19:39 | 03/07/2026

ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ

ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ ຈະຈັດຂຶ້ນນັບຕັ້ງແຕ່ວັນທີ 9-10 ກໍລະກົດ
ເກີນເທີ ເປີດກວ້າງການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ
ມອບຫຼຽນໄຊມິດຕະພາບ ໃຫ້ແກ່ເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ
ໂດຍໄດ້ຮັບການມອບສິດຈາກທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະទេດ ດັ້ງຮວ່າງຢາງ ມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດ Marco Farani

ກ່າວປາໄສຢູ່ທີ່ພິທີ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ສະແດງຄວາມຍິນດີຕໍ່ທ່ານເອກອັກຄະລັດຖະທູດ Marco Farani ທີ່ໄດ້ຮັບການມອບຫຼຽນໄຊມິດຕະພາບ, ເຊິ່ງແມ່ນລາງວັນອັນສູງສົ່ງຂອງລັດ ຫວຽດນາມ, ສະແດງໃຫ້ເຫັນເຖິງການຮັບຮູ້ຂອງການນຳ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ກັບການປະກອບສ່ວນໃນທິດທາງຕັ້ງໜ້າ, ມີປະສິດທິຜົນ ຂອງທ່ານເອກອັກຄະລັດຖະທູດ ພາຍໃນການຮັດແໜ້ນ ແລະ ຂະຫຍາຍຕົວສາຍພົວພັນມິດຕະພາບ, ການຮ່ວມມື ລະຫວ່າງ ຫວຽດນາມ ແລະ ບຣາຊິນ; ໃນຂະນະດຽວກັນ, ກໍຕີລາຄາສູງຕໍ່ນ້ຳໃຈ, ຄວາມມຸ່ງໝັ້ນທຸ້ມເທ ແລະ ຄວາມພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍ ຂອງທ່ານເອກອັກຄະລັດຖະທູດ ຕະຫຼອດອາຍຸການປະຕິບັດງານຢູ່ ຫວຽດນາມ.

ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ເນັ້ນໜັກວ່າ, ໃນຖານະບົດບາດເປັນເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ, ທ່ານ Marco Farani ໄດ້ມີການປະກອບສ່ວນເຂົ້າສູ່ຄວາມເປັນຈິງຢ່າງຫຼວງຫຼາຍ ເຂົ້າພາຍໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເຊື່ອມຕໍ່ບັນດາກະສວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະ ການພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນການຍົກລະດັບສາຍພົວພັນ ຫວຽດນາມ - ບຣາຊິນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປີດກວ້າງ ແລະ ເຮັດໃຫ້ສາຍພົວພັນການຮ່ວມມື ພາຍໃນບັນດາຂົງເຂດເສດຖະກິດ, ການຄ້າ, ກະສິກຳ, ວິທະຍາສາດ - ເտັກໂນໂລຊີ, ການສຶກສາ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ ເຂົ້າສູ່ລົງເລິກກວ່າເກົ່າ.

ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ຢັ້ງຢືນວ່າ ສາຍພົວພັນ ຫວຽດນາມ - ບຣາຊິນ ໄລຍະຜ່ານມານີ້ ໄດ້ສືບຕໍ່ຂະຫຍາຍຕົວໃນທິດທາງຕັ້ງໜ້າ, ນັບມື້ນັບເຂົ້າສູ່ລົງເລິກ, ພ້ອມກັບຊ່ອງຫວ່າງການຮ່ວມມືທີ່ຍັງຄົງມີຢູ່ຫຼາກຫຼາຍໃຫຍ່ຫຼວງ. ພາຍໃນວິວັດທະນາການນັ້ນ, ບັນດາການປະກອບສ່ວນ ຂອງທ່ານເອກອັກຄະລັດຖະທູດ ໄດ້ມີສ່ວນຮ່ວມອັນສຳຄັນ ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ສອງປະເທດ ເຂົ້າສູ່ລົງເລິກກວ່າເກົ່າ, ສ້າງຮາກຖານພື້ນຖານອັນສະດວກ ເພື່ອໃຫ້ສາຍພົວພັນທວິພາຄີ ສືບຕໍ່ຂະຫຍາຍຕົວເຂົ້າສູ່ຄວາມເປັນຈິງ, ມີປະສິດທິຜົນ ພາຍໃນໄລຍະເວລາຈະມາເຖິງ.

ຕາງໜ້າກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກັບບັນດາການປະກອບສ່ວນອັນກຳລັງປະເສີດ ຂອງທ່ານເອກອັກຄະລັດຖະທູດ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ເຖິງແມ່ນວ່າຈະຢູ່ພາຍໃນຖານະບົດບາດໃດກໍຕາມ, ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ສະຫງວນນ້ຳໃຈອັນດີງາມ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ສືບຕໍ່ເປັນເພື່ອນມິດທີ່ສະໜິດສະໜົມ, ເປັນຂົວຕໍ່ໃນທິດທາງຕັ້ງໜ້າ ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ ແລະ ບຣາຊິນ.

ສະແດງຄວາມຕື້ນຕັນໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ຮັບມອບຫຼຽນໄຊມິດຕະພາບ, ທ່ານເອກອັກຄະລັດຖະທູດ Marco Farani ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ, ການນຳລັດ ແລະ ກະຊວງການຕ່າງປະເທດ ຫວຽດນາມ ທີ່ໄດ້ສະຫງວນລາງວັນອັນສູງສົ່ງນີ້ໃຫ້ແກ່ສ່ວນຕົວທ່ານເອກອັກຄະລັດຖະທູດ.

ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ, ພາຍໃນອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານໄດ້ຮັບການປະສານງານ, ສະໜັບສະໜູນຊ່ວຍເຫຼືອຢ່າງມີປະສິດທິຜົນ ຈາກກະຊວງການຕ່າງປະເທດ, ບັນດາກະສວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາຄູ່ຮ່ວມມື ຫວຽດນາມ ຢູ່ສະເໝີ; ພ້ອມທັງເນັ້ນໜັກວ່າ ບັນດາໝາກຜົນທີ່ບັນລຸໄດ້ນັ້ນ ແມ່ນໝາກຜົນຂອງຄວາມພະຍາຍາມຮ່ວມກັນຂອງທັງສອງຝ່າຍ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຜູກພັນກັບ ຫວຽດນາມ, ສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນໃນທິດທາງຕັ້ງໜ້າ ໃຫ້ແກ່ການຊຸກຍູ້ສາຍພົວພັນ ຫວຽດນາມ - ບຣາຊິນ ໃຫ້ນັບມື້ນັບຂະຫຍາຍຕົວເຂົ້າສູ່ລົງເລິກ, ກວ້າງຂວາງ, ເຂົ້າສູ່ຄວາມເປັນຈິງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ແຜ່ຂະຫຍາຍຄວາມງົດງາມທາງມູນເຊື້ອ ຫວຽດນາມ ໄປສູ່ປະຊາຊົນ North Macedonia ແຜ່ຂະຫຍາຍຄວາມງົດງາມທາງມູນເຊື້ອ ຫວຽດນາມ ໄປສູ່ປະຊາຊົນ North Macedonia

ຍສໝ - ວັນທີ 30 ມິຖຸນາ 2026, ຢູ່ທີ່ໂຮງລະຄອນ Opera Ballet ແຫ່ງຊາດ ຢູ່ໃຈກາງນະຄອນຫຼວງ Skopje, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ທັງຮັບຜິດຊອບ ມາກີໂດນີເໜືອ ໄດ້ສົມທົບກັບ ສະມາຄົມທ່ອງທ່ຽວວັດທະນະທຳ ຫວຽດນາມ ຢູ່ ເອີຣົ, ສູນວັດທະນະທຳ ຫວຽດນາມ ...

ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ

ຍສໝ - ວຽກງານການທູດປະຊາຊົນ ຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງຈາກການພົບປະແລກປ່ຽນມິດຕະພາບ ໄປສູ່ການເຊື່ອມຕໍ່ແຫຼ່ງພະລັງງານ, ຕິດພັນຢ່າງສະໜິດແໜ້ນກັບບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ແລະ ປະເທດຊາດ. ນີ້ແມ່ນທິດທາງທີ່ໄດ້ຮັບການເນັ້ນໜັກຈາກການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ແນໃສ່ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ພາຍໃນໄລຍະໃໝ່.

Link: https://huunghivietlao.thoidai.com.vn/detail-article-22289.html

In bài biết