13:17 | 16/06/2026

ຮອຍປະທັບ ຫວຽດນາມ ຢູ່ພາຍໃດໃຈຂອງເພື່ອນມິດ ບູນກາຣີ ແລະ ບັນດາປະເທດອາຊີ

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV: ຍຸກສະໄໝໃໝ່, ພາລະກຳໃໝ່ຂອງແມ່ຍິງຫວຽດນາມ
ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ
ຮອຍປະທັບ ຫວຽດນາມ ຢູ່ພາຍໃດໃຈຂອງເພື່ອນມິດ ບູນກາຣີ ແລະ ບັນດາປະເທດອາຊີ
ທ່ານນາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບູນກາຣີ ຫງວຽນທິມິງຫງວຽດ (ທ່ານທີ 4, ນັບຈາກຊ້າຍຫາຂວາ) ພ້ອມກັບບັນດາເຈົ້າໜ້າທີ່ທ້ອງຖິ່ນ ຢູ່ພາຍໃດເຫດການ. (ພາບ: TTXVN)

ນີ້ແມ່ນການຢືນຢັນຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບູນກາຣີ Hristo Polendakov ໃນຂະນະທີ່ເຂົ້າຮ່ວມພິທີເປີດເຫດການ, ພາຍໃດນັ້ນທ່ານໄດ້ເນັ້ນໜັກວ່າ ເຖິງແມ່ນວ່າຈະຢູ່ຫ່າງໄກກັນທາງດ້ານພູມສາດ ແຕ່ບັນດາປະເທດຕ່າງກໍໄດ້ຮັບການຜູກພັນໂດຍບັນດາຄຸນຄ່າຮ່ວມກັນ ທາງດ້ານວັດທະນະທຳ, ຄວາມງາມ ແລະ ຄວາມມຸ່ງມາດປາດຖະໜາຕໍ່ຄວາມກົມກຽວປອງດອງ.

ອີງຕາມບົດລາຍງານຂອງນັກຂ່າວ TTXVN ປະຈຳພາກພື້ນເອີຣົບ ໃຫ້ຮູ້ວ່າ, ເທດສະການອາຊີ ແມ່ນດຳເນີນໄປພາຍໃດໄລຍະເວລາສອງວັນ ນັບຕັ້ງແຕ່ວັນທີ 13-14 ມິຖຸນາ. ນີ້ແມ່ນໜຶ່ງພາຍໃດບັນດາເຫດການວັດທະນະທຳສາກົນປະຈຳປີ ທີ່ມີຂະໜາດໃຫຍ່ທີ່ສຸດຢູ່ ປະເທດ ບູນກາຣີ, ຊຶ່ງສາມາດດຶງດູດແຂກເຂົ້າຮ່ວມຢ້ຽມຊົມໄດ້ປະມານຫຼາຍກວ່າ 20 ພັນເທື່ອຄົນ ທີ່ເປັນປະຊາຊົນທ້ອງຖິ່ນ, ນັກທ່ອງທ່ຽວສາກົນ ພ້ອມກັບປະຊາຄົມບັນດາປະເທດອາຊີ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ປະເທດ ບູນກາຣີ.

ພາຍໃດຫົວຂໍ້ “ຮ່ວມກັນພາຍໃດມິດຕະພາບ ແລະ ຄວາມກົມກຽວ” (Together in Friendship and Harmony), ເທດສະການພາຍໃດປີນີ້ ໄດ້ເຕົ້າໂຮມບັນດາອົງການຜູ້ແທນທາງການຕ່າງປະເທດອາຊີ ປະຈຳນະຄອນຫຼວງ ໂຊເຟຍ ລວມມີ ຫວຽດນາມ, ອິນໂດເນເຊຍ, ຍີ່ປຸ່ນ, ເກົາຫຼີໃຕ້, ຈີນ, ອິນເດຍ, ປາກິດສະຖານ, ມົງໂກລີ, ກຳປູເຈຍ, ສະຫະລັດອາຣັບເອມິເຣດ (UAE) ແລະ ອົດສະຕຣາລີ, ພ້ອມກັບຫຼາກຫຼາຍອົງການຈັດຕັ້ງສາກົນ, ວິສາຫະກິດທີ່ເຄື່ອນໄຫວພາຍໃດຂົງເຂດການທ່ອງທ່ຽວ, ວັດທະນະທຳ ແລະ ອາຫານການກິນຂອງອາຊີ ຢູ່ ປະເທດ ບູນກາຣີ. ເປັນພິເສດ, ນີ້ແມ່ນຄັ້ງທຳອິດ ທີ່ເທດສະການໄດ້ຮັບການຈັດຕັ້ງຂຶ້ນພາຍໃດໄລຍະເວລາສອງວັນລຽນຕິດ ດ້ວຍຂະໜາດທີ່ໄດ້ຮັບການເປີດກວ້າງ, ລວມມີບັນດາແຜນງານສະແດງສິລະປະວັນນະຄະດີ, ການສາທິດອາຫານການກິນ, ການສາຍຮູບເງົາກາງແຈ້ງ, ການວາງສະແດງເຄື່ອງຫັດຖະກຳວິຈິດສິນ, ບັນດາກິດຈະກຳກິລາ, ການແລກປ່ຽນວັດທະນະທຳ ແລະ ຫຼາກຫຼາຍກິດຈະກຳປະສົບການທີ່ຈັດຂຶ້ນໃຫ້ແກ່ມວນຊົນ. ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບູນກາຣີ ໄດ້ເຂົ້າຮ່ວມເຫດການ ດ້ວຍຮ້ານວາງສະແດງແນະນຳວັດທະນະທຳ, ການທ່ອງທ່ຽວ, ອາຫານການກິນ ແລະ ບັນດາຜະລິດຕະພັນຫັດຖະກຳວິຈິດສິນອັນໂດດເດັ່ນຂອງຫວຽດນາມ.

ກ່າວປາໄສຢູ່ພາຍໃດພິທີເປີດ, ທ່ານເຈົ້ານະຄອນຫຼວງ ໂຊເຟຍ Vasil Terzie ໄດ້ຕີລາຄາສູງຕໍ່ກັບການຂະຫຍາຍຕົວຂອງເທດສະການອາຊີ ຜ່ານໃນແຕ່ລະປີ ດ້ວຍຈຳນວນປະເທດທີ່ເຂົ້າຮ່ວມນັບມື້ນັບເພີ່ມຂຶ້ນ ແລະ ບັນດາກິດຈະກຳນັບມື້ນັບມີຄວາມອຸດົມສົມບູນ. ທ່ານໄດ້ເນັ້ນໜັກວ່າ ວຽກງານການຊອກຮູ້ກ່ຽວກັບວັດທະນະທຳ, ມູນເຊື້ອ ແລະ ຄຸນຄ່າຂອງບັນດາປະຊາຊາດອື່ນ ຈະຊ່ວຍໃຫ້ມະນຸດສາມາດກ້າວເຂົ້າມາໃກ້ຊິດກັນຍິ່ງຂຶ້ນ, ໂດຍຜ່ານນັ້ນກໍເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມເຄົາລົບເຊິ່ງກັນແລະກັນ. ທ່ານເຈົ້ານະຄອນຫຼວງ ໂຊເຟຍ ຍັງໄດ້ຢືນຢັນວ່າ ວາລະເຈລະຈາທາງດ້ານວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ແມ່ນມີບົດບາດອັນສຳຄັນເປັນພິເສດ ພາຍໃດການກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ຄວາມຜູກພັນ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງບັນດາປະເທດ ພາຍໃດສະພາບການທີ່ໂລກພວມຜະເຊີນໜ້າກັບຫຼາກຫຼາຍສິ່ງທ້າທາຍຮ່ວມກັນ.

ຈຸດເດັ່ນອັນພົ້ນເດັ່ນ ພາຍໃດກິດຈະກຳຂອງຫວຽດນາມ ຢູ່ທີ່ເທດສະການພາຍໃດປີນີ້ ແມ່ນແຜນງານສະແດງສິລະປະວັນນະຄະດີອັນໂດດເດັ່ນ ໂດຍແມ່ນທາງສະຖານທູດ ປະສານງານຮ່ວມກັບປະຊາຄົມຄົນຫວຽດນາມ ປະຈຳ ປະເທດ ບູນກາຣີ ແລະ ບັນດາເພື່ອນມິດບູນກາຣີ ຮ່ວມກັນຈັດຕັ້ງປະຕິບັດ. 10 ລາຍການສະແດງຂັບຮ້ອງ ແລະ ຟ້ອນ ລ້ວນແຕ່ມີລັກສະນະສຽງດົນຕີປະຊາຊາດຫວຽດນາມຢ່າງເຂັ້ມຂຸ້ນ ຊຶ່ງສາມາດດຶງດູດຜູ້ນັ່ງຊົມໄດ້ຢ່າງຫຼວງຫຼາຍ ແລະ ຮ່ວມກັນໃຫ້ກຳລັງໃຈ. ເປັນພິເສດ, ບັນດາສາກການສະແດງຟ້ອນລວມໝູ່ ພາຍໃດຊຸດເຄື່ອງແຕ່ງກາຍປະຊາຊາດຫວຽດນາມ ຂອງ ສະໂມສອນ ບົງແຊນ (Bông Sen), ສະໂມສອນ ໂນ້ນຊິງ (Nón Xinh) ພ້ອມກັບບັນດານັກສິລະປິນ ໂຮງລະຄອນ Ballet ແລະ Opera Sofia ໄດ້ຮັບສຽງຕົບມືຢ່າງຟົດຟື້ນເນືອງນັນ. ພາບພົດຂອງບັນດາພົນລະເມືອງ ບູນກາຣີ ທີ່ຮັກແພງວັດທະນະທຳຫວຽດນາມ ມີຄວາມໝັ້ນໃຈຂຶ້ນສະແດງພາຍໃດຊຸດເສື້ອຍາວ (Ao Dai) ປະຊາຊາດແບບດັ້ງເດີມ ໄດ້ກາຍເປັນຫຼັກຖານອັນມີຊີວິດຊີວາ ໃຫ້ແກ່ປະສິດທິຜົນຂອງວຽກງານການແລກປ່ຽນວັດທະນະທຳ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.

ພາຍໃດສະພາບແວດລ້ອມອັນອຸດົມສົມບູນໄປດ້ວຍສີສັນຂອງເທດສະການ, ຮ້ານວາງສະແດງຂອງຫວຽດນາມ ແມ່ນມີຄວາມໂດດເດັ່ນດ້ວຍພາບພົດຂອງທຸງຊາດສີແດງສະຫວ່າງ, ບັນດາສັນຍະລັກວັດທະນະທຳມູນເຊື້ອ ແລະ ຫຼາກຫຼາຍຜະລິດຕະພັນທີ່ມີເອກະລັກປະຊາຊາດຢ່າງເຂັ້ມຂຸ້ນ. ບັນດາຜະລິດຕະພັນຫັດຖະກຳວິຈິດສິນທີ່ຄຸ້ນເຄີຍ ຄື ໝວກກຸບ (Nón lá), ພັດໄມ້ໄຜ່, ເຄື່ອງເຄື່ອງເຄືອບລົງຮັກທາສີ (Sơn mài) ແລະ ບັນດາປະເພດເຄື່ອງທີ່ລະລຶກມູນເຊື້ອ ແມ່ນໄດ້ຮັບການແນະນຳໃຫ້ແກ່ມວນຊົນ ບູນກາຣີ ແລະ ເພື່ອນມິດສາກົນ.

ຄຽງຄູ່ກັນນັ້ນ, ຮ້ານວາງສະແດງຂອງຫວຽດນາມ ຍັງສາມາດດຶງດູດແຂກເຂົ້າຢ້ຽມຊົມໄດ້ຢ່າງຫຼວງຫຼາຍ ຍ້ອນບັນດາເຍື່ອງອາຫານມູນເຊື້ອ ທີ່ມີລົດຊາດບ້ານເກີດເມືອງນອນຢ່າງເຂັ້ມຂຸ້ນ ຄື ເຝີ (Phở), ຢໍ່ຈືນ (Nem)... ຫຼາກຫຼາຍແຂກເຂົ້າຢ້ຽມຊົມ ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດຊາດ, ຄົນຫວຽດນາມ, ຕີລາຄາສູງຕໍ່ກັບພື້ນຖານອາຫານການກິນທີ່ມີຄວາມອຸດົມສົມບູນ, ໃນຂະນະດຽວກັນ ກໍມີຄວາມມຸ່ງມາດປາດຖະໜາຢາກຊອກຮູ້ຕື່ມອີກກ່ຽວກັບວັດທະນະທຳ ແລະ ປະສົບການການທ່ອງທ່ຽວຢູ່ ປະເທດ ຫວຽດນາມ ພາຍໃດໄລຍະເວລາຕໍ່ໜ້າ.

ການທີ່ສະຖານເອກອັກຄະລັດຖະທູດ ຫວຽດນາມ ຕັ້ງໜ້າເຂົ້າຮ່ວມເທດສະການອາຊີ 2026 ບໍ່ພຽງແຕ່ປະກອບສ່ວນໂຄສະນາພາບພົດປະເທດຊາດ, ຄົນ ແລະ ວັດທະນະທຳຫວຽດນາມ ໃຫ້ແກ່ເພື່ອນມິດສາກົນເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງບົດບາດເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ພາຍໃດບັນດາກິດຈະກຳແລກປ່ຽນວັດທະນະທຳຫຼາຍຝ່າຍຢູ່ ປະເທດ ບູນກາຣີ. ດ້ວຍສີແດງອັນໂດດເດັ່ນຂອງທຸງຊາດ, ບັນດາຊຸດເສື້ອຍາວອັນສະຫງ່າງາມ, ບັນດາລາຍການສະແດງສິລະປະທີ່ອຸດົມສົມບູນໄປດ້ວຍເອກະລັກ ພ້ອມກັບຄວາມເປັນມິດ, ການຕ້ອນຮັບແຂກຢ່າງອົບອຸ່ນຂອງປະຊາຄົມຄົນຫວຽດນາມ, ຮ້ານວາງສະແດງຂອງຫວຽດນາມ ສືບຕໍ່ເປັນໜຶ່ງພາຍໃດຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ທີ່ເຫດການໃນຄັ້ງນີ້, ປ່ອຍຮອຍປະທັບອັນດີງາມໄວ້ພາຍໃດໃຈຂອງເພື່ອນມິດ ບູນກາຣີ ແລະ ສາກົນ.

ນີ້ກໍແມ່ນຫຼັກຖານອັນມີຊີວິດຊີວາ ໃຫ້ແກ່ກຳລັງແຮງຊີວິດ ແລະ ການແຜ່ຂະຫຍາຍຂອງວັດທະນະທຳຫວຽດນາມ ພາຍໃດຂັ້ນຕອນແຫ່ງການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນເຮັດໃຫ້ພາບພົດຂອງຫວຽດນາມ ນັບມື້ນັບກ້າວເຂົ້າມາໃກ້ຊິດກັບເພື່ອນມິດໃນທົ່ວໂລກຍິ່ງໆຂຶ້ນ.

ຊາຍແດນຜູກພັນ, ພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດ - ລາວ ຊາຍແດນຜູກພັນ, ພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດ - ລາວ

ຍສໝ ​- ແນໃສ່ຊ່ວຍເຫຼືອປະຊາຊົນບ້ານ ມ່ວງນ້ຳ (ຕາແສງ ມ່ວງນ້ຳ, ເມືອງ ຊຽງຄໍ້, ແຂວງ ຫົວພັນ, ປະເທດ ລາວ) ໃຫ້ສາມາດກ້າວຂຶ້ນພັດທະນາເສດຖະກິດ, ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ພາຍໃດໄລຍະເວລາຜ່ານມາ, ຄ້າຍທະຫານຊາຍແດນ ຈ່ຽງເຕືອງ (ຄະນະບັນຊາການທະຫານຊາຍແດນແຂວງ ເສີນລາ) ໄດ້ຜັນຂະຫຍາຍຫຼາກຫຼາຍກິດຈະກຳຕົວຈິງ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອໃຫ້ແກ່ບັນດາຄົວເຮືອນປະຊາຊົນ ຢູ່ເຂດຈຸດສຸມຊາຍແດນຕິດຈອດກັບແຂວງ ເສີນລາ.

ປັບປຸງການຮ່ວມມືດ້ານກົດໝາຍ, ຍຸຕິທຳ ລະຫວ່າງ ຫວຽດນາມ ແລະ ລາວ ປັບປຸງການຮ່ວມມືດ້ານກົດໝາຍ, ຍຸຕິທຳ ລະຫວ່າງ ຫວຽດນາມ ແລະ ລາວ

ຍສໝ - ວັນທີ 16 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ທ່ານກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຮວ່າງແທັງຕຸ່ງ ໄດ້ຕ້ອນຮັບ ແລະ ດຳເນີນວາລະເຈລະຈາຮ່ວມກັບ ທ່ານກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄຳພັນ ພົມມະທັດ, ເນື່ອງພາຍໃດໂອກາດເດືອນທາງມາຢ້ຽມຢາມ ປະເທດ ຫວຽດນາມ ...

Link: https://huunghivietlao.thoidai.com.vn/detail-article-22179.html

In bài biết