ນັກສຶກສາລາວ ແລະ ກຳປູເຈຍ 177 ຄົນ ມີ "ຄອບຄົວທີສອງ" ຢູ່ທີ່ນະຄອນໂຮ່ຈີມິນ
| ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ: ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່ | |
| ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່ |
ອີງຕາມໜັງສືພິມ ຍານເຢີນ, ແຜນງານດັ່ງກ່າວແມ່ນມີການເຂົ້າຮ່ວມຂອງ 102 ຄອບຄົວຫວຽດນາມ ແລະ ນັກສຶກສາລາວ, ກຳປູເຈຍ 177 ຄົນ ທີ່ພວມສຶກສາຮໍ່າຮຽນຢູ່ຕາມບັນດາມະຫາວິທະຍາໄລ, ວິທະຍາໄລ ແລະ ສະຖາບັນ ຢູ່ພາຍໃດຂອບເຂດທົ່ວຕົວເມືອງນະຄອນ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວ ແລະ ນັກສຶກສາ ໄດ້ພົບປະ, ເຊື່ອມຕໍ່ ແລະ ຮ່ວມເດີນທາງນຳກັນພາຍໃດການຮໍ່າຮຽນ, ການດຳລົງຊີວິດປະຈຳວັນ ກໍຄືການຊອກຮູ້ກ່ຽວກັບວັດທະນະທຳຂອງແຕ່ລະປະເທດຊາດ ຢ່າງເປັນທາງການ.
![]() |
| ແຜນງານຄອບຄົວຫວຽດນາມ ຮ່ວມກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມສຶກສາຮໍ່າຮຽນ ຢູ່ທີ່ນະຄອນໂຮ່ຈີມິນ ປະຈຳປີ 2026. (ພາບ: ຫນັງສືພິມ ໄຊງ່ອນຢາຍຟ້ອງ) |
ປີ 2026 ກໍແມ່ນປີທຳອິດທີ່ໄດ້ຜັນຂະຫຍາຍໂຄງການເລກທີ 02/ĐA-MTTQ-BTT ລົງວັນທີ 9 ຕຸລາ 2025 ຂອງຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ວ່າດ້ວຍການຈັດຕັ້ງແຜນງານ "ຄອບຄົວຫວຽດນາມ ຮ່ວມກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມສຶກສາຮໍ່າຮຽນ ຢູ່ທີ່ນະຄອນໂຮ່ຈີມິນ" ໄລຍະ 2026-2030.
ໜັງສືພິມ ໄຊງ່ອນຢາຍຟ້ອງ ໄດ້ຍົກຄຳເວົ້າຂອງທ່ານ ງວຽນ ມິງ ເຊີນ (Nguyễn Minh Sơn), ຮອງເລຂາຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ທາງຕົວເມືອງນະຄອນຍາມໃດກໍເອົາໃຈໃສ່, ຮ່ວມເດີນທາງກັບນັກສຶກສາລາວ ແລະ ກຳປູເຈຍ. ແນໃສ່ສ້າງເງື່ອນໄຂໃຫ້ນັກສຶກສາລາວ, ກຳປູເຈຍ ເຊື່ອມໂຍງເຂົ້າກັບການດຳລົງຊີວິດໄດ້ດີຂຶ້ນ, ໄດ້ສຳຜັດຕົວຈິງຢ່າງເລິກເຊິ່ງກວ່າເກົ່າຕໍ່ກັບບັນດາກຸນຄ່າວັດທະນະທຳມູນເຊື້ອ, ນ້ຳໃຈໄມຕີຈິດມິດພາບຂອງຄົນຫວຽດນາມ, ແຜນງານຄອບຄົວຫວຽດນາມ ຮ່ວມກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມສຶກສາຮໍ່າຮຽນ ຢູ່ທີ່ນະຄອນໂຮ່ຈີມິນ ຈຶ່ງໄດ້ຮັບການຜັນຂະຫຍາຍ ຄືດັ່ງຂົວຕໍ່ແຫ່ງການເຊື່ອມໂຍງອັນເຕັມໄປດ້ວຍຄວາມໝາຍ ລະຫວ່າງ ບັນດາຄອບຄົວຫວຽດນາມ ຮ່ວມກັບນັກສຶກສາສາກົນ.
ອີງຕາມຄະນະຈັດຕັ້ງ, ພາຍໃດໄລຍະ 2021-2025, ແຜນງານໄດ້ດຶງດູດຄອບຄົວຫວຽດນາມເຂົ້າຮ່ວມ 289 ເທື່ອຄອບຄົວ, ຮັບອຸປະຖຳນັກສຶກສາລາວ ແລະ ກຳປູເຈຍ 473 ເທື່ອຄົນ. ຫຼາຍຄອບຄົວໄດ້ສືບຕໍ່ຮ່ວມເດີນທາງເປັນເວລາຫຼາຍປີລຽນຕິດ, ສ້າງໃຫ້ມີສາຍພົວພັນອັນສະໜິດແໜ້ນຄືດັ່ງຍາດຕິພີ່ນ້ອງພາຍໃດຄອບຄົວດຽວກັນ.
ໂດຍຮ່ວມເດີນທາງກັບແຜນງານມາຕັ້ງແຕ່ປີ 2021, ຫຼາກຫຼາຍຄອບຄົວໃຫ້ຮູ້ວ່າ ຄວາມແຕກຕ່າງກ່ຽວກັບດ້ານພາສາ, ວັດທະນະທຳ ແລະ ຄວາມຊິນເຄີຍພາຍໃດການດຳລົງຊີວິດໃນໄລຍະເລີ່ມຕົ້ນນັ້ນ ແມ່ນຄ່ອຍໆຖືກລົບລ້າງໄປ ດ້ວຍຄວາມຈິງໃຈ ແລະ ຄວາມຮັກແພງອັນສະໜິດແໜ້ນລະຫວ່າງບັນດາສະມາຊິກ. ບັນດານັກສຶກສາໄດ້ຮັບການສະໜັບສະໜູນຊ່ວຍເຫຼືອພາຍໃດການຮໍ່າຮຽນ, ການດຳລົງຊີວິດ, ໃນຂະນະດຽວກັນ ກໍມີໂອກາດຊອກຮູ້ຢ່າງເລິກເຊິ່ງກວ່າເກົ່າກ່ຽວກັບວັດທະນະທຳ, ປະຫວັດສາດ ແລະ ຊີວິດການເປັນຢູ່ຂອງຄົນຫວຽດນາມ.
ຄະນະຈັດຕັ້ງໄດ້ຕີລາຄ່ວາ ການສືບຕໍ່ຮັກສາ ແລະ ພັດທະນາແຜນງານ ແມ່ນຫຼັກຖານຢັ້ງຢືນໃຫ້ແກ່ມູນເຊື້ອແຫ່ງຄວາມມີນ້ຳໃຈ, ຈິດໃຈສາມັກຄີສາກົນ ແລະ ຄວາມຮັບຜິດຊອບຂອງນະຄອນໂຮ່ຈີມິນ ພາຍໃດວຽກງານການຕ່າງປະເທດປະຊາຊົນ. ກິດຈະກຳນີ້ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນມິດພາບມູນເຊື້ອ, ຄວາມສາມັກຄີພິເສດ ຫວຽດນາມ - ລາວ ແລະ ສາຍພົວພັນເພື່ອນບ້ານໃກ້ຄຽງມິດພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ມີຄວາມເລິກເຊິ່ງຍິ່ງໆຂຶ້ນ.
ເປັນພິເສດ, ແຜນງານດັ່ງກ່າວແມ່ນໄດ້ຈັດຂຶ້ນພາຍໃດປີທີ່ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງວັນນະຄອນ ໄຊງ່ອນ - ຢາດິ້ງ ໄດ້ຮັບນາມມະຍົດເປັນທາງການຕາມຊື່ຂອງ ທ່ານປະທານ ໂຮ່ຈີມິນ ຄົບຮອບ 50 ປີ, ໂດຍຜ່ານນັ້ນ ກໍສືບຕໍ່ຢັ້ງຢືນພາບພົດຂອງຕົວເມືອງນະຄອນທີ່ມີຄວາມຂະຫຍາຍຕົວຢ່າງຟົດຟື້ນ, ມີນ້ຳໃຈ ແລະ ຍາມໃດກໍເປີດກວ້າງຕ້ອນຮັບເພື່ອນມິດສາກົນສະເໝີ.
| ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ ຍສໝ - ວັນທີ 18 ມິຖຸນາ, ພາຍໃດຂອບເຂດກອງປະຊຸມຄັ້ງທີ 36 ຂອງບັນດາປະເທດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ສະຫະປະຊາຊາດນະຄອນນິວຢອກ (ອາເມລິກາ), ຮອງສາດສະດາຈານ ປະລິນຍາເອກ ຫງວຽນທິລານແອງ, ຮອງຜູ້ນຳສະຖາບັນການຕ່າງປະເທດ ຫວຽດນາມ, ຜູ້ສະໝັກຮັບເລືອກຕັ້ງຂອງຫວຽດນາມ, ໄດ້ຮັບການເລືອກຕັ້ງເຂົ້າດຳລົງຕຳແໜ່ງເປັນຜູ້ພິພາກສາສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026–2035 ດ້ວຍຄະແນນສຽງສູງທີ່ສຸດພາຍໃດເຂດພາກພື້ນ ອາຊີ - ປາຊີຟິກ. |
| ຫວຽດນາມ - ລັດເຊຍ ຂະຫຍາຍອະວະກາດແຫ່ງການຮ່ວມມືດ້ານເສດຖະກິດ ຍສໝ - ຢູ່ພາຍໃດແຜນງານການເຊື່ອມຕໍ່ການລົງທຶນ ແລະ ດຳເນີນທຸລະກິດ ຫວຽດນາມ - ສະຫະພັນລັດເຊຍ, ທ່ານລັດຖະມົນຕີກະຊວງການເງິນ ໂງວັນຕ໋ວນ ໄດ້ເນັ້ນໜັກເຖິງບົດບາດຂອງຊຸມຊົນວິສາຫະກິດ ພາຍໃດການຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນທະວິພາຄີ. |
