ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ ຈະຈັດຂຶ້ນນັບຕັ້ງແຕ່ວັນທີ 9-10 ກໍລະກົດ
| ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ຈາກຄົນຮຸ່ນໜຸ່ມ | |
| ຜັນຂະຫຍາຍຄຳໝັ້ນສັນຍາການລົງທຶນ, ເສີມຂະຫຍາຍບົດບາດຂອງວິສາຫະກິດ ໃນສາຍພົວພັນ ຫວຽດນາມ - ລາວ |
![]() |
| ພະນັກງານກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແຈ້ງຂໍ້ມູນກ່ຽວກັບການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3. ພາບ: ຈ້ອງດຶກ/TTXVN |
ຕາມແຜນການ, ການພົບປະແແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ ຈະຈັດຂຶ້ນນັບຕັ້ງແຕ່ວັນທີ 9 - 10/7/2026, ຢູ່ທີ່ ແຂວງ ເຫງ້ອານ (ຫວຽດນາມ) ແລະ ແຂວງ ບໍລິຄຳໄຊ (ລາວ). ແຈ້ງຂໍ້ມູນຢູ່ທີ່ການພົບປະ, ຕາງໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ) ເນັ້ນໜັກວ່າ, ການພົບປະແລກປ່ຽນຄັ້ງນີ້ໄດ້ຮັບການຈັດຕັ້ງຂຶ້ນໃນຈຸດເວລາທີ່ສອງປະເທດຈັດຕັ້ງການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ (18/7/1977 - 18/7/2026); ຈັດຂຶ້ນຢູ່ເທິງຜືນແຜ່ນດິນ ເຫງ້ອານ ອັນວີລະຊົນ, ດິນແດນແຫ່ງສັກສິດ ແລະ ບຸກຄົນຜູ້ມີຄວາມຮູ້ຄວາມສາມາດ, ບ້ານເກີດເມືອງນອນ ຂອງປະທານ ໂຮ່ຈີມິນ (Hồ Chí Minh) - ຜູ້ທີ່ໄດ້ຮ່ວມກັບ ປະທານ ໄກສອນ ພົມວິຫານ ແລະ ເຈົ້າສຸພານຸວົງ ວາງຮາກຖານພື້ນຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນມິດຕະພາບ ຫວຽດນາມ - ລາວ, ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາຮຸ່ນການນຳ ແລະ ປະຊາຊົນ ກາຍເປັນຊັບສິນອັນລ້ຳຄ່າຂອງສອງປະເທດ.
ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍການເມືອງຢ່າງເລິກເຊິ່ງ, ປະກອບສ່ວນຫັນຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງປະເທດ ໃຫ້ເປັນຮູບປະທຳ ກ່ຽວກັບການສືບຕໍ່ຊຸກຍູ້ສາຍພົວພັນການຮ່ວມມືປ້ອງກັນຊາດໃຫ້ນັບມື້ນັບເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງກວ່າເກົ່າ. ການເຄື່ອນໄຫວກໍປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການຮ່ວມມືເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງ ລະຫວ່າງ ກໍາລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເຂດຊາຍແດນສອງປະເທດ ກໍຄືສາຍພົວພັນລະຫວ່າງສອງກອງທັບ ຫວຽດນາມ - ລາວ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື, ການຂະຫຍາຍຕົວ.
ເຂົ້າຮ່ວມການພົບປະແລກປ່ຽນ, ຄະນະ ຫວຽດນາມ ໂດຍແມ່ນທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ. ຄະນະ ລາວ ໂດຍແມ່ນທ່ານພົນເອກ ຄຳລຽງ ອຸທະໄກສອນ, ກໍາມະການກົມການເມືອງພັກປະຊາຊົນ ປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເປັນຫົວໜ້າຄະນະ.
ກ່ຽວກັບໂຄງການພົບປະແລກປ່ຽນຢູ່ ລາວ, ຄາດຄະເນນັບຕັ້ງແຕ່ເວລາ 8 ໂມງ ວັນທີ 9/7/2026 ຈະມີພິທີຕ້ອນຮັບຄະນະ ຫວຽດນາມ ຢູ່ທີ່ເຂດຫຼັກໝາຍຊາຍແດນ 460; ຄຳນັບ, ທາສີແດງຫຼັກໝາຍຊາຍແດນ 460; ປູກຕົ້ນໄມ້ມິດຕະພາບຢູ່ທີ່ເຂດເດີ່ນຫຼັກໝາຍຊາຍແດນ 460 ຝ່າຍລາວ; ພິທີວາງສິລາລຶກກໍ່ສ້າງກິດຈະການ ສະຖານີປະສານງານ, ກອງຮ້ອຍທະຫານຊາຍແດນ 252 (ກິດຈະການໂດຍແມ່ນກະຊວງປ້ອງກັນປະເທດ ຫວຽດນາມ ສະໜັບສະໜູນງົບປະມານ); ຢ້ຽມຢາມ, ມອບຂອງຂວັນ ແລະ ມອບທຶນການສຶກສາ 100 ທຶນ ໃຫ້ແກ່ນັກຮຽນໂຮງຮຽນປະຖົມ ທົ່ງນ້ຳມູນ (ບ້ານສົບຕຶງ, ເມືອງໄຊຈຳພອນ); ຢ້ຽມຊົມການເຄື່ອນໄຫວເບິ່ງແຍງປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ ແລະ ມອບງົວພັນ 50 ໂຕ ໃຫ້ແກ່ 50 ຄອບຄົວທີ່ມີຄວາມຫຍຸ້ງຍາກ ຢູ່ເຂດຊາຍແດນລາວ ຢູ່ທີ່ສະຖານີສາທາລະນະສຸກທະຫານປະຊາຊົນບ້ານສົບຕຶງ (ກິດຈະການໂດຍແມ່ນກອງບັນຊາການທະຫານຊາຍແດນແຂວງ ເຫງ້ອານ ກໍ່ສ້າງມອບໃຫ້ຝ່າຍລາວໃນປີ 2017); ພິທີສົ່ງຄະນະ ຫວຽດນາມ ກັບຄືນປະເທດ ຢູ່ທີ່ດ່ານຊາຍແດນ ນ້ຳອອນ.
ຢູ່ ຫວຽດນາມ, ບັນດາກິດຈະກຳພົບປະແລກປ່ຽນ ຄາດຄະເນເລີ່ມຕົ້ນນັບຕັ້ງແຕ່ເວລາ 7 ໂມງ 30 ນາທີ ວັນທີ 10/7/2026, ດ້ວຍພິທີຕ້ອນຮັບຄະນະ ລາວ ຢູ່ທີ່ເຂດຫຼັກໝາຍຊາຍແດນ 460. ຖັດຈາກນັ້ນແມ່ນບັນດາການເຄື່ອນໄຫວ: ປູກຕົ້ນໄມ້ມິດຕະພາບຢູ່ທີ່ເຂດເດີ່ນຫຼັກໝາຍຊາຍແດນ; ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄ້າຍທະຫານຊາຍແດນດ່ານຊາຍແດນ ແທັງຖຸຍ; ເຂົ້າຮ່ວມພິທີສະຫຼຸບວຽກງານການຜູກສ່ຽວ ລະຫວ່າງ ກຸ່ມປະຊາຊົນສອງເບື້ອງຊາຍແດນ, ພົບປະແລກປ່ຽນວັດທະນະທຳ, ກາຍະກຳກິລາ ລະຫວ່າງ ບ້ານ ຖຸຍຟອງ (ຕາແສງ ກິມບາງ, ແຂວງ ເຫງ້ອານ) ແລະ ບ້ານສົບຕຶງ (ກຸ່ມບ້ານນ້ຳອອນ, ເມືອງໄຊຈຳພອນ, ແຂວງ ບໍລິຄຳໄຊ) ແລະ ມອບງົວພັນ 50 ໂຕ ໃຫ້ແກ່ 50 ຄອບຄົວທີ່ມີຄວາມຫຍຸ້ງຍາກ ຢູ່ເຂດຊາຍແດນ ຫວຽດນາມ ຢູ່ທີ່ສະໂມສອນບ້ານ ຖຸຍຟອງ; ເຂົ້າຮ່ວມພິທີວາງສິລາລຶກກໍ່ສ້າງກິດຈະການ ໂຮງຮຽນອະນຸບານ ແທັງຮ່າ (ກິດຈະການໂດຍແມ່ນກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ສ້າງມອບໃຫ້ທ້ອງຖິ່ນ); ຢ້ຽມຊົມເຂດປູຊນີຍະສະຖານແຫ່ງຊາດພິເສດ ກິມລຽນ; ເຈລະຈາລະຫວ່າງສອງຄະນະ; ພິທີສົ່ງຄະນະ ລາວ ກັບຄືນປະເທດ ຢູ່ທີ່ດ່ານຊາຍແດນ ແທັງຖຸຍ.
ກ່ອນທີ່ຈະເລີ່ມຕົ້ນການພົບປະແລກປ່ຽນຢ່າງເປັນທາງການ ຈະມີບັນດາການເຄື່ອນໄຫວຢູ່ນອກຂອບເຂດ ເຊັ່ນ: ສະຫຼຸບວຽກງານການຜູກສ່ຽວ ລະຫວ່າງ ຄ້າຍທະຫານຊາຍແດນດ່ານຊາຍແດນ ແທັງຖຸຍ (ຫວຽດນາມ) ແລະ ກອງຮ້ອຍທະຫານຊາຍແດນ 252 (ລາວ) ຢູ່ທີ່ຄ້າຍທະຫານຊາຍແດນດ່ານຊາຍແດນ ແທັງຖຸຍ; ການພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນສອງປະເທດ (ລວມມີບັນດາການເຄື່ອນໄຫວ: ປູກແຖວຕົ້ນໄມ້ ແລະ ສວນດອກໄມ້ມິດຕະພາບຊາວໜຸ່ມຊາຍແດນ ຢູ່ທີ່ເຂດຫຼັກໝາຍຊາຍແດນ 460; ພົບປະແລກປ່ຽນບານສົ່ງຢູ່ເດີ່ນຄ້າຍທະຫານຊາຍແດນດ່ານຊາຍແດນ ແທັງຖຸຍ; ແລ່ນມາລາທອນຂ້າມຊາຍແດນຢູ່ທີ່ເຂດດ່ານຊາຍແດນ ແທັງຖຸຍ/ຫວຽດນາມ - ນ້ຳອອນ/ລາວ; ເສວນາຮ່ວມກັບການມອບທຶນການສຶກສາ 100 ທຶນ ໃຫ້ແກ່ນັກຮຽນທີ່ມີເງື່ອນໄຂຄວາມຫຍຸ້ງຍາກ ພາຍໃນໂຄງການ “ອູ້ມຊູກ້າວເດີນໄປໂຮງຮຽນ” ຝ່າຍ ຫວຽດນາມ; ເບິ່ງແຍງປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນເຂດຊາຍແດນ (ຝ່າຍ ຫວຽດນາມ).
| ນະຄອນ ໂຮ່ຈີມິນ: ງານບຸນ "ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ" ແຜ່ຂະຫຍາຍສາຍຈິດມິດຕະພາບ ຍສໝ - ວັນທີ 28 ມິຖຸນາ, ຢູ່ທີ່ຫໍພັກນັກສຶກສາ ລາວ - ກຳປູເຈຍ (ນະຄອນ ໂຮ່ຈີມິນ), ຄະນະປະຈຳຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ສົມທົບຮ່ວມກັບ ຄະນະອຳນວຍການຫໍພັກ ຈັດຕັ້ງງານບຸນ "ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ" ປະຈຳປີ 2026. |
| ເພີ່ມທະວີການຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ຫວຽດນາມ - ລາວ ຍສໝ - ຕາມຜູ້ສື່ຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ, ຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ວຽງທະວີສອນ ເທບພະຈັນ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດລາວ, ສະຫາຍ ຫງວຽນຮືວເຫງີຍ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດຫວຽດນາມ ໄດ້ນຳພາຄະນະຜູ້ແທນອົງການກວດສອບແຫ່ງລັດຫວຽດນາມ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ນັບຕັ້ງແຕ່ວັນທີ 25-26 ມິຖຸນາ. |
