ທ່ານ ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ຊີ້ນຳໃຫ້ຮີບຮ້ອນຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ, ພື້ນຖານໂຄງລ່າງຈຸດສຸມ ຫວຽດນາມ - ລາວ
| ຫວຽດນາມ - ບູນກາຣີ: ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ໃນໄລຍະໃໝ່ | |
| "ໂຮ່ຈີມິນ ຄົບຊຸດ" ຊ່ວຍຮັດແໜ້ນສາຍພົວພັນພິເສດ ຫວຽດນາມ - ລາວ ຕື່ມອີກ |
![]() |
| ທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ເປັນປະທານກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ - ລາວ - ພາບ: VGP/ເຟືອງຫງວຽນ |
ກ່າວປາໄສຢູ່ພາຍໃດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີປະຈຳການ ໄດ້ຢັ້ງຢືນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ການຮ່ວມສຳພັນຍຸດທະສາດ ຫວຽດນາມ - ລາວ ແມ່ນໄດ້ຮັບການປົກປັກຮັກສາ, ຖະໜອມບຳລຸງ ແລະ ຂະຫຍາຍຕົວນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຕົວຈິງ. ການຮ່ວມມືພາຍໃດບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ, ການຄົມມະນາຄົມ, ພະລັງງານ, ການສຶກສາ - ກໍ່ສ້າງ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ກໍສືບຕໍ່ບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍປະການ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ.
ຕາມການລາຍງານຂອງກະຊວງການເງິນ, ພາຍໃດໄລຍະ 6 ເດືອນຕົ້ນປີ 2026, ສາຍພົວພັນທາງດ້ານການເມືອງລະຫວ່າງສອງປະເທດ ແມ່ນສືບຕໍ່ໄດ້ຮັບການເພີ່ມທະວີ; ບັນດາຂໍ້ຕົກລົງ, ຖະແຫຼງການຮ່ວມຂອງການນຳຂັ້ນສູງ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າຈາກບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນເສົາຄ້ຳອັນສຳຄັນ, ປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປອດໄພທາງສັງຄົມ ຂອງແຕ່ລະປະເທດ.
ການຮ່ວມມືດ້ານການລົງທຶນ ສືບຕໍ່ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ. ພາຍໃດໄລຍະ 6 ເດືອນຕົ້ນປີ 2026, ຍອດທຶນຈົດທະບຽນລົງທຶນໃໝ່ ຂອງວິສາຫະກິດຫວຽດນາມ ຢູ່ ລາວ ບັນລຸໄດ້ 306 ລ້ານ USD, ເພີ່ມຂຶ້ນ 2,2 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ໂດຍສຸມໃສ່ພາຍໃດຂົງເຂດບໍ່ແຮ່, ພະລັງງານ ແລະ ກະສິກຳ. ຍອດທຶນລົງທຶນສະສົມຂອງ ຫວຽດນາມ ຢູ່ ລາວ ບັນລຸໄດ້ປະມານ 6,6 ຕື້ USD ດ້ວຍ 289 ໂຄງການທີ່ຍັງມີຜົນສັກສິດ. ການຮ່ວມມືດ້ານພະລັງງານ, ເປັນພິເສດແມ່ນພາຍໃດຂົງເຂດການຊື້-ຂາຍໄຟຟ້າ ແລະ ຖ່ານຫີນ, ແມ່ນບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ເປັນພື້ນຖານ. ການຮ່ວມມືດ້ານການສຶກສາ, ກໍ່ສ້າງ, ວັດທະນະທຳ ສືບຕໍ່ໄດ້ຮັບການບູລິມະສິດຊຸກຍູ້ ແລະ ບັນລຸໄດ້ໝາກຜົນອັນສຳຄັນຫຼາຍປະການ. ຫວຽດນາມ ສືບຕໍ່ແບ່ງປັນບົດຮຽນຮ່ວມກັບ ລາວ ພາຍໃດການຄຸ້ມຄອງເສດຖະກິດມະຫາພາກ, ການປະຕິຮູບລັດວິສາຫະກິດ ແລະ ການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ພາຍໃດສະພາບການເຊື່ອມໂຍງສາກົນ.
ເຖິງຢ່າງໃດກໍຕາມ, ບັນດາຜູ້ແທນກໍເຫັນວ່າ ການຮ່ວມມືລະຫວ່າງສອງປະເທດ ຍັງຄົງມີຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງບາງປະການ ທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ. ຄວາມຄືບໜ້າພາຍໃດການຜັນຂະຫຍາຍບາງໂຄງການພື້ນຖານໂຄງລ່າງຄົມມະນາຄົມເຊື່ອມໂຍງຍຸດທະສາດ ແມ່ນຍັງຊັກຊ້າ. ຂະໜາດການຄ້າທວິພາຄີ ແມ່ນຍັງບໍ່ທັນສົມຄູ່ກັບທ່າແຮງ ແລະ ສາຍພົວພັນພິເສດລະຫວ່າງສອງປະເທດ. ບາງກົນໄກປະສານງານ, ນະໂຍບາຍບູລິມະສິດດ້ານການລົງທຶນ ຈຳເປັນຕ້ອງໄດ້ຮັບການປັບປຸງໃຫ້ສົມບູນແບບຕື່ມອີກ ແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດຂອງສອງປະເທດ.
ບົນພື້ນຖານດັ່ງກ່າວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ ໄດ້ສຸມໃສ່ສົນທະນາ ກ່ຽວກັບບັນດາວິທີການແກ້ໄຂ ແນໃສ່ຍົກສູງປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ພາຍໃດໄລຍະຕໍ່ໜ້າ ຕາມຈິດໃຈຂອງບັນດາຂໍ້ຕົກລົງຂັ້ນສູງ, ຍຸດທະສາດການຮ່ວມມື ຫວຽດນາມ - ລາວ ໄລຍະ 2026 - 2035, ສົນທິສັນຍາການຮ່ວມມືທວິພາຄີ ໄລຍະ 2026 - 2030 ແລະ ແຜນການຮ່ວມມື ປະຈຳປີ 2026.
ບັນດາຄຳເຫັນໄດ້ເຫັນດີເປັນເອກະພາບກັນວ່າ ຈຳເປັນຕ້ອງສືບຕໍ່ຮັດແໜ້ນຮາກຖານສາຍພົວພັນທາງດ້ານການເມືອງ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ; ຍົກສູງປະສິດທິຜົນກົນໄກຄະນະກຳມະການຮ່ວມລັດຖະບານ ຫວຽດນາມ - ລາວ ແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງທີ່ເກີດຂຶ້ນໃຫ້ທັນການ; ໃນຂະນະດຽວກັນ ກໍເພີ່ມທະວີການປະສານງານພາຍໃດບັນດາບັນຫາຍຸດທະສາດ ທີ່ຕິດພັນກັບຄວາມສະຫງົບ ແລະ ການພັດທະນາຂອງແຕ່ລະປະເທດ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທັງສອງຝ່າຍຈຳເປັນຕ້ອງສ້າງບາດກ້າວບຸກທະລຸໃໝ່ ພາຍໃດການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ພື້ນຖານໂຄງລ່າງ, ສູ້ຊົນນຳເອົາມູນຄ່າການຄ້າທວິພາຄີ ບັນລຸໄດ້ຕາມຄາດໝາຍ 10 ຕື້ USD ພາຍໃດຊຸມປີຕໍ່ໜ້າ. ສອງປະເທດກໍຈຳເປັນຕ້ອງຮີບຮ້ອນຊຸກຍູ້ຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ຈຸດສຸມ ເຊັ່ນ: ເສັ້ນທາງດ່ວນ ຮານ້ອຍ - ວຽງຈັນ, ເສັ້ນທາງລົດໄຟ ວຸ້ງອາງ (Vũng Áng) - ວຽງຈັນ; ເພີ່ມທະວີການເຊື່ອມຕໍ່ Logistics ຮ່ວມກັບລະບົບທ່າເຮືອທະເລຂອງຫວຽດນາມ, ພາຍໃດນັ້ນມີທ່າເຮືອ ວຸ້ງອາງ; ຊຸກຍູ້ບາງໂຄງການຮ່ວມມືດ້ານພະລັງງານໃໝ່, ພາຍໃດນັ້ນມີຄັງສຳຮອງນ້ຳມັນເຊື້ອໄຟ, ເສັ້ນທາງສົ່ງກະແສໄຟຟ້າ 500 kV. ການຮ່ວມມືດ້ານການສຶກສາ, ກໍ່ສ້າງ, ວັດທະນະທຳ ສືບຕໍ່ໄດ້ຮັບການບູລິມະສິດຊຸກຍູ້ ແລະ ບັນລຸໄດ້ໝາກຜົນອັນສຳຄັນຫຼາຍປະການ.
ບັນດາຜູ້ແທນກໍໄດ້ສະເໜີໃຫ້ວິໄຈ, ປັບປຸງບັນດາກົນໄກ, ນະໂຍບາຍບູລິມະສິດໃຫ້ສອດຄ່ອງ ແນໃສ່ດຶງດູດບັນດາວິສາຫະກິດຂະໜາດໃຫຍ່ຂອງຫວຽດນາມ ເຂົ້າໄປລົງທຶນຢູ່ ລາວ; ຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນຊ່ວຍເຫຼືອລ້າ ຂອງຫວຽດນາມ ທີ່ມອບໃຫ້ແກ່ ລາວ ຕາມທິດທາງແບບສຸມໃສ່, ມີຈຸດສຸມ ແລະ ສ້າງປະສິດທິຜົນແຜ່ຂະຫຍາຍ ຕໍ່ກັບການພັດທະນາເສດຖະກິດ - ສັງຄົມ.
ສືບຕໍ່ບູລິມະສິດ ແລະ ຊຸກຍູ້ການຍົກສູງຄຸນນະພາບ ພາຍໃດການຮ່ວມມືດ້ານການສຶກສາ, ກໍ່ສ້າງ ແລະ ການອົບຮົມວິຊາຊີບ; ວິໄຈການນຳໃຊ້ບັນດາຮູບແບບການກໍ່ສ້າງທີ່ມີຄວາມຢືດຢຸ່ນ ເຊັ່ນ: ການຮຽນທາງໄກ, ການຮຽນກັບທີ່ ແລະ ການຮຽນຕໍ່ເນື່ອງ; ພັດທະນາບັນດາໂຮງຮຽນວິຊາຊີບ, ໂຮງຮຽນສຶກສາ ຢູ່ພາຍໃດເຂດຊາຍແດນ.
ບົນພື້ນຖານບັນດາຄຳເຫັນແລກປ່ຽນຢູ່ພາຍໃດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຸມໃສ່ຜັນຂະຫຍາຍຈັດຕັ້ງປະຕິບັດ ບັນດາສົນທິສັນຍາ, ແຜນການ, ຂໍ້ຕົກລົງການຮ່ວມມື ທີ່ໄດ້ຮັບການເຫັນດີເປັນເອກະພາບລະຫວ່າງສອງປະເທດ ໃຫ້ມີປະສິດທິຜົນ.
ສຳລັບບັນດາໂຄງການລົງທຶນຂະໜາດໃຫຍ່ ຂອງວິສາຫະກິດຫວຽດນາມ ຢູ່ ລາວ ພາຍໃດຂົງເຂດບໍ່ແຮ່, ກະສິກຳສະອາດ, ການປູກພືດອຸດສາຫະກຳ, ທ່ານຮອງນາຍົກລັດຖະມົນຕີປະຈຳການ ໄດ້ມອບໝາຍໃຫ້ກະຊວງການເງິນ ຮີບຮ້ອນລາຍງານຕໍ່ຂັ້ນເທິງທີ່ມີສິດອຳນາດ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຂໍ້ກຳນົດກົດໝາຍ, ບົນພື້ນຖານການຕີລາຄາຢ່າງຄົບຖ້ວນ ຕໍ່ກັບບັນດາຜົນກະທົບ ແລະ ປະສິດທິຜົນທາງດ້ານເສດຖະກິດ.
ກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ທ່ານຮອງນາຍົກລັດຖະມົນຕີປະຈຳການ ຮຽກຮ້ອງໃຫ້ຮີບຮ້ອນຊຸກຍູ້ຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການ ເສັ້ນທາງດ່ວນທາງບົກ ຮານ້ອຍ - ວຽງຈັນ ແລະ ເສັ້ນທາງລົດໄຟ ວຸ້ງອາງ – ວຽງຈັນ, ວິໄຈແນວທາງການສ້າງເສັ້ນທາງດ່ວນ ຈາກທ່າເຮືອ ວຸ້ງອາງ ໄປຮອດດ່ານສາກົນ ນ້ຳກັ້ນ - ກວາງຈິ ບົນພື້ນຖານຮັບປະກັນປະສິດທິຜົນຮວມ ຂອງໂຄງການ.
ສຳລັບຂົງເຂດພະລັງງານ, ທ່ານຮອງນາຍົກລັດຖະມົນຕີປະຈຳການ ໄດ້ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມກັບ ກຸ່ມບໍລິສັດໄຟຟ້າຫວຽດນາມ ເປັນເຈົ້າການພາຍໃດການກວດກາຄືນຄວາມຕ້ອງການ, ລາຍງານຕໍ່ລັດຖະບານໃຫ້ທັນການ ກ່ຽວກັບບັນດາຂໍ້ສະເໜີຊື້ໄຟຟ້າຈາກ ລາວ, ກໍຄືບັນດາເນື້ອໃນການຮ່ວມມືກ່ຽວກັບການຊື້-ຂາຍ ຖ່ານຫີນ ແລະ ໄຟຟ້າ; ຮີບຮ້ອນວິໄຈ, ຜັນຂະຫຍາຍໂຄງການສ້າງຄັງສຳຮອງນ້ຳມັນເຊື້ອໄຟ, ເສັ້ນທາງສົ່ງກະແສໄຟຟ້າ 500 kV ຢູ່ພາຍໃດເຂດພາກເໜືອຂອງລາວ.
![]() |
| ທ່ານຮອງນາຍົກລັດຖະມົນຕີປະຈຳການ ຮຽກຮ້ອງໃຫ້ຮີບຮ້ອນຊຸກຍູ້ຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການ ເສັ້ນທາງດ່ວນທາງບົກ ຮານ້ອຍ - ວຽງຈັນ ແລະ ເສັ້ນທາງລົດໄຟ ວຸ້ງອາງ – ວຽງຈັນ - ພາບ: VGP/ເຟືອງຫງວຽນ |
ສຳລັບບັນດາໂຄງການລົງທຶນໃໝ່, ທ່ານຮອງນາຍົກລັດຖະມົນຕີປະຈຳການ ຮຽກຮ້ອງໃຫ້ກະຊວງການເງິນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເປັນເຈົ້າການພາຍໃດການແລກປ່ຽນ, ເປັນເອກະພາບຮ່ວມກັບຝ່າຍລາວ ເພື່ອຄັດເລືອກບັນດາໂຄງການທີ່ສອດຄ່ອງ, ຮັບປະກັນປະສິດທິຜົນການລົງທຶນ ແລະ ຄວາມສາມາດພາຍໃດການດຸນດ່ຽງແຫຼ່ງຊັບພະຍາກອນ.
ກ່ຽວກັບບັນດາຂໍ້ສະເໜີຂອງວິສາຫະກິດຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີປະຈຳການ ໄດ້ມອບໝາຍໃຫ້ກະຊວງການເງິນ ສັງລວມ, ປະສານງານຮ່ວມກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອວິໄຈ ແລະ ເຮັດວຽກຮ່ວມກັບຝ່າຍລາວ ແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ ກ່ຽວກັບນະໂຍບາຍພາສີ, ອາກອນ, ຄ່າທຳນຽມ, ໂກຕາ (Quotas) ແລະ ຂັ້ນຕອນການບໍລິຫານ, ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ ແລະ ການດຳເນີນທຸລະກິດ ຂອງວິສາຫະກິດຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີປະຈຳການ ຮຽກຮ້ອງໃຫ້ກະຊວງການເງິນ ເສີມຂະຫຍາຍບົດບາດເປັນອົງການປະຈຳການ ຂອງຄະນະກຳມະການຮ່ວມມື ຫວຽດນາມ - ລາວ; ທັງຕັ້ງໜ້າຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພາຍໃດການຜັນຂະຫຍາຍຈັດຕັ້ງປະຕິບັດໜ້າທີ່ ຕາມແຜນການຮ່ວມມື ປະຈຳປີ 2026.
ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈຳເປັນຕ້ອງຈັດຕັ້ງຄະນະປະຕິບັດງານເດີນທາງໄປ ລາວ ຢ່າງເປັນປະຈຳ ເພື່ອລົງກວດກາຕົວຈິງ, ຊຸກຍູ້ຄວາມຄືບໜ້າຂອງບັນດາໂຄງການ, ທັງແກ້ໄຂໃຫ້ທັນການ ຫຼື ສະເໜີແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງທີ່ເກີດຂຶ້ນ.
| ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູງ ໄດ້ໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດລາວ ຍສໝ - ຕອນເຊົ້າວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ເລຮ່ວາຍຈູງ ໄດ້ມີການໂອ້ລົມທາງໂທລະສັບທາງອິນເຕີເນັດກັບ ທ່ານກຳມະການສູນກາງພັກ, ລັດຖະມົນຕີການຕ່າງປະເທດລາວ ທອງສະຫວັນ ພົມວິຫານ. |
| ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ. ຍສໝ - ວັນທີ 18 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV, ອາຍຸການ 2024 - 2029. |

