ປັບປຸງການຮ່ວມມືດ້ານກົດໝາຍ, ຍຸຕິທຳ ລະຫວ່າງ ຫວຽດນາມ ແລະ ລາວ
| ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ | |
| ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນຕົວຈິງ ລະຫວ່າງ ຫວຽດນາມ ແລະ ອັງໂກລາ |
![]() |
| ທ່ານລັດຖະມົນຕີກະຊວງຍຸຕິທຳ ຮວ່າງແທັງຕຸ່ງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ. (ພາບ: ຟ້າມກຽນ) |
ກ່າວປາໄສຢູ່ພາຍໃດວາລະຕ້ອນຮັບ, ທ່ານລັດຖະມົນຕີກະຊວງຍຸຕິທຳ ຮວ່າງແທັງຕຸ່ງ ໄດ້ເນັ້ນໜັກວ່າ, ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ແມ່ນດຳເນີນໄປພາຍໃດສະພາບການອັນພິເສດ, ໃນຂະນະທີ່ສອງປະເທດຫາກໍໄດ້ຈັດຕັ້ງກອງປະຊຸມໃຫຍ່ຂອງພັກ, ການເລືອກຕັ້ງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ໃນອາຍຸການໃໝ່ຢ່າງປະສົບຜົນສຳເລັດ ແລະ ສຳເລັດວຽກງານການ kiện toàn ບັນດາຕຳແໜ່ງການນຳ ນັບຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
ນີ້ກໍແມ່ນການເຄື່ອນໄຫວປະຕິບັດງານຢູ່ຕ່າງປະເທດເປັນຄັ້ງທຳອິດ ຂອງ ສະຫາຍ ຄຳພັນ ພົມມະທັດ ບົນຖານະເປັນລັດຖະມົນຕີກະຊວງຍຸຕິທຳລາວ, ພ້ອມທັງແມ່ນການເດີນທາງມາຢ້ຽມຢາມທະວິພາຄີ ຂອງລັດຖະມົນຕີຕ່າງປະເທດທ່ານທຳອິດ ທີ່ທ່ານລັດຖະມົນຕີ ຮວ່າງແທັງຕຸ່ງ ໄດ້ໃຫ້ການຕ້ອນຮັບ ນັບຕັ້ງແຕ່ໄດ້ຮັບການອະນຸມັດຈາກສະພາແຫ່ງຊາດ ແລະ ໄດ້ຮັບການແຕ່ງຕັ້ງຈາກປະທານປະເທດ ໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ. ສິ່ງດັ່ງກ່າວນີ້ ແຮງເຮັດໃຫ້ການເດີນທາງມາຢ້ຽມຢາມ ມີຄວາມໝາຍອັນພິເສດຢ່າງເລິກເຊິ່ງ, ສະແດງໃຫ້ເຫັນເຖິງຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງກະຊວງຍຸຕິທຳ ຢູ່ພາຍໃດພາບລວມຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ການຜູກພັນຍຸດທະສາດ ຫວຽດນາມ-ລາວ.
ຢູ່ພາຍໃດວາລະຕ້ອນຮັບ, ສອງຝ່າຍໄດ້ແຈ້ງໃຫ້ກັນຊ່ວຍກ່ຽວກັບຜົນສຳເລັດກອງປະຊຸມໃຫຍ່ຂອງພັກ ຂອງແຕ່ລະປະເທດ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມ. ທ່ານລັດຖະມົນຕີ ຮວ່າງແທັງຕຸ່ງ ໃຫ້ຮູ້ວ່າ, ພາຍຕັ້ງການນຳພາຂອງພັກກອມມູນິດຫວຽດນາມ, ປະເທດ ຫວຽດນາມ ພວມຜັນຂະຫຍາຍຫຼາກຫຼາຍແນວທາງ, ນະໂຍບາຍໃຫຍ່ຢ່າງຂຸ້ນຂ້ຽວ ແນໃສ່ຈັດຕັ້ງປະຕິບັດເປົ້າໝາຍຮອດປີ 2030 ຈະກາຍເປັນປະເທດພວມພັດທະນາທີ່ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງ…
ທັນທີພາຍຫຼັງວາລະຕ້ອນຮັບ ກໍໄດ້ມີວາລະເຈລະຈາລະຫວ່າງສອງຝ່າຍເກີດຂຶ້ນ. ພາຍໃດຂອບເຂດການເຈລະຈາ, ທ່ານລັດຖະມົນຕີກະຊວງຍຸຕິທຳ ຮວ່າງແທັງຕຸ່ງ ໄດ້ຮ່ວມແບ່ງປັນໃຫ້ແກ່ ທ່ານລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ກ່ຽວກັບບັນດາແນວທາງ, ທິດທາງອັນໃຫຍ່ຫຼວງ ຂອງປະເທດ ຫວຽດນາມ ພາຍໃດວຽກງານການສ້າງ ແລະ ປັບປຸງບູລະນະສະຖາບັນ, ກົດໝາຍພາຍໃດປັດຈຸບັນ.
ພາຍໃດນັ້ນ, ອັນພົ້ນເດັ່ນແມ່ນການປະກາດໃຊ້ ມະຕິສະບັບເລກທີ 66-NQ/TW ວ່າດ້ວຍການປະຕິຮູບວຽກງານການສ້າງ ແລະ ຈັດຕັ້ງປະຕິບັດກົດໝາຍ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາປະເທດຊາດ ພາຍໃດຍຸກສະໄໝໃໝ່; ບົດສະຫຼຸບສະບັບເລກທີ 09-KL/TW ວ່າດ້ວຍການປັບປຸງບູລະນະໂຄງສ້າງລະບົບກົດໝາຍ ຫວຽດນາມ; ບົດສະຫຼຸບສະບັບເລກທີ 17-KL/TW ວ່າດ້ວຍທິດທາງການນິຕິບັນຍັດ ອາຍຸການສະພາແຫ່ງຊາດ ຊຸດທີ XVI ແລະ ບົດສະຫຼຸບສະບັບເລກທີ 18-KL/TW ວ່າດ້ວຍແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະປີ 2026-2030.
ບັນດາເອກະສານເຫຼົ່ານີ້ ຕ່າງກໍໄດ້ຢືນຢັນວ່າ ສະຖາບັນ, ກົດໝາຍ ແມ່ນບາດກ້າວບຸກທະລຸທາງດ້ານຍຸດທະສາດແຖວໜ້າ, ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ຂອງປະເທດຊາດ.
![]() |
| ພາບການແວດລ້ອມພາຍໃດວາລະເຈລະຈາ. (ພາບ: ຟ້າມກຽນ) |
ທ່ານລັດຖະມົນຕີ ຮວ່າງແທັງຕຸ່ງ ຍັງໄດ້ແຈ້ງໃຫ້ຮູ້ກ່ຽວກັບການທີ່ ກົມການເມືອງ ໄດ້ສ້າງຕັ້ງຄະນະຊີ້ນຳສູນກາງ ວ່າດ້ວຍການປັບປຸງບູລະນະສະຖາບັນ ແລະ ການຈັດຕັ້ງປະຕິບັດກົດໝາຍ ໂດຍມີ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນຫົວໜ້າຄະນະ. ພາຍໃດນັ້ນ, ຄະນະພັກກະຊວງຍຸຕິທຳ ແມ່ນໄດ້ຮັບມອບໝາຍໃຫ້ເປັນອົງການປະຈຳການ.
ບົນພື້ນຖານດັ່ງກ່າວນັ້ນ, ກະຊວງຍຸຕິທຳ ຫວຽດນາມ ພວມສຸມໃສ່ຜັນຂະຫຍາຍຫຼາກຫຼາຍໜ້າທີ່ຈຸດສຸມ ວ່າດ້ວຍການປັບປຸງບູລະນະລະບົບກົດໝາຍ, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດກົດໝາຍ, ການປະຕິຮູບຍຸຕິທຳ, ການຫັນປ່ຽນເປັນດິຈິຕອນ ແລະ ການປະຍຸກໃຊ້ປັນຍາປະດິດ (AI) ພາຍໃດຂົງເຂດກົດໝາຍ ແລະ ຍຸຕິທຳ.
ໂດຍຕີລາຄາສູງຕໍ່ກັບຜົນສຳເລັດແຫ່ງການຮ່ວມມື ລະຫວ່າງ ສອງກະຊວງຍຸຕິທຳພາຍໃດໄລຍະຜ່ານມາ, ທ່ານລັດຖະມົນຕີ ຮວ່າງແທັງຕຸ່ງ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍ ບົດບັນທຶກຂໍ້ຕົກລົງການຮ່ວມມືໄລຍະປີ 2026-2030 ຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນບົດຮຽນປະສົບການ ກ່ຽວກັບການສ້າງ ແລະ ປັບປຸງບູລະນະກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການປະຕິຮູບຍຸຕິທຳ, ການອົບຮົມບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານກົດໝາຍ ກໍຄືການຫັນປ່ຽນເປັນດິຈິຕອນ ພາຍໃດວຽກງານຍຸຕິທຳ.
ທ່ານລັດຖະມົນຕີ ຍັງໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ປະສານງານກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການອະນຸມັດ ແລະ ຜັນຂະຫຍາຍໂຄງການສະໜັບສະໜູນຂອງລັດຖະບານ ຫວຽດນາມ ທີ່ມອບໃຫ້ແກ່ ກະຊວງຍຸຕິທຳລາວ ວ່າດ້ວຍການຍົກສູງສະມັດຖະພາບວຽກງານກົດໝາຍ ໃຫ້ແກ່ພະນັກງານກະຊວງຍຸຕິທຳລາວ.
ກ່ຽວກັບການຮ່ວມມືດ້ານການອົບຮົມ, ທ່ານລັດຖະມົນຕີ ຮວ່າງແທັງຕຸ່ງ ໃຫ້ຮູ້ວ່າ ສອງຝ່າຍພວມຕັ້ງໜ້າຜັນຂະຫຍາຍແຜນງານທຶນການສຶກສາອົບຮົມປະລິນຍາໂທກົດໝາຍ ທີ່ຈັດຂຶ້ນສະເພາະໃຫ້ແກ່ພະນັກງານກະຊວງຍຸຕິທຳລາວ ຢູ່ທີ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ; ພ້ອມກັນນັ້ນກໍສະເໜີໃຫ້ ກະຊວງຍຸຕິທຳລາວ ສືບຕໍ່ເອົາໃຈໃສ່ຊີ້ນຳເພີ່ມທະວີການຮ່ວມມື ລະຫວ່າງ ສະຖາບັນຍຸຕິທຳແຫ່ງຊາດລາວ ຮ່ວມກັບ ມະຫາວິທະຍາໄລກົດໝາຍຮ່າໂນ້ຍ ແລະ ສະຖາບັນຍຸຕິທຳ ຫວຽດນາມ ແນໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດດ້ານກົດໝາຍ ແລະ ຍຸຕິທຳ ຂອງສອງປະເທດ.
ກ່ຽວກັບການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ວຽກງານການຈັດຕັ້ງກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ-ລາວ ເປີດກວ້າງ ຄັ້ງທີ 7, ທ່ານລັດຖະມົນຕີ ຮວ່າງແທັງຕຸ່ງ ຢືນຢັນວ່າ, ນີ້ແມ່ນໜຶ່ງພາຍໃດຈຸດສະຫວ່າງ ຢູ່ພາຍໃດສາຍພົວພັນການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ສອງປະເທດ.
ກອງປະຊຸມແມ່ນເວທີປາໄສອັນສຳຄັນ ເພື່ອໃຫ້ສອງຝ່າຍຮ່ວມກັນຕີລາຄາຜົນສຳເລັດການປະສານງານ ພາຍໃດບັນດາຂົງເຂດສາມະໂນຄົວ, ສັນຊາດ, ການເຜີຍແຜ່ສຶກສາອົບຮົມກົດໝາຍ, ການຊ່ວຍເຫຼືອທາງດ້ານກົດໝາຍ, ການຊ່ວຍເຫຼືອເຊິ່ງກັນແລະກັນທາງດ້ານຍຸຕິທຳ ແລະ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພ່ງ, ພ້ອມທັງວາງບັນດາມາດຕະການຮ່ວມມືພາຍໃດໄລຍະຕໍ່ໜ້າ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, ທ່ານລັດຖະມົນຕີ ຮວ່າງແທັງຕຸ່ງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການປຶກສາຫາລື ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ພາຍໃດບັນດາກົນໄກການຮ່ວມມືຫຼາຍຝ່າຍ; ພ້ອມທັງໃຫ້ກຽດຮຽນເຊີນ ກະຊວງຍຸຕິທຳລາວ ເຂົ້າຮ່ວມເວທີປາໄສກົດໝາຍ ASEAN ໂດຍແມ່ນກະຊວງຍຸຕິທຳ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນ ເຊິ່ງຄາດວ່າຈະມີຂຶ້ນພາຍໃດເດືອນສິງຫາ 2026, ໂດຍຜ່ານນັ້ນກໍຈະໄດ້ຮ່ວມກັນແບ່ງປັນບົດຮຽນປະສົບການ ແລະ ຊຸກຍູ້ການຫັນປ່ຽນເປັນດິຈິຕອນ ພາຍໃດຂົງເຂດກົດໝາຍ ແລະ ຍຸຕິທຳ.
ກ່າວປາໄສຢູ່ພາຍໃດວາລະເຈລະຈາ, ທ່ານລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ໄດ້ຕີລາຄາສູງຕໍ່ກັບບັນດາຜົນສຳເລັດແຫ່ງການພັດທະນາ ຂອງປະເທດ ຫວຽດນາມ; ພ້ອມທັງຢືນຢັນວ່າ ກະຊວງຍຸຕິທຳລາວ ຍາມໃດກໍໃຫ້ຄວາມສຳຄັນ ແລະ ຕີລາຄາສູງຕໍ່ກັບການສະໜັບສະໜູນອັນແທ້ຈິງ ຂອງກະຊວງຍຸຕິທຳ ຫວຽດນາມ ພາຍໃດວຽກງານການສ້າງກົດໝາຍ, ການອົບຮົມພະນັກງານ, ການປະຕິຮູບຍຸຕິທຳ ແລະ ການຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ.
ຝ່າຍລາວໃຫ້ຄຳໝັ້ນສັນຍາວ່າ ຈະປະສານງານກັນຢ່າງແໜ້ນແຟ້ນຮ່ວມກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ປັບປຸງບູລະນະບັນດາຂັ້ນຕອນທີ່ຈຳເປັນ ເພື່ອໃຫ້ໂຄງການສະໜັບສະໜູນດ້ານເຕັກນິກ ຂອງລັດຖະບານ ຫວຽດນາມ ທີ່ມອບໃຫ້ແກ່ ລັດຖະບານລາວ ໄດ້ຮັບການອະນຸມັດ ແລະ ຜັນຂະຫຍາຍໂດຍໄວ; ສືບຕໍ່ປະສານງານກັນພາຍໃດກົນໄກກອງປະຊຸມແນວຊາຍແດນ ແລະ ຢູ່ພາຍໃດບັນດາເວທີປາໄສພາກພື້ນ, ສາກົນ, ເປັນພິເສດແມ່ນປະສານງານກັນຈັດຕັ້ງກອງປະຊຸມແນວຊາຍແດນ ຄັ້ງທີ 7 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ຈັດຕັ້ງປະຕິບັດບັນດາບົດສະຫຼຸບກອງປະຊຸມຢ່າງມີປະສິດທິຜົນ.
ໃນຕອນທ້າຍຂອງວາລະເຈລະຈາ, ທ່ານລັດຖະມົນຕີທັງສອງທ່ານ ໄດ້ຢືນຢັນວ່າຈະຮ່ວມກັນຕັ້ງເອກະພາບກັນ ທີ່ຈະສືບຕໍ່ເຮັດໃຫ້ສາຍພົວພັນການຮ່ວມມື ລະຫວ່າງ ກະຊວງ, ຂະແໜງການຍຸຕິທຳຂອງສອງປະເທດ ນັບມື້ນັບເຂົ້າສູ່ທາງເລິກຍິ່ງໆຂຶ້ນ; ປະກອບສ່ວນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ລະຫວ່າງ ສອງພັກ, ສອງລັດຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃສ່ວຽກງານການຮັດແໜ້ນ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ການຜੂກພັນຍຸດທະສາດ ຫວຽດນາມ-ລາວ ນັບມື້ນັບມີຄວາມເລິກເຊິ່ງກວ່າເກົ່າ.
| ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ ຍສໝ - ວັນທີ 08 ພຶດສະພາ, ໃນໂຄງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ ເຊບູ (Cebu), ຟີລິບປິນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີການຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ... |
| ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ ຍສໝ - ຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານເລມິງຮຶງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານRobert Fico, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະໂລວາກີ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 ຫາວັນທີ 14 ເມສາ ... |

