ເລີມດົ່ງ ປລຸກຕື່ນຂຸມຄຳມໍລະດົກ ເພື່ອພັດທະນາເສດຖະກິດ, ດຶງດູດການທ່ອງທ່ຽວ
![]() |
| ໂຄງການ ສະໜາມຫຼວງ ຊາວສາມເດືອນສາມ ຢູ່ຕາແສງ ບັກຢາງ້ຍາ (ແຂວງ ເລີມດົ່ງ) ໄດ້ຮັບການລົງທຶນກໍ່ສ້າງ, ມີສ່ວນຊ່ວຍສ້າງເປັນບ່ອນຈັດງານກິດຈະກຳວັດທະນະທຳ ແລະ ຮັບໃຊ້ຄວາມຕ້ອງການການດຳລົງຊີວິດຂອງຊຸມຊົນ. ຮູບ: ຫງວຽນຮຸຍແທັງ – VNA |
ໂຄງການ ສະໜາມຫຼວງ ຊາວສາມເດືອນສາມ ຢູ່ຕາແສງ ບັກຢາງ້ຍາ (ແຂວງ ເລີມດົ່ງ) ໄດ້ຮັບການລົງທຶນກໍ່ສ້າງ, ມີສ່ວນຊ່ວຍສ້າງເປັນບ່ອນຈັດງານກິດຈະກຳວັດທະນະທຳ ແລະ ຮັບໃຊ້ຄວາມຕ້ອງການການດຳລົງຊີວິດຂອງຊຸມຊົນ. ຮູບ: ຫງວຽນຮຸຍແທັງ – VNA
ໂດຍກຳນົດວ່າ ວັດທະນະທຳແມ່ນແຫຼ່ງກຳລັງພາຍໃນ ແລະ ເປັນທ່າແຮງຊຸກຍູ້ການພັດທະນາ, ແຂວງ ເລີມດົ່ງ ພວມຜັນຂະຫຍາຍ ແຜນງານເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025-2035 ໂດຍຈຸດສຸມແມ່ນການອະນຸລັກຮັກສາມໍລະດົກ, ສ້າງສາຊັບພະຍາກອນມະນຸດ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ການຫັນເປັນດິຈິຕອນ; ມີສ່ວນຊ່ວຍສ້າງກຳລັງດັນໃໝ່ ໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ.
ຕາມແຜນການຜັນຂະຫຍາຍ ແຜນງານເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025-2035, ໄລຍະທີໜຶ່ງ ແຕ່ 2025-2030, ແຂວງໄດ້ຕັ້ງເປົ້າໝາຍສ້າງການຫັນປ່ຽນຢ່າງຮອບດ້ານ ໃນການພັດທະນາວັດທະນະທຳ; ສ້າງສາຊັບພະຍາກອນມະນຸດ ເລີມດົ່ງ ໃຫ້ມີຄຸນສົມບັດ, ຄວາມກ້າຫານ, ລະບົບຄຸນຄ່າ ແລະ ມາດຕະຖານຄຸນສົມບັດ ທີ່ສອດຄ່ອງກັບຄວາມຕ້ອງການຂອງຍຸກສະໄໝໃໝ່. ໃນຂະນະດຽວກັນ, ແຜນງານຍັງມຸ່ງໄປເຖິງການຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈຂອງປະຊາຊົນ, ຫຼຸດຜ່ອນຊ່ອງຫວ່າງໃນການຊົມໃຊ້ວັດທະນະທຳ ລະຫວ່າງບັນດາເຂດແຄວ້ນ, ກຸ່ມປະຊາກອນ ແລະ ເສີມຂະຫຍາຍບົດບາດຂອງວັດທະນະທຳ ໃນວິວັດທະນາການເຊື່ອມໂຍງ, ພັດທະນາ.
ເພື່ອເຮັດໃຫ້ເປົ້າໝາຍນີ້ປະກົດຜົນເປັນຈິງ, ແຂວງໄດ້ໃຫ້ບຸລິມະສິດແກ່ການລົງທຶນຢ່າງເປັນລະບົບຄົບຊຸດ ເຂົ້າໃນລະບົບສະຖາບັນວັດທະນະທຳ. ອັນສະເພາະແມ່ນ, ຮອດປີ 2030, 100% ຂອງສະຖາບັນວັດທະນະທຳຂັ້ນແຂວງ ຄື ສູນວັດທະນະທຳ, ຫໍພິພິທະພັນ, ຫ້ອງສະໝຸດ ຈະໄດ້ຮັບການລົງທຶນ, ຍົກລະດັບ ໄປຕາມທິດທາງທີ່ທັນສະໄໝ; ທຸກໆຫົວໜ່ວຍການປົກຄອງຂັ້ນຕາແສງ ມີພື້ນຖານໂຄງລ່າງວັດທະນະທຳ ທີ່ຕອບສະໜອງໄດ້ຄວາມຕ້ອງການຂອງການເຄື່ອນໄຫວ. ການປັບປຸງລະບົບສະຖາບັນໃຫ້ສົມບູນແບບ ແມ່ນໄດ້ຮັບຄວາມຫວັງວ່າ ຈະສ້າງເງື່ອນໄຂໃຫ້ປະຊາຊົນຢູ່ທຸກໆທ້ອງຖິ່ນ ໄດ້ເຂົ້າເຖິງ ແລະ ຊົມໃຊ້ບັນດາຄຸນຄ່າວັດທະນະທຳ ຢ່າງສະເໝີພາບກັນ.
ຄຽງຄູ່ກັບການລົງທຶນດ້ານໂຄງລ່າງພື້ນຖານ, ວຽກງານການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ແມ່ນສືບຕໍ່ໄດ້ຮັບການກຳນົດວ່າເປັນໜ້າທີ່ຈຸດສຸມ. ຕາມແຜນການ, ແຂວງສູ້ຊົນໃຫ້ສຳເລັດການບູລະນະປະຕິສັງຂອນ, ຟື້ນຟູທຸກໆປູຊະນີຍະສະຖານແຫ່ງຊາດພິເສດ, ປະມານ 40% ຂອງປູຊະນີຍະສະຖານຂັ້ນຊາດ ແລະ 30% ຂອງປູຊະນີຍະສະຖານຂັ້ນແຂວງ. ບັນດາປະເພດມໍລະດົກວັດທະນະທຳນາມມະທຳ, ມໍລະດົກເອກະສານ, ວັດຖຸບູຮານ ແລະ ວັດຖຸສິ່ງຂອງມີຄ່າ ຈະໄດ້ຮັບການອະນຸລັກຮັກສາຕິດພັນກັບການພັດທະນາການທ່ອງທ່ຽວ, ການສຶກສາແບບທົດລອງ ແລະ ການດຳລົງຊີວິດຂອງຊຸມຊົນ; ຜ່ານນັ້ນໄດ້ຫັນປ່ຽນມໍລະດົກໃຫ້ກາຍເປັນແຫຼ່ງກຳລັງຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ.
![]() |
| ການສະແດງເຄື່ອງດົນຕີພື້ນເມືອງ ຢູ່ທີ່ຫໍວາງສະແດງເຄື່ອງດົນຕີບູຮານ, ຈຸດທ່ຽວຊົມອຸທະຍານທໍລະນີສາດໂລກ UNESCO ດັກນົງ (ຕາແສງ ດົງຢາງ້ຍາ, ແຂວງ ເລີມດົ່ງ). ຮູບ: ຫງວຽນຮຸຍແທັງ – VNA |
ຄຽງຄູ່ກັບການຮັກສາບັນດາຄຸນຄ່າພື້ນເມືອງ, ເລີມດົ່ງ ໄດ້ກຳນົດທິດທາງພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ, ເທື່ອລະກ້າວສ້າງເປັນຜະລິດຕະພັນທີ່ມີເອກະລັກຂອງທ້ອງຖິ່ນ, ສະໜັບສະໜູນການສ້າງຍີ່ຫໍ້, ຂະຫຍາຍຕະຫຼາດ, ຊຸກຍູ້ການເລີ່ມຕົ້ນທຸລະກິດແບບສ້າງສັນ ແລະ ດຶງດູດວິສາຫະກິດເຂົ້າມາລົງທຶນ. ນີ້ຖືວ່າແມ່ນມາດຕະການທີ່ສຳຄັນ ແນໃສ່ຜັນຂະຫຍາຍທ່າແຮງບົ່ມຊ້ອນທາງດ້ານວັດທະນະທຳ ໃຫ້ກາຍເປັນຄຸນຄ່າທາງດ້ານເສດຖະກິດ, ສ້າງກຳລັງຊຸກຍູ້ການເຕີບໂຕເພີ່ມເຕີມໃນໄລຍະໃໝ່.
ໃນສະພາບການຫັນເປັນດິຈິຕອນທີ່ດຳເນີນໄປຢ່າງແຂງແຮງ, ແຂວງໄດ້ກຳນົດວ່າການປະຍຸກໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນຄວາມຕ້ອງການທີ່ຫຼີກລ່ຽງບໍ່ໄດ້ ສຳລັບຂະແໜງວັດທະນະທຳ. ຕາມນັ້ນແລ້ວ, 100% ຂອງບັນດາຫົວໜ່ວຍເຄື່ອນໄຫວວັດທະນະທຳ ແລະ ສິລະປະ ຈະໄດ້ຮັບການຫັນເປັນລະບົບຂໍ້ມູນຂ່າວສານ ແລະ ປະຍຸກໃຊ້ບັນດາໝາກຜົນຂອງການປະຕິວັດອຸດສາຫະກຳຄັ້ງທີສີ່; ຂໍ້ມູນວັດທະນະທຳຈະໄດ້ຮັບການຫັນເປັນດິຈິຕອນ, ສ້າງເປັນຖານຂໍ້ມູນຢູ່ເທິງສະພາບແວດລ້ອມດິຈິຕອນ ເພື່ອຮັບໃຊ້ວຽກງານການຄຸ້ມຄອງ, ອະນຸລັກຮັກສາ ແລະ ໂຄສະນາ. ການພັດທະນາແຫຼ່ງຊັບພະຍາກອນມະນຸດ ກໍໄດ້ຮັບການຖືວ່າແມ່ນປັດໄຈຕັດສິນ ໃຫ້ແກ່ການພັດທະນາໃນໄລຍະຍາວຂອງຂະແໜງວັດທະນະທຳ. ທ້ອງຖິ່ນໄດ້ຕັ້ງເປົ້າໝາຍໃຫ້ 100% ຂອງນັກຮຽນ, ນັກສຶກສາ ໄດ້ເຂົ້າເຖິງບັນດາການເຄື່ອນໄຫວສຶກສາສິລະປະ ແລະ ສຶກສາມໍລະດົກ; ປະມານ 90% ຂອງຖັນແຖວນັກວັນນະຄະດີສິລະປິນທີ່ມີພອນສະຫວັນ ພ້ອມກັບພະນັກງານ, ລັດຖະກອນ, ລັດຖະກອນວິຊາການ ໃນຂະແໜງວັດທະນະທຳ ແລະ ສິລະປະ ຈະໄດ້ຮັບການອົບຮົມ, ບຳລຸງສ້າງ ເພື່ອຍົກສູງລະດັບວິຊາສະເພາະ. ໃນຂະນະດຽວກັນ, ແຂວງຈະສະໜັບສະໜູນການປະດິດຄິດແຕ່ງ, ໂຄສະນາບັນດາບົດວັນນະຄະດີ, ສິລະປະ, ຮູບເງົາ ແລະ ທິດສະດີວິຈານທີ່ມີຄຸນຄ່າ.
ອັນທີ່ໜ້າເອົາໃຈໃສ່ແມ່ນ, ແຜນງານໄດ້ໃຫ້ບຸລິມະສິດແຫຼ່ງກຳລັງໃຫ້ແກ່ເຂດຫ່າງໄກສອກຫຼີກ ແລະ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຜ່ານການລົງທຶນໃສ່ເຮືອນວັດທະນະທຳ, ເຂດກິລາ, ບັນຍາກາດວັດທະນະທຳຊຸມຊົນ, ຈຸດຫຼິ້ນບັນເທີງ ສຳລັບເດັກນ້ອຍ ແລະ ບັນດາການເຄື່ອນໄຫວອະນຸລັກຮັກສາວັດທະນະທຳພື້ນເມືອງ. ການແບ່ງປັນແຫຼ່ງກຳລັງ ໄປຕາມທິດທາງໃຫ້ບຸລິມະສິດແກ່ບັນດາທ້ອງຖິ່ນທີ່ຍັງມີຄວາມຫຍຸ້ງຍາກ ແມ່ນໄດ້ຮັບຄວາມຫວັງວ່າ ຈະມີສ່ວນຊ່ວຍຫຼຸດຜ່ອນຊ່ອງຫວ່າງການພັດທະນາ, ຮັບປະກັນສິດໃນການຊົມໃຊ້ວັດທະນະທຳຂອງປະຊາຊົນທຸກໆຄົນ.
![]() |
| ລາຍການສະແດງສິລະປະ ໃນງານກິດຈະກຳໂຄສະນາຄວາມງາມທາງດ້ານວັດທະນະທຳຂອງເຜົ່າພື້ນເມືອງ ໂດຍແຂວງ ເລີມດົ່ງ ເປັນຜູ້ຈັດຕັ້ງ. ຮູບ: ຫງວຽນຮຸຍແທັງ – VNA |
ຮອງປະທານຄະນະກໍາມະການປະຊາຊົນແຂວງ ເລີມດົ່ງ ທ່ານ ດິງວັນຕວນ ໃຫ້ຮູ້ວ່າ, ແຂວງໄດ້ກຳນົດການພັດທະນາວັດທະນະທຳຕິດພັນກັບການພັດທະນາເສດຖະກິດ - ສັງຄົມ; ໃນນັ້ນ ວັດທະນະທຳທັງແມ່ນເປົ້າໝາຍ, ທັງແມ່ນກຳລັງຊຸກຍູ້ຂອງການພັດທະນາ. ຍ້ອນແນວນັ້ນ, ທ້ອງຖິ່ນຈະລະດົມບັນດາແຫຼ່ງກຳລັງຈາກສູນກາງ, ງົບປະມານທ້ອງຖິ່ນ ແລະ ບັນດາແຫຼ່ງທຶນທີ່ຖືກຕ້ອງຕາມກົດໝາຍອື່ນໆ ເພື່ອຜັນຂະຫຍາຍແຜນງານ ໄປຕາມທິດທາງມີຈຸດສຸມ, ມີເປົ້າໝາຍຈະແຈ້ງ, ຫຼີກລ່ຽງການກະຈັດກະຈາຍ ແລະ ຍົກສູງປະສິດທິຜົນການລົງທຶນ. ຄະນະກຳມະການປະຊາຊົນແຂວງ ໄດ້ມອບໝາຍໃຫ້ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ເປັນເຈົ້າການເປັນເສນາທິການ, ປະສານງານກັບບັນດາພະແນກ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ; ໃນຂະນະດຽວກັນ ກໍເພີ່ມທະວີການກວດກາ, ຕິດຕາມກວດກາ ແນໃສ່ຮັບປະກັນການນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນ ແລະ ສຳເລັດບັນດາຄາດໝາຍພັດທະນາວັດທະນະທຳ ແຕ່ທິດນີ້ຮອດປີ 2030.
ການຜັນຂະຫຍາຍ ແຜນງານເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ບໍ່ພຽງແຕ່ມີສ່ວນຊ່ວຍຮັກສາເອກະລັກ, ຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈຂອງປະຊາຊົນ ເທົ່ານັ້ນ ແຕ່ຍັງເປີດໂອກາດໃນການຂຸດຄົ້ນບັນດາຄຸນຄ່າວັດທະນະທຳຢ່າງມີປະສິດທິຜົນ ເພື່ອພັດທະນາການທ່ອງທ່ຽວ, ອຸດສາຫະກຳສ້າງສັນ ແລະ ເສດຖະກິດຂອງທ້ອງຖິ່ນ. ນີ້ຖືວ່າແມ່ນບາດກ້າວເດີນທີ່ສຳຄັນ ເພື່ອໃຫ້ ເລີມດົ່ງ ສ້າງຮາກຖານໃຫ້ແກ່ການພັດທະນາຢ່າງວ່ອງໄວ, ແບບຍືນຍົງ ບົນພື້ນຖານການເສີມຂະຫຍາຍກຳລັງແຮງສັງລວມຂອງວັດທະນະທຳ ແລະ ມະນຸດ ໃນໄລຍະໃໝ່.
| ສີສັນທາງວັດທະນະທຳຂອງຊາວຈາມ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຂອງ ແຂວງ ເລີມດົງ ອຸດົມສົມບູນຂຶ້ນ ຍສໝ - ບໍ່ພຽງແຕ່ໂດດເດັ່ນດ້ວຍທິວທັດທຳມະຊາດປ່າເຂົາທີ່ສະຫງ່າງາມເທົ່ານັ້ນ, ເຂດພາກຕາເວັນອອກຂອງ ແຂວງ ເລີມດົ່ງ ຍັງສ້າງຄວາມປະທັບໃຈດ້ວຍບັນດາຄຸນຄ່າທາງວັດທະນະທຳທີ່ເປັນເອກະລັກຂອງພີ່ນ້ອງຊາວຈາມ, ປະກອບສ່ວນເຮັດໃຫ້ການທ່ອງທ່ຽວຂອງທ້ອງຖິ່ນມີຄວາມຫຼາກຫຼາຍ ແລະ ເພີ່ມທະວີແຮງດຶງດູດກວ່າເກົ່າ. |
| ແຂວງ ເລີມດົ່ງ ໄດ້ມອບເງິນຈໍານວນ 400 ລ້ານດົ່ງ ເພື່ອສະໜັບສະໜູນປະຊາຊົນລາວໃນການຕໍ່ຕ້ານກັບການລະບາດຂອງ COVID-19 ຍສໝ - ທີ່ສຳນັກງານກົງສຸນໃຫຍ່ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຄະນະປະຕິບັດງານແຂວງ ເລີມດົ່ງ ໄດ້ມອບເງິນຈໍານວນ 400 ລ້ານດົ່ງເພື່ອສະໜັບສະໜູນ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຈຳປາສັກ ແລະ ແຂວງບໍລິຄຳໄຊ ໃນການປ້ອງກັນ, ຕໍ່ຕ້ານກັບການລະບາດຂອງ COVID-19. |
ແທັງຮັ່ງ


