະສາດ; ຊຸກຍູ້ການຮ່ວມມືສາກົນພາຍໃນການປະຕິບັດຍຸດທະສາດ; ແນະນຳ, ກວດກາ, ຕີລາຄາການປະຕິບັດຍຸດທະສາດ; ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ບັນດາອົງການຈັດຕັ້ງຂອງຊາວໜຸ່ມ ແລະ ບັນດາອົງການຈັດຕັ້ງ, ບຸກຄົນທີ່ມີສ່ວນກ່ຽວຂ້ອງ.
| ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ ຍສໝ - ວັນທີ 2 ກໍລະກົດ, ໂດຍໄດ້ຮັບການມອບສິດຈາກທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮວ່າງຢາງ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Marco Farani, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສະຫະພັນ ບຣາຊິນ ປະຈຳ ຫວຽດນາມ. |
| ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ ຈະຈັດຂຶ້ນນັບຕັ້ງແຕ່ວັນທີ 9-10 ກໍລະກົດ ຍສໝ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ທີ່ ນະຄອນ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການພົບປະສື່ມວນຊົນ ເພື່ອແນະນຳການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ, ໂດຍແມ່ນທ່ານພັນເອກ ໂດ໋ຢຸຍຈິງ, ຮອງຫົວໜ້າກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ) ເປັນປະທານ. |



