ການຮ່ວມມືວິໄຈຮ່ວມກັນໃນລະດັບທົ່ວໂລກ ລະຫວ່າງ ຫວຽດນາມ - ອຽກລັງ
| ຊຸກຍູ້ສາຍພົວພັນມູນເຊື້ອ, ການຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ ແລະ ປາເລດສະຕິນ | |
| ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ ຂອງລະບົບແນວໂຮມປະເທດຊາດທຸກຂັ້ນ |
![]() |
| ຮອງສາດສະດາຈານ, ປອ ເລຫາຍບິ່ງ, ຮອງຜູ້ນຳນວຍການປະຈຳການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕ້ອນຮັບທ່ານນາງ Deirdre Ní Fhallúin, ເອກອັກຄະລັດຖະທູດ ອຽກລັງ ປະຈຳ ຫວຽດນາມ. ພາບ: ວັນດຽບ/TTXVN |
ສະແດງຄວາມຕ້ອນຮັບທ່ານນາງເອກອັກຄະລັດຖະທູດ Deirdre Ní Fhallúin ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ສະຖາບັນ, ທ່ານຮອງຜູ້ນຳນວຍການປະຈຳການສະຖາບັນ ເລຫາຍບິ່ງ ໄດ້ເນັ້ນຢ້ຳວ່າ ການຢ້ຽມຢາມຄັ້ງນີ້ຈັດຂຶ້ນພາຍໃດສະພາບການພິເສດ ໃນສະພາບການທີ່ ຫວຽດນາມ ແລະ ອຽກລັງ ພວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 30 ປີ (1996 - 2026), ເຊິ່ງໄດ້ຮັບການຈົດບັນທຶກດ້ວຍເຫດການເປີດສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອຽກລັງ ຢ່າງເປັນທາງການໃນຕົ້ນປີນີ້ (ເດືອນມີນາ 2026).
ທັງສອງຝ່າຍໄດ້ຮ່ວມກັນຕີລາຄາສູງຕໍ່ກັບບັນດາໝາກຜົນອັນພົ້ນເດັ່ນ ທີ່ບັນລຸໄດ້ຈາກບັນດາການຢ້ຽມຢາມທີ່ມີລັກສະນະຍຸດທະສາດ, ທີ່ເປັນແບບຢ່າງແມ່ນການຢ້ຽມຢາມລະດັບລັດ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເມື່ອເດືອນຕຸລາ 2024 ແລະ ສຳລັບທາງສະຖາບັນ ແມ່ນການຢ້ຽມຢາມຂອງທ່ານອະດີດຜູ້ນຳນວຍການສະຖາບັນ ຫງວຽນຊວນທັງ (ເດືອນກັນຍາ 2025).
ທ່ານນາງເອກອັກຄະລັດຖະທູດ ອຽກລັງ Deirdre Ní Fhallúin ໄດ້ແຈ້ງຂໍ້ມູນກ່ຽວກັບບາດກ້າວຂະຫຍາຍຕົວຢ່າງກະໂດດຂັ້ນ ຂອງສອງປະເທດ ບົນ 3 ເສົາຄ້ຳຫຼັກແຫຼ່ງ, ຄື: ກະສິກຳ - ສະບຽງອາຫານ (ຜ່ານແຜນງານ IVAP), ການສຶກສາ (ການກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບສູງ), ແລະ ການຄ້າ - ການລົງທຶນ. ທ່ານນາງເອກອັກຄະລັດຖະທູດ ໄດ້ເນັ້ນຢ້ຳເຖິງບັນດາໂຄງການທີ່ມີລັກສະນະສັນຍາລັກ ທີ່ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ທີ່ພົ້ນເດັ່ນແມ່ນການທີ່ ອົງການຄຸ້ມຄອງສະໜາມບິນ ດັບບລິນ (Dublin Airport Authority - DAA International) ໄດ້ກາຍເປັນຄູ່ຮ່ວມມືຄຸ້ມຄອງຍຸດທະສາດ ແລະ ເປີດນຳໃຊ້ສະໜາມບິນສາກົນ ຢາບິ່ງ; ໂຄງການເຂດເຕັກໂນໂລຊີສູງຊີວະພາບ ຮານ້ອຍ (Silver Lake City) ທີ່ໄດ້ຮັບການຊຸກຍູ້ຈາກນັກລົງທຶນ ອຽກລັງ; ແລະ ໂຄງການຮ່ວມມືພາຍໃດໄລຍະຕໍ່ໜ້າ ລະຫວ່າງ ມະຫາວິທະຍາໄລການຢາຮານ້ອຍ ພ້ອມກັບ ສະຖາບັນວິໄຈ ແລະ ກໍ່ສ້າງເຕັກໂນໂລຊີຊີວະພາບແຫ່ງຊາດ ອຽກລັງ (NIBRT).
ກ່ຽວກັບການຮ່ວມມືກັບສະຖາບັນການເມືອງແຫ່ງຊາດ ໂຮ่ຈີມິນ, ທ່ານນາງເອກອັກຄະລັດຖະທູດ Deirdre Ní Fhallúin ໃຫ້ຮູ້ວ່າ, ມຸ່ງໄປສູ່ໄລຍະແຫ່ງການຮ່ວມມືຍຸດທະສາດຕໍ່ໄປ, ທັງສອງຝ່າຍໄດ້ມີຄວາມເຫັນດີເປັນເອກະພາບກັນໃນລະດັບສູງ ຕໍ່ກັບຂໍ້ຄິດລິເລີ່ມການຈັດຕັ້ງກອງປະຊຸມສຳມະນາວິທະຍາສາດສາກົນຄັ້ງໃຫຍ່ ຢູ່ທີ່ສະຖາບັນ ພາຍໃດລະດູໃບໄມ້ລົ່ນປີນີ້. ກອງປະຊຸມສຳມະນາ ຄາດວ່າຈະແມ່ນເວທີປາໄສເພື່ອໃຫ້ສອງປະເທດໄດ້ຮ່ວມກັນແບ່ງປັນປະສົບການ ກ່ຽວກັບການປ່ຽນແປງໃໝ່ທາງດ້ານສະຖາບັນ, ການຫັນເປັນດິຈິຕອນ, ການພັດທະນາແບບຍືນຍົງ ແລະ ການສ້າງສະມັດຖະພາບທາງດ້ານເຕັກໂນໂລຊີຊີວະພາບ.
![]() |
| ຮອງສາດສະດາຈານ, ປອ ເລຫາຍບິ່ງ, ຮອງຜູ້ນຳນວຍການປະຈຳການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕ້ອນຮັບທ່ານນາງ Deirdre Ní Fhallúin, ເອກອັກຄະລັດຖະທູດ ອຽກລັງ ປະຈຳ ຫວຽດນາມ. ພາບ: ວັນດຽບ/TTXVN |
ຮອງສາດສະດາຈານ, ປອ ເລຫາຍ ບິ່ງ ໄດ້ເນັ້ນຢ້ຳວ່າ ສະຖາບັນມີຄວາມມຸ່ງມາດປາດຖະໜາທີ່ຈະຊຸກຍູ້ໃຫ້ມີຄວາມແຂງແຮງຕື່ມອີກ ພ້ອມກັບບັນດາຄູ່ຮ່ວມມື ອຽກລັງ ກ່ຽວກັບບັນດາແຜນງານການວິໄຈຮ່ວມກັນໃນລະດັບທົ່ວໂລກ ແລະ ການຮັບເອົາທຶນການສຶກສາ, ບັ້ນບຳລຸງສ້າງໄລຍະສັ້ນ ແນໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຍຸດທະສາດ ເຊິ່ງແມ່ນຖັນແຖວພະນັກງານນຳພາຂັ້ນກາງ ແລະ ຂັ້ນສູງ ຂອງພັກ, ລັດ ຫວຽດນາມ.
ກ່ຽວກັບຂົງເຂດການບໍລິຫານພາກລັດ, ທ່ານນາງເອກອັກຄະລັດຖະທູດ ອຽກລັງ ໄດ້ສະແດງຄວາມຈິງໃຈ ແລະ ຕີລາຄາສູງຕໍ່ກັບບົດບາດເປັນຄູ່ຮ່ວມມືຫຼັກແຫຼ່ງ ຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢູ່ພາຍໃດແຜນງານເພີ່ມທະວີການບໍລິຫານແບບກວມລວມ (IGAP) – ເຊິ່ງແມ່ນບາດກ້າວຂະຫຍາຍຕົວໃໝ່ ປ່ຽນແທນໃຫ້ແກ່ແຜນງານດັດສະນີປະສິດທິຜົນການບໍລິຫານລັດ ແລະ ການບໍລິຫານພາກລັດຂັ້ນແຂວງ (PAPI) ທີ່ໄດ້ຮັບການອຸປະຖຳຈາກ ອຽກລັງ ແລະ ບັນດາຄູ່ຮ່ວມມື. ທ່ານຮອງຜູ້ນຳນວຍການປະຈຳການ ເລ ຫາຍ ບິ່ງ ຢັ້ງຢືນວ່າ ບັນດາຂໍ້ຄິດລິເລີ່ມ ເຊັ່ນ IGAP ແມ່ນມີຄວາມຈຳເນີນທີ່ສຸດ ເພື່ອໃຫ້ ຫວຽດນາມ ສືບຕໍ່ຍົກສູງສັກສິດທິພາບ, ປະສິດທິຜົນ ຂອງກົງຈັກອຳນາດການປົກຄອງທ້ອງຖິ່ນທັງສອງຂັ້ນ.
ຢູ່ພາຍໃດພິທີເຮັດວຽກ, ທ່ານຮອງຜູ້ນຳນວຍການປະຈຳການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ທ່ານນາງເອກອັກຄະລັດຖະທູດ ອຽກລັງ ໄດ້ຮ່ວມກັນແບ່ງປັນວິໄສທັດ ກ່ຽວກັບການຂະຫຍາຍຕົວຂອງສາຍພົວພັນຮ່ວມມືທວິພາຄີລະຫວ່າງສອງປະເທດ ກໍຄືລະຫວ່າງສະຖາບັນ ແລະ ບັນດາຄູ່ຮ່ວມມື ອຽກລັງ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະຊີ້ນຳ, ຊຸກຍູ້ບັນດາອົງການວິຊາສະເພາະຂອງທັງສອງຝ່າຍ ໃຫ້ຮີບຮ້ອນຫັນບັນດາແຜນການຮ່ວມມືພາຍໃດໄລຍະໃໝ່ ທີ່ໄດ້ຕົກລົງເຫັນດີນຳກັນນັ້ນ ໃຫ້ປາກົດຜົນເປັນຈິງໂດຍໄວ.
| ຮັກສາບົດບາດກຳນົດທິດທາງ ແລະ ນຳພາຂະແໜງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ຍສໝ - ໃນຕອນບ່າຍວັນທີ 23 ມິຖຸນາ, ຢູ່ທີ່ຮານ້ອຍ, ທ່ານ ຫງວຽນແທງງີ້, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ ໄດ້ມີກອງປະຊຸມເຮັດວຽກຮ່ວມກັບ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ກ່ຽວກັບວຽກງານການວິໄຈວິທະຍາສາດ ເຕັກໂນໂລຊີ ແລະ ບາງໜ້າທີ່ຈຸດສຸມພາຍໃດໄລຍະຕໍ່ໜ້າ. ເຂົ້າຮ່ວມນຳມີ ຜູ້ຕາງໜ້າບັນດາກະຊວງ, ຄະນະ, ... |
| ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດສະບັບໃໝ່ ມຸ່ງໄປສູ່ການຄຸ້ມຄອງຄວາມສ່ຽງ ແລະ ການຫັນເປັນດິຈິຕອນ ຍສໝ - ໃນການແລກປ່ຽນຄຳເຫັນຮ່ວມກັບ ຫນັງສືພິມເອເລັກໂຕຣນິກລັດຖະບານ, ທ່ານ ຟ້າມດຶກລ້ວ, ຫົວໜ້າກົມຄຸ້ມຄອງເຂື່ອນປ້ອງກັນນ້ຳຖ້ວມ ແລະ ປ້ອງກັນ, ຕ້ານໄພພິບັດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ), ໃຫ້ຮູ້ວ່າ ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດ (ສະບັບປ່ຽນແທນ) ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງບາດກ້າວບຸກທະລຸທາງດ້ານສະຖາບັນ, ຍົກສູງຄວາມສາມາດພາຍໃດການຮັບມືກັບໄພພິບັດ ພາຍໃດສະພາບການໃໝ່. |

