15:48 | 26/06/2026

ເພີ່ມທະວີການຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ຫວຽດນາມ - ລາວ

ທ່ານ ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ຊີ້ນຳໃຫ້ຮີບຮ້ອນຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ, ພື້ນຖານໂຄງລ່າງຈຸດສຸມ ຫວຽດນາມ - ລາວ
"ໂຮ່ຈີມິນ ຄົບຊຸດ" ຊ່ວຍຮັດແໜ້ນສາຍພົວພັນພິເສດ ຫວຽດນາມ - ລາວ ຕື່ມອີກ
ເພີ່ມທະວີການຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ຫວຽດນາມ - ລາວ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ທ່ານ ຫງວຽນຮືວເຫງີຍ ປະທານອົງການກວດສອບແຫ່ງລັດຫວຽດນາມ ເຂົ້າຢ້ຽມຄຳນັບ. ພາບ: ວັນຟຽນ/ຜູ້ສື່ຂ່າວ TTXVN ປະຈຳລາວ

ການເດີນທາງໄປຢ້ຽມຢາມດຳເນີນໄປໃນທ່າມກາງເວລາທີ່ມີຄວາມໝາຍອັນພິເສດ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍບັນດາທິດທາງຍຸດທະສາດຂອງການນຳຂັ້ນສູງສອງພັກ, ສອງລັດ ໃຫ້ເປັນຮູບປະທຳ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການສະໜິດແໜ້ນຍຸດທະສາດ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງກວ່າເກົ່າ.

ວັນທີ 25 ມິຖຸນາ ຢູ່ທີ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນຮືວເຫງີຍ ປະທານອົງການກວດສອບແຫ່ງລັດຫວຽດນາມ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະ ເຂົ້າຮ່ວມການເຈລະຈາກັບ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດລາວ. ໃນການຕ້ອນຮັບຄະນະຜູ້ແທນອົງການກວດສອບແຫ່ງລັດຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ກັບໝາກຜົນແຫ່ງການຮ່ວມມືຮອບດ້ານລະຫວ່າງສອງອົງການກວດສອບໃນໄລຍະຜ່ານມາ; ທັງຢັ້ງຢືນວ່າ ລາວ ຍາມໃດກໍຖືເປັນສຳຄັນຕໍ່ກັບວຽກງານກວດສອບ ແລະ ສະເໜີໃຫ້ຂະແໜງການກວດສອບຂອງສອງປະເທດສືບຕໍ່ຮັດແໜ້ນການຮ່ວມມື, ຊຸກຍູ້ການຫັນເປັນດີຈີຕອນ, ສ້າງຖານຂໍ້ມູນ ແລະ ຫັນການເຄື່ອນໄຫວກວດສອບໃຫ້ທັນສະໄໝ. ທ່ານນາຍົກລັດຖະມົນຕີລາວ ເນັ້ນຢ້ຽມວ່າ, ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງອົງການກວດສອບຂອງສອງປະເທດ ລາວ - ຫວຽດນາມ ບໍ່ພຽງແຕ່ຍົກສູງສະມັດຖະພາບການບໍລິຫານແຫ່ງຊາດຂອງແຕ່ລະປະເທດເທົ່ານັ້ນ, ແຕ່ຍັງແມ່ນການກະທຳອັນແທ້ຈິງ ທີ່ປະກອບສ່ວນເຂົ້າໃນການບົວລະບັດສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການສະໜິດແໜ້ນຍຸດທະສາດ ລະຫວ່າງສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ.

ຢູ່ພາຍໃນການເຈລະຈາທວິພາຄີກັບ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດລາວ, ທ່ານ ຫງວຽນຮືວເຫງີຍ ປະທານອົງການກວດສອບແຫ່ງລັດຫວຽດນາມ ເຫັນວ່າ ພາຍໃຕ້ສະພາບການທີ່ສາຍພົວພັນ ຫວຽດນາມ - ລາວ ພວມຂະຫຍາຍຕົວນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນພາຍໃນທຸກຂົງເຂດ, ເປັນພິເສດແມ່ນພາຍຫຼັງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບຍົກລະດັບສາຍພົວພັນຂຶ້ນເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການສະໜິດແໜ້ນຍຸດທະສາດ”, ການຮ່ວມມືຢ່າງສະໜິດແໜ້ນລະຫວ່າງສອງອົງການກວດສອບຂອງສອງປະເທດ ຫວຽດນາມ - ລາວ ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຜັນຂະຫຍາຍເນື້ອໃນໃນສ່ວນຂອງ “ການສະໜິດແໜ້ນຍຸດທະສາດ” ທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງເຫັນດີ; ເພີ່ມທະວີຄວາມໂປ່ງໃສ, ປະສິດທິຜົນພາຍໃນການບໍລິຫານການເງິນພາກລັດ, ຊັບສິນພາກລັດ ແລະ ຮັບໃຊ້ຢ່າງແທ້ຈິງໃຫ້ແກ່ພາລະກິດແຫ່ງການພັດທະນາຂອງແຕ່ລະປະເທດພາຍໃນໄລຍະໃໝ່.

ສະຫາຍ ຫງວຽນຮືວເຫງີຍ ໃຫ້ຮູ້ວ່າ, ພາຍໃນໄລຍະປີ 2022-2024, ອົງການກວດສອບແຫ່ງລັດຫວຽດນາມ ໄດ້ຊ່ວຍເຫຼືອອົງການກວດສອບແຫ່ງລັດລາວ ຜັນຂະຫຍາຍໂຄງການປັບປຸງວຽກງານບໍລິຫານການເຄື່ອນໄຫວຫ້ອງການຕາມທິດຫັນເປັນທັນສະໄໝ (ໂຄງການ E-Office) ໄດ້ຢ່າງສຳເລັດຜົນ, ສ້າງບາດກ້າວບຸກທະລຸພາຍໃນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການເຄື່ອນໄຫວກວດສອບຢູ່ລາວ.

ຢູ່ພາຍໃນເວທີປາໄສຫຼາຍຝ່າຍ, ສອງອົງການກວດສອບຂອງສອງປະເທດ ຍາມໃດກໍຮັກສາການສົມທົບກັນຢ່າງສະໜິດແໜ້ນ, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສະໜັບສະໜູນເຊິ່ງກັນແລະກັນຢ່າງມີປະສິດທິຜົນ ພາຍໃນຂອບເຂດ ອົງການສາກົນບັນດາສະຖາບັນກວດສອບສູງສຸດ (INTOSAI), ອົງການບັນດາສະຖາບັນກວດສອບສູງສຸດອາຊີ (ASOSAI) ແລະ ອົງການບັນດາສະຖາບັນກວດສອບສູງສຸດອາຊີຕາເວັນອອກສ່ຽງໃຕ້ (ASEANSAI). ອົງການກວດສອບແຫ່ງລັດຫວຽດນາມ ຕີລາຄາສູງຕໍ່ກັບການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບຂອງອົງການກວດສອບແຫ່ງລັດລາວ ຢູ່ພາຍໃນບັນດາຄະນະກຳມະການວິຊາສະເພາະຂອງ ASEANSAI ກໍຄືການດຳລົງຕຳແໜ່ງເປັນປະທານ ASEANSAI ອາຍຸການ 2017-2019 ໄດ້ຢ່າງສຳເລັດຜົນ, ຜ່ານນັ້ນຢັ້ງຢືນເຖິງທີ່ຕັ້ງອັນໜັກແໜ້ນຂອງອົງການກວດສອບແຫ່ງລັດລາວ ພາຍໃນພາກພື້ນ.

ທ່ານປະທານອົງການກວດສອບແຫ່ງລັດ ຫງວຽນຮືວເຫງີຍ ຍັງໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບເສັ້ນທາງເກືອບ 32 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງອົງການກວດສອບແຫ່ງລັດຫວຽດນາມ. ໃນຂະນະດຽວກັນກໍໃຫ້ຮູ້ວ່າ ປັດຈຸບັນອົງການກວດສອບແຫ່ງລັດຫວຽດນາມ ພວມສຸມໃສ່ 3 ເສົາຄ້ຳແຫ່ງການພັດທະນາ, ລວມມີ ຂອບເຂດນິຕິກຳ, ແຫຼ່ງຊັບພະຍາກອນມະນຸດ ແລະ ເຕັກໂນໂລຊີ. ຕໍ່ໜ້າບັນດາສິ່ງທ້າທາຍລະດັບໂລກຄັ້ງໃໝ່ ເຊັ່ນ: ການປ່ຽນແປງສະພາບພູມອາກາດ, ຄວາມສ່ຽງດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ, ແຮງກົດດັນໜີ້ສິນສາທາລະນະ ແລະ ກະແສຟອງການຫັນເປັນດີຈີຕອນຢ່າງແຮງກ້າ, ອົງການກວດສອບແຫ່ງລັດຫວຽດນາມ ພວມຄົ້ນຄວ້າສ້າງຍຸດທະສາດການພັດທະນາຮອດປີ 2035, ວິໄສທັດຮອດປີ 2045 ແນໃສ່ກຳນົດທິດທາງການພັດທະນາໃນໄລຍະຍາວ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການນັບມື້ນັບສູງ ຂອງການບໍລິຫານແຫ່ງຊາດ; ຄົ້ນຄວ້າສະເໜີດັດແກ້ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ຕາມທິດເພີ່ມທະວີຖານະທາງດ້ານກົດໝາຍ, ສິດອຳນາດ, ຍົກສູງສະມັດຖະພາບການປະຕິບັດບັນດາບົດສະຫຼຸບ, ຄຳສະເໜີແນະການກວດສອບ, ຍູ້ແຮງການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ສິ່ງຫຍໍ້ທໍ້ຕ່າງໆ.

ເພື່ອເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງສອງອົງການກວດສອບ ຫວຽດນາມ - ລາວ ສົມຄູ່ກັບສາຍພົວພັນພິເສດລະຫວ່າງສອງປະເທດ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ກັບທິດທາງການຮ່ວມມືພາຍໃນຕໍ່ໜ້າ, ຕາມນັ້ນແລ້ວ ຈະສືບຕໍ່ສົມທົບກັນຢ່າງສະໜິດແໜ້ນ ເພື່ອປະຕິບັດຍຸດທະສາດການຮ່ວມມືໄລຍະປີ 2021 - 2030 ແລະ ແຜນການໄລຍະກາງປີ 2025 - 2028 ກ່ຽວກັບຂົງເຂດການກວດສອບແຫ່ງລັດໃຫ້ປະສົບຜົນສຳເລັດ. ທັງສອງຝ່າຍຈະສົມທົບກັນລາຍງານຕໍ່ການນຳສອງປະເທດ ເພື່ອສືບຕໍ່ນຳເອົາເນື້ອໃນການຮ່ວມມືດ້ານການກວດສອບ ເຂົ້າໃນຂໍ້ຕົກລົງການຮ່ວມມືປະຈຳປີລະຫວ່າງສອງລັດຖະບານ.

ພາຍໃນ 6 ເດືອນທ້າຍປີ 2026, ທັງສອງຝ່າຍຈະສຸມໃສ່ຜັນຂະຫຍາຍບັນດາກິດຈະກຳຕົວຈິງຢ່າງມີປະສິດທິຜົນ ລວມມີ: ຈັດກອງປະຊຸມວິຊາສະເພາະແບ່ງປັນຄວາມຮູ້ ລະຫວ່າງອົງການກວດສອບແຫ່ງລັດພາກໃຕ້ລາວ (ແຂວງຈຳປາສັກ) ກັບອົງການກວດສອບແຫ່ງລັດ ພາກພື້ນທີ VIII ຂອງຫວຽດນາມ; ກອງປະຊຸມແບ່ງປັນບົດຮຽນ ລະຫວ່າງອົງການກວດສອບແຫ່ງລັດພາກກາງລາວ ເຂດ 1 (ວຽງຈັນ) ກັບອົງການກວດສອບແຫ່ງລັດ ພາກພື້ນທີ IV ຢູ່ທີ່ນະຄອນໂຮ່ຈີມິນ; ສົ່ງຄະນະຊ່ຽວຊານຫວຽດນາມ ໄປເຄື່ອນໄຫວຝຶກອົບຮົມຢູ່ລາວ ແລະ ຕ້ອນຮັບລັດຖະກອນອົງການກວດສອບແຫ່ງລັດລາວ ມາເຂົ້າຮ່ວມບັນດາກອງປະຊຸມສໍາມະນາຂັ້ນສູງຢູ່ຫວຽດນາມ. ອົງການກວດສອບແຫ່ງລັດຫວຽດນາມ ຈະເພີ່ມທະວີການສົ່ງຊ່ຽວຊານໄປແນະນຳໂດຍກົງ ໃຫ້ແກ່ນັກກວດສອບລາວຢູ່ພາກສະໜາມຕົວຈິງ, ເປັນພິເສດແມ່ນຢູ່ພາຍໃນບັນດາວິສາຫະກິດຮ່ວມທຶນລະຫວ່າງສອງປະເທດ, ໃນຂະນະດຽວກັນກໍຈັດຕັ້ງບັນດາການກວດສອບແບບຮ່ວມມື ກ່ຽວກັບຫົວຂໍ້ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ.

ລາດຕະເວນຢູ່ບົນເສັ້ນຊາຍແດນ ຫວຽດນາມ - ລາວ ລາດຕະເວນຢູ່ບົນເສັ້ນຊາຍແດນ ຫວຽດນາມ - ລາວ

ຍສໝ - ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນ ຮົ່ງເວີນ, ຄະນະບັນຊາທະຫານຊາຍແດນ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ກອງຮ້ອຍປ້ອງກັນຊາຍແດນ 514, ກອງບັນຊາການທະຫານແຂວງ ສາລະວັນ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ ຢູ່ບົນຊ່ວງເສັ້ນຊາຍແດນ ຫວຽດນາມ - ລາວ ທີ່ທັງສອງກົມກອງຮັບຜິດຊອບຄຸ້ມຄອງ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030 ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030

ຍສໝ - ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ທີ່ນະຄອນ ຫາຍຟ່ອງ, ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວ ໄດ້ຮ່ວມກັນຈັດຕັ້ງ ກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກວ້າງ ຄັ້ງທີ 7.

Link: https://huunghivietlao.thoidai.com.vn/detail-article-22245.html

In bài biết