18:46 | 03/07/2026

ແຜ່ຂະຫຍາຍຄວາມງົດງາມທາງມູນເຊື້ອ ຫວຽດນາມ ໄປສູ່ປະຊາຊົນ North Macedonia

ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ
ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ຈາກຄົນຮຸ່ນໜຸ່ມ

ໂດຍຮັບການຈັດຕັ້ງຂຶ້ນພາຍໃນຂອບເຂດງານບຸນລະດູຮ້ອນ ສະໂກບປີ ຄັ້ງທີ 47, ເຫດການດັ່ງກ່າວໄດ້ດຶງດູດປະຊາຊົນທ້ອງຖິ່ນ ແລະ ເພື່ອນມິດສາກົນເຂົ້າຮ່ວມເກືອບ 300 ຄົນ. ດ້ວຍຫົວຂໍ້ "ມໍລະດົກ – ຄວາມກົມກຽວ – ຄວາມມີນ້ຳໃຈຮັກແພງແຂກຄົນ", ໂຄງການໄດ້ແນະນຳ ຫວຽດນາມ ອັນອຸດົມສົມບູນໄປດ້ວຍມູນເຊື້ອ, ມີຄວາມຂະຫຍັນຂັນເຄື່ອນ ແລະ ເຊື່ອມໂຍງ ຜ່ານບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ການທ່ອງທ່ຽວ ແລະ ການໂຄສະນາຜະລິດຕະພັນຢ່າງຕໍ່ເນື່ອງ.

ແຜ່ຂະຫຍາຍຄວາມງົດງາມທາງມູນເຊື້ອ ຫວຽດນາມ ໄປສູ່ປະຊາຊົນ North Macedonia
ທ່ານນາງ ຫງວຽນທິມິງຫງວຽດ, ເອກອັກຄະລັດຖະທູດ ກ່າວປາໄສຢູ່ທີ່ເຫດການ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ)

ກ່າວປາໄສໄຂພິທີ, ທ່ານນາງ ຫງວຽນທິມິງຫງວຽດ, ເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ເຖິງແມ່ນວ່າ ຫວຽດນາມ ແລະ ມາກີໂດນີເໜືອ ຈະຢູ່ຫ່າງໄກກັນທາງດ້ານພູມສາດ, ແຕ່ກໍສາມາດເຂົ້າໃກ້ກັນໄດ້ດ້ວຍດົນຕີ ແລະ ບັນດາປະສົບການທາງດ້ານວັດທະນະທຳ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ເຫດການດັ່ງກ່າວ ບໍ່ພຽງແຕ່ໂຄສະນາພາບພົດປະເທດຊາດ, ຄົນ ຫວຽດນາມ ເທົ່ານັ້ນ ແຕ່ຍັງປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງ ສອງປະເທດ ຜ່ານທາງວັດທະນະທຳ – ເຊິ່ງເປັນຂົວຕໍ່ທີ່ມີປະສິດທິຜົນ ແລະ ຍືນຍົງທີ່ສຸດ.

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ດ້ວຍປະຫວັດສາດຫຼາຍກວ່າສີ່ພັນປີ ແລະ ພື້ນຖານວັດທະນະທຳອັນອຸດົມສົມບູນຂອງ 54 ເຜົ່າອ້າຍນ້ອງ, ຫວຽດນາມ ທັງປົກປັກຮັກສາບັນດາມູນຄ່າປະເພນີ, ທັງເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງອາຊີ, ຕັ້ງໜ້າເຊື່ອມໂຍງ ແລະ ມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນປະຊາຄົມສາກົນ. ຫົວຂໍ້ "ມໍລະດົກ – ຄວາມກົມກຽວ – ຄວາມມີນ້ຳໃຈຮັກແພງແຂກຄົນ" ກໍໄດ້ສະທ້ອນໃຫ້ເຫັນບັນດາມູນຄ່າຫຼັກແຫຼ່ງຂອງ ຫວຽດນາມ, ເຊິ່ງໄດ້ຮັບການສະແດງອອກຢ່າງທະລຸລ່ວງພາຍໃນບັນດາການເຄື່ອນໄຫວວັດທະນະທຳ, ງານວາງສະແດງ ແລະ ການພົບປະແລກປ່ຽນຢູ່ທີ່ເຫດການ.

ແຜ່ຂະຫຍາຍຄວາມງົດງາມທາງມູນເຊື້ອ ຫວຽດນາມ ໄປສູ່ປະຊາຊົນ North Macedonia
ຮ້ານວາງສະແດງໂຄສະນາ ຫວຽດນາມ ດຶງດູດແຂກເຂົ້າມາຢ້ຽມຊົມຢ່າງຫຼວງຫຼາຍ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ)

ນັບຕັ້ງແຕ່ຕອນຕົ້ນທ່ຽງ, ຮ້ານວາງສະແດງໂຄສະນາ ຫວຽດນາມ ໄດ້ດຶງດູດແຂກເຂົ້າມາຢ້ຽມຊົມຢ່າງຫຼວງຫຼາຍ ດ້ວຍບັນດາຜະລິດຕະພັນ ເຊັ່ນ: ກາເຟ, ຊາ, ເຄື່ອງຫັດຖະກຳສິລະປະວັດຖຸໂບຮານ ແລະ ເຄື່ອງລະນຶກ. ຄຽງຄູ່ກັບການເຄື່ອນໄຫວໂຄສະນາຜະລິດຕະພັນ ແມ່ນງານວາງສະແດງພາບຖ່າຍການທ່ອງທ່ຽວ ຫວຽດນາມ, ລວມມີຜົນງານພາບຖ່າຍ 30 ຜົນງານ ກ່ຽວກັບທຳມະຊາດ, ມໍລະດົກວັດທະນະທຳ ແລະ ຊີວິດການເປັນຢູ່ຮ່ວມສະໄໝ ເພື່ອແນະນຳຄວາມງົດງາມຂອງ ອ່າວຮ້າລອງ, ເມືອງເກົ່າໂຮ້ຍອານ, ຈຸດທ່ຽວຊົມທັດສະນີຍະພາບ ຈ່າງອານ, ນາຂັ້ນໄດ ພາກຕາເວັນຕົກສ່ຽງເໜືອ, ເຂດທົ່ງພຽງແມ່ນ້ຳຂອງ... ດ້ວຍບັນດາພາບພົດຊຸດເຊື້ອຍາວ, ໝວກກຸບ ແລະ ບັນດາງານບຸນປະເພນີ, ນຳມາເຊິ່ງທັດສະນະອັນມີຊີວິດຊີວາໃຫ້ແກ່ມວນຊົນ ມາກີໂດນີເໜືອ ແລະ ເພື່ອນມິດສາກົນ ກ່ຽວກັບ ຫວຽດນາມ ອັນມີຄວາມຫຼາກຫຼາຍ, ອຸດົມສົມບູນໄປດ້ວຍເອກະລັກ ແລະ ສະໜິດສະໜົມ.

ແຜ່ຂະຫຍາຍຄວາມງົດງາມທາງມູນເຊື້ອ ຫວຽດນາມ ໄປສູ່ປະຊາຊົນ North Macedonia
ນັກສິລະປິນເຄື່ອງດົນຕີພື້ນເມືອງ ຫວຽດນາມ ແລະ ວົງດົນຕີອໍເຄສຕຣາ Luj ຮ່ວມກັນສະແດງ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ)

ຈຸດເດັ່ນຂອງໂຄງການແມ່ນຄ່ຳຄືນຄອນເສີດ ທີ່ເປັນການປະສານສົມທົບລະຫວ່າງ ບັນດານັກສິລະປິນເຄື່ອງດົນຕີພື້ນເມືອງ ຫວຽດນາມ ແລະ ວົງດົນຕີອໍເຄສຕຣາ Luj ພາຍໃຕ້ການອຳນວຍເພງ ຂອງວາທະກອນ ເລຟີຟີ. ນັກສິລະປິນດີເດັ່ນ ຕັງແທັງເຊີນ ແລະ ນັກສິລະປິນ ດັ້ງແທັງຫງອກ ໄດ້ຮ່ວມກັນສະແດງດົນຕີ ຕະລຶງ (T'rưng), ກະລົງປຸດ (K'rông Pút), ຊໍອີ້ ແລະ ເຄື່ອງດົນຕີປະເພດໃຊ້ນີ້ວມືດິດ ພາຍໃນບົດຮຽບຮຽງໃໝ່ຮ່ວມກັບວົງດົນຕີອໍເຄສຕຣາ, ສ້າງໃຫ້ມີການປະສານກົມກຽວອັນເປັນເອກະລັກ ລະຫວ່າງ ດົນຕີພື້ນເມືອງ ຫວຽດນາມ ແລະ ພາສາອໍເຄສຕຣາຕາເວັນຕົກ.

ສຳລັບຜູ້ຊົມ ມາກີໂດນີເໜືອ ຫຼາກຫຼາຍຄົນແລ້ວ, ນີ້ແມ່ນຄັ້ງທຳອິດທີ່ໄດ້ຮັບຊົມຮັບຟັງ ເຄື່ອງດົນຕີພື້ນເມືອງ ຫວຽດນາມ ໂດຍກົງ ຜ່ານບັນດາທຳນອງເພງອັນແສນຄຸ້ນເຄີຍ ເຊັ່ນ: ຫວຽດນາມ ບ້ານເກີດເມືອງນອນຂອງຕົນ, ຈົ່ງເກີມ (Trống cơm), ກວ້າງບິ່ງ ບ້ານເກີດຂອງພວກເຮົາ... ສຽງອັນໃສສະອາດຂອງດົນຕີ ຕະລຶງ, ເຕັກນິກການສະແດງອັນເປັນເອກະລັກຂອງດົນຕີ ກະລົງປຸດ, ສຽງຊໍອີ້ອັນເລິກເຊິ່ງ ພ້ອມກັບສຽງອັນສະຫງ່າງາມຂອງກະຈັບປີ ໄດ້ເຮັດໃຫ້ຫ້ອງໂຖງຈັດສະແດງດັງສະໜັ່ນໄປດ້ວຍສຽງຕົບມືອັນຍາວນານຫຼາກຫຼາຍຄັ້ງ. ຜູ້ຊົມຫຼາກຫຼາຍຄົນໄດ້ສະແດງຄວາມພໍໃຈຢ່າງຍິ່ງ ຕໍ່ກັບຄວາມອຸດົມສົມບູນຂອງດົນຕີພື້ນເມືອງ ຫວຽດນາມ ແລະ ຕີລາຄາສູງຕໍ່ກັບບັນດາບົດຮຽບຮຽງອັນມີຄວາມປະດິດສ້າງ ທີ່ປະສານສົມທົບຢ່າງກົມກຽວລະຫວ່າງເອກະລັກປະຊາຊາດ ກັບສິລະປະອໍເຄສຕຣາທັນສະໄໝ.

ພາຍໃຕ້ການອຳນວຍເພງ ຂອງວາທະກອນ ເລຟີຟີ, ບັນດານັກສິລະປິນ ຫວຽດນາມ ແລະ ມາກີໂດນີເໜືອ ໄດ້ຮ່ວມກັນສ້າງ "ການເຈລະຈາ" ດ້ວຍດົນຕີ, ປະກອບສ່ວນນຳພາພາບພົດ ຫວຽດນາມ ເຂົ້າໃກ້ຊິດກັບມວນຊົນທ້ອງຖິ່ນກວ່າເກົ່າ. ຜ່ານທາງພາສາລວມຂອງສິລະປະ, ໂຄງການໄດ້ສົ່ງສານກ່ຽວກັບຄວາມກົມກຽວ, ການເຄົາລົບຄວາມແຕກຕ່າງ ແລະ ຄວາມມຸ່ງຫວັງເຊື່ອມຕໍ່ລະຫວ່າງບັນດາປະຊາຊາດ, ໃນຂະນະດຽວກັນ ກໍປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ມາກີໂດນີເໜືອ ເລິກເຊິ່ງກວ່າເກົ່າ.

ແຜ່ຂະຫຍາຍຄວາມງົດງາມທາງມູນເຊື້ອ ຫວຽດນາມ ໄປສູ່ປະຊາຊົນ North Macedonia
ມວນຊົນ North Macedonia ເຂົ້າຊົມງານວາງສະແດງກ່ຽວກັບ ຫວຽດນາມ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ)

ຄຽງຄູ່ກັບບັນດາການເຄື່ອນໄຫວດ້ານວັດທະນະທຳ ແລະ ສິລະປະແລ້ວ, ເຂດອາຫານ ຫວຽດນາມ ກໍໄດ້ດຶງດູດແຂກເຂົ້າຮ່ວມຢ່າງຫຼວງຫຼາຍ. ບັນດາແຂກທັງຫຼາຍໄດ້ມີໂອກາດຊີມບັນດາອາຫານ ແລະ ເຄື່ອງດື່ມທີ່ມີເອກະລັກສະເພາະ ເຊັ່ນ: ແນມຈືນ, ເຂົ້າຈີ່, ນ້ຳໝາກພ້າວ, ຊາມະນາວ ແລະ ກາເຟນົມເຢັນ. ເຂດອາຫານບໍ່ພຽງແຕ່ນຳມາເຊິ່ງປະສົບການທາງດ້ານລົດຊາດເທົ່ານັ້ນ, ແຕ່ຍັງສ້າງໂອກາດພົບປະແລກປ່ຽນ, ຊ່ວຍໃຫ້ມວນຊົນທ້ອງຖິ່ນເຂົ້າໃຈຕື່ມກ່ຽວກັບວັດທະນະທຳ ແລະ ມູນເຊື້ອແຫ່ງຄວາມມີນ້ຳໃຈຮັກແພງແຂກຄົນ ຂອງຄົນ ຫວຽດນາມ.

ຄວາມປະສົບຜົນສຳເລັດຂອງ "ວັນ ຫວຽດນາມ ຢູ່ ສະໂກບປີ 2026" ສືບຕໍ່ຢັ້ງຢືນບົດບາດຂອງການທູດວັດທະນະທຳ ພາຍໃນການໂຄສະນາພາບພົດປະເທດຊາດ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ. ຜ່ານທາງດົນຕີ, ງານວາງສະແດງ, ອາຫານ ແລະ ບັນດາການເຄື່ອນໄຫວພົບປະແລກປ່ຽນ, ເຫດການດັ່ງກ່າວໄດ້ແຜ່ຂະຫຍາຍພາບພົດ ຫວຽດນາມ ອັນອຸດົມສົມບູນໄປດ້ວຍມູນເຊື້ອ, ມີຄວາມທັນສະໄໝ, ມີຄວາມຂະຫຍັນຂັນເຄື່ອນ ແລະ ສະໜິດສະໜົມ ໄປສູ່ມວນຊົນ ມາກີໂດນີເໜືອ ພ້ອມກັບເພື່ອນມິດສາກົນ.

ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິສະບັບເລກທີ 57: ຈຳເປັນຕ້ອງກ້າວເຂົ້າສູ່ຄວາມເປັນຈິງ ແລະ ມີປະສິດທິຜົນກວ່າເກົ່າ ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິສະບັບເລກທີ 57: ຈຳເປັນຕ້ອງກ້າວເຂົ້າສູ່ຄວາມເປັນຈິງ ແລະ ມີປະສິດທິຜົນກວ່າເກົ່າ

ຍສໝ - ບົນສະພາບແວດລ້ອມແຫ່ງການແຂ່ງຂັນທາງດ້ານເຕັກໂນໂລຊີຢູ່ໃນໂລກ ພວມດຳເນີນໄປຢ່າງວ່ອງໄວທີ່ສຸດ, ໂດຍເນັ້ນໜັກເຖິງຂໍ້ກຳນົດທີ່ວ່າບໍ່ສາມາດຊັກຊ້າໄດ້ອີກຕໍ່ໄປ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕັກເຕືອນວ່າ ການຈັດຕັ້ງປະຕິບັດມະຕິສະບັບເລກທີ 57 ແມ່ນຈຳເປັນຕ້ອງມີຄວາມຕັດສິນໃຈສູງກວ່າເກົ່າ, ແຂງແຮງກວ່າເກົ່າ, ແລະ ສິ່ງອັນສຳຄັນທີ່ສຸດແມ່ນຕ້ອງກ້າວເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ.

ມະຕິສະບັບເລກທີ 57: ເປີດສາກໄລຍະແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ; ກ້າວຂ້າມຂອບເຂດວິທະຍາສາດ ແລະ ເຕັກໂນໂລຊີ ມະຕິສະບັບເລກທີ 57: ເປີດສາກໄລຍະແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ; ກ້າວຂ້າມຂອບເຂດວິທະຍາສາດ ແລະ ເຕັກໂນໂລຊີ

ຍສໝ - ມະຕິສະບັບເລກທີ 57-NQ/TW ໄດ້ເປີດສາກໄລຍະແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ. ສິ່ງທີ່ມີຄວາມໝາຍຍຸດທະສາດທີ່ສຸດ ແມ່ນບໍ່ພຽງແຕ່ແມ່ນບັນດາໝາກຜົນອັນລະອຽດທີ່ບັນລຸໄດ້ເທົ່ານັ້ນ ແຕ່ຫາກແມ່ນການທີ່ມະຕິໄດ້ກຳນົດຮູບແບບການຂະຫຍາຍຕົວໃໝ່, ພາຍໃນນັ້ນ ວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນ ແມ່ນໄດ້ຮັບການກຳນົດວ່າເປັນກຳລັງຂັບເຄື່ອນຕົ້ນຕໍຂອງການເຕີບໂຕ, ປ່ຽນແທນເທື່ອລະກ້າວໃຫ້ແກ່ຮູບແບບການຂະຫຍາຍຕົວທີ່ອີງໃສ່ທຶນຮອນ, ຊັບພະຍາກອນ ແລະ ແຮງງານຕົ້ນທຶນຕ່ຳເປັນສ່ວນໃຫຍ່.

Link: https://huunghivietlao.thoidai.com.vn/detail-article-22285.html

In bài biết