15:20 | 26/06/2026

ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ

ເພີ່ມປັດໄຈຊຸກຍູ້ການຮ່ວມມື ຫວຽດນາມ - ແບນຊິກ
ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ

ເຂົ້າຮ່ວມພິທີມີ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ; ຕາງໜ້າຈາກຫຼາຍຄະນະ, ກະຊວງ, ຂະແໜງການຂອງ ຫວຽດນາມ; ບັນດາເອກອັກຄະລັດຖະທູດ, ຕາງໜ້າບັນດາອົງການການທູດປະຈຳ ຮ່າໂນ້ຍ ພ້ອມດ້ວຍເພື່ອນມິດຫວຽດນາມ ຈຳນວນຫຼວງຫຼາຍທີ່ມີຄວາມຜູກພັນກັບ ເບລາຣຸດ.

ກ່າວຄຳເຫັນພາຍໃນເຫດການ, ທ່ານ Uladzimir Baravikou ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເບລາຣຸດ ປະຈຳ ຫວຽດນາມ ໄດ້ເນັ້ນຢ້ຳເຖິງຄວາມໝາຍອັນພິເສດຂອງວັນທີ 3 ກໍລະກົດ - ເຊິ່ງເປັນວັນທີ່ປະຊາຊົນ ເບລາຣຸດ ລະນຶກເຖິງຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ ແລະ ປະກອບສ່ວນເຂົ້າໃນການຕີເອົາຊະນະຟາຊິດ.

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ພາຍຫຼັງ 35 ປີແຫ່ງການພັດທະນາ, ເບລາຣຸດ ໄດ້ກາຍເປັນປະເທດທີ່ທັນສະໄໝ, ມີຄວາມເຄື່ອນໄຫວ ພ້ອມດ້ວຍທ່າແຮງບົ່ມຊ້ອນໃນການພັດທະນາຫຼວງຫຼາຍ. ຕາມທ່ານແລ້ວ, ເບລາຣຸດ ມີຄວາມມຸ່ງມາດປາດຖະໜາທີ່ຈະສືບຕໍ່ຂະຫຍາຍການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັບ ຫວຽດນາມ ບົນພື້ນຖານມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ພາຍໃນໄລຍະແຫ່ງການຜັນຂະຫຍາຍຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12 ພຶດສະພາ ປີ 2025.

ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ກ່າວຄຳເຫັນອວຍພອນ. (ພາບ: ໜັງສືພິມເຍີນເຢີນ).

ທ່ານກໍຕີລາຄາວ່າ ພາຍໃນໜຶ່ງປີຜ່ານມາ, ສາຍພົວພັນລະຫວ່າງສອງປະເທດແມ່ນມີການຫັນປ່ຽນທີ່ຕັ້ງໜ້າຫຼວງຫຼາຍ ດ້ວຍການເປີດເສັ້ນທາງບິນຊື່, ຄຽງຄູ່ກັບການເພີ່ມຂຶ້ນຂອງບັນດາກິດຈະກຳແລກປ່ຽນ ພາຍໃນບັນດາຊ່ອງທາງການເມືອງ, ການຕ່າງປະເທດ, ເສດຖະກິດ ແລະ ການພົບປະແລກປ່ຽນປະຊາຊົນ.

ເອກອັກຄະລັດຖະທູດ Uladzimir Baravikou ສະແດງຄວາມເຊື່ອໝັ້ນວ່າ ທ່າແຮງບົ່ມຊ້ອນການຮ່ວມມືລະຫວ່າງ ຫວຽດນາມ ແລະ ເບລາຣຸດ ແມ່ນຍັງມີອີກຫຼວງຫຼາຍ. ດ້ວຍຄວາມພະຍາຍາມຮ່ວມກັນ, ສອງປະເທດສາມາດຜ່ານຜ່າທຸກສິ່ງທ້າທາຍ, ກ້າວໄປສູ່ບັນດາຜົນສຳເລັດໃໝ່ ພາຍໃນສາຍພົວພັນທວິພາຄີ ແລະ ມີຄວາມຫວັງວ່າຈະບັນລຸໄດ້ໝາກຜົນການຮ່ວມມືອັນແທ້ຈິງຕື່ມອີກຫຼວງຫຼາຍ ພາຍໃນປີນີ້.

ຕາງໜ້າໃຫ້ແກ່ ລັດຖະບານ ແລະ ກະຊວງການຕ່າງປະເທດຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ສົ່ງຄຳອວຍພອນເຖິງ ລັດຖະບານ ແລະ ປະຊາຊົນ ເບລາຣຸດ ເນື່ອງໃນໂອກາດວັນຊາດ ຄົບຮອບ 35 ປີ.

ທ່ານຮອງລັດຖະມົນຕີ ເນັ້ນຢ້ຳວ່າ, ຜ່ານມາເກືອບ 7 ທົດສະວັດ ນັບຕັ້ງແຕ່ການເດີນທາງໄປຢ້ຽມຢາມ ເບລາຣຸດ ເປັນຄັ້ງທຳອິດຂອງ ປະທານ ໂຮ່ຈີມິນ ໃນປີ 1957, ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ ແມ່ນໄດ້ຮັບການຮັກສາ ແລະ ບົວລະບັດມາໂດຍຕະຫຼອດ, ກາຍເປັນຊັບສົມບັດອັນລ້ຳຄ່າ. ຫວຽດນາມ ຍາມໃດກໍທະນຸຖະໜອມຕໍ່ກັບຄວາມຊ່ວຍເຫຼືອທີ່ປະຊາຊົນ ເບລາຣຸດ ໄດ້ມອບໃຫ້ແກ່ ຫວຽດນາມ ພາຍໃນພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ
ບັນດາຜູ້ແທນຖ່າຍຮູບຮ່ວມກັນເປັນທີ່ລະນຶກ. (ພາບ: ໜັງສືພິມເຍີນເຢີນ).

ຕາມທ່ານຮອງລັດຖະມົນຕີ ເລທິທູຮັ່ງ ແລ້ວ, ນັບຕັ້ງແຕ່ສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດ ໃນເດືອນພຶດສະພາ ປີ 2025 ພາຍໃນຂອບເຂດການເດິນທາງໄປຢ້ຽມຢາມ ເບລາຣຸດ ຂອງທ່າານເລຂາທິການໃຫຍ່ ໂຕເລິມ, ການຮ່ວມມືທວິພາຄີແມ່ນມີບາດກ້າວຂະຫຍາຍຕົວທີ່ຕັ້ງໜ້າພາຍໃນຫຼາຍຂົງເຂດ ເຊັ່ນ: ການເມືອງ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການສຶກສາ, ການຂົນສົ່ງ ແລະ ການບິນ.

ທ່ານນາງເຫັນວ່າ ພາຍໃນໄລຍະແຫ່ງການຂະຫຍາຍຕົວໃໝ່, ຫວຽດນາມ ແລະ ເບລາຣຸດ ຕ້ອງສືບຕໍ່ຂຸດຄົ້ນຢ່າງມີປະສິດທິຜົນຍິ່ງຂຶ້ນ ຕໍ່ກັບບັນດາທ່າແຮງບົ່ມຊ້ອນ ແລະ ທ່າດີທີ່ຊ່ວຍຊຸກຍູ້ເຊິ່ງກັນແລະກັນ ແນໃສ່ຮັບໃຊ້ໃຫ້ແກ່ເປົ້າໝາຍການພັດທະນາຂອງແຕ່ລະປະເທດ, ໃນຂະນະດຽວກັນກໍປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມສີວິໄລຂອງສອງພາກພື້ນ ກໍຄືຂອງໂລກ.

ທ່ານຮອງລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອມິດຕະພາບອັນດີງາມ ຄຽງຄູ່ກັບບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ນັ້ນ, ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ຈະສືບຕໍ່ໄດ້ຮັບການຮັດແໜ້ນ, ຂະຫຍາຍຕົວນັບມື້ນັບແທ້ຈິງ, ນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງປະເທດ.

ຢາລາຍ: ສຽງຄ້ອງມ່ວນຊື່ນທ້າຍສັບປະດາ ເພື່ອເຊີດຊູ ວັນຄອບຄົວ ຫວຽດນາມ ຢາລາຍ: ສຽງຄ້ອງມ່ວນຊື່ນທ້າຍສັບປະດາ ເພື່ອເຊີດຊູ ວັນຄອບຄົວ ຫວຽດນາມ

ຍສໝ - ລາຍການດັ່ງກ່າວ ຈະເຕົ້າໂຮມເອົາສິລະປິນພື້ນເມືອງເຜົ່າ ຢາຣາຍ (Jrai) ຈຳນວນ 40 ທ່ານ ເຂົ້າຮ່ວມສະແດງ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນສ້າງຕັ້ງ ວັນຄອບຄົວ ຫວຽດນາມ ຄົບຮອບ 25 ປີ.

ຫວຽດນາມ ແມ່ນຄູ່ຮ່ວມງານທີ່ສຳຄັນ ຂອງກຸ່ມບໍລິສັດຂົນສົ່ງທາງທະເລ ຊັ້ນນຳຂອງໂລກ ຫວຽດນາມ ແມ່ນຄູ່ຮ່ວມງານທີ່ສຳຄັນ ຂອງກຸ່ມບໍລິສັດຂົນສົ່ງທາງທະເລ ຊັ້ນນຳຂອງໂລກ

ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມ ຢາ ຕຸກ ມຸ່ງຫວັງວ່າ Maersk ຈະຮ່ວມເດີນທາງກັບ ຫວຽດນາມ ໃນຂະບວນການຫັນປ່ຽນເປັນສີຂຽວ, ພັດທະນາພະລັງງານສະອາດ ແລະ ສ້າງລະບົບໂລຈິສຕິກ (Logistics) ທີ່ຍືນຍົງ.

Link: https://huunghivietlao.thoidai.com.vn/detail-article-22240.html

In bài biết