08:16 | 30/06/2026

ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ

ກອງປະຊຸມສໍາມະນາ "ປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ກັບພາລະກິດການພັດທະນາວິທະຍາສາດເຕັກໂນໂລຊີ ຫວຽດນາມ"
ຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ: ສຸມໃສ່ສ້າງຕັ້ງຮາກຖານການພັດທະນາຄັ້ງໃໝ່, ສ້າງຕັ້ງກຳລັງຂັບເຄື່ອນການເຕີບໂຕໃໝ່
ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ - ພາບ: VGP/ເຍີດບັກ

ຢູ່ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ນຳເອົາຄຳຢ້ຽມຢາມຖາມຂ່າວ ແລະ ຄຳຂອບໃຈ ມາຍັງທ່ານ Mark Carney ນາຍົກລັດຖະມົນຕີ ການາດາ ທີ່ໄດ້ສົ່ງຈົດໝາຍອວຍພອນ ພາຍໃນໂອກາດທ່ານນາຍົກລັດຖະມົນຕີ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສະພາແຫ່ງຊາດ ເລືອກຕັ້ງດຳລົງຕຳແໜ່ງຄັ້ງໃໝ່; ຕີລາຄາສູງຕໍ່ບັນດາກິດຈະກຳອັນຕັ້ງໜ້າ ຂອງທ່ານ Jim Nickel ເອກອັກຄະລັດຖະທູດ ແລະ ສະຖານເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ພາຍໃນຊ່ວງເວລາຜ່ານມາ ແນໃສ່ຊຸກຍູ້ສາຍພົວພັນຂອງສອງປະເທດ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຖື ການາດາ ແມ່ນຄູ່ຮ່ວມມືອັນຄຳສຳຄັນ ແລະ ມີຄວາມມຸ່ງມາດປາດຖະໜາຢາກຂະຫຍາຍຕົວສາຍພົວພັນຄູ່ຮ່ວມມືຮອບດ້ານໃຫ້ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ມຸ່ງໄປເຖິງການນຳສາຍພົວພັນຂຶ້ນສູ່ລະດັບສູງຄັ້ງໃໝ່ໂດຍໄວ.

ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຊ່ວຍເຫຼືອຊຸກຍູ້ບັນດາກິດຈະກຳການພົບປະ, ການໂທລະສັບທາງໄກ, ການແລກປ່ຽນຄະນະຜູ້ແທນ, ບຸລິມະສິດຜັນຂະຫຍາຍບັນດາການຢ້ຽມຢາມ ຂອງການນຳຂັ້ນສູງສອງປະເທດ; ຊ່ວຍເຫຼືອວິສາຫະກິດ ການາດາ ເຂົ້າໄປລົງທຶນບົນບັນດາຂົງເຂດ, ໂຄງການຈຸດສຸມ ຢູ່ທີ່ ຫວຽດນາມ - ພາບ: VGP/ເຍີດບັກ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະແດງຄວາມປີຕິຊົມຊື່ນຕໍ່ກັບບັນດາໝາກຜົນອັນຕັ້ງໜ້າ ຂອງສາຍພົວພັນທວິພາຄີ ພາຍຫຼັງເກືອບ 10 ປີແຫ່ງການສ້າງຕັ້ງຂອບເຂດຄູ່ຮ່ວມມືຮອບດ້ານ, ພາຍໃນນັ້ນ ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະຂັ້ນສູງ ໄດ້ຮັບການຮັກສາໄວ້ເປັນປະຈຳ; ມູນຄ່າການຄ້າສອງສົ້ນເພີ່ມຂຶ້ນທົບເຄິ່ງ ພາຍຫຼັງ 5 ປີ ຂຶ້ນຮອດ 8,6 ຕື້ USD ພາຍໃນປີ 2025; ການຮ່ວມມືດ້ານປ້ອງກັນຊາດມີຄວາມຄືບໜ້າອັນຕັ້ງໜ້າ ຜ່ານການປະຕິບັດບົດບັນທຶກຄວາມເຂົ້າໃຈ ກ່ຽວກັບແຜນການຮ່ວມມືດ້ານປ້ອງກັນຊາດ ໄລຍະ 2024-2026, ຜັນຂະຫຍາຍການຮ່ວມມືພາຍໃນຂົງເຂດການຮັກສາສັນຕິພາບ ແລະ ການບຳລຸງສ້າງ. ການຮ່ວມມືກ່ຽວກັບການຊ່ວຍເຫຼືອເພື່ອການພັດທະນາ, ການສຶກສາ - ບຳລຸງສ້າງ, ການແລກປ່ຽນລະຫວ່າງປະຊາຊົນ, ການສົມທົບກັນຢູ່ທີ່ບັນດາເວທີປາໄສຫຼາຍຝ່າຍ ກໍໄດ້ບັນທຶກຄວາມຄືບໜ້າອັນຕັ້ງໜ້າເຊັ່ນດຽວກັນ.

ຄຽງຂ້າງກັບບັນດາຄວາມກ້າວໜ້າທີ່ບັນລຸໄດ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເນັ້ນຢ້ຽມວ່າ ສອງປະເທດຍັງມີເນື້ອທີ່ແຫ່ງການຮ່ວມມືອີກຫຼວງຫຼາຍທີ່ຍັງບໍ່ທັນໄດ້ຂຸດຄົ້ນໝົດ, ເປັນຕົ້ນແມ່ນພາຍໃນບັນດາຂົງເຂດເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ, ການປ່ຽນແປງໃໝ່ຢ່າງສ້າງສັນ, ການຫັນເປັນສີຂຽວ, ພະລັງງານ…

ເພື່ອເສີມຂະຫຍາຍປະສິດທິຜົນຂອງສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ ໃຫ້ຍິ່ງໃຫຍ່ກວ່າເກົ່າ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຊ່ວຍເຫຼືອຊຸກຍູ້ບັນດາກິດຈະກຳການພົບປະ, ການໂທລະສັບທາງໄກ, ການແລກປ່ຽນຄະນະຜູ້ແທນ, ບຸລິມະສິດຜັນຂະຫຍາຍບັນດາການຢ້ຽມຢາມ ຂອງການນຳຂັ້ນສູງສອງປະເທດ; ຊ່ວຍເຫຼືອວິສາຫະກິດ ການາດາ ເຂົ້າໄປລົງທຶນບົນບັນດາຂົງເຂດ, ໂຄງການຈຸດສຸມກ່ຽວກັບພະລັງງານ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ… ຢູ່ທີ່ ຫວຽດນາມ; ການາດາ ສືບຕໍ່ເປີດປະຕູໃຫ້ແກ່ສິນຄ້າ ຫວຽດນາມ, ເປັນຕົ້ນແມ່ນບັນດາປະເພດສິນຄ້າກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ; ເພີ່ມທະວີການຮ່ວມມືບຳລຸງສ້າງແຫຼ່ງທຶນມະນຸດ ພາຍໃນບັນດາຂະແໜງເຕັກໂນໂລຊີສູງ (AI, ຄວນຕຳ, ເຄິ່ງຊັກນຳໄຟຟ້າ), ການຮ່ວມມືລະຫວ່າງບັນດາຮາກຖານການສຶກສາຂອງສອງປະເທດ; ຊຸກຍູ້ໃຫ້ບັນດາມະຫາວິທະຍາໄລທີ່ມີການຈັດອັນດັບສູງຂອງ ການາດາ ມາເປີດສາຂາ ຢູ່ທີ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ມີຄວາມມຸ່ງມາດປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງສະໜິດແໜ້ນ, ມີປະສິດທິຜົນ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ຢູ່ທີ່ບັນດາອົງການຈັດຕັ້ງ, ເວທີປາໄສພາກພື້ນ ແລະ ສາກົນ, ເປັນພິເສດແມ່ນພາຍໃນຂອບເຂດ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ (CPTPP) ທີ່ ຫວຽດນາມ ເປັນປະທານ ປະຈຳປີ 2026 ແລະ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ ຫວຽດນາມ ເປັນປະທານ ປະຈຳປີ 2027.

ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ
ທ່ານເອກອັກຄະລັດຖະທູດ Jim Nickel ຢັ້ງຢືນວ່າ ການາດາ ຖື ຫວຽດນາມ ແມ່ນຄູ່ຮ່ວມມືອັນຄຳສຳຄັນ, ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ຢູ່ເຂດມະຫາສະໝຸດອິນເດຍ - ປາຊີຟິກ - ພາບ: VGP/ເຍີດບັກ

ທ່ານເອກອັກຄະລັດຖະທູດ Jim Nickel ສະແດງຄວາມອວຍພອນໄຊອັນປະສົບຜົນສຳເລັດ ຕໍ່ກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI; ສະແດງຄວາມອວຍພອນໄຊຢ່າງຈິງໃຈ ມາຍັງທ່ານນາຍົກລັດຖະມົນຕີ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສະພາແຫ່ງຊາດ ເລືອກຕັ້ງດຳລົງຕຳແໜ່ງເປັນຜູ້ນຳລັດຖະບານ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງຕໍ່ກັບບັນດາໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມ ແລະ ສະແດງຄວາມປະທັບໃຈ ຕໍ່ກັບບັນດາທິດທາງຍຸດທະສາດຂອງພັກ, ລັດຖະບານ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ການາດາ ຖື ຫວຽດນາມ ແມ່ນຄູ່ຮ່ວມມືອັນຄຳສຳຄັນ, ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ຢູ່ເຂດມະຫາສະໝຸດອິນເດຍ - ປາຊີຟິກ; ຢັ້ງຢືນວ່າ ການາດາ ໃຫ້ຄວາມຄຳສຳຄັນຕໍ່ບົດບາດສູນກາງຂອງ ASEAN ຢູ່ພາຍໃນພາກພື້ນ ແລະ ຂອບໃຈ ຫວຽດນາມ ທີ່ໄດ້ສະໜັບສະໜູນ ການາດາ ພາຍໃນການເພີ່ມທະວີສາຍພົວພັນ ແລະ ເຈລະຈາສັນຍາການຄ້າເສລີ ກັບ ASEAN.

ບົນຄວາມເຫັນພ້ອມເປັນເອກະພາບ ກັບບັນດາຄວາມເຫັນທິດທາງຂອງທ່ານນາຍົກລັດຖະມົນຕີ, ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນຢ້ຽມເຖິງທ່າແຮງ ກໍຄືບາງຂໍ້ສະເໜີແນະການຮ່ວມມືອັນລະອຽດ ກ່ຽວກັບພະລັງງານ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຄວາມປອດໄພທາງດ້ານອາຫານ, ການບິນອະວະກາດ, ການຂົນສົ່ງທາງທະເລ, ການປ້ອງກັນ ແລະ ຕ້ານອາຍາສຳກຳທາງໄຊເບີ, ອາຍາສຳກຳຂ້າມຊາດ, ການຮັກສາສັນຕິພາບສຫະປະຊາຊາດ…

ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ການາດາ ຈະສືບຕໍ່ສົມທົບຮ່ວມມືຢ່າງສະໜິດແໜ້ນ ກັບຝ່າຍ ຫວຽດນາມ ທັງບົນຊ່ອງທາງແບບທວິພາຄີ ກໍຄືຢູ່ທີ່ບັນດາເວທີປາໄສຫຼາຍຝ່າຍ. ພາຍໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ Mark Carney ເຊື້ອເຊີນທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄປຢ້ຽມຢາມ ການາດາ ແລະ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Carney ມີຄວາມມຸ່ງມາດປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ພາຍໃນໄລຍະເວລາທີ່ເໝາະສົມ.

ເມື່ອການຕ່າງປະເທດກາຍເປັນກຳລັງຂັບເຄື່ອນແຫ່ງການພັດທະນາ ເມື່ອການຕ່າງປະເທດກາຍເປັນກຳລັງຂັບເຄື່ອນແຫ່ງການພັດທະນາ

ຍສໝ - ພາຍໃນກະແສຟອງແຫ່ງການພັດທະນາຂອງປະເທດຊາດ, ການຕ່າງປະເທດບໍ່ເຄີຍຢືນຢູ່ພາຍໃນຕຳແໜ່ງທີ່ຄຳສຳຄັນຄືດັ່ງປັດຈຸບັນ. ຈາກຈິນຕະນາການປົກປັກຮັກສາເນື້ອທີ່ແຫ່ງການພັດທະນາ, ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ຂະຫຍາຍຕົວຂຶ້ນສູ່ລະດັບສູງຄັ້ງໃໝ່ ເມື່ອກຳນົດວ່າການຕ່າງປະເທດແມ່ນໜ້າທີ່ “ສຳຄັນຍິ່ງ, ເປັນປະຈຳ” ຄຽງຂ້າງກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອບສ່ວນໂດຍກົງເຂົ້າພາຍໃນການສ້າງຕັ້ງສະມັດຖະພາບການຂະຫຍາຍຕົວຂອງຊາດ. ບັນດາກິດຈະກຳການຕ່າງປະເທດອັນຟົດຟື້ນພາຍໃນຊ່ວງເວລາຜ່ານມາ ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈດັ່ງກ່າວ.

ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່ ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດ ໂຮ່ຈີມິນ ຄັ້ງທີ XIII, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ວາງອອກບັນດາຂໍ້ກຳນົດ ຕໍ່ກັບວຽກງານຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ ພາຍໃນໄລຍະການພັດທະນາຄັ້ງໃໝ່ຂອງປະເທດຊາດ. ຕໍ່ກັບນະຄອນ ໂຮ່ຈີມິນ - ທ້ອງຖິ່ນທີ່ຍາມໃດກໍນຳໜ້າພາຍໃນບັນດາຂະບວນການຊາວໜຸ່ມ, ບັນດາສານຊີ້ນຳຂອງທ່ານເລຂາທິການໃຫຍ່ ພວມໄດ້ຮັບການຫັນເປັນຮູບປະທຳເທື່ອລະກ້າວ ດ້ວຍຫຼວງຫຼາຍແຜນງານ, ຮູບແບບ ແລະ ວິທີການເຮັດທີ່ສະໜິດແໜ້ນກັບຕົວຈິງ.

Link: https://huunghivietlao.thoidai.com.vn/detail-article-22262.html

In bài biết