14:56 | 18/06/2026

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ

ຍົກສູງບົດບາດຂອງສື່ມວນຊົນພາຍໃດການໂຄສະນາເຜີຍແຜ່ ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ
ເສດຖະກິດ - ການຄ້າ ສືບຕໍ່ແມ່ນເສົາຄ້ຳພາຍໃດສາຍພົວພັນ ຫວຽດນາມ - ອາຊັງຕິນ
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຢ້ຽມຊົມບັນດາບູດວາງສະແດງນອກຂອບເຂດກອງປະຊຸມໃຫຍ່ - ພາບ: ຄະນະຈັດຕັ້ງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມ ແລະ ກ່າວປາໄສຊີ້ນຳກອງປະຊຸມໃຫຍ່.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ; ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ສົ່ງກະຕ່າດອກໄມ້ອວຍພອນ.

ອະດີດເລຂາທິການໃຫຍ່ ນົງ ດຶກ ແມ້ງ; ອະດີດປະທານສະພາແຫ່ງຊາດ: ຫງວຽນ ວັນ ອານ, ຫງວຽນ ຊິງ ຮຸ່ງ, ຫງວຽນທິຄິມເງິນ; ອະດີດປະທານກຳມະການປະຈຳການຄະນະເລຂາທິການ ເຈິ່ນ ໂກວັກ ຫວືອງ; ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ບຸຍທິມິງ ວ່າຍ; ພ້ອມດ້ວຍບັນດາສະຫາຍກຳມະການກົມການເມືອງ, ອະດີດກຳມະການກົມການເມືອງ, ເລຂາທິການສູນກາງພັກ, ອະດີດເລຂາທິການສູນກາງພັກ; ກຳມະການສູນກາງພັກ, ອະດີດກຳມະການສູນກາງພັກ; ກຳມະການສຳຮອງສູນກາງພັກ; ບັນດາຄຸນແມ່ວີລະຊົນຫວຽດນາມ, ວີລະຊົນກຳລັງປະກອບອາວຸດ, ວີລະຊົນແຮງງານ, ນາຍພົນຍິງແຫ່ງກຳລັງປະກອບອາວຸດ; ການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ; ການນຳສະຫະພັນແມ່ຍິງຫວຽດນາມ ຜ່ານບັນດາສະໄໝ, ພ້ອມດ້ວຍຜູ້ແທນແມ່ຍິງທີ່ເປັນແບບຢ່າງຈຳນວນ 789 ທ່ານ, ຊຶ່ງຕາງໜ້າໃຫ້ແກ່ຊັ້ນຄົນ, ເຜົ່າ, ສາສະໜາ, ຂົງເຂດວຽກງານ ແລະ ສ່ວນປະກອບໃນສັງຄົມທົ່ວປະເທດ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່.

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ
ບັນດາສະຫາຍການນຳ, ອະດີດການນຳພັກ, ລັດ ເຂົ້າຮ່ວມກອງປະຊຸມໃຫຍ່ - ພາບ: ຄະນະຈັດຕັ້ງ

ກ່າວປາໄສໄຂກອງປະຊຸມໃຫຍ່, ສະຫາຍ ເລທິຖຸຍ, ຮອງປະທານຄະນະກຳມະການສູນກາງແנວໂຮມປະເທດຊາດຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ ໄດ້ສະແດງຄວາມເຫັນວ່າ, ພາຍໃດໃຕ້ການຊີ້ນຳ-ນຳພາຂອງພັກ, ຄວາມເອົາໃຈໃສ່, ການຊີ້ນຳ ແລະ ການສ້າງເງື່ອນໄຂອຳນວຍຄວາມສະດວກ ຂອງລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ, ການສະໜັບສະໜູນ ແລະ ປະສານງານຮ່ວມມື ຂອງບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ, ພ້ອມດ້ວຍການສະໜັບສະໜູນອັນລ້ຳຄ່າ ຂອງບັນດາອົງການຈັດຕັ້ງ, ບຸກຄົນທັງພາຍໃດ ແລະ ສາກົນ, ຖິ້ມງານພະນັກງານ, ສະມາຊິກສະມາຄົມ ແລະ ຊັ້ນຄົນແມ່ຍິງທົ່ວປະເທດ ໄດ້ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ ເພື່ອຜ່ານຜ່າທຸກຂໍ້ຍຸ້ງຍາກ ແລະ ບັນລຸໄດ້ບັນດາຜົນງານອັນສຳຄັນ, ຮອບດ້ານ ພາຍໃດຂະບວນການແມ່ຍິງ ແລະ ວຽກງານສະມາຄົມ.

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ
ສະຫາຍ ເລທິຖຸຍ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ ກ່າວປາໄສໄຂກອງປະຊຸມໃຫຍ່ - ພາບ: ຄະນະຈັດຕັ້ງ

ບົດບາດ, ຄວາມກ້າຫານ, ສະຕິປັນຍາ, ຈິດໃຈປະຕິຮູບປະດິດສ້າງ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງ ແມ່ນໄດ້ຮັບການເສີມຂະຫຍາຍ; ຂະບວນການແມ່ຍິງ ສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ, ກວ້າງຂວາງ ເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນຂະບວນການແແຂ່ງຂັນ "ກໍ່ສ້າງແມ່ຍິງຫວຽດນາມໃນຍຸກສະໄໝໃໝ່" ທີ່ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ ເລິກເຊິ່ງ ພາຍໃດຊັ້ນຄົນແມ່ຍິງທຸກຂັ້ນ, ປະກອບສ່ວນກໍ່ສ້າງແມ່ຍິງຫວຽດນາມໃຫ້ມີການພັດທະນາຢ່າງຮອບດ້ານ.

ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງອົງການຈັດຕັ້ງສະມາຄົມ ແມ່ນມີການຫັນປ່ຽນຫຼາກຫຼາຍປະການຢ່າງຕັ້ງໜ້າ; ເພີ່ມທະວີການປຸກລະດົມ, ສະໜັບສະໜູນແມ່ຍິງຍົກສູງລະດັບຄວາມຮູ້, ສະມັດຖະພາບ, ການປະຕິຮູບປະດິດສ້າງ, ເລີ່ມຕົ້ນທຸລະກິດ; ຍູ້ແຮງການຫັນປ່ຽນເປັນດິຈິຕອນ, ການຫັນປ່ຽນເປັນສີຂຽວ, ປະກອບສ່ວນເຂົ້າໃສ່ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການກໍ່ສ້າງຄອບຄົວໃຫ້ມີຄວາມສຸກ...

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ - ພາບ: ຄະນະຈັດຕັ້ງ

ກໍຕາມການໃຫ້ຮູ້ຂອງສະຫາຍ ເລທິຖຸຍ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV ແມ່ນຂີດໝາຍອັນສຳຄັນ, ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ ຂອງຂະບວນການແມ່ຍິງ ແລະ ວຽກງານສະມາຄົມ, ຕິດພັນກັບຄວາມມຸ່ງມາດປາດຖະໜາແຫ່ງການພັດທະນາປະເທດຊາດໃຫ້ມີປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລຮຸ່ງເຮືອງ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ.

ອີງຕາມນັ້ນ, ກອງປະຊຸມໃຫຍ່ຈະດຳເນີນການສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດ ມະຕິຕົກລົງກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII ແລະ ສໍາຫຼວດກວດກາການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ; ຊີ້ໃຫ້ເຫັນຢ່າງຈະແຈ້ງບັນດາຈຸດດີ, ຈຸດອ່ອນ, ສາເຫດ ແລະ ຖອດຖອນບົດຮຽນປະສົບການ; ໃນຂະນະດຽວກັນ, ກໍຈະປຶກສາຫາລື ຕົກລົງເປົ້າໝາຍ, ໜ້າທີ່, ມາດຕະການ ສຳລັບອາຍຸການຕໍ່ໜ້າ ໃຫ້ແທດເໝາະກັບສະພາບແວດລ້ອມແຫ່ງການພັດທະນາໃໝ່ຂອງປະເທດຊາດ.

ພ້ອມກັນນັ້ນ ກໍຈະສະຫຼຸບການຈັດຕັ້ງປະຕິບັດ ກົດລະບຽບສະຫະພັນແມ່ຍິງຫວຽດນາມ ສະໄໝທີ XIII ແລະ ປຶກສາຫາລື ໂດຍຜ່ານກົດລະບຽບສະຫະພັນແມ່ຍິງຫວຽດນາມ (ສະບັບປັບປຸງ, ເພີ່ມເຕີມ).

ກອງປະຊຸມໃຫຍ່ ມີຄວາມຮັບຜິດຊອບພາຍໃດການຄັດເລືອກ ເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ສະໄໝທີ XIV ທີ່ມີຄຸນສົມບັດ, ສະມັດຖະພາບ, ຄວາມກ້າຫານ, ອິດທິພົນຊື່ສຽງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ວຽກງານພາຍໃດໄລຍະໃໝ່.

"ດ້ວຍຈິດໃຈ "ຄວາມສາມັກຄີ - ຄວາມກ້າຫານ - ຄວາມໂອບເອື້ອອາລີ - ການປະຕິຮູບປະດິດສ້າງ - การพัฒนา", ຜົນສຳເລັດຂອງກອງປະຊຸມໃຫຍ່ ຈະສ້າງເປັນພະລັງຂັບເຄື່ອນໃໝ່, ບັນຍາກາດໃໝ່ ແລະ ປຸກລຸກທ່າແຮງບົ່ມຊ້ອນ, ສະຕິປັນຍາ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງພະນັກງານ, ສະມາຊິກສະມາຄົມ ແລະ ຊັ້ນຄົນແມ່ຍິງທຸກຂັ້ນ ພ້ອມກັບທົ່ວປະເທດ ກ້າວຍ່າງເຂົ້າສູ່ຍຸກສະໄໝແຫ່ງການພັດທະນາໃໝ່", ທ່ານປະທານສະຫະພັນແມ່ຍິງຫວຽດນາມ ເນັ້ນໜັກ.

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ
ຄະນະປະທານຄວບຄຸມກອງປະຊຸມໃຫຍq - ພາບ: ຄະນະຈັດຕັ້ງ

ແມ່ຍິງຫວຽດນາມ ສືບຕໍ່ຢືນຢັນບົດບາດ, ຖານະຕຳແໜ່ງ ພາຍໃດວິຖີຊີວິດ

ພາຍໃດການນຳສະເໜີບົດສະຫຼຸບ ບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ສະໄໝທີ XIII, ສະຫາຍ ເຈິ່ນທິລານເຟືອງ, ຮອງປະທານປະຈຳການສະຫະພັນແມ່ຍິງຫວຽດນາມ ໃຫ້ຮູ້ວ່າ, ພາຍໃດໄລຍະປີ 2022 - 2026, ຂະບວນການແມ່ຍິງບັນລຸໄດ້ 6 ຜົນງານອັນພົ້ນເດັ່ນ:

ທີໜຶ່ງ: ແມ່ຍິງຫວຽດນາມ ສືບຕໍ່ຢືນຢັນບົດບາດ, ຖານະຕຳແໜ່ງ ພາຍໃດຊີວິດການເມືອງ - ສັງຄົມ; ເຂົ້າຮ່ວມຢ່າງກວ້າງຂວາງ ເລິກເຊິ່ງ ເຂົ້າໃສ່ລະບົບການເມືອງ ແລະ ບັນດາອົງການຈັດຕັ້ງທີ່ມາຈາກການເລືອກຕັ້ງຂອງປະຊາຊົນ.

ທີສອງ: ແມ່ຍິງນັບມື້ນັບມີການປະກອບສ່ວນຢ່າງຕັ້ງໜ້າ ພາຍໃດການພັດທະນາເສດຖະກິດ; ເປັນເຈົ້າການແທດເໝາະກັບການເຊື່ອມໂຍງສາກົນ; ຍູ້ແຮງການເລີ່ມຕົ້ນທຸລະກິດ, ພັດທະນາວິສາຫະກິດ, ເຂົ້າຮ່ວມຫ່ວງໂສ້ຄຸນຄ່າ ແລະ ບັນດາຮູບແບບເສດຖະກິດໃໝ່.

ທີສາມ: ແມ່ຍິງຮັກສາບົດບາດອັນສຳຄັນ ພາຍໃດການສຶກສາ, ວິທະຍາສາດເຕັກໂນໂລຊີ, ການປະຕິຮູບປະດິດສ້າງ ແລະ ການຫັນປ່ຽນເປັນດິຈິຕອນ.

ທີສີ່: ແມ່ຍິງເຂົ້າຮ່ວມນັບມື້ນັບກວ້າງຂວາງ ເລິກເຊິ່ງ ເຂົ້າໃສ່ບັນດາຂົງເຂດວັດທະນະທຳ, ສັງຄົມ, ຮັກສາ ແລະ ເສີມຂະຫຍາຍເອກະລັກຂອງຊາດ.

ທີຫ້າ: ບັນດາກຸ່ມແມ່ຍິງພາຍໃດສັງຄົມ, ນັບແຕ່ແມ່ຍິງໜຸ່ມ, ແມ່ຍິງຜູ້ສູງອາຍຸ, ແມ່ຍິງບັນດາເຜົ່າສ່ວນໜ້ອຍ, ແມ່ຍິງນັບຖືສາສະໜາ ຮອດແມ່ຍິງຜູ້ດ້ອຍໂອກາດ ຕ່າງກໍມີຄວາມພະຍາຍາມກ້າວຍ່າງຂຶ້ນ, ປະກອບສ່ວນຕົວຈິງໃຫ້ແກ່ຄອບຄົວ, ຊຸມຊົນ ແລະ ສັງຄົມ; ສະແດງໃຫ້ເຫັນເຖິງຈິດໃຈແຫ່ງຄວາມມານະອົດທົນ, ຄວາມໂອບເອື້ອອາລີ ແລະ ຄວາມມຸ່ງມາດປາດຖະໜາແຫ່ງການພັດທະນາ.

ທີຫົກ: ແມ່ຍິງຕັ້ງໜ້າເຂົ້າຮ່ວມໜ້າທີ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ປະກອບສ່ວນປົກປັກຮັກສາປະເທດຊາດ ແລະ ຍົກສູງຖານະຕຳແໜ່ງຂອງຫວຽດນາມ ຢູ່ບົນເວທີສາກົນ.

ກໍຕາມການໃຫ້ຮູ້ຂອງສະຫາຍ ເຈິ່ນ ທິ ລານ ຟືອງ, ພາຍໃດອາຍຸການຜ່ານມາ, ສະຫະພັນແມ່ຍິງທຸກຂັ້ນ ໄດ້ເປັນເຈົ້າການປະຕິຮູບເນື້ອໃນ, ວິທີການເຄື່ອນໄຫວ, ກໍ່ສ້າງອົງການຈັດຕັ້ງສະມາຄົມໃຫ້ກະທັດຮັດ, ເຂັ້ມແຂງ, ເສີມຂະຫຍາຍບົດບາດແກນນຳພາຍໃດຄວາມສາມັກຄີ, ເຕົ້າໂຮມເອົາຊັ້ນຄົນແມ່ຍິງທຸກຂັ້ນ, ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ, ບັ້ນປຸກລະດົມ ແລະ ໜ້າທີ່ວຽກງານສະມາຄົມຢ່າງມີປະສິດທິຜົນ.

ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້ນັ້ນ, ວຽກງານສະມາຄົມ ແລະ ຂະບວນການແມ່ຍິງ ຍັງຄົງມີບາງຂໍ້ຍຸ້ງຍາກ, ຂໍ້ຈຳກັດ. ຄວາມບໍ່ສະເໝີພາບຍິງ-ຊາຍ, ການກະທຳຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ໄລຍະຫ່າງການພັດທະນາລະຫວ່າງບັນດາກຸ່ມແມ່ຍິງ ແມ່ນຍັງຄົງຄົງຕົວ; ຊີວິດການເປັນຢູ່ຂອງພາກສ່ວນໜຶ່ງຂອງແມ່ຍິງ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ, ເຂດທຸລະກັນດານ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແມ່ນຍັງຄົງມີຄວາມຫຍຸ້ງຍາກຫຼາກຫຼາຍປະການ.

ວຽກງານສະມາຄົມຢູ່ບາງທ້ອງຖິ່ນ ມີການປະຕິຮູບບໍ່ທັນສະໝໍ່າສະເໝີ; ວຽກງານການເຕົ້າໂຮມສະມາຄົມ, ການຫັນປ່ຽນເປັນດິຈິຕອນ, ການຕິດຕາມກວດກາ ແລະ ວິພາກວິຈານສັງຄົມ ແມ່ນຍັງມີຂໍ້ຈຳກັດ.

ສາເຫດຕົ້ນຕໍແມ່ນຍ້ອນແຫຼ່ງທຶນຊັບພະຍາກອນຍັງມີຈຳກັດ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ນັບມື້ນັບສູງ, ໃນຂະນະທີ່ສະມັດຖະພາບ ແລະ ຄວາມເປັນເຈົ້າການຂອງພາກສ່ວນໜຶ່ງຂອງພະນັກງານສະມາຄົມ ແມ່ນຍັງບໍ່ທັນກ້າວທັນຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ.

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ
ແຜນງານສິລະປະວັນນະຄະດີ ຢູ່ພາຍໃດກອງປະຊຸມໃຫຍ່ - ພາບ: ຄະນະຈັດຕັ້ງ

ຍົກສູງສະມັດຖະພາບດ້ານດິຈິຕອນ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພດຍິງ

ເວົ້າກ່ຽວກັບທິດທາງ, ໜ້າທີ່ພາຍໃດອາຍຸການ 2026-2031, ສະຫາຍ ເຈິ່ນທິລານເຟືອງ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ໄດ້ກຳນົດເປົ້າໝາຍລວມແມ່ນ: ການເສີມຂະຫຍາຍມູນເຊື້ອ, ຈິດໃຈປະຕິຮູບປະດິດສ້າງ, ເປັນເຈົ້າຄວາມຮູ້, ຄວາມໝັ້ນໃຈ, ການເຊື່ອມໂຍງ, ຄວາມມຸ່ງມາດປາດຖະໜາກ້າວຍ່າງຂຶ້ນຂອງຊັ້ນຄົນແມ່ຍິງທຸກຂັ້ນ; ເຂົ້າຮ່ວມການກໍ່ສ້າງພັກ, ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ, ຈັດຕັ້ງປະຕິບັດຄວາມສາມັກຄີທົ່ວປວງຊົນທັງຊາດຢ່າງຕັ້ງໜ້າ; ກໍ່ສ້າງຖິ້ມງານພະນັກງານສະມາຄົມທີ່ມີຄວາມກ້າຫານ, ຕັ້ງອົກຕັ້ງໃຈ, ປະຕິຮູບປະດິດສ້າງ, ບຸກທະລຸ, ຈັດຕັ້ງສະມາຄົມໃຫ້ເຄື່ອນໄຫວຢ່າງມີປະສິດທິຜົນ, ແທດເໝາະກັບສະພາບແວດລ້ອມໃໝ່; ລະດົມການເຂົ້າຮ່ວມຂອງທົ່ວສັງຄົມພາຍໃດການຊຸກຍູ້ຄວາມສະເໝີພາບຍິງ-ຊາຍ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ແລະ ພັດທະນາຢ່າງຮອບດ້ານໃຫ້ແກ່ແມ່ຍິງ; ສູ້ຊົນຮອດປີ 2030, ແມ່ຍິງຫວຽດນາມ ກາຍເປັນໜຶ່ງພະລັງຂັບເຄື່ອນແຫ່ງການພັດທະນາ, ເປັນບ່ອນອີງແຫ່ງຄວາມສຸກ; ສະຫະພັນແມ່ຍິງຫວຽດນາມ ກາຍເປັນອົງການຈັດຕັ້ງນຳໜ້າພາຍໃດການກະທຳເພື່ອຄວາມສະເໝີພາບ ແລະ ການພັດທະນາຂອງແມ່ຍິງ, ປະກອບສ່ວນກໍ່ສ້າງປະເທດຊາດໃຫ້ມີປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລຮຸ່ງເຮືອງ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ.

ກອງປະຊຸມໃຫຍ່ ໄດ້ວາງອອກ 12 ຄາດໝາຍຕົ້ນຕໍ, ໂດຍສຸມໃສ່ບັນດາກຸ່ມເນື້ອໃນໃຫຍ່ ຄື: ການຍົກສູງສະມັດຖະພາບດ້ານດິຈິຕອນ, ສະມັດຖະພາບການເຊື່ອມໂຍງ ແລະ ຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພດຍິງ; ຜັນຂະຫຍາຍບັ້ນປຸກລະດົມ "ລົບລ້າງຄວາມບໍ່ຮູ້ໜັງສືດ້ານດິຈິຕອນ" ຢ່າງມີປະສິດທິຜົນ; ກໍ່ສ້າງຄອບຄົວ "5 ບໍ່, 3 ສະອາດ, 3 ປອດໄພ"; ສະໜັບສະໜູນແມ່ຍິງຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ, ເລີ່ມຕົ້ນທຸລະກິດ; ຈັດຕັ້ງປະຕິບັດຄວາມສະເໝີພາບຍິງ-ຊາຍ, ປົກປ້ອງແມ່ຍິງ ແລະ ເດັກນ້ອຍ; ຍົກສູງຄຸນນະພາບການຕິດຕາມກວດກາ, ວິພາກວິຈານສັງຄົມ; ພັດທະນາສະມາຄົມ, ກໍ່ສ້າງອົງການຈັດຕັ້ງສະມາຄົມໃຫ້ເຂັ້ມແຂງ; ຍູ້ແຮງວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ.

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ປຸກລຸກທ່າແຮງບົ່ມຊ້ອນ, ຄວາມມຸ່ງມາດປາດຖະໜາສະຫລະອຸທິດຕົນ ຂອງແມ່ຍິງຫວຽດນາມ
ພາບລວມຂອງກອງປະຊຸມໃຫຍ່ - ພາບ: ຄະນະຈັດຕັ້ງ

ອງປະຊຸມໃຫຍ່ ສືບຕໍ່ປຸກລະດົມພະນັກງານ, ສະມາຊິກສະມາຄົມ, ແມ່ຍິງທົ່ວປະເທດ ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ "ກໍ່ສ້າງແມ່ຍິງຫວຽດນາມໃນຍຸກສະໄໝໃໝ່" ຕິດພັນກັບການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງ, ຄຸນສົມບັດ, ຮູບແບບແຜນດຳລົງຊີວິດ ໂຮ່ຈີມິນ; ສຸມໃສ່ຈັດຕັ້ງປະຕິບັດບັ້ນປຸກລະດົມ "ກໍ່ສ້າງຄອບຄົວ 5 ບໍ່, 3 ສະອາດ, 3 ປອດໄພ" ແລະ 3 ຂອດບຸກທະລຸ, ລວມມີ: ການເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງສະມາຄົມ ພາຍໃດການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພດຍິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່; ການຫັນປ່ຽນເປັນດິຈິຕອນຢ່າງຮອບດ້ານ ພາຍໃດລະບົບສະມາຄົມ, ປະຕິຮູບເນື້ອໃນ, ວິທີການເຄື່ອນໄຫວ, ສຸມໃສ່ຫັນທິດລົງສູ່ຮາກຖານຢ່າງແຂງແຮງ, ໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ; ຊຸກຍູ້ແມ່ຍິງເລີ່ມຕົ້ນທຸລະກິດ, ການປະຕິຮູບປະດິດສ້າງ, ສ້າງຮັ່ງຄູນມີຢ່າງຖືກຕ້ອງຕາມກົດໝາຍ.

ກອງປະຊຸມໃຫຍ່ ໄດ້ກຳນົດ 5 ໜ້າທີ່ຈຸດສຸມ:

ສະໜັບສະໜູນແມ່ຍິງພັດທະນາຢ່າງຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່; ກໍ່ສ້າງຄອບຄົວກ້າວໜ້າ, ສີວິໄລ, ອີ່ມໜຳສຳລານ, ມີຄວາມສຸກ.

ສະໜັບສະໜູນການຍົກສູງສິດອຳນາດທາງດ້ານເສດຖະກິດຂອງແມ່ຍິງ, ປະກອບສ່ວນຈັດຕັ້ງປະຕິບັດເປົ້າໝາຍການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດຊາດ.

ປຸກລະດົມສັງຄົມຈັດຕັ້ງປະຕິບັດຄວາມສະເໝີພາບຍິງ-ຊາຍ ເພື່ອການພັດທະນາຂອງແມ່ຍິງ.

ເຂົ້າຮ່ວມການກໍ່ສ້າງພັກ, ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ; ເຂົ້າຮ່ວມການຄຸ້ມຄອງລັດ ແລະ ຈັດຕັ້ງປະຕິບັດຄວາມສາມັກຄີທົ່ວປວງຊົນທັງຊາດ.

ກໍ່ສ້າງອົງການຈັດຕັ້ງສະມາຄົມໃຫ້ເຂັ້ມແຂງ; ຈັດຕັ້ງປະຕິບັດກິດຈະກຳການຕ່າງປະເທດປະຊາຊົນ ແລະ ການເຊື່ອມໂຍງສາກົນຢ່າງມີປະສິດທິຜົນ.

ສະຫາຍ ເຈິ່ນທິລານເຟືອງ ໄດ້ເນັ້ນໜັກວ່າ ເພື່ອຈັດຕັ້ງປະຕິບັດບັນດາເປົ້າໝາຍ, ໜ້າທີ່ທີ່ວາງອອກໃຫ້ປະສົບຜົນສຳເລັດຢ່າງມີໄຊ, ສະມາຄົມທຸກຂັ້ນ ຕ້ອງສຸມໃສ່ຜັນຂະຫຍາຍ 3 ກຸ່ມມາດຕະການ ຢ່າງມີປະສິດທິຜົນ ວ່າດ້ວຍ: ການປະຕິຮູບວິທີການໂຄສະນາເຜີຍແຜ່, ບຳລຸງສ້າງ, ອົບຮົມຍົກສູງຄວາມຮັບຮູ້, ສະມັດຖະພາບ ໃຫ້ແກ່ພະນັກງານ, ສະມາຊິກສະມາຄົມ, ແມ່ຍິງ; ການປະຕິຮູບວຽກງານຊີ້ນຳ, ຄວບຄຸມ ແລະ ວິທີການເຄື່ອນໄຫວ; ແລະ ການຍົກສູງປະສິດທິຜົນວຽກງານປະສານງານ, ເຊື່ອມຕໍ່, ລະດົມແຫຼ່ງທຶນຊັບພະຍາກອນ.

ຫວຽດນາມ ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມື ແນໃສ່ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ເສລີພາບໃນການເດີນເຮືອ ຫວຽດນາມ ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມື ແນໃສ່ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ເສລີພາບໃນການເດີນເຮືອ

ຍສໝ - ກອງປະຊຸມໂຕ້ຖາມ ດຶງດູດການເຂົ້າຮ່ວມ ຂອງຜູ້ຕາງໜ້າຈາກບັນດາປະເທດ ຫຼາຍກວ່າ 120 ທ່ານ, ຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສາກົນ, ພ້ອມດ້ວຍບັນດານັກວິຊາການ ແລະ ຊ່ຽວຊານ ຈາກທົ່ວທຸກພາກພື້ນໃນໂລກ.

ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ

ຍສໝ - ວັນທີ 16 ມິຖຸນາ 2026, ຢູ່ທີ່ນະຄອນຫຼວງ Brasília, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບຣາຊິນ ໄດ້ຈັດຕັ້ງກອງປະຊຸມສໍາມະນາ ພາຍໃດຫົວຂໍ້ “ຫວຽດນາມ - ບຣາຊິນ 2026: ເພີ່ມທະວີການຮ່ວມມືພາຍໃດຂົງເຂດພະລັງງານທົດແທນ” ຢ່າງຈົບງາມ.

Link: https://huunghivietlao.thoidai.com.vn/detail-article-22189.html

In bài biết