ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ຢູ່ທີ່ກອງປະຊຸມກຸ່ມຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບ
| ການຊຳລະເງິນ QR ຫວຽດນາມ - ສິງກະໂປ ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດດິຈິຕອນ | |
| ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ |
![]() |
| ທ່ານພັນເອກ ຫງວຽນຍືແກ໋ງ, ຫົວໜ້າຄະນະ ຫວຽດນາມ, ກ່າວປາໄສຢູ່ທີ່ກອງປະຊຸມ. ພາບ: TTXVN ປ່ອຍ |
ຄະນະ ຫວຽດນາມ ໂດຍແມ່ນທ່ານພັນເອກ ຫງວຽນຍືແກ໋ງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມໄດ້ເຕົ້າໂຮມບັນດາຜູ້ແທນທີ່ມາຈາກ 11 ປະເທດສະມາຊິກ ອາຊຽນ, 8 ປະເທດຄູ່ຮ່ວມມື ເຊິ່ງລວມມີ ອົດສະຕຣາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ນູແວນເຊລັງ, ລັດເຊຍ ແລະ ສະຫະລັດອາເມລິກາ, ພ້ອມກັບຕາງໜ້າຄະນະເລຂາທິການ ອາຊຽນ ແລະ ບັນດາຊ່ຽວຊານຂອງອົງການສະຫະປະຊາຊາດ (ສປຊ) ພາຍໃນຂົງເຂດການຮັກສາສັນຕິພາບ. ເນື້ອໃນການທົບທວນສົນທະນາ ແມ່ນສຸມໃສ່ເຂົ້າໃນການຍົກສູງຄວາມສາມາດຄວາມພ້ອມພວກໃນການຜັນຂະຫຍາຍກຳລັງ, ເພີ່ມທະວີຄວາມສາມາດການເຄື່ອນໄຫວປະສານງານລະຫວ່າງກຳລັງຫຼາຍຝ່າຍ, ສ້າງຕັ້ງຄວາມສາມາດການຝຶກອົບຮົມ ແລະ ກຽມພ້ອມໃຫ້ແກ່ບັ້ນຊ້ອມຮົບພາກສະໜາມ (FTX) ເຊິ່ງຄາດຄະເນວ່າຈະຈັດຂຶ້ນໃນທ້າຍປີ 2026 ຢູ່ທີ່ Brunei Darussalam.
ຢູ່ທີ່ບັນດາວາລະການສົນທະນາ, ຄະນະ ຫວຽດນາມ ໄດ້ເຂົ້າຮ່ວມການແລກປ່ຽນຢ່າງຕັ້ງໜ້າ, ແບ່ງປັນທັດສະນະ ແລະ ບົດຮຽນຕົວຈິງ ພາຍໃນວິວັດທະນາການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ໂດຍສະເພາະແມ່ນຕໍ່ກັບເນື້ອໃນກ່ຽວກັບໂຄງການ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ຄະນະ ຫວຽດນາມ ໄດ້ເນັ້ນໜັກເຖິງບັນດາໝາກຜົນອັນພົ້ນເດັ່ນ ພາຍໃນການຊຸກຍູ້ການເຂົ້າຮ່ວມ ຂອງນາຍທະຫານເພດຍິງ ຫວຽດນາມ ຢູ່ທີ່ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ແລະ ສຳນັກງານໃຫຍ່ ສປຊ ພາຍໃນໄລຍະເວລາຜ່ານມາ. ບັນດານາຍທະຫານເພດຍິງ ຫວຽດນາມ ບໍ່ພຽງແຕ່ສຳເລັດໜ້າທີ່ວິຊາສະເພາະເປັນຢ່າງດີເທົ່ານັ້ນ, ແຕ່ຍັງເສີມຂະຫຍາຍບົດບາດການເຊື່ອມຕໍ່ຊຸມຊົນຢ່າງມີປະສິດທິຜົນ, ສະໜັບສະໜູນການປົກປ້ອງປະຊາຊົນທົ່ວໄປ, ເບິ່ງແຍງປິ່ນປົວພະຍາດ ແລະ ຊຸກຍູ້ບັນດາການເຄື່ອນໄຫວມະນຸດສະທຳ ຢູ່ທີ່ທ້ອງຖິ່ນຜັນຂະຫຍາຍປະຕິບັດງານ.
![]() |
| ພາບລວມຂອງກອງປະຊຸມກຸ່ມຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບ ຄັ້ງທີ 22. ພາບ: TTXVN ປ່ອຍ |
ຄຽງຄູ່ກັນນັ້ນ, ຄະນະ ຫວຽດນາມ ກໍໄດ້ແບ່ງປັນບັນດາຄຸນລັກສະນະ ແລະ ບົດຮຽນຕົວຈິງ ພາຍໃນວຽກງານການກຽມພ້ອມ, ຝຶກອົບຮົມ, ຄັດເລືອກ ແລະ ສ້າງເງື່ອນໄຂ ເພື່ອເພີ່ມທະວີການເຂົ້າຮ່ວມ ຂອງນາຍທະຫານເພດຍິງ ພາຍໃນການເຄື່ອນໄຫວຮັກສາສັນຕິພາບ, ຜ່ານນັ້ນ ກໍປະກອບສ່ວນປະຕິບັດວາລະກອງປະຊຸມ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງ ສປຊ ກໍຄືບັນດາຄຳໝັ້ນສັນຍາ ຂອງ ອາຊຽນ ພາຍໃນຂົງເຂດນີ້ ຢ່າງມີປະສິດທິຜົນ.
ເສີມຂະຫຍາຍບົດບາດເປັນປະທານຮ່ວມ ກຸ່ມຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບ ຮ່ວມກັບ ຍີ່ປຸ່ນ ພາຍໃນຮອບວຽນຜ່ານມາ, ຫົວໜ້າຄະນະ ຫວຽດນາມ ໄດ້ແບ່ງປັນຫຼາກຫຼາຍບົດຮຽນ ແລະ ບົດຮຽນຕົວຈິງ ພາຍໃນການຈັດຕັ້ງບັນດາການເຄື່ອນໄຫວຮ່ວມມື, ການຊ້ອມຮົບ ແລະ ການແລກປ່ຽນວິຊາສະເພາະ ລະຫວ່າງ ບັນດາປະເທດສະມາຊິກ, ປະກອບສ່ວນຮັກສາຄວາມຕໍ່ເນື່ອງ ແລະ ປະສິດທິຜົນ ຂອງກົນໄກການຮ່ວມມື ADMM+ ກ່ຽວກັບການຮັກສາສັນຕິພາບ.
ຄະນະ ຫວຽດນາມ ໃນຂະນະດຽວກັນ ກໍຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ ແລະ ສົມທົບຢ່າງແໜ້ນແຟ້ນຮ່ວມກັບ Brunei Darussalam ແລະ ຈີນ ໃນຖານະບົດບາດເປັນປະທານຮ່ວມ ກຸ່ມຊ່ຽວຊານ ພາຍໃນຮອບວຽນປັດຈຸບັນນີ້, ໂດຍສະເພາະແມ່ນພາຍໃນວຽກງານການກຽມພ້ອມ ແລະ ຈັດຕັ້ງບັ້ນຊ້ອມຮົບພາກສະໜາມທ້າຍຮອບວຽນ.
![]() |
| ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: TTXVN |
ພາຍໃນຂອບເຂດກອງປະຊຸມ, ບັນດາຜູ້ແທນກໍໄດ້ດຳເນີນການສຳຫຼວດພາກສະໜາມຢູ່ທີ່ເຂດຄາດຄະເນຈັດຕັ້ງການຊ້ອມຮົບ ແນໃສ່ຕີລາຄາເງື່ອນໄຂໂຄງລ່າງພື້ນຖານວັດຖຸ, ສະໜາມຊ້ອມຮົບ, ເຂດຝຶກອົບຮົມ ແລະ ເຮັດໃຫ້ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງບົດຊ້ອມຮົບ, ເປົ້າໝາຍການຝຶກອົບຮົມ, ກົນໄກປະສານງານ ແລະ ວຽກງານຮັບປະກັນໃຫ້ແກ່ບັ້ນຊ້ອມຮົບຫຼາຍຝ່າຍທີ່ຈະມາເຖິງ ມີຄວາມສົມບູນແບບ.
ຢູ່ນອກຂອບເຂດກອງປະຊຸມ, ຄະນະ ຫວຽດນາມ ໄດ້ມີບັນດາການແລກປ່ຽນຮ່ວມກັບຜູ້ແທນ ສປ ຈີນ, ລັດເຊຍ, ລາວ, ສ.ເກົາຫຼີ ແລະ ຍີ່ປຸ່ນ ແນໃສ່ຊຸກຍູ້ການຮ່ວມມືທວິພາຄີ ແລະ ຫຼາຍຝ່າຍ ພາຍໃນຂົງເຂດການຮັກສາສັນຕິພາບ ສປຊ, ໂດຍສະເພາະແມ່ນພາຍໃນບັນດາເນື້ອໃນກໍ່ສ້າງ, ຝຶກອົບຮົມ, ແບ່ງປັນບົດຮຽນ ແລະ ຍົກສູງຄວາມສາມາດໃຫ້ແກ່ກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ.
ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງ ຂອງ ຫວຽດນາມ ຢູ່ທີ່ກອງປະຊຸມກຸ່ມຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບ ຄັ້ງທີ 22 ໄດ້ສືບຕໍ່ຢັ້ງຢືນເຖິງບົດບາດ, ຄວາມຮັບຜິດຊອບ ແລະ ອິດທິພົນຊື່ສຽງ ຂອງ ຫວຽດນາມ ພາຍໃນບັນດາກົນໄກການຮ່ວມມືປ້ອງກັນຊາດຫຼາຍຝ່າຍ ຂອງ ອາຊຽນ, ໃນຂະນະດຽວກັນ ກໍສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຢ່າງແຂງແຮງ ຂອງ ຫວຽດນາມ ຕໍ່ກັບບັນດາການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວຢ່າງຍືນຍົງ ພາຍໃນພາກພື້ນ ແລະ ໃນໂລກ.
| ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ ຈະຈັດຂຶ້ນນັບຕັ້ງແຕ່ວັນທີ 9-10 ກໍລະກົດ ຍສໝ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ທີ່ ນະຄອນ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການພົບປະສື່ມວນຊົນ ເພື່ອແນະນຳການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ, ໂດຍແມ່ນທ່ານພັນເອກ ໂດ໋ຢຸຍຈິງ, ຮອງຫົວໜ້າກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ) ເປັນປະທານ. |
| ເກີນເທີ ເປີດກວ້າງການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ ຍສໝ - ພາຍຫຼັງເປີດກວ້າງຂະໜາດພື້ນທີ່ແຫ່ງການຂະຫຍາຍຕົວ, ນະຄອນ ເຊີ່ນເທີ ພວມຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ພາຍໃນບັນດາຂົງເຂດທີ່ມີມູນຄ່າເພີ່ມສູງ ເຊັ່ນ: ວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ, AI, logistics ແລະ ກະສິກຳເຕັກໂນໂລຊີສູງ. |


