ຊຸກຍູ້ສາຍພົວພັນການຮ່ວມມື ລະຫວ່າງ ກວາງນິງ ແລະ Hokkaido
| ໂຄສະນາສິນຄ້າຫວຽດນາມ ສູ່ຜູ້ບໍລິໂພກ ແລະ ວິສາຫະກິດ Kuwait | |
| ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ |
ຢູ່ພາຍໃດພິທີຕ້ອນຮັບ, ທ່ານ Takebe Tsutomu ໄດ້ສະແດງຄວາມປີຕິຊົມຊື່ນທີ່ໄດ້ກັບມາຢ້ຽມຢາມ ກວາງນິງ ແລະ ຕີລາຄາສູງຕໍ່ກັບບັນດາໝາກຜົນແຫ່ງການຮ່ວມມື ລະຫວ່າງ ແຂວງ ກວາງນິງ ກັບ ບັນດາທ້ອງຖິ່ນຂອງຍີ່ປຸ່ນ ພາຍໃດໄລຍະເວລາຜ່ານມາ, ເປັນຕົ້ນແມ່ນກັບແຂວງ Hokkaido. ບັນດາແຜນງານການຮ່ວມມື ຢູ່ພາຍໃດຫຼາຍຂົງເຂດ ເຊັ່ນ: ການສຶກສາ ແລະ ການກໍ່ສ້າງບຳລຸງສ້າງ, ການຈັດງານມະຫະກຳ, ການພົບປະແລກປ່ຽນວັດທະນະທຳສິລະປະ, ການສົ່ງເສີມການຄ້າ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ອັນເປັນການປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມຜູກພັນລະຫວ່າງປະຊາຊົນຂອງສອງທ້ອງຖິ່ນ.
![]() |
| ພາບລວມຂອງພິທີຕ້ອນຮັບ. (ພາບ: Quangninh.gov.vn) |
ທ່ານ Takebe Tsutomu ໃຫ້ຮູ້ວ່າ, ໃນເດືອນກັນຍາ 2026, ແຂວງ Hokkaido ຈະຈັດງານມະຫະກຳຫວຽດນາມ ຂຶ້ນຢູ່ທີ່ເມືອງ Asahikawa (ແຂວງ Hokkaido) ແລະ ຂໍເຊີນທ່ານທ່ານເລຂາຄະນະພັກແຂວງເຂົ້າຮ່ວມຢ່າງອົບອຸ່ນ. ໃນຂະນະດຽວກັນ, ກໍໄດ້ສະເໜີຈັດການສອບເສັງປະເມີນຄວາມຮູ້ ຍີ່ປຸ່ນສຶກສາປະຍຸກ ຢູ່ທີ່ມະຫາວິທະຍາໄລ ຮ້າລອງ (Hạ Long) ແນໃສ່ສ້າງໂອກາດຕື່ມອີກໃຫ້ແກ່ນັກສຶກສາໄດ້ເຂົ້າເຖິງ, ຍົກສູງຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ພາສາ ແລະ ສະພາບແວດລ້ອມການເຮັດວຽກຂອງຍີ່ປຸ່ນ.
ທ່ານເລຂາຄະນະພັກແຂວງ ກວ່ານມິງເກືອງ ໄດ້ສະແດງຄວາມຂອບໃຈຕໍ່ກັບການປະກອບສ່ວນອັນສຳຄັນຂອງທ່ານ Takebe Tsutomu ພາຍໃດການຊຸກຍູ້ສາຍພົວພັນການຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເວົ້າຮວມ, ລະຫວ່າງ ກວາງນິງ ກັບ ແຂວງ Hokkaido ເວົ້າສະເພາະ. ທ່ານເລຂາຄະນະພັກແຂວງ ເນັ້ນຢ້ຳວ່າ, ສາຍພົວພັນການຮ່ວມມື ລະຫວ່າງ ກວາງນິງ ແລະ Hokkaido ແມ່ນໜຶ່ງພາຍໃດຮູບແບບການຮ່ວມມືລະຫວ່າງທ້ອງຖິ່ນທີ່ເປັນແບບຢ່າງ ແລະ ພົ້ນເດັ່ນ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
![]() |
| ບັນດາຜູ້ແທນຖ່າຍພາບທີ່ລະນຶກຮ່ວມກັນ. (ພາບ: Quangninh.gov.vn) |
ທ່ານໄດ້ຕີລາຄາສູງຕໍ່ກັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຄວາມຜູກພັນລະຫວ່າງການນຳຂອງສອງທ້ອງຖິ່ນ ໂດຍຜ່ານບັນດາກິດຈະກຳແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນວັດທະນະທຳ, ການຮ່ວມມືດ້ານການສຶກສາ ແລະ ການກໍ່ສ້າງບຳລຸງສ້າງ, ພາຍໃດນັ້ນ ການຮ່ວມມືກັບມະຫາວິທະຍາໄລ ຮ້າລອງ ໄດ້ກາຍເປັນຈຸດເດັ່ນຢູ່ພາຍໃດສາຍພົວພັນລະຫວ່າງສອງຝ່າຍ.
ຢູ່ພາຍໃດພິທີຕ້ອນຮັບ, ທ່ານເລຂາຄະນະພັກແຂວງ ກວ່ານ ມິງ ເຄືອງ ໄດ້ແບ່ງປັນ 3 ເນື້ອໃນທີ່ ກວາງນິງ ມຸ່ງມາດປາດຖະໜາຢາກເພີ່ມທະວີການຮ່ວມມື, ແລກປ່ຽນ, ຖອດຖອນບົດຮຽນ ກັບບັນດາຄູ່ຮ່ວມມືຍີ່ປຸ່ນ ພາຍໃດໄລຍະຕໍ່ໄປ, ລວມມີ: ບົດຮຽນກ່ຽວກັບການບໍລິຫານທີ່ທັນສະໄໝ, ການສ້າງລະບຽບວິໄນການອອກແຮງງານ ແລະ ວັດທະນະທຳການເຮັດວຽກຂອງຄົນຍີ່ປຸ່ນ; ການສະໜັບສະໜູນດ້ານທຶນຮອນ; ການຖ່າຍທອດ ແລະ ນຳໃຊ້ເຕັກໂນໂລຊີ. ທ່ານເລຂາຄະນະພັກແຂວງ ຫວັງວ່າ, ໃນຖານະເປັນທີ່ປຶກສາພິເສດພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທ່ານ Takebe Tsutomu ຈະສືບຕໍ່ໃຫ້ຄວາມສົນໃຈ, ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະກອບສ່ວນສົ່ງສຽງຊຸກຍູ້ບັນດາແຜນງານການຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ, ມີລັກສະນະຕົວຈິງ ແລະ ມີປະສິດທິຜົນກວ່າເກົ່າ, ເປັນຕົ້ນແມ່ນຢູ່ພາຍໃດຂົງເຂດເສດຖະກິດ, ການລົງທຶນ ແລະ ການຜະລິດ.
ຕໍ່ກັບຂໍ້ສະເໜີຈັດການສອບເສັງປະເມີນຄວາມຮູ້ ຍີ່ປຸ່ນສຶກສາປະຍຸກ (Applied Japanese Studies) ຢູ່ທີ່ມະຫາວິທະຍາໄລ ຮ້າລອງ, ທ່ານເລຂາຄະນະພັກແຂວງ ໄດ້ມອບໝາຍໃຫ້ມະຫາວິທະຍາໄລ ຮ້າລອງ ເຮັດການວິໄຈບົນພື້ນຖານການປະສານງານຢ່າງແໜ້ນແຟ້ນກັບຝ່າຍເພື່ອນ ເພື່ອຮັບປະກັນຄວາມແທດຕົວ ແລະ ມີປະສິດທິຜົນ.
ທ່ານ Takebe Tsutomu ຢັ້ງຢືນວ່າ ຈະສືບຕໍ່ຮ່ວມເດີນທາງ, ເຮັດໜ້າທີ່ເປັນຂົວຕໍ່ຊຸກຍູ້ສາຍພົວພັນການຮ່ວມມືມິດຕະພາບ ລະຫວ່າງ ກວາງນິງ ກັບ ບັນດາທ້ອງຖິ່ນຂອງຍີ່ປຸ່ນ ໃຫ້ຫຼາຍຂຶ້ນຕື່ມອີກ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ມີຄວາມເລິກເຊິ່ງກວ່າເກົ່າ.
| ເພີ່ມທະວີການຮ່ວມມືດ້ານສື່ມວນຊົນ ຫວຽດນາມ -ສ.ເກົາຫຼີໃຕ້ ຢູ່ພາຍໃດຍຸກສະໄໝດິຈິຕອນ ຍສໝ - ໃນຕອນບ່າຍວັນທີ 22 ມິຖຸນາ, ຢູ່ທີ່ຮານ້ອຍ, ສະມາຄົມນັກຂ່າວຫວຽດນາມ ໄດ້ມີກອງປະຊຸມເຮັດວຽກຮ່ວມກັບ ຄະນະຜູ້ແທນສະມາຄົມນັກຂ່າວເກົາຫຼີໃຕ້ ໂດຍແມ່ນທ່ານ Park Jong Hyun, ປະທານສະມາຄົມນັກຂ່າວເກົາຫຼີໃຕ້ ເປັນຫົວໜ້າຄະນະ. |
| ສາມທາງເລືອກຍຸດທະສາດສຳລັບຫວຽດນາມ ຢູ່ພາຍໃດການແຂ່ງຂັນທາງດ້ານເຕັກໂນໂລຊີ ຍສໝ - ພາຍໃດສະພາບການທີ່ ປັນຍາປະດິດ (AI), ຂໍ້ມູນ ແລະ ພື້ນຖານໂຄງລ່າງດິຈິຕອນ ພວມກາຍເປັນບັນດາປັດໄຈຕັດສິນກຳລັງແຮງທາງດ້ານເສດຖະກິດ ແລະ ຄວາມສາມາດພາຍໃດການແຂ່ງຂັນຂອງຊາດ, ຫວຽດນາມ ພວມຜະເຊີນໜ້າກັບໂຈດບັນຫາທີ່ວ່າ ເຮັດແນວໃດ ເພື່ອທັງສາມາດຂຸດຄົ້ນບັນດາແຫຼ່ງກຳລັງເຕັກໂນໂລຊີທົ່ວໂລກ, ທັງຮັບປະກັນໄດ້ຜົນປະໂຫຍດທາງດ້ານຍຸດທະສາດ ແລະ ອະທິປະໄຕດິຈິຕອນໃນໄລຍະຍາວ. |

