ເຊີດຊູຄຸນຄ່າມີກຽດຂອງຄອບຄົວ ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ
| ມະຕິ 06-NQ/TW: ຊຸກຍູ້ການຕ່າງປະເທດປະຊາຊົນເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທ້ຈິງ | |
| ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຮ່ວມເດີນທາງຄຽງຄູ່ກັບ ວິງລອງ ຂະຫຍາຍການຮ່ວມມື |
ຈຸດເດັ່ນຂອງແຜນງານ ແມ່ນບັນດາກິດຈະກຳຈຳລອງຊີວິດການເປັນຢູ່ດ້ານວັດທະນະທຳຄອບຄົວ ຂອງຫຼວງຫຼາຍບັນດາເຜົ່າທີ່ພວມດຳລົງຊີວິດ, ເຄື່ອນໄຫວເປັນປະຈຳຢູ່ທີ່ "ເຮືອນຮ່ວມຫຼັງບັນດາເຜົ່າ ຫວຽດນາມ". ຜ່ານບັນດາຮີດຄອງປະເພນີ, ວິຖີຊີວິດ, ລັດຖະພິທີ ແລະ ການດຳເນີນຊີວິດຂອງຄຸ້ມຊຸມຊົນ, ນັກທ່ອງທ່ຽວມີໂອກາດຮັບຮູ້ໄດ້ຢ່າງຈະແຈ້ງຂຶ້ນຕື່ມ ກ່ຽວກັບບົດບາດຂອງຄອບຄົວພາຍໃນວຽກງານການປົກປັກຮັກສາ, ສົ່ງຕໍ່ເອກະລັກວັດທະນະທຳປະຈຳເຜົ່າ ຜ່ານຫຼວງຫຼາຍຊົ່ວອາຍຸຄົນ.
ພາຍໃນສອງວັນທີ່ດຳເນີນເຫດການ, ປະຊາຊົນບັນດາເຜົ່າ ໄຕ, ນູງ, ຢາວ, ເມືອງ, ໄທ, ເຄີໝູ, ເອເດ, ບ່າເນີ, ເຊີດັ່ງ, Raglai, Khmer... ໄດ້ແນະນຳຫຼວງຫຼາຍຈຸດເດັ່ນດ້ານວັດທະນະທຳອັນພິເສດ ທີ່ສະໜິດແໜ້ນກັບຊີວິດການເປັນຢູ່ຂອງຄອບຄົວ ແລະ ຄຸ້ມຊຸມຊົນ. ບັນດາແຜນງານຂັບຮ້ອງພື້ນເມືອງ, ຟ້ອນພື້ນເມືອງ, ການຫຼິ້ນພື້ນເມືອງ, ການສະແດງເຄື່ອງດົນຕີມູນເຊື້ອ ໄດ້ຮັບການຈັດຕັ້ງສະຫຼັບສັບປ່ຽນກັນ, ສ້າງເນື້ອທີ່ແຫ່ງການພົບປະແລກປ່ຽນລະຫວ່າງປະຊາຊົນບັນດາເຜົ່າ ກັບ ນັກທ່ອງທ່ຽວ.
![]() |
| ເຊີດຊູຄຸນຄ່າວັດທະນະທຳມູນເຊື້ອຂອງຄອບຄົວ ຫວຽດນາມ ຢູ່ທີ່ເຫດການໜຶ່ງໃນຮ່າໂນ້ຍ (ພາບ: ໜັງສືພິມລັດຖະບານ). |
ຄຽງຄູ່ກັນນັ້ນ, ນັກທ່ອງທ່ຽວຍັງໄດ້ຮັບການທົດລອງບັນດາກິດຈະກຳວັດທະນະທຳມູນເຊື້ອ ເຊັ່ນ: ການປຸງແຕ່ງອາຫານປະຈຳເຜົ່າ, ການແນະນຳອາຊີບຫັດຖະກຳ, ການສະແດງຊຸດແຕ່ງກາຍມູນເຊື້ອ ແລະ ເຂົ້າຮ່ວມບັນດາການຫຼິ້ນພື້ນເມືອງ. ຜ່ານນັ້ນ, ແຕ່ລະຄອບຄົວເມື່ອມາຮອດໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ບໍ່ພຽງແຕ່ມີການທົດລອງຕື່ມກ່ຽວກັບວັດທະນະທຳເທົ່ານັ້ນ ແຕ່ຍັງມີໂອກາດສະໜິດແໜ້ນບັນດາສະມາຊິກ ຜ່ານບັນດາກິດຈະກຳຮ່ວມກັນ.
ໜຶ່ງໃນບັນດາເນື້ອໃນທີ່ໜ້າເອົາໃຈໃສ່ ແມ່ນແຜນງານການພົບປະແລກປ່ຽນ, ແບ່ງປັນກ່ຽວກັບບົດບາດຂອງຄອບຄົວພາຍໃນການປົກປັກຮັກສາເອກະລັກວັດທະນະທຳປະຈຳເຜົ່າ. ຕາງໜ້າປະຊາຊົນບັນດາເຜົ່າໃຫ້ຮູ້ວ່າ, ເຖິງວ່າເງື່ອນໄຂການດຳລົງຊີວິດມີການປ່ຽນແປງຫຼວງຫຼາຍ, ຄອບຄົວຍັງຄົງແມ່ນສະຖານທີ່ຮັກສາສຽງເວົ້າ, ຮີດຄອງປະເພນີ, ລັດຖະພິທີ ແລະ ບັນດາຄຸນຄ່າມູນເຊື້ອ, ຊ່ວຍໃຫ້ຄົນລຸ້ນໜຸ່ມເຂົ້າໃຈຕື່ມກ່ຽວກັບຮາກເຫງົ້າຂອງເຜົ່າຕົນເອງ.
ຕາມຄະນະຈັດຕັ້ງແລ້ວ, ລະດັບກິດຈະກຳ "ວັນບຸນຄອບຄົວ" ບໍ່ພຽງແຕ່ມຸ່ງໄປເຖິງການເຊີດຊູຄຸນຄ່າຄອບຄົວ ຫວຽດນາມ ເທົ່ານັ້ນ ແຕ່ຍັງປະກອບສ່ວນໂຄສະນາພາບພົດໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຄືດັ່ງເນື້ອທີ່ແຫ່ງການເຕົ້າໂຮມ, ອະນຸລັກຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທຳຂອງ 54 ເຜົ່າອ້າຍນ້ອງ. ນີ້ກໍແມ່ນໂອກາດເພື່ອເພີ່ມທະວີການແລກປ່ຽນ, ຄວາມສາມັກຄີລະຫວ່າງບັນດາຄຸ້ມຊຸມຊົນບັນດາເຜົ່າ, ກະຈາຍສານກ່ຽວກັບການສ້າງສັນຄອບຄົວທີ່ອີ່ມໜຳສຳລານ, ກ້າວໜ້າ, ມີຄວາມສຸກ ແລະ ສິວິໄລ.
ຜ່ານບັນດາກິດຈະກຳການທົດລອງ ແລະ ການພົບປະແລກປ່ຽນວັດທະນະທຳ, ແຜນງານໄດ້ປະກອບສ່ວນຢັ້ງຢືນບົດບາດຂອງຄອບຄົວພາຍໃນວຽກງານການຮັກສາມູນເຊື້ອ, ບຳລຸງສ້າງບັນດາຄຸນຄ່າຄຸນສົມບັດ,ແບບແຜນດຳລົງຊີວິດ ແລະ ຮັດແໜ້ນກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ ພາຍໃນໄລຍະການພັດທະນາຄັ້ງໃໝ່.
| ວິງລອງ ຂະຫຍາຍການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກັບ ຍີ່ປຸ່ນ ຍສໝ - ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ຄະນະຜູ້ແທນແຂວງ ວິງລອງ ໂດຍແມ່ນທ່ານ ເຈິ່ນຈີກວາງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ Esuhai ຈຳກັດ ແນໃສ່ຊຸກຍູ້ການຮ່ວມມືພາຍໃນຂົງເຂດແຮງງານ. |
| ເພີ່ມທະວີການຮ່ວມມື ຫວຽດນາມ - UNICEF ເພື່ອການພັດທະນາຮອບດ້ານຂອງເດັກນ້ອຍ ຫວຽດນາມ ຍສໝ - ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທນຈ່າ ໄດ້ສະເໜີໃຫ້ ຫົວໜ້າຜູ້ຕາງໜ້າ UNICEF ສະໜັບສະໜູນດ້ານສະຖາບັນ ແລະ ການຮ່ວມມືປົກປ້ອງເດັກນ້ອຍໃນໂລກອອນລາຍ, ມຸ່ງໄປສູ່ແຜນງານການຮ່ວມມືຍຸດທະສາດ ໄລຍະ 2027-2031. |
