12:39 | 24/06/2026

ໂຄສະນາສິນຄ້າຫວຽດນາມ ສູ່ຜູ້ບໍລິໂພກ ແລະ ວິສາຫະກິດ Kuwait

ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື
ວິສາຫະກິດ “ມຸ່ງໄປສູ່ຕ່າງປະເທດ”, ພ້ອມກັບປະເທດບືນຕົວຂຶ້ນ

ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດຊຸກຍູ້ກິດຈະກຳສົ່ງເສີມການຄ້າ, ແນະນຳບັນດາຜະລິດຕະພັນກະສິກຳ, ອາຫານ, ເຄື່ອງຫັດຖະກຳສິລະປະປະດິດທີ່ເປັນເອກະລັກ ສູ່ຜູ້ບໍລິໂພກ ແລະ ວິສາຫະກິດ Kuwait, ທັງແມ່ນເຫດການວັດທະນະທຳທີ່ຟົດຟື້ນ ເພື່ອສະແດງບັນດາລາຍການສິລະປະ ແລະ ມໍລະດົກອັນອຸດົມສົມບູນຂອງຫຼາຍປະເທດອາຊີ.

ຂໍ້ມູນຈາກສະຖານທູດຫວຽດນາມ ປະຈຳ Kuwait ໃຫ້ຮູ້ວ່າ, ບູດວາງສະແດງຂອງຫວຽດນາມ ໄດ້ແນະນຳເຄື່ອງຫັດຖະກຳສິລະປະປະດິດດັ້ງເດີມ ແລະ ມີຜະລິດຕະພັນກະສິກຳ ກໍຄືອາຫານທີ່ພົ້ນເດັ່ນຫຼາຍກວ່າ 30 ຊະນິດ. ບັນດາຜະລິດຕະພັນທີ່ໄດ້ຮັບການແນະນຳ ລວມມີ: ຊາ, ກາເຟ, ເມັດມະມ່ວງຫິມະພານ, ໝາກພິກໄທ, ຊັອກໂກແລັດ, ໝາກໄມ້ສົດຫຼາຍຊະນິດ, ໝາກພ້າວ ແລະ ຜະລິດຕະພັນຈາກໝາກພ້າວ, ເຄື່ອງດື່ມ, ອາຫານສຳເລັດຮູບ ພ້ອມດ້ວຍສິນຄ້າກະສິກຳທີ່ມີທ່າແຮງໃນການສົ່ງອອກອື່ນໆອີກຫຼາກຫຼາຍຂອງຫວຽດນາມ. ຈຸດເດັ່ນແມ່ນ ບັນດາຜະລິດຕະພັນວາງສະແດງທັງໝົດຂອງຫວຽດນາມ ລ້ວນແຕ່ຕອບສະໜອງໄດ້ຕາມມາດຕະຖານຮາລານ (Halal), ສອດຄ່ອງກັບຄວາມຕ້ອງການບໍລິໂພກຂອງຕະຫຼາດ Kuwait ແລະ ພາກພື້ນຕາເວັນອອກກາງ.

ໂຄສະນາສິນຄ້າຫວຽດນາມ ສູ່ຜູ້ບໍລິໂພກ ແລະ ວິສາຫະກິດ Kuwait
ບູດສິນຄ້າຫວຽດນາມ ຢູ່ພາຍໃດງານມະຫະກຳອາຊີ ຄັ້ງທີ 7. (ພາບ: ສະຖານທູດຫວຽດນາມ ປະຈຳ Kuwait)

ຕາມຄະນະຈັດຕັ້ງໃຫ້ຮູ້ວ່າ, ດ້ວຍການເຂົ້າຮ່ວມຂອງສະຖານເອກອັກຄະລັດຖະທູດປະເທດອາຊີ 14 ແຫ່ງ ປະຈຳ Kuwait ແລະ ບັນດາບໍລິສັດຍັກໃຫຍ່/ວິສາຫະກິດຂະໜາດໃຫຍ່ຫຼາຍສິບແຫ່ງ ທີ່ມີສໍານັກງານໃຫຍ່ຕັ້ງຢູ່ Kuwait, ງານມະຫະກຳຄັ້ງນີ້ ໄດ້ດຶງດູດຜູ້ເຂົ້າຊົມຫຼາຍກວ່າ 1.000 ເທື່ອຄົນ. ສິ່ງທີ່ໜ້າສົນໃຈແມ່ນ, ມີວິສາຫະກິດນຳເຂົ້າ, ຜູ້ຈັດຈຳໜ່າຍ ແລະ ຜູ້ຕາງໜ້າບັນດາລະບົບຂາຍຍ່ອຍຂອງ Kuwait ຈຳນວນຫຼວງຫຼາຍ ໄດ້ມາຢ້ຽມຢາມບູດວາງສະແດງຂອງຫວຽດນາມ ເພື່ອຊອກຫາຂໍ້ມູນກ່ຽວກັບຜະລິດຕະພັນ, ຄວາມສາມາດພາຍໃດການສະໜອງ ກໍຄືຂໍ້ມູນຂອງບັນດາຜູ້ຜະລິດ ແລະ ຫົວໜ່ວຍສົ່ງອອກ.

ທ່ານ Adel Manai, ຜູ້ອຳນວຍການປະຈຳພາກພື້ນຂອງ Monoprix ໄດ້ສະເໜີໂດຍກົງໃຫ້ ພາກສ່ວນທູດພາណິຊຍ໌ ສະຖານທູດຫວຽດນາມ ປະຈຳ Kuwait ສືບຕໍ່ ແລະ ເພີ່ມທະວີການສະໜັບສະໜູນການເຊື່ອມຕໍ່ ບັນດາຜູ້ສະໜອງຫວຽດນາມ ເຂົ້າສູ່ລະບົບຂອງ Monoprix ແນໃສ່ຂະຫຍາຍບັນຊີລາຍຊື່ຜະລິດຕະພັນຫວຽດນາມ ຢູ່ພາຍໃດຕະຫຼາດ Kuwait ພາຍໃດໄລຍະຕໍ່ໄປ.

ພາຍໃດຂອບເຂດງານມະຫະກຳ, ສະຖານທູດຫວຽດນາມ ຍັງໄດ້ຈັດສາຍວິດີໂອ, ແຈກຢາຍສິ່ງພິມແນະນຳກ່ຽວກັບປະເທດຊາດ, ປະຊາຊົນ ແລະ ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງຫວຽດນາມ. ກິດຈະກຳດັ່ງກ່າວ ໄດ້ປະກອບສ່ວນໂດຍກົງພາຍໃດການໂຄສະນາພາບພົດຂອງຫວຽດນາມ ສູ່ສາທາລະນະຊົນທ້ອງຖິ່ນ, ໃນຂະນະດຽວກັນ ກໍເປັນການແນະນຳທ່າແຮງການພັດທະນາການທ່ອງທ່ຽວຮາລານ (Halal) ຂອງຫວຽດນາມ ໃຫ້ແກ່ນັກທ່ອງທ່ຽວຈາກ Kuwait ແລະ ພາກພື້ນບັນດາປະເທດອ່າວເປີເຊຍ (GCC).

ສາມທາງເລືອກຍຸດທະສາດສຳລັບຫວຽດນາມ ຢູ່ພາຍໃດການແຂ່ງຂັນທາງດ້ານເຕັກໂນໂລຊີ ສາມທາງເລືອກຍຸດທະສາດສຳລັບຫວຽດນາມ ຢູ່ພາຍໃດການແຂ່ງຂັນທາງດ້ານເຕັກໂນໂລຊີ

ຍສໝ - ພາຍໃດສະພາບການທີ່ ປັນຍາປະດິດ (AI), ຂໍ້ມູນ ແລະ ພື້ນຖານໂຄງລ່າງດິຈິຕອນ ພວມກາຍເປັນບັນດາປັດໄຈຕັດສິນກຳລັງແຮງທາງດ້ານເສດຖະກິດ ແລະ ຄວາມສາມາດພາຍໃດການແຂ່ງຂັນຂອງຊາດ, ຫວຽດນາມ ພວມຜະເຊີນໜ້າກັບໂຈດບັນຫາທີ່ວ່າ ເຮັດແນວໃດ ເພື່ອທັງສາມາດຂຸດຄົ້ນບັນດາແຫຼ່ງກຳລັງເຕັກໂນໂລຊີທົ່ວໂລກ, ທັງຮັບປະກັນໄດ້ຜົນປະໂຫຍດທາງດ້ານຍຸດທະສາດ ແລະ ອະທິປະໄຕດິຈິຕອນໃນໄລຍະຍາວ.

ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ ຫວຽດນາມ - ການາດາ ໄຂຊຸດອົບຮົມນາຍທະຫານເສນາທິການ ສປຊ ທີ່ບັນລຸມາດຕະຖານສາກົນ

ຍສໝ - ວັນທີ 22 ມິຖຸນາ, ຢູ່ທີ່ສໍານັກງານກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ), ຊຸດອົບຮົມນາຍທະຫານເສນາທິການ ສປຊ (UNSOC) ໂດຍແມ່ນ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຊຸດອົບຮົມທຳອິດ ທີ່ໄດ້ຮັບການຜັນຂະຫຍາຍ ພາຍຫຼັງທີ່ແຜນງານ UNSOC ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ ສປຊ ວ່າບັນລຸມາດຕະຖານ ໃນເດືອນມີນາ ...

Link: https://huunghivietlao.thoidai.com.vn/detail-article-22215.html

In bài biết