ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ຈາກຄົນຮຸ່ນໜຸ່ມ
| ຜັນຂະຫຍາຍຄຳໝັ້ນສັນຍາການລົງທຶນ, ເສີມຂະຫຍາຍບົດບາດຂອງວິສາຫະກິດ ໃນສາຍພົວພັນ ຫວຽດນາມ - ລາວ | |
| ນະຄອນ ໂຮ່ຈີມິນ: ງານບຸນ "ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ" ແຜ່ຂະຫຍາຍສາຍຈິດມິດຕະພາບ |
![]() |
| ທ່ານ ຮວ່າງກົງທຸຍ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່າວປາໄສຢູ່ທີ່ພິທີຕ້ອນຮັບ ຄະນະຜູ້ແທນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ວຽງຈັນ, ລາວ). ພາບ: Khoa Chuong/TTXVN |
ກ່າວປາໄສຢູ່ທີ່ພິທີຕ້ອນຮັບ, ທ່ານ ຮວ່າງກົງທຸຍ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຢັ້ງຢືນວ່າ, ພັກ, ລັດ ແລະ ແນວໂຮມປະເທດຊາດ ຫວຽດນາມ ຍາມໃດກໍເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ກັບປະຊາຄົມຄົນ ຫວຽດນາມ ຢູ່ຕ່າງປະເທດ, ພາຍໃນນັ້ນມີປະຊາຄົມຄົນ ຫວຽດນາມ ຢູ່ ລາວ; ໃນຂະນະດຽວກັນ, ກໍມີຄວາມມຸ່ງຫວັງວ່າ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຈະສືບຕໍ່ເປັນຂົວຕໍ່ປົກປັກຮັກສາພາສາ ຫວຽດ, ວັດທະນະທຳປະຊາຊາດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ຜ່ານຫຼາກຫຼາຍຮຸ່ນຄົນ.
ເນື່ອງໃນໂອກາດທີ່ຄະນະຜູ້ແທນເດີນທາງມາຢ້ຽມຢາມບ້ານເກີດເມືອງນອນ ຫວຽດນາມ ຢູ່ທີ່ນະຄອນ ດ່ານັງ, ທ່ານ ຮວ່າງກົງທຸຍ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາຄູອາຈານທີ່ມີຜົນງານດີເດັ່ນພາຍໃນການສິດສອນ, ການຄົ້ນຄວ້າ ແລະ ບັນດານັກຮຽນດີເດັ່ນ ທີ່ເປັນຕົວແທນໃຫ້ແກ່ນັກຮຽນຫຼາຍພັນຄົນຂອງທາງໂຮງຮຽນ ທີ່ໄດ້ຮັບໂອກາດເດີນທາງກັບຄືນມາຢ້ຽມຢາມບ້ານເກີດເມືອງນອນ.
ການເດີນທາງໃນຄັ້ງນີ້ ແມ່ນການເດີນທາງທີ່ມີຄວາມໝາຍອັນເລິກເຊິ່ງ ເພື່ອໃຫ້ບັນດາຄູອາຈານ ແລະ ນັກຮຽນ ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າກ່ຽວກັບປະຫວັດສາດ, ວັດທະນະທຳ, ມູນເຊື້ອແຫ່ງການຕໍ່ສູ້ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊາດ ຫວຽດນາມ. ບັນດາປະສົບການຕົວຈິງເຫຼົ່ານັ້ນ ຈະຊ່ວຍໃຫ້ບັນດານ້ອງນັກຮຽນເຂົ້າໃຈກວ່າເກົ່າກ່ຽວກັບຮາກເຫງົ້າປະຊາຊາດ, ກ່ຽວກັບການເສຍສະຫຼະອັນໃຫຍ່ຫຼວງຂອງຫຼາກຫຼາຍຮຸ່ນຄົນຮຸ່ນກ່ອນ ເພື່ອຍາດເອົາເອກະລາດ, ອິດສະລະພາບ ແລະ ສ້າງສາປະເທດ ຫວຽດນາມ ໃຫ້ມີສັນຕິພາບ, ຂະຫຍາຍຕົວຄືດັ່ງທຸກມື້ນີ້.
![]() |
| ຜູ້ຕາງໜ້າການນຳໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ວຽງຈັນ) ມອບຂອງຝາກທີ່ລະລຶກໃຫ້ແກ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. |
ໄລຍະຜ່ານມາ, ປະຊາຄົມຄົນ ຫວຽດນາມ ຢູ່ ລາວ ມີປະຫວັດສາດຕິດພັນສະໜິດແໜ້ນຍາວນານກັບທັງສອງປະຊາຊາດ, ຍາມໃດກໍສາມັກຄີ, ປະຕິບັດດີກົດໝາຍຂອງປະເທດເຈົ້າພາບ, ມີການປະກອບສ່ວນອັນຕັ້ງໜ້າຫຼວງຫຼາຍໃຫ້ແກ່ການຂະຫຍາຍຕົວຂອງປະເທດ ລາວ ກໍຄືສາຍພົວພັນມິດຕະພາບ ຫວຽດນາມ - ລາວ. ຄຽງຄູ່ກັບບົດບາດເປັນຂົວຕໍ່ລະຫວ່າງປະຊາຊົນສອງປະເທດ, ປະຊາຄົມຄົນ ຫວຽດນາມ ຢູ່ ລາວ ຍັງຕັ້ງໜ້າປົກປັກຮັກສາພາສາ ຫວຽດ, ວັດທະນະທຳ ຫວຽດນາມ ແລະ ສືບທອດຄວາມຮັກບ້ານເກີດເມືອງນອນ, ຄວາມພາກພູມໃຈໃນປະຊາຊາດໃຫ້ແກ່ຄົນຮຸ່ນໜຸ່ມ.
ພາຍໃນນັ້ນ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (Nguyen Du) ໄດ້ບໍ່ຢຸດຢັ້ງຄວາມພະຍາຍາມປົກປັກຮັກສາ, ແຜ່ຂະຫຍາຍພາສາ ຫວຽດ ແລະ ວັດທະນະທຳ ຫວຽດນາມ ພາຍໃນປະຊາຄົມຄົນ ຫວຽດນາມ ຢູ່ ລາວ, ໃນຂະນະດຽວກັນກໍໄດ້ອົບຮົມນັກຮຽນຫຼາກຫຼາຍຮຸ່ນຄົນກາຍເປັນພົນລະເມືອງທີ່ມີຜົນປະໂຫຍດໃຫ້ແກ່ສັງຄົມ.
ທ່ານນາງ ສີວັນຫືອງ ເພັງຄຳໄມ, ອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໃຫ້ຮູ້ວ່າ, ຕະຫຼອດຂະບວນການສ້າງຕັ້ງ ແລະ ຂະຫຍາຍຕົວ, ທາງໂຮງຮຽນຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກການນຳສອງພັກ, ສອງລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມກັບບັນດາອົງການຈັດຕັ້ງຂອງ ຫວຽດນາມ ແລະ ລາວ. ນັ້ນແມ່ນແຫຼ່ງກຳລັງໃຈເພື່ອໃຫ້ຖັນແຖວພະນັກງານ, ຄູອາຈານ ບໍ່ຢຸດຢັ້ງຄວາມພະຍາຍາມຍົກສູງຄຸນນະພາບການສຶກສາ, ສ້າງສະພາບແວດລ້ອມການຮຽນ-ການສອນອັນສະໜິດສະໜົມ, ຊ່ວຍໃຫ້ບັນດານ້ອງນັກຮຽນທັງມີຄວາມຊຳນານພາສາ ຫວຽດ, ທັງເຂົ້າໃຈ ແລະ ເຄົາລົບຮັກແພງປະຫວັດສາດ, ວັດທະນະທຳ ຂອງທັງສອງປະຊາຊາດ.
ສຳລັບບັນດານ້ອງນັກຮຽນແລ້ວ, ການເດີນທາງກັບຄືນສູ່ບ້ານເກີດເມືອງນອນໃນຄັ້ງນີ້ມີຄວາມໝາຍອັນພິເສດສຸດ. ບັນດານ້ອງນັກຮຽນໄດ້ເຫັນປະຈັກຕາ ແລະ ຊອກຮູ້ກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊາດ ຫວຽດນາມ, ໄດ້ໄປຮອດບັນດາສະຖານທີ່ທ່ອງທ່ຽວປະຫວັດສາດ, ວັດທະນະທຳຕົວແບບ ແລະ ຮັບຮູ້ໄດ້ຢ່າງຈະແຈ້ງກວ່າເກົ່າກ່ຽວກັບຮາກເຫງົ້າຂອງຕົນ. ທາງໂຮງຮຽນເຊື່ອໝັ້ນວ່ານີ້ຈະແມ່ນບັນດາຄວາມຊົງຈຳອັນງົດງາມ ແລະ ແມ່ນຂອງຂວັນອັນລ້ຳຄ່າເພື່ອໃຫ້ບັນດານ້ອງນັກຮຽນເພີ່ມຄວາມຮັກພາສາ ຫວຽດ, ຮັກບ້ານເກີດເມືອງນອນ ແລະ ມີສະຕິຄວາມຮັບຜິດຊອບໃນການປົກປັກຮັກສາ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ.
ປີ 2027 ຈະແມ່ນຂີດໝາຍຫຼາກຫຼາຍເຫດການອັນສຳຄັນພາຍໃນສາຍພົວພັນສອງປະເທດ, ລວມມີການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 50 ປີ. ນີ້ຈະແມ່ນໂອກາດເພື່ອໃຫ້ຄົນຮຸ່ນໜຸ່ມສືບຕໍ່ສືບທອດ, ປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າອັນລ້ຳຄ່າຂອງສາຍພົວພັນອັນພິເສດລະຫວ່າງສອງປະຊາຊາດ.
![]() |
| ຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ວຽງຈັນ, ລາວ) ຖ່າຍຮູບຮ່ວມກັນເປັນທີ່ລະລຶກ. |
ກ່ອນໜ້ານັ້ນ, ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ໄປວາງພວງມາລາ ແລະ ຈຸດທູບອາໄລຫາ ຢູ່ທີ່ສຸສານນັກຮົບເສຍສະຫຼອງຊີວິດ ເຈື່ອງເຊີນ, ສຸສານນັກຮົບເສຍສະຫຼອງຊີວິດແຫ່ງຊາດ ທາງເລກ 9, ກຳແພງເກົ່າ ກວາງຈິ; ໄປທ່ຽວຊົມ ແລະ ຊອກຮ່ວມຂໍ້ມູນກ່ຽວກັບ ຕົວເມືອງເກົ່າ ເຫ້ວ, ໂຮງຮຽນ ພື້ນຖານການສຶກສາຂອງຊາດ ເຫ້ວ, ບັນດາຫໍພິພິທະພັນປະຫວັດສາດ ທີ່ຕິດພັນກັບຊີວິດ ແລະ ພາລະກິດຂອງ ປະທານ ໂຮ່ຈີມິນ, ກ່ອນທີ່ຈະເດີນທາງມາຢ້ຽມຢາມທ່ຽວຊົມ ນະຄອນ ດ່ານັງ.
| ເພີ່ມທະວີການຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ຫວຽດນາມ - ລາວ ຍສໝ - ຕາມຜູ້ສື່ຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ, ຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ວຽງທະວີສອນ ເທບພະຈັນ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດລາວ, ສະຫາຍ ຫງວຽນຮືວເຫງີຍ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດຫວຽດນາມ ໄດ້ນຳພາຄະນະຜູ້ແທນອົງການກວດສອບແຫ່ງລັດຫວຽດນາມ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ນັບຕັ້ງແຕ່ວັນທີ 25-26 ມິຖຸນາ. |
| ທ່ານ ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ຊີ້ນຳໃຫ້ຮີບຮ້ອນຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ, ພື້ນຖານໂຄງລ່າງຈຸດສຸມ ຫວຽດນາມ - ລາວ ຍສໝ - ໃນຕອນເຊົ້າວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ໄດ້ເປັນປະທານກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ - ລາວ (ຂຶ້ນກັບຄະນະກຳມະການຮ່ວມລັດຖະບານ ຫວຽດນາມ - ລາວ), ແນໃສ່ກວດກາຄືນສະພາບການຈັດຕັ້ງປະຕິບັດບັນດາໜ້າທີ່, ແຜນການ, ແຜນງານການຮ່ວມມືລະຫວ່າງສອງປະເທດ ພາຍໃດໄລຍະ 6 ເດືອນຕົ້ນປີ 2026 ແລະ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມພາຍໃດໄລຍະຕໍ່ໜ້າ. |


