20:50 | 19/06/2026

ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ

ຫວຽດນາມ - ລັດເຊຍ ຂະຫຍາຍອະວະກາດແຫ່ງການຮ່ວມມືດ້ານເສດຖະກິດ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ
ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ
ປອ. ຫງວຽນທິລານແອງ, ຜູ້ສະໝັກຮັບເລືອກຕັ້ງຂອງຫວຽດນາມ ເຂົ້າໃສ່ ITLOS, ກ່າວປາໄສ. ພາບ: ແທັງຕວນ/TTXVN ປະຈຳ ອາເມລິກາ

ອີງຕາມຜູ້ສື່ຂ່າວ TTXVN ປະຈຳ ນະຄອນນິວຢອກ, ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ສະໝັກຮັບເລືອກຕັ້ງ ແລະ ມີຕົວແທນຢູ່ພາຍໃດ ITLOS ນັບຕັ້ງແຕ່ສານແຫ່ງນີ້ໄດ້ເລີ່ມເຄື່ອນໄຫວໃນປີ 1996. ການທີ່ ຮອງສາດສະດາຈານ ປະລິນຍາເອກ ຫງວຽນ ທິ ລານ ແອງ ໄດ້ຮັບການເລືອກຕັ້ງດ້ວຍຄະແນນສຽງສູງ ແລະ ທັນທີຫຼັງຈາກການປ່ອນບັດຮອບທຳອິດ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ ຕໍ່ກັບຖານະຕຳແໜ່ງ ແລະ ບົດບາດຂອງຫວຽດນາມ, ທັງແມ່ນຫຼັກຖານຢັ້ງຢືນໃຫ້ແກ່ບາດກ້າວຂະຫຍາຍຕົວໃໝ່ ຂອງວຽກງານການຕ່າງປະເທດພຫຸພາຄີ ແລະ ການເຊື່ອມໂຍງດ້ານກົດໝາຍສາກົນຂອງປະເທດຊາດ. ໝາກຜົນນີ້ ຍັງສະທ້ອນໃຫ້ເຫັນເຖິງການຫັນປ່ຽນຈາກການເຂົ້າຮ່ວມຢ່າງຕັ້ງໜ້າ ໄປສູ່ການປະກອບສ່ວນນັບມື້ນັບເປັນຮູບປະທຳ ເຂົ້າໃສ່ຂະບວນການກໍ່ສ້າງ, ພັດທະນາ ແລະ ປະຕິບັດບັນດາມາດຕະຖານ, ກົດລະບຽບຮ່ວມກັນຂອງປະຊາຄົມສາກົນ; ຢືນຢັນຄວາມຮັບຜິດຊອບ ແລະ ສະມັດຖະພາບການປະກອບສ່ວນນັບມື້ນັບມີປະສິດທິຜົນຂອງຫວຽດນາມ ພາຍໃດລະບົບການຄຸ້ມຄອງທົ່ວໂລກ ທີ່ອີງໃສ່ກົດລະບຽບກົດໝາຍ. ຄວາມສຳເລັດນີ້ ໃນຂະນະດຽວກັນ ກໍຢືນຢັນເຖິງການຕີລາຄາໃນແງ່ບວກ ຂອງບັນດາປະເທດພາຄີ UNCLOS ກ່ຽວກັບການປະກອບສ່ວນນັບມື້ນັບເປັນຮູບປະທຳຂອງຫວຽດນາມ ຕໍ່ກັບບັນດາອົງການຈັດຕັ້ງສະຫະປະຊາຊາດ ແລະ ກົດໝາຍສາກົນ.

ສຳລັບ ຮອງສາດສະດາຈານ ປະລິນຍາເອກ ຫງວຽນທິລານແອງ, ການຍາດໄດ້ໄຊຊະນະ ພາຍໃດການເລືອກຕັ້ງທີ່ມີລັກສະນະແຂ່ງຂັນສູງຍິ່ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງການຮັບຮູ້ຂອງປະຊາຄົມສາກົນ ຕໍ່ກັບຄຸນສົມບັດ, ສະມັດຖະພາບວິຊາສະເພາະ ແລະ ອິດທິພົນຊື່ສຽງ ຂອງນັກຊ່ຽວຊານດ້ານກົດໝາຍສາກົນຫວຽດນາມທ່ານໜຶ່ງ. ຮອງສາດສະດາຈານ ປະລິນຍາເອກ ຫງວຽນ ທິ ລານ ແອງ ຈະປະຕິບັດໜ້າທີ່ວຽກງານເປັນຜູ້ພິພາກສາ ITLOS ຢ່າງຖືກຕ້ອງຕາມບັນດາຫຼັກການເອກະລາດ, ພາວະວິໄສ ທີ່ໄດ້ກຳນົດໄວ້ພາຍໃດກົດລະບຽບຂອງສານ, ໂດຍຜ່ານນັ້ນ ຊຸກຍູ້ການປະຕິບັດສົນທິສັນຍາຢ່າງມີປະສິດທິຜົນ, ປະກອບສ່ວນຮັດແໜ້ນລະບຽບກົດໝາຍຢູ່ບົນທະເລ. ໃນນາມເປັນປະເທດທີ່ຍາມໃດກໍຍົກສູງຄວາມສັກສິດຂອງກົດໝາຍສາກົນຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນກົດບັດສະຫະປະຊາຊາດ ແລະ UNCLOS 1982, ຫວຽດນາມ ຈະສືບຕໍ່ຮ່ວມກັບບັນດາປະເທດພາຄີ ຊຸກຍູ້ການປະຕິບັດສົນທິສັນຍາຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ແກ້ໄຂບັນດາຂໍ້ຂັດແຍ່ງດ້ວຍມາດຕະການສັນຕິພາບ, ເພີ່ມທະວີການຮ່ວມມືດ້ານທະເລ ແລະ ປະກອບສ່ວນເຂົ້າໃສ່ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມສະຫວັດດິພາບ ແລະ ການພັດທະນາທີ່ຍືນຍົງຢູ່ບົນທະເລ ແລະ ມະຫາສະໝຸດ.

ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ

ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ ວຽງຈັນ (ສປປ ລາວ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ປະສານງານຮ່ວມກັບ ພາກສ່ວນພາສາຫວຽດນາມ ສັງກັດສະມາຄົມຄົນຫວຽດນາມ ນະຄອນຫຼວງວຽງຈັນ ຈັດຕັ້ງການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ສະເພາະໃຫ້ແກ່ນັກສຶກສາພາສາຫວຽດນາມ ທີ່ເປັນພະນັກງານຫຼັກແຫຼ່ງມາຈາກບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ແລະ ...

ຊາວຫວຽດນາມຮຸ່ນໜຸ່ມຢູ່ ສ.ເຊັກໂກ ເລົ່າເລື່ອງລາວແຫ່ງການເຕີບໃຫຍ່ທ່າມກາງສອງກະແສວັດທະນະທຳ ຊາວຫວຽດນາມຮຸ່ນໜຸ່ມຢູ່ ສ.ເຊັກໂກ ເລົ່າເລື່ອງລາວແຫ່ງການເຕີບໃຫຍ່ທ່າມກາງສອງກະແສວັດທະນະທຳ

ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ Praha (ສ.ເຊັກໂກ), ງານວາງສະແດງຮູບພາບພາຍໃດຫົວຂໍ້ "Little Hanoi, Next Generation" (ຮ່າໂນ້ຍນ້ອຍ, ຮຸ່ນຕໍ່ໄປ) ໄດ້ໄຂຂຶ້ນຢ່າງເປັນທາງການ, ເປີດສາກໃຫ້ແກ່ອະວະກາດແຫ່ງການສົນທະນາ ກ່ຽວກັບເອກະລັກ, ຄວາມຊົງຈຳ ແລະ ວິວັດທະນາການແຫ່ງການເຕີບໃຫຍ່ ຂອງຄົນຫວຽດນາມຮຸ່ນທີສອງ ຢູ່ພາຍໃດສາທາລະນະລັດ ສເປັກ.

Link: https://huunghivietlao.thoidai.com.vn/detail-article-22196.html

In bài biết