ນະຄອນ ໂຮ່ຈີມິນ: ງານບຸນ "ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ" ແຜ່ຂະຫຍາຍສາຍຈິດມິດຕະພາບ
| ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - UAE ຕາມທິດທາງແທດຕົວຈິງ, ມີປະສິດທິຜົນ | |
| ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ |
ກິດຈະກຳດັ່ງກ່າວ ນອນພາຍໃນຂອບເຂດໂຄງການ "ຄອບຄົວ ຫວຽດນາມ ກັບນັກສຶກສາ ລາວ, ກຳປູເຈຍ ທີ່ພວມສຶກສາຮໍ່າຮຽນ ຢູ່ທີ່ ນະຄອນ ໂຮ່ຈີມິນ" ໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ເປັນປະທານ, ເພື່ອສະເຫຼີມສະຫຼອງວັນຄອບຄົວ ຫວຽດນາມ ຄົບຮອບ 25 ປີ (28/6/2001 - 28/6/2026) ແລະ ຄົບຮອບ 50 ປີ ວັນນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບຊື່ປະທານ ໂຮ່ຈີມິນ ຢ່າງເປັນທາງການ (2/7/1976 - 2/7/2026).
![]() |
| ນັກສຶກສາ ລາວ, ກຳປູເຈຍ ເຂົ້າຮ່ວມງານບຸນຮ່ວມກັບພໍ່ແມ່ອຸປະຖຳຢູ່ ຫວຽດນາມ. (ພາບ: ຫໍພັກນັກສຶກສາ ລາວ - ກຳປູເຈຍ) |
ຕາມຂໍ້ມູນຈາກຫໍພັກນັກສຶກສາ ລາວ - ກຳປູເຈຍ, ພາຍໃນປີ 2026, ໂຄງການໄດ້ເຊື່ອມຕໍ່ 102 ຄອບຄົວ ຫວຽດນາມ ກັບນັກສຶກສາຕ່າງປະເທດ 177 ທ່ຽວຄົນ, ລວມມີ ນັກສຶກສາ ລາວ 140 ຄົນ ແລະ ນັກສຶກສາ ກຳປູເຈຍ 37 ຄົນ, ທີ່ພວມສຶກສາຮໍ່າຮຽນ ຢູ່ທີ່ 16 ມະຫາວິທະຍາໄລ, ສະຖາບັນ ບົນບໍລິເວນນະຄອນ ໂຮ່ຈີມິນ. ບັນດາຄອບຄົວໄດ້ຮ່ວມເດີນທາງກັບນັກສຶກສາຕ່າງປະເທດ ພາຍໃນການຮໍ່າຮຽນ, ການດຳເນີນຊີວິດ ແລະ ຊີວິດການເປັນຢູ່ປະຈຳວັນ, ກາຍເປັນ "ຫຼັງຄາອັນອົບອຸ່ນຫຼັງທີສອງ" ຂອງຊາວໜຸ່ມຫຼວງຫຼາຍຄົນ ພາຍໃນຊ່ວງເວລາຮໍ່າຮຽນຫ່າງໄກຈາກບ້ານເກີດເມືອງນອນ.
ໜັງສືພິມ ຕວຍແຈ ໄດ້ນຳເອົາຄຳກ່າວເຫັນ ຂອງທ່ານ ຫງວຽນດຶກຈຸງ, ຮອງປະທານປະຈຳການສະມາຄົມນັກສຶກສາ ຫວຽດນາມ ນະຄອນ ໂຮ່ຈີມິນ ຢູ່ທີ່ໂຄງການໃຫ້ຮູ້ວ່າ, ງານບຸນແມ່ນໂອກາດເພື່ອເຊີດຊູບັນດາຄຸນຄ່າອັນດີງາມຂອງຄອບຄົວ ຫວຽດນາມ, ໃນຂະນະດຽວກັນກໍສ້າງເນື້ອທີ່ເພື່ອໃຫ້ບັນດາຄອບຄົວ ຫວຽດນາມ ແລະ ນັກສຶກສາ ລາວ, ກຳປູເຈຍ ໄດ້ພົບປະ, ແລກປ່ຽນ ແລະ ຮັດແໜ້ນຄວາມຜູກພັນສະໜິດສະໜົມ.
ຕາມທ່ານ ຫງວຽນດຶກຈຸງ ແລ້ວ, ຜ່ານບັນດາກິດຈະກຳອັນໃກ້ຊິດ ແລະ ປ່ຽມລົ້ນໄປດ້ວຍລັກສະນະເຊື່ອມຕໍ່, ໂຄງການໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ມິດຕະພາບອັນພິເສດ ລະຫວ່າງ ຫວຽດນາມ, ລາວ ແລະ ກຳປູເຈຍ, ໃນຂະນະດຽວກັນກໍເພີ່ມທະວີຄວາມຜູກພັນລະຫວ່າງຮຸ່ນໜຸ່ມຂອງສາມປະເທດ, ສ້າງຮາກຖານໃຫ້ແກ່ສາຍພົວພັນຮ່ວມມືພາຍໃນອະນາຄົດ.
ງານບຸນໃນປີນີ້ ດຳເນີນໄປດ້ວຍຫຼວງຫຼາຍກິດຈະກຳແລກປ່ຽນວັດທະນະທຳ ແລະ ການຖອດຖອນບົດຮຽນຕົວຈິງ ເຊັ່ນ: ການຈັດດອກໄມ້ ພາຍໃຕ້ຫົວຂໍ້ "ສີສັນດອກໄມ້ສາມປະເທດ", ການແຂ່ງຂັນປຸງແຕ່ງບັນດາເຍື່ອງອາຫານມູນເຊື້ອຂອງ ຫວຽດນາມ, ລາວ ແລະ ກຳປູເຈຍ, ເກມລວມໝູ່, ການແລກປ່ຽນຮ້ອງເພງຄາຣາໂອເກະ, ການຊອກຮູ້ປະຫວັດສາດສາຍພົວພັນມິດຕະພາບລະຫວ່າງສາມຊາດ ແລະ ບັນດາກິດຈະກຳຜູກພັນລະຫວ່າງບັນດາຄອບຄົວ ຫວຽດນາມ ກັບນັກສຶກສາຕ່າງປະເທດ.
ປັດຈຸບັນ ຫໍພັກນັກສຶກສາ ລາວ - ກຳປູເຈຍ ນະຄອນ ໂຮ່ຈີມິນ ພວມຄຸ້ມຄອງນັກສຶກສາຕ່າງປະເທດ 1.002 ຄົນ ຕາມຮູບແບບທຶນການສຶກສາ ຂອງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ. ພາຍໃນ 6 ເດືອນຕົ້ນປີ 2026, ທາງຫໍພັກໄດ້ຈັດຕັ້ງ ແລະ ສົມທົບຈັດຕັ້ງຫຼວງຫຼາຍກິດຈະກຳແລກປ່ຽນມິດຕະພາບ, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ນັກສຶກສາຕ່າງປະເທດຂອງສອງປະເທດ.
ຕາມຄະນະຈັດຕັ້ງແລ້ວ, ງານບຸນ "ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ" ແມ່ນໜຶ່ງພາຍໃນບັນດາກິດຈະກຳທີ່ພົ້ນເດັ່ນ ປະກອບສ່ວນເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ, ແຜ່ຂະຫຍາຍບັນດາກຸນຄ່າດ້ານມະນຸດສະທຳຂອງຄອບຄົວ ຫວຽດນາມ, ໃນຂະນະດຽວກັນກໍສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ມິດຕະພາບອັນເປັນມູນເຊື້ອລະຫວ່າງ ຫວຽດນາມ, ລາວ ແລະ ກຳປູເຈຍ.
| ກອງປະຊຸມສໍາມະນາ "ປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ກັບພາລະກິດການພັດທະນາວິທະຍາສາດເຕັກໂນໂລຊີ ຫວຽດນາມ" ຍສໝ - ໄລຍະຜ່ານມາ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເປັນປະທານ, ສົມທົບຮ່ວມກັບ ສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ປະຈຳ ໂປໂລຍ ແລະ ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ໂປໂລຍ ຈັດຕັ້ງກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ "ປັນຍາຊົນ ຫວຽດນາມ ຢູ່ ... |
| ຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ: ສຸມໃສ່ສ້າງຕັ້ງຮາກຖານການພັດທະນາຄັ້ງໃໝ່, ສ້າງຕັ້ງກຳລັງຂັບເຄື່ອນການເຕີບໂຕໃໝ່ ຍສໝ - ຕອນເຊົ້າ (ວັນທີ 29 ມິຖຸນາ), ຢູ່ທີ່ສູນກອງປະຊຸມແຫ່ງຊາດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມປະກາດຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ ແລະ ສົ່ງເສີມການລົງທຶນ ປະຈຳປີ 2026. |
