15:30 | 26/06/2026

ໜັງສືພິມ ອິນເດຍ ອະທິບາຍກ່ຽວກັບແຮງດຶງດູດນັບມື້ນັບໃຫຍ່ຫຼວງ ຂອງການທ່ອງທ່ຽວ ຫວຽດນາມ

ຫວຽດນາມ ຈັດຊຸດອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ
ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ

ບົດຄວາມທີ່ລົງພິມໃນໜັງສືພິມ The Times of India ວັນທີ 25 ມິຖຸນາ ຜ່ານມານີ້ ໄດ້ໃຫ້ທັດສະນະວ່າ ຫວຽດນາມ ພວມກາຍເປັນຈຸດໝາຍປາຍທາງທີ່ດຶງດູດສຳລັບນັກທ່ອງທ່ຽວສາກົນ ຍ້ອນການປະສົມປະສານຢ່າງກົມກຽວລະຫວ່າງ ທຳມະຊາດ, ວັດທະນະທຳ, ອາຫານ ແລະ ຄວາມສາມາດໃນການເຊື່ອມຕໍ່ນັບມື້ນັບສະດວກສະບາຍ.

ຕາມບົດລາຍງານແລ້ວ, ຫວຽດນາມ ມີທ່າດີທີ່ພົ້ນເດັ່ນຫຼວງຫຼາຍ, ນັບຕັ້ງແຕ່ບັນດາຫາດຊາຍທະເລທີ່ຍາວຢຽດ, ເຂດພູດອຍທີ່ສະຫງ່າງາມ ເຖິງລະບົບມໍລະດົກວັດທະນະທຳທີ່ອຸດົມສົມບູນ. ຄຽງຄູ່ກັນນັ້ນ, ພື້ນຖານອາຫານການກິນທີ່ຫຼາກຫຼາຍ, ຄ່າໃຊ້ຈ່າຍໃນການທ່ອງທ່ຽວທີ່ສົມເຫດສົມຜົນ ແລະ ຄວາມມີນ້ຳໃຈໂອບອ້ອມອາລີຂອງປະຊາຊົນ ກໍແມ່ນບັນດາປັດໄຈທີ່ປະກອບສ່ວນສ້າງແຮງດຶງດູດໃຫ້ແກ່ຈຸດໝາຍປາຍທາງແຫ່ງນີ້.

The Times of India ເຫັນວ່າ ການຂະຫຍາຍບັນດາເສັ້ນທາງບິນຊື່ລະຫວ່າງ ຫວຽດນາມ ແລະ ອິນເດຍ ພາຍໃນຊຸມປີມໍ່ໆມານີ້ ໄດ້ຊ່ວຍໃຫ້ການເດີນທາງມີຄວາມສະດວກສະບາຍຍິ່ງຂຶ້ນ, ຜ່ານນັ້ນຊຸກຍູ້ປະລິມານນັກທ່ອງທ່ຽວສອງຝ່າຍ. ນອກຈາກນັ້ນ, ນະໂຍບາຍອຳນວຍຄວາມສະດວກດ້ານວີຊາ ແລະ ການຂະຫຍາຍຕົວຂອງພື້ນຖານໂຄງລ່າງການທ່ອງທ່ຽວ ກໍໄດ້ປະກອບສ່ວນຍົກສູງສະມັດຖະພາບການແຂ່ງຂັນ ຂອງການທ່ອງທ່ຽວ ຫວຽດນາມ ຢູ່ພາຍໃນຕະຫຼາດສາກົນ.

ໜັງສືພິມ ອິນເດຍ ອະທິບາຍກ່ຽວກັບແຮງດຶງດູດນັບມື້ນັບໃຫຍ່ຫຼວງ ຂອງການທ່ອງທ່ຽວ ຫວຽດນາມ
ຄະນະນັກທ່ອງທ່ຽວ MICE ທີ່ມາຈາກ ອິນເດຍ. (ພາບເອກະສານ: ມິງຈີ/TTXVN).

ບົດຄວາມຍັງໄດ້ແນະນຳບັນດາຈຸດໝາຍປາຍທາງທີ່ພົ້ນເດັ່ນຂອງ ຫວຽດນາມ ເຊັ່ນ: ຮ່າໂນ້ຍ ດ້ວຍຄວາມງາມທາງດ້ານວັດທະນະທຳ ແລະ ປະຫວັດສາດ, ອ່າວຮະລອງ ທີ່ໂດ່ງດັງດ້ວຍທັດສະນີຍະພາບທຳມະຊາດ, ໂຮ້ຍອານ ທີ່ເຕັມໄປດ້ວຍຮ່ອງຮອຍມໍລະດົກ, ນະຄອນໂຮ່ຈີມິນ ທີ່ຮັກແພງແລະມີຄວາມເຄື່ອນໄຫວ ຄຽງຄູ່ກັບບັນດາຫາດຊາຍທະເລຂອງ ດານັງ, ຍາຈາງ ແລະ ເກາະ ຝູກວກ.

ຕາມການຕີລາຄາຂອງໜັງສືພິມດັ່ງກ່າວ, ຫວຽດນາມ ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການດ້ານການພັກຜ່ອນຢ່ອນໃຈເທົ່ານັ້ນ ແຕ່ຍັງເໝາະສົມກັບຫຼາຍຮູບແບບການທ່ອງທ່ຽວ ເຊັ່ນ: ການຄົ້ນຫາວັດທະນະທຳ, ການທົດລອງຊີມອາຫານ, ການທ່ອງທ່ຽວທຳມະຊາດ ແລະ ການທ່ອງທ່ຽວແບບຄອບຄົວ.

ໄລຍະຜ່ານມາ, ຕະຫຼາດ ອິນເດຍ ສືບຕໍ່ບັນທຶກລະດັບການເຕີບໂຕທີ່ຕັ້ງໜ້າຕໍ່ກັບການທ່ອງທ່ຽວ ຫວຽດນາມ. ຕາມກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລ້ວ, ໃນປີ 2025 ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວ ອິນເດຍ ປະມານ 750.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ປີກ່ອນໜ້າ ແລະ ເພີ່ມຂຶ້ນຫຼາຍກວ່າ 4 ເທົ່າ ເມື່ອທຽບໃສ່ປີ 2019, ນຳເອົາ ອິນເດຍ ເຂົ້າສູ່ກຸ່ມບັນດາຕະຫຼາດສົ່ງນັກທ່ອງທ່ຽວສາກົນທີ່ສຳຄັນຂອງ ຫວຽດນາມ. ທ່າອ່ຽງການເຕີບໂຕນີ້ ໄດ້ສະແດງໃຫ້ເຫັນເຖິງແຮງດຶງດູດນັບມື້ນັບໃຫຍ່ຫຼວງຂອງຈຸດໝາຍປາຍທາງ ຫວຽດນາມ ຕໍ່ກັບນັກທ່ອງທ່ຽວ ອິນເດຍ, ໃນຂະນະດຽວກັນກໍເປີດໂອກາດການຮ່ວມມືດ້ານການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດອີກຫຼວງຫຼາຍ.

ເພີ່ມປັດໄຈຊຸກຍູ້ການຮ່ວມມື ຫວຽດນາມ - ແບນຊິກ ເພີ່ມປັດໄຈຊຸກຍູ້ການຮ່ວມມື ຫວຽດນາມ - ແບນຊິກ

ຍສໝ - ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ທີ່ Brussels, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Belgium ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງແຕ່ງຕັ້ງກົງສຸນກິດຕິມະສັກ ຫວຽດນາມ ປະຈຳ Antwerp ໃຫ້ແກ່ທ່ານ Philip Yvonne J. Van Gestel ເຊິ່ງເປັນນັກທຸລະກິດທີ່ເຄື່ອນໄຫວພາຍໃນຂົງເຂດທຸລະກິດ ແລະ ການເດີນເຮືອຢູ່ ແບນຊິກ.

ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ

ຍສໝ - ວັນທີ 25 ມິຖຸນາ, ພາຍໃນງານຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ, ໃນຂະນະດຽວກັນກໍຢັ້ງຢືນວ່າ ພ້ອມແລ້ວທີ່ຈະມີບັນດາຮູບແບບການໜູນຊ່ວຍທີ່ເໝາະສົມ ເພື່ອຊ່ວຍປະເທດເພື່ອນມິດແກ້ໄຂຜົນສະທ້ອນຈາກໄພທຳມະຊາດ.

Link: https://huunghivietlao.thoidai.com.vn/detail-article-22242.html

In bài biết