Amata ຫວຽດນາມ ປະກອບສ່ວນຊຸກຍູ້ສາຍພົວພັນການຮ່ວມມື ຫວຽດນາມ-ໄທ
| ປະເທດ ໄທ ຊຸກຍູ້ການຫັນບັນດາຂໍ້ຕົກລົງຮ່ວມມືຮ່ວມກັບ ຫວຽດນາມ ໃຫ້ເປັນຮູບປະທຳ | |
| ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ |
![]() |
| ບັນດາການນຳແຂວງ ຝູທໍ ແລະ ຄະນະຜູ້ແທນ ໄດ້ຮ່ວມກັນຈັດຕັ້ງພິທີກົດປຸ່ມຜັນຂະຫຍາຍ ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດໂຄງສ້າງພື້ນຖານ ເຂດອຸດສາຫະກຳ ດວານຮຸ່ງ - AMATA City ຝູທໍ ໂດຍແມ່ນ ກຸ່ມບໍລິສັດ AMATA ເປັນເຈົ້າຂອງໂຄງການລົງທຶນ. |
ພິທີດັ່ງກ່າວ ໄດ້ຢືນຢັນເຖິງຄວາມມຸ່ງໝັ້ນຂອງ Amata VN ພາຍໃດການຂະຫຍາຍການປາກົດຕົວ ຢູ່ທີ່ເຂດພາກພື້ນແຫ່ງການຂະຫຍາຍຕົວທາງທິດເໜືອຂອງຫວຽດນາມ ແລະ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ໄທ ແລະ ຫວຽດນາມ.
ເຂົ້າຮ່ວມພາຍໃດແຜນງານ ມີບັນດາສະຫາຍ: ຫງວຽນ ແມ້ງ ເກື່ອງ - ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ເຈິ່ນ ຢຸຍ ດົງ - ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຝູທໍ.
ທາງຝ່າຍ ໄທ ມີທ່ານນາງ Urawadee Sriphiromya - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ລາຊະອານາຈັກໄທ ປະຈຳ ປະເທດ ຫວຽດນາມ.
ຜູ້ຕາງໜ້າຈາກ Amata VN ມີທ່ານນາງ Somhatai Panichewa – ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ມະຫາຊົນ ອະມາຕະ ຫວຽດນາມ ຈຳກັດ, ທ່ານ Osamu Sudo – ຮອງປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ມະຫາຊົນ ອະມາຕະ ຫວຽດນາມ ຈຳກັດ, ທ່ານ ຫງວຽນວັນເຍີນ (Nguyễn Văn Nhân) – ຜູ້ອຳນວຍການໃຫຍ່ ບໍລິສັດ ຫຸ້ນສ່ວນ ຕົວເມືອງ ອະມາຕະ ຮະລອງ ທັງເປັນ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຸ້ນສ່ວນ ຕົວເມືອງ ອະມາຕະ ຝູທໍ, ພ້ອມດ້ວຍບັນດາສະມາຊິກສະພາລິຫານ.
ເຂົ້າຮ່ວມພາຍໃດແຜນງານດັ່ງກ່າວ ຍັງມີຄະນະຜູ້ແທນເກືອບ 400 ທ່ານ ທີ່ເປັນການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການການທູດ, ສະມາຄົມວິສາຫະກິດ, ນັກລົງທຶນ ແລະ ວິສາຫະກິດຂອງສອງປະເທດ.
![]() |
| ພິທີລົງນາມ, ມອບ-ຮັບ ບັນດາເອກະສານການຮ່ວມມື ລະຫວ່າງ ບັນດາວິສາຫະກິດ ຮ່ວມກັບ ບັນດາອົງການຈັດຕັ້ງ ຂອງແຂວງ ຝູທໍ. |
ຫວຽດນາມ ແມ່ນຈຸດໝາຍປາຍທາງການລົງທຶນອັນສຳຄັນ ຂອງບັນດານັກທຸລະກິດໄທ
ກ່າວປາໄສຢູ່ພາຍໃດແຜນງານ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ໃຫ້ຮູ້ວ່າ, ປັດຈຸບັນ ປະເທດ ໄທ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ພາຍໃດກຸ່ມ ASEAN, ໃນຂະນະທີ່ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 6 ຂອງ ໄທ ຢູ່ບົນໂລກ. ມູນຄ່າການນຳເຂົ້າ-ສົ່ງອອກລວມ ພາຍໃດປີ 2025 ບັນລຸໄດ້ 22,07 ຕື້ USD ແລະ ສອງປະເທດພວມມຸ່ງໜ້າສູ່ເປົ້າໝາຍບັນລຸໃຫ້ໄດ້ 25 ຕື້ USD ແລະ ກ້າວໄກກວ່ານັ້ນແມ່ນ 50 ຕື້ USD ພາຍໃດອະນາຄົດ. ຫວຽດນາມ ແມ່ນຈຸດໝາຍປາຍທາງການລົງທຶນອັນສຳຄັນ ຂອງບັນດານັກທຸລະກິດໄທ ດ້ວຍ 805 ໂຄງການທີ່ຍັງມີຜົນສັກສິດ, ບັນລຸມູນຄ່າທຶນຈົດທະບຽນລວມ 15,4 ຕື້ USD.
ການຮ່ວມມືຂັ້ນທ້ອງຖິ່ນ ແລະ ການແລກປ່ຽນລະຫວ່າງປະຊາຊົນ ສືບຕໍ່ແມ່ນຈຸດເດັ່ນອັນພົ້ນເດັ່ນ ດ້ວຍ 20 ຄູ່ທ້ອງຖິ່ນທີ່ໄດ້ສ້າງຕັ້ງສາຍພົວພັນການຮ່ວມມື, ຜູກມິດເປັນແຮກສ່ຽວຮ່ວມກັນ. ການຮ່ວມມືລະຫວ່າງທ້ອງຖິ່ນ ໄດ້ມີການຫັນປ່ຽນຢ່າງແຂງແຮງ ນັບແຕ່ການແລກປ່ຽນມິດພາບແບບມູນເຊື້ອ ມາເປັນການຮ່ວມມືພັດທະນາແບບເປັນຮູບປະທຳ, ສະເພາະຂະແໜງການ, ຮ່ວມກັນສ້າງເປັນບັນດາພະລັງຂັບເຄື່ອນແຫ່ງການຂະຫຍາຍຕົວໃໝ່. ບັນດາຜົນງານຂ້າງເທິງນັ້ນ ໄດ້ສະທ້ອນໃຫ້ເຫັນເຖິງລວງເລິກຍຸດທະສາດ, ລະດັບຄວາມກ່ຽວພັນທາງສັງຄົມ ແລະ ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງອັນສູງສົ່ງ ລະຫວ່າງ ສອງປະເທດ.
ຢູ່ພາຍໃດເຫດການ, ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດ ໄທ ປະຈຳ ປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ, ສາຍພົວພັນ ຫວຽດນາມ-ໄທ ພວມມີການຂະຫຍາຍຕົວຢ່າງແຂງແຮງ ແລະ ຮອບດ້ານ ພາຍໃດຫຼາກຫຼາຍຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ແມ່ນໜຶ່ງພາຍໃດຄູ່ຮ່ວມມືອັນສຳຄັນອັນດັບຕົ້ນໆຂອງ ໄທ ພາຍໃດ ASEAN, ໃນຂະນະທີ່ ໄທ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ພາຍໃດເຂດພາກພື້ນ.
ຄຽງຄູ່ກັບການຂະຫຍາຍຕົວຂອງມູນຄ່າການຄ້າທະວິພາຄີ, ກໍນັບມື້ນັບມີວິສາຫະກິດໄທຫຼາກຫຼາຍແຫ່ງ ຂະຫຍາຍກິດຈະກຳການລົງທຶນຢູ່ທີ່ ຫວຽດນາມ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ແລະ ເພີ່ມທະວີການຮັດແໜ້ນຄວາມກ່ຽວພັນ ລະຫວ່າງ ສອງປະເທດ.
ທ່ານປະທານຄະນະກຳມະການປະຊາຊົນແຂວງ ຝູທໍ ເຈິ່ນ ຢຸຍ ດົງ (Trần Duy Đông) ໄດ້ຕີລາຄາສູງຕໍ່ກັບບັນດາການປະກອບສ່ວນຂອງວິສາຫະກິດໄທ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ມີຄວາມມຸ່ງມາດປາດຖະໜາຢາກສືບຕໍ່ດຶງດູດເອົາບັນດາໂຄງການທີ່ມີຄຸນນະພາບສູງຕື່ມອີກ ພາຍໃດຂົງເຂດເຕັກໂນໂລຊີສູງ, ພະລັງງານສີຂຽວ, ເເສດຖະກິດໝູນວຽນ ແລະ ໂຄງສ້າງພື້ນຖານອຸດສາຫະກຳ.
"ການເຊື່ອມຕໍ່ ໄທ ຢູ່ທີ່ ແຂວງ ຝູທໍ ປີ 2026" ແມ່ນກິດຈະກຳການຕ່າງປະເທດຂະໜາດໃຫຍ່ ເນື່ອງພາຍໃດໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ (6/8/1976 - 6/8/2026), ຊຶ່ງດຶງດູດຜູ້ແທນເຂົ້າຮ່ວມປະມານ 400 ທ່ານ ທີ່ເປັນການນຳບັນດາອົງການຈັດຕັ້ງສູນກາງ, ທ້ອງຖິ່ນ; ຜູ້ຕາງໜ້າສະຖານເອກອັກຄະລັດຖະທູດ ລາຊະອານາຈັກໄທ ປະຈຳ ປະເທດ ຫວຽດນາມ; ບັນດາສະມາຄົມວິສາຫະກິດ, ກຸ່ມບໍລິສັດ, ວິສາຫະກິດໄທ ພ້ອມດ້ວຍວິສາຫະກິດ ແລະ ນັກລົງທຶນທັງພາຍໃດ ແລະ ນອກແຂວງຢ່າງຫຼວງຫຼາຍ.
ແຜນງານດັ່ງກ່າວ ໄດ້ດຳເນີນໄປພາຍໃດກຳນົດເວລາ 2 ວັນ (ວັນທີ 17 ແລະ 18 ມິຖຸນາ) ດ້ວຍຫຼາກຫຼາຍກິດຈະກຳອັນສຳຄັນ ຄື: ກອງປະຊຸມ "ການເຊື່ອມຕໍ່ ໄທ ຢູ່ທີ່ ແຂວງ ຝູທໍ ປີ 2026"; ງານວາງສະແດງ Thai Connect EXPO ດ້ວຍ 20 ບູດວາງສະແດງ ແນະນຳບັນດາຜະລິດຕະພັນທີ່ເປັນຕົວແທນຂອງ ປະເທດ ໄທ ແລະ ແຂວງ ຝູທໍ; ບັນດາກິດຈະກຳເຊື່ອມຕໍ່ວິສາຫະກິດ, ສົ່ງເສີມການລົງທຶນ, ການຄ້າ; ການຢ້ຽມຊົມພາກສະໜາມຕົວຈິງ ແລະ ລົງນາມບັນດາຄວາມຕກລົງການຮ່ວມມື, ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ວິສາຫະກິດ, ນັກລົງທຶນ ຫວຽດນາມ ແລະ ໄທ.
ເລີ່ມຕົ້ນຜັນຂະຫຍາຍໂຄງການ AMATA City ຝູທໍ
ຢູ່ພາຍໃດແຜນງານ, ຫຼາກຫຼາຍເອກະສານການຮ່ວມມືລົງທຶນອັນສຳຄັນ ໄດ້ຮັບການແລກປ່ຽນຮ່ວມກັນ ລະຫວ່າງ ບັນດາຄູ່ຮ່ວມມື ຫວຽດນາມ ແລະ ໄທ. ພາຍໃດນັ້ນ ຈຸດພົ້ນເດັ່ນແມ່ນ ບັນດາການນຳແຂວງ ຝູທໍ ແລະ ຄະນະຜູ້ແທນ ໄດ້ຮ່ວມກັນຈັດຕັ້ງພິທີກົດປຸ່ມຜັນຂະຫຍາຍ ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດໂຄງສ້າງພື້ນຖານ ເຂດອຸດສາຫະກຳ ດວານຮຸ່ງ - AMATA City ຝູທໍ ໂດຍແມ່ນ ກຸ່ມບໍລິສັດ AMATA ເປັນເຈົ້າຂອງໂຄງການລົງທຶນ. ໂຄງການດັ່ງກ່າວມີຂະໜາດເນື້ອທີ່ເກືອບ 500 ເຮັກຕາ, ໄດ້ຮັບການກຳນົດທິດທາງພັດທະນາໃຫ້ກາຍເປັນເຂດອຸດສາຫະກຳນິເວດທີ່ທັນສະໄໝ, ເປັນສູນກາງການຜະລິດເຕັກໂນໂລຊີສູງຂອງເຂດພາກພື້ນ.
ນີ້ໄດ້ຮັບການຖືວ່າແມ່ນຂີດໝາຍອັນສຳຄັນ, ສ້າງເປັນພະລັງຂັບເຄື່ອນແຫ່ງການພັດທະນາໃໝ່ໃຫ້ແກ່ທ້ອງຖິ່ນ, ໃນຂະນະດຽວກັນ ກໍສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງບັນດານັກລົງທຶນໄທ ຕໍ່ກັບສະພາບແວດລ້ອມການລົງທຶນ ແລະ ແນວໂນ້ມການຂະຫຍາຍຕົວຂອງແຂວງ ຝູທໍ.
ໂຄງການ Amata City ຝູທໍ ໄດ້ຮັບການອະນຸມັດເຫັນດີດ້ານນະໂຍບາຍການລົງທຶນ ແລະ ໄດ້ຮັບໃບຢັ້ງຢືນການຈົດທະບຽນການລົງທຶນ ພາຍໃດເດືອນທັນວາ ປີ 2025. ດ້ວຍເນື້ອທີ່ທັງໝົດ 475,67 ເຮັກຕາ, ມູນຄ່າທຶນລົງທຶນລວມ 185 ລ້ານ USD.
ໂຄງການຈະໄດ້ຮັບການຜັນຂະຫຍາຍຕາມ 2 ໄລຍະ: ໄລຍະທີ 1 (239,43 ເຮັກຕາ) ນັບແຕ່ປີ 2025 ຮອດປີ 2029; ໄລຍະທີ 2 (236,24 ເຮັກຕາ) ນັບແຕ່ປີ 2029 ຮອດປີ 2033
ໄດ້ຮັບການກຳນົດຕຳແໜ່ງໃຫ້ເປັນສູນກາງອຸດສາຫະກຳຈຸດສຸມ ຢູ່ທີ່ປະຕູໂຂງທິດເໜືອຂອງແຂວງ ຝູທໍ, Amata City ຝູທໍ ຄອບຄອງທ່າແຮງການເຊື່ອມຕໍ່ອັນໂດດເດັ່ນ. ໂຄງການສາມາດເຂົ້າເຖິງເສັ້ນທາງຫຼວງແຫ່ງຊາດເລກທີ 70 ແລະ ເສັ້ນທາງດ່ວນ ຝູທໍ – ຕວຽນກວາງ ໄດ້ໂດຍກົງ, ພ້ອມທັງເຊື່ອມຕໍ່ຢ່າງສະດວກສະບາຍໄປຫາເສັ້ນທາງດ່ວນ ຮ່າໂນ້ຍ – ລາວໄກ, ຊ່ວຍຫຍໍ້ເວລາການຂົນສົ່ງໄປຫາດ້ານສາກົນ ລາວໄກ ທີ່ຕິດຈອດກັບ ປະເທດ ຈີນ, ສະໜາມບິນສາກົນ ໂນ້ຍບ່າຍ ແລະ ບັນດາທ່າເຮືອທະເລໄດ້ຢ່າງຫຼວງຫຼາຍ. ທ່າແຮງນີ້ຍິ່ງໄດ້ຮັບການຮັດແໜ້ນຕື່ມອີກ ດ້ວຍເສັ້ນທາງລົດໄຟ ລາວໄກ – ກວາງນິງ ທີ່ພວມໄດ້ຮັບການວາງແຜນຜັງ, ນຳເອົາ Amata City ຝູທໍ ກາຍເປັນສູນກາງອຸດສາຫະກຳໃໝ່ຂອງເຂດກາງ ແລະ ເຂດພູດອຍພາກເໜືອ.
Amata City ຝູທໍ ບໍ່ພຽງແຕ່ແມ່ນເຂດອຸດສາຫະກຳແຫ່ງໃໝ່ເທົ່ານັ້ນ ແຕ່ຍັງແມ່ນສັນຍາລັກແຫ່ງການຮ່ວມມືທະວິພາຄີ ລະຫວ່າງ ໄທ ແລະ ຫວຽດນາມ, ສັນຍາວ່າຈະຊຸກຍູ້ການຂະຫຍາຍຕົວຢ່າງແຂງແຮງໃຫ້ແກ່ເຂດພາກພື້ນ. ເມື່ອເປີດການເຄື່ອນໄຫວຢ່າງເປັນທາງການ, ໂຄງການຈະສ້າງວຽກເຮັດງານທຳທີ່ມີຄຸນນະພາບສູງເປັນຈຳນວນຫຼາກຫຼາຍພັນຕຳແໜ່ງ, ຊຸກຍູ້ການຫັນປ່ຽນເປັນດິຈິຕອນຂອງທ້ອງຖິ່ນ ແລະ ກຳນົດຕຳແໜ່ງເຂດພາກພື້ນໃຫ້ກາຍເປັນປະຕູໂຂງແຫ່ງການຄ້າສາກົນ.
![]() |
| ຄະນະບໍລິຫານງານ AMATA VN |
Amata ພັດທະນາບັນດານະຄອນອຸດສາຫະກຳອັດສະລິຍະ, ຮາກຖານສິ່ງອຳນວຍຄວາມສະດວກແບບເຊື່ອມໂຍງ ແລະ ໂຄງສ້າງພື້ນຖານສີຂຽວ
ຈຸດເດັ່ນອັນສຳຄັນໜຶ່ງຢູ່ພາຍໃດເຫດການນີ້ ແມ່ນພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ Amata VN ແລະ ບັນດາຄູ່ຮ່ວມມື. ບັນດາບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ແມ່ນສຸມໃສ່ບັນດາຂໍ້ລິເລີ່ມການຮ່ວມມື ລວມມີ: ການພັດທະນາເຂດອຸດສາຫະກຳອັດສະລິຍະ, ການອົບຮົມບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຫັນປ່ຽນເປັນດິຈິຕອນ ແລະ ໂຄງສ້າງພື້ນຖານທີ່ຍືນຍົງ. ສາຍພົວພັນການຮ່ວມມືນີ້ ໄດ້ຊ່ວຍຮັດແໜ້ນວິໄສທັດຂອງ Amata VN ກ່ຽວກັບການກໍ່ສ້າງລະບົບນິເວດອຸດສາຫະກຳທີ່ມີຄວາມພ້ອມສຳລັບອະນາຄົດ, ໃນຂະນະດຽວກັນ ກໍແທດເໝາະກັບຍຸດທະສາດແຫ່ງຊາດ ວ່າດ້ວຍການຫັນປ່ຽນເປັນດິຈິຕອນ ແລະ ອຸດສາຫະກຳ 4.0 ຂອງຫວຽດນາມ.
Amata VN ສືບຕໍ່ຍຶດໝັ້ນຕໍ່ກັບປັດຊະຍາການດຳເນີນທຸລະກິດ "All win" (ທຸກໆຝ່າຍຕ່າງກໍໄດ້ຮັບໄຊຊະນະ), ຮັບປະກັນການສ້າງມູນຄ່າທີ່ປະສານສົມທົບຢ່າງກົມກຽວ ໃຫ້ແກ່ນັກລົງທຶນ, ຊຸມຊົນ, ລັດຖະບານ ແລະ ສິ່ງແວດລ້ອມ. ດ້ວຍເປົ້າໝາຍໄລຍະຍາວໃນການບັນລຸລະດັບການປ່ອຍອາຍກາກບອນເປັນກາງ (Carbon Neutrality) ພາຍໃດປີ 2040, ທາງບໍລິສັດພວມຊຸກຍູ້ການພັດທະນາບັນດານະຄອນອຸດສາຫະກຳອັດສະລິຍະ, ຮາກຖານສິ່ງອຳນວຍຄວາມສະດວກແບບເຊື່ອມໂຍງ ແລະ ໂຄງສ້າງພື້ນຖານສີຂຽວ.
ພິທີເລີ່ມຕົ້ນຜັນຂະຫຍາຍໂຄງການ Amata City ຝູທໍ ໄດ້ສ້າງຂີດໝາຍບາດກ້າວຂະຫຍາຍຕົວອັນສຳຄັນ ພາຍໃດວິວັດທະນາການແຫ່ງການຫັນວິໄສທັດນີ້ໃຫ້ກາຍເປັນຈິງ, ວາງຮາກຖານໃຫ້ແກ່ສະພາບແວດລ້ອມການລົງທຶນທີ່ຍືນຍົງ, ຫຼຸດຜ່ອນການປ່ອຍອາຍພິດ, ສະໜັບສະໜູນບັນດາກຸ່ມບໍລິສັດຂ້າມຊາດ ແລະ ປະກອບສ່ວນເຂົ້າໃສ່ແຜນງານການຂະຫຍາຍຕົວສີຂຽວ ຂອງຫວຽດນາມ.
| ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et) ຍສໝ - ພາຍໃຕ້ຂອບເຂດໂຄງການເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ຫວຽດນາມ - ໄທ, ແຕ່ວັນທີ 5-6/6/2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳແຂວງ ຮ້ອຍເອັດ, ພ້ອມທັງເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳຢູ່ພາຍໃດທ້ອງຖິ່ນ. |
| ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ Anuthin Sanvirakorn ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ... |


