ການຊຳລະເງິນ QR ຫວຽດນາມ - ສິງກະໂປ ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດດິຈິຕອນ
| ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ | |
| ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ ຈະຈັດຂຶ້ນນັບຕັ້ງແຕ່ວັນທີ 9-10 ກໍລະກົດ |
![]() |
| ທ່ານ ຟ້າມຕ໋ຽນຢຸງ, ຮອງທູດສະພາທະນາຄານແຫ່ງລັດ (ທີ 2 ຈາກເບື້ອງຊ້າຍ) ແລະ ບັນດາຜູ້ແທນ ປະຕິບັດພິທີການເປີດໂຕການບໍລິການ QR ສອງຝ່າຍ ລະຫວ່າງ ຫວຽດນາມ - ສິງກະໂປ - ພາບ: VGP |
ເປີດກວ້າງການເຊື່ອມຕໍ່ການຊຳລະເງິນດິຈິຕອນ ລະຫວ່າງ ຫວຽດນາມ ແລະ ສິງກະໂປ
ວັນທີ 2 ກໍລະກົດ, ບໍລິສັດຫຸ້ນສ່ວນການຊຳລະເງິນແຫ່ງຊາດ ຫວຽດນາມ (NAPAS) ສົມທົບກັບ Liquid Group (ສິງກະໂປ) ແລະ ທະນາຄານການຄ້າຫຸ້ນສ່ວນອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VietinBank) ໄດ້ເປີດໂຕການບໍລິການຊຳລະເງິນ QR ຂ້າມຊາຍແດນ ລະຫວ່າງ ຫວຽດນາມ ແລະ ສິງກະໂປ ຢ່າງເປັນທາງການ.
ເຂົ້າຮ່ວມເຫດການເປີດໂຕການບໍລິການ ມີທ່ານ Donald Tsang - ຮອງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສິງກະໂປ ປະຈຳ ຫວຽດນາມ, ທ່ານ ຟ້າມຕ໊ຽນຢຸງ (Phạm Tiến Dũng) - ຮອງທູດສະພາທະນາຄານແຫ່ງລັດ ຫວຽດນາມ ພ້ອມດ້ວຍຄະນະບໍລິຫານ NAPAS, Liquid Group ແລະ VietinBank.
ສະເພາະແມ່ນ, ຜູ້ຊົມໃຊ້ບັນດາແອັບພລິເຄຊັນການຊຳລະເງິນຢູ່ ສິງກະໂປ ສາມາດສະແກນລະຫັດ VietQRGlobal ເພື່ອຊຳລະເງິນຢູ່ບັນດາຈຸດທີ່ຍອມຮັບການຊຳລະເງິນໃນທົ່ວ ຫວຽດນາມ. ເຫດການດັ່ງກ່າວ ໄດ້ໝາຍເຖິງບາດກ້າວຂະຫຍາຍຕົວໃໝ່ ພາຍໃນການເຊື່ອມຕໍ່ໂຄງລ່າງພື້ນຖານການຊຳລະເງິນຂາຍຍ່ອຍ ລະຫວ່າງ ສອງປະເທດ, ປະກອບສ່ວນຊຸກຍູ້ການຄ້າ, ການທ່ອງທ່ຽວ, ການຮ່ວມມືເສດຖະກິດດິຈິຕອນ ແລະ ຕອບສະໜອງຕາມຄວາມຕ້ອງການການຊຳລະເງິນແບບບໍ່ໃຊ້ເງິນສົດ ຂອງນັກທ່ອງທ່ຽວ ສິງກະໂປ.
ຕາມການໃຫ້ຮູ້ຂອງກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ພາຍໃນ 5 ເດືອນຕົ້ນປີ 2026, ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນໄດ້ 10,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,9% ເມື່ອທຽບໃສ່ໄລຍະດຽວກັນ ແລະ ແມ່ນລະດັບສູງທີ່ສຸດພາຍໃນຫຼາຍປີມານີ້. ສິງກະໂປ ສືບຕໍ່ແມ່ນໜຶ່ງພາຍໃນບັນດາຕະຫຼາດນັກທ່ອງທ່ຽວສາກົນທີ່ມີການຂະຫຍາຍຕົວດີ. ການສຳຫຼວດຂອງກຸ່ມບໍລິສັດສະໜາມບິນ Changi ສະແດງໃຫ້ເຫັນວ່າ 3 ໃນ 5 ຄົນ ສິງກະໂປ ເຄີຍມາ ຫວຽດນາມ ແລະ 95% ມີຄວາມມຸ່ງມາດປາດຖະໜາຢາກກັບຄືນມາອີກ.
ນີ້ກໍແມ່ນກຸ່ມນັກທ່ອງທ່ຽວທີ່ມີລະດັບການໃຊ້ຈ່າຍສູງ ແລະ ມີທ່າອ່ຽງນຳໃຊ້ການຊຳລະເງິນແບບບໍ່ໃຊ້ເງິນສົດ. ສະນັ້ນ, ການຜັນຂະຫຍາຍການຊຳລະເງິນ QR ຂ້າມຊາຍແດນ ໄດ້ຮັບການຄາດຫວັງວ່າຈະສ້າງຄວາມສະດວກສະບາຍໃຫ້ແກ່ນັກທ່ອງທ່ຽວ, ໃນຂະນະດຽວກັນ ກໍສະໜັບສະໜູນຊ່ວຍເຫຼືອວິສາຫະກິດພາຍໃນຂົງເຂດຂາຍຍ່ອຍ, ການບໍລິການ ແລະ ການທ່ອງທ່ຽວ ເຂົ້າເຖິງກຸ່ມນັກທ່ອງທ່ຽວສາກົນ ຜ່ານທາງຮູບແບບການຊຳລະເງິນທີ່ງ່າຍດາຍ ພ້ອມກັບຕົ້ນທຶນທີ່ສົມເຫດສົມຜົນ.
ການຊຳລະເງິນຕາມເວລາຈິງ, ການຄິດໄລ່ປ່ຽນສະກຸນເງິນໂດຍກົງ SGD - VND
ການບໍລິການໄດ້ຮັບການຜັນຂະຫຍາຍບົນຮາກຖານການເຊື່ອມຕໍ່ໂຄງລ່າງພື້ນຖານການຊຳລະເງິນ ລະຫວ່າງ NAPAS ແລະ Liquid Group. ນັກທ່ອງທ່ຽວ ສິງກະໂປ ນຳໃຊ້ບັນດາແອັບພລິເຄຊັນການຊຳລະເງິນ ທີ່ຂຶ້ນກັບລະົບົບຄູ່ຮ່ວມມືຂອງ Liquid Group ເພື່ອສະແກນລະຫັດ VietQRGlobal ຢູ່ບັນດາຈຸດທີ່ຍອມຮັບການຊຳລະເງິນຢູ່ ຫວຽດນາມ.
ທຸລະກຳການເງິນໄດ້ຮັບການປະມວນຜົນຕາມເວລາຈິງ (real-time) ແລະ ຄິດໄລ່ປ່ຽນສະກຸນເງິນໂດຍກົງ ລະຫວ່າງ ໂດລາສິງກະໂປ (SGD) ແລະ ດົ່ງຫວຽດນາມ (VND), ຊ່ວຍໃຫ້ຜູ້ຊົມໃຊ້ຊຳລະເງິນຢູ່ທີ່ຮ້ານຄ້າ, ຮ້ານອາຫານ, ໂຮງແຮມ ແລະ ບັນດາຈຸດຊື້ເຄື່ອງ ໂດຍບໍ່ຈຳເປັນຕ້ອງຖືເງິນສົດ ຫຼື ປ່ຽນເງິນຕາຕ່າງປະເທດ. ນັກທ່ອງທ່ຽວສາມາດນຳໃຊ້ແອັບພລິເຄຊັນການຊຳລະເງິນທີ່ຄຸ້ນເຄີຍຂອງຕົນເອງ ຄືກັນກັບເວລາຢູ່ ສິງກະໂປ, ສ້າງປະສົບການການຊຳລະເງິນທີ່ຕໍ່ເນື່ອງໄຫຼລ່ຽນຕະຫຼອດການເດີນທາງ.
ພາຍໃນໄລຍະທຳອິດ, ການບໍລິການຄາດຄະເນວ່າຈະເຂົ້າເຖິງຜູ້ຊົມໃຊ້ປະມານ 3 ລ້ານຄົນ ຜ່ານທາງເຄືອຂ່າຍຄູ່ຮ່ວມມືຂອງ Liquid Group ຢູ່ ສິງກະໂປ ແລະ ຈະສືບຕໍ່ເປີດກວ້າງອອກຕື່ມອີກ ເມື່ອລະບົບນິເວດຄູ່ຮ່ວມມືມີການຂະຫຍາຍຕົວ.
.
![]() |
| ທ່ານ ຟ້າມແອງຕວນ - ຫົວໜ້າກົມການຊຳລະເງິນ (ທະນາຄານແຫ່ງລັດ) |
ສິງກະໂປ ແມ່ນຕະຫຼາດແຫ່ງທີ 6 ທີ່ໄດ້ຮັບການເຊື່ອມຕໍ່ໂດຍ NAPAS
ທ່ານ ຟ້າມແອງຕວນ, ຫົວໜ້າກົມການຊຳລະເງິນ (ທະນາຄານແຫ່ງລັດ), ໃຫ້ຮູ້ວ່າ ການເຊື່ອມຕໍ່ການຊຳລະເງິນ QR ສອງຝ່າຍ ແມ່ນໜຶ່ງພາຍໃນບັນດາຂໍ້ລິເລີ່ມຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືຫັນປ່ຽນໃໝ່ທາງດ້ານການເງິນ ລະຫວ່າງ ທະນາຄານແຫ່ງລັດ ຫວຽດນາມ ແລະ ອົງການຄຸ້ມຄອງເງິນຕາສິງກະໂປ (MAS), ເຊິ່ງໄດ້ຮັບການລົງນາມພາຍໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນເດືອນມີນາ ປີ 2025.
ຕາມການໃຫ້ຮູ້ຂອງທ່ານ ຕວນ, ທະນາຄານແຫ່ງລັດ ໄລຍະຜ່ານມານີ້ ໄດ້ຊຸກຍູ້ການເຊື່ອມຕໍ່ການຊຳລະເງິນຂາຍຍ່ອຍຜ່ານທາງລະຫັດ QR ແນໃສ່ສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນ, ປະກອບສ່ວນເພີ່ມທະວີການແລກປ່ຽນການຄ້າ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ. ຕາມໂລດແມັບ (roadmap), NAPAS ແລະ ບັນດາຄູ່ຮ່ວມມື ຈະຜັນຂະຫຍາຍຂາການຊຳລະເງິນນັບຕັ້ງແຕ່ ຫວຽດນາມ ໄປສູ່ ສິງກະໂປ ພາຍໃນປີ 2026 ນີ້ເລີຍ, ມຸ່ງໄປສູ່ການເຮັດໃຫ້ລະບົບນິເວດການຊຳລະເງິນ QR ສອງຂາມີຄວາມສົມບູນແບບ.
ການນຳເອົາການບໍລິການເຂົ້າສູ່ການເຄື່ອນໄຫວ ໄດ້ສືບຕໍ່ຢັ້ງຢືນເຖິງຄວາມພະຍາຍາມການຮ່ວມມື ລະຫວ່າງ NAPAS, Liquid Group, VietinBank ແລະ ບັນດາອົງການຄຸ້ມຄອງ ພາຍໃນການເຊື່ອມຕໍ່ໂຄງລ່າງພື້ນຖານການຊຳລະເງິນດິຈິຕອນ, ປະກອບສ່ວນຊຸກຍູ້ການຄ້າ, ການທ່ອງທ່ຽວ ແລະ ເສດຖະກິດດິຈິຕອນ. ສິງກະໂປ ກໍໄດ້ກາຍເປັນປະເທດທີ 6 ທີ່ໄດ້ຮັບການເຊື່ອມຕໍ່ການຊຳລະເງິນ QR ຂ້າມຊາຍແດນໂດຍ NAPAS, ໃນຂະນະດຽວກັນ ກໍແມ່ນຕະຫຼາດ ອາຊຽນ ແຫ່ງທີ 4 ທີ່ເຂົ້າຮ່ວມເຄືອຂ່າຍນີ້.
NAPAS ໃຫ້ຮູ້ວ່າ ຈະສືບຕໍ່ລົງທຶນໂຄງລ່າງພື້ນຖານການຊຳລະເງິນທີ່ທັນສະໄໝ, ຕອບສະໜອງຕາມບັນດາມາດຕະຖານສາກົນ ແລະ ເປີດກວ້າງການເຊື່ອມຕໍ່ກັບບັນດາທະນາຄານ, ອົງການຈັດຕັ້ງຄົນກາງຊຳລະເງິນ ພ້ອມກັບຄູ່ຮ່ວມມືສາກົນ ເພື່ອຂະຫຍາຍຕົວການບໍລິການຊຳລະເງິນຂ້າມຊາຍແດນ.
ທ່ານ ຫງວຽນກວາງມິງ (Nguyễn Quang Minh), ຜູ້ອຳນວຍການໃຫຍ່ NAPAS, ຕີລາຄ່ວາ ການຜັນຂະຫຍາຍການຊຳລະເງິນ QR ຂ້າມຊາຍແດນກັບ ສິງກະໂປ ແມ່ນບາດກ້າວຂະຫຍາຍຕົວອັນສຳຄັນ ພາຍໃນຍຸດທະສາດເປີດກວ້າງເຄືອຂ່າຍການເຊື່ອມຕໍ່ການຊຳລະເງິນພາກພື້ນ. ບົນຮາກຖານພື້ນຖານ VietQR, NAPAS ຈະສືບຕໍ່ສົມທົບກັບບັນດາຄູ່ຮ່ວມມື ເພື່ອເປີດກວ້າງລະບົບນິເວດການຊຳລະເງິນຂ້າມຊາຍແດນ, ນຳມາເຊິ່ງປະສົບການທີ່ສະດວກສະບາຍກວ່າເກົ່າໃຫ້ແກ່ປະຊາຊົນ, ນັກທ່ອງທ່ຽວ ແລະ ວິສາຫະກິດ.
ທ່ານ Jeremy Tan, ຜູ້ອຳນວຍການໃຫຍ່ Liquid Group, ໃຫ້ຮູ້ວ່າ ການຮ່ວມມືກັບ NAPAS ແລະ VietinBank ຈະປະກອບສ່ວນສ້າງຕັ້ງລະບົບນິເວດການຊຳລະເງິນ QR ທີ່ເຊື່ອມໂຍງເຖິງກັນ, ມີຄວາມປອດໄພ ແລະ ໜ້າເຊື່ອຖື ລະຫວ່າງ ຫວຽດນາມ ແລະ ສິງກະໂປ, ໃນຂະນະດຽວກັນ ກໍເປີດກວ້າງການເຊື່ອມຕໍ່ການຊຳລະເງິນສອງຂາພາຍ do ອາຊຽນ.
ຕາງໜ້າ VietinBank ຢັ້ງຢືນວ່າ ຈະສືບຕໍ່ລົງທຶນໂຄງລ່າງພື້ນຖານເຕັກໂນໂລຊີ, ເປີດກວ້າງເຄືອຂ່າຍການຍອມຮັບການຊຳລະເງິນ VietQRGlobal ແນໃສ່ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ການເຊື່ອມຕໍ່ເສດຖະກິດດິຈິຕອນ ລະຫວ່າງ ສອງປະເທດ.
| ເກີນເທີ ເປີດກວ້າງການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ ຍສໝ - ພາຍຫຼັງເປີດກວ້າງຂະໜາດພື້ນທີ່ແຫ່ງການຂະຫຍາຍຕົວ, ນະຄອນ ເຊີ່ນເທີ ພວມຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ພາຍໃນບັນດາຂົງເຂດທີ່ມີມູນຄ່າເພີ່ມສູງ ເຊັ່ນ: ວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ, AI, logistics ແລະ ກະສິກຳເຕັກໂນໂລຊີສູງ. |
| GDP ໄຕມາດ II/2026 ຂະຫຍາຍຕົວດີ, ຄາດຄະເນບັນລຸ 8,39% ຍສໝ - ຢູ່ທີ່ການຖະແຫຼງຂ່າວປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ II ແລະ 6 ເດືອນຕົ້ນປີ 2026 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 3 ກໍລະກົດ, ກົມສະຖິຕິ, ກະຊວງການເງິນ ໃຫ້ຮູ້ວ່າ ຜະລິດຕະພັນພາຍໃນປະເທດ (GDP) ໄຕມາດ II/2026 ບັນລຸລະດັບການຂະຫຍາຍຕົວດີ, ດ້ວຍອັດຕາການຂະຫຍາຍຕົວຄາດຄະເນບັນລຸ 8,39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. |

