ປະເທດ ຫວຽດນາມ ສະເໜີໃຫ້ ຍີ່ປຸ່ນ ມຸ່ງໜ້າສູ່ການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ຫວຽດນາມ
ຢູ່ພາຍໃດວາລະພົບປະຮ່ວມກັບ ທ່ານປະທານສະພາຕໍ່າ ຍີ່ປຸ່ນ Mori Eisuke, ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ກັບບັນດາກ້າວຂະຫຍາຍຕົວໃນທາງບວກ ແລະ ເປັນຮູບປະທຳ ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ພາຍໃດໄລຍະຜ່ານມາ. ພ້ອມທັງຢືນຢັນວ່າ ຍີ່ປຸ່ນ ແມ່ນໜຶ່ງພາຍໃດບັນດາຄູ່ຮ່ວມມືອັນສຳຄັນແຖວໜ້າ ແລະ ເປັນມິດສະຫາຍທີ່ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຮຽກຮ້ອງໃຫ້ສອງຝ່າຍສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງຢ່າງເປັນປະຈຳ, ໃນຂະນະດຽວກັນ ກໍເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດ ພາຍໃດການຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳສອງປະເທດ ຢ່າງມີປະສິດທິຜົນ.
ໜຶ່ງພາຍໃດບັນດາເນື້ອໃນທີ່ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກ ແມ່ນການສ້າງເງື່ອນໄຂອັນສະດວກຍິ່ງໆຂຶ້ນ ໃຫ້ແກ່ກິດຈະກຳການໄປມາຫາສູ່ກັນ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ຕາມນັ້ນແລ້ວ, ຫວຽດນາມ ສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ເຮັດໃຫ້ຂັ້ນຕອນການເດີນທາງເຂົ້າເມືອງມີຄວາມງ່າຍດາຍຂຶ້ນ, ມຸ່ງໜ້າສູ່ການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ຫວຽດນາມ ແນໃສ່ຊຸກຍູ້ການທ່ອງທ່ຽວ, ການຮ່ວມມືທາງດ້ານເສດຖະກິດ ແລະ ບັນດາກິດຈະກຳການແລກປ່ຽນລະຫວ່າງປະຊາຊົນສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ຝ່າຍ ຍີ່ປຸ່ນ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂອັນສະດວກໃຫ້ແກ່ປະຊາຄົມຄົນ ຫວຽດນາມ ເກືອບ 700.000 ທ່ານ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃດປະເທດ ຍີ່ປຸ່ນ.
ກ່າວຕອບຮັບ, ທ່ານປະທານສະພາຕໍ່າ Mori Eisuke ໄດ້ຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ, ເພີ່ມທະວີການແລກປ່ຽນລະຫວ່າງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດຂອງສອງປະເທດ. ທ່ານຍັງໄດ້ຕີລາຄາສູງຕໍ່ກັບການປະກອບສ່ວນຂອງປະຊາຄົມຄົນ ຫວຽດນາມ ຕໍ່ກັບການພັດທະນາເສດຖະກິດ - ສັງຄົມ ຂອງ ຍີ່ປຸ່ນ ແລະ ສະແດງຄວາມມຸ່ງຫວັງທີ່ຈະຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃຫ້ຫຼາຍຂຶ້ນຕື່ມອີກ.
![]() |
| ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ເຂົ້າຮ່ວມວາລະພົບປະກັບ ທ່ານປະທານສະພາຕໍ່າ ຍີ່ປຸ່ນ Mori Eisuke. (ພາບ: VGP) |
ຢູ່ພາຍໃດວາລະພົບປະຮ່ວມກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu, ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ໄດ້ຕີລາຄາວ່າ ການເດີນທາງມາຢ້ຽມຢາມ ຫວຽດນາມ ຂອງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໃນເດືອນພຶດສະພາ ຜ່ານມາ ແມ່ນຂີດໝາຍອັນສຳຄັນ, ທັງເປັນການສ້າງກຳລັງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນທະວິພາຄີ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ກັບການສະໜັບສະໜູນຊ່ວຍເຫຼືອຢ່າງມີປະສິດທິຜົນຂອງ ຍີ່ປຸ່ນ ຕໍ່ກັບວິວັດທະນາການແຫ່ງການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ, ໃນຂະນະດຽວກັນ ກໍໄດ້ຢືນຢັນເຖິງຄວາມມຸ່ງຫວັງທີ່ຈະປະສານງານກັນຢ່າງແໜ້ນແຟ້ນ ແນໃສ່ຜັນຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້ຢູ່ພາຍໃດບັນດາການເດິນທາງໄປຢ້ຽມຢາມຂັ້ນສູງ.
ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ທີ່ຈະຊຸກຍູ້ບັນດາກົນໄກການຮ່ວມມືທີ່ມີຢູ່ໃນປັດຈຸບັນຢ່າງມີປະສິດທິຜົນ, ພາຍໃດນັ້ນມີ ຄະນະກຳມະການຮ່ວມມື ຫວຽດນາມ - ຍີ່ປຸ່ນ, ພ້ອມກັນນັ້ນ ກໍຮ່ວມກັນຈັດຕັ້ງເວທີປາໄສການຮ່ວມມືທ້ອງຖິ່ນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີສອງ ໃຫ້ປະສົບຜົນສຳເລັດ ໂດຍຄາດຄະເນວ່າຈະຈັດຂຶ້ນຢູ່ທີ່ ເຫວ້ (Huế) ໃນເດືອນກັນຍາ ຕໍ່ໜ້ານີ້. ບັນຫາການສ້າງເງື່ອນໄຂອັນສະດວກໃຫ້ແກ່ການໄປມາຫາສູ່ກັນຂອງພົນລະເມືອງສອງປະເທດ, ໂດຍຜ່ານນັ້ນກໍມຸ່ງໜ້າສູ່ເປົ້າໝາຍເພີ່ມທະວີຈຳນວນນັກທ່ອງທ່ຽວໄປ-ມາທັງສອງສົ້ນຢ່າງແຮງ ກໍແມ່ນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກທັງສອງຝ່າຍເຊັ່ນກັນ.
ທ່ານລັດຖະມົນຕີ Motegi Toshimitsu ໄດ້ຢືນຢັນວ່າ ຍີ່ປຸ່ນ ແມ່ນໃຫ້ຄວາມສຳຄັນຕໍ່ບົດບາດ ແລະ ຖານະຕຳແໜ່ງທີ່ນັບມື້ນັບສູງເດັ່ນຂອງ ຫວຽດນາມ ຢູ່ພາຍໃດພາກພື້ນ, ໃນຂະນະດຽວກັນ ກໍຕີລາຄາສູງຕໍ່ກັບການປະສານງານລະຫວ່າງສອງປະເທດ ພາຍໃດບັນດາບັນຫາພາກພື້ນ ແລະ ສາກົນ. ຍີ່ປຸ່ນ ມີຄວາມມຸ່ງຫວັງທີ່ຈະສືບຕໍ່ເປີດກວ້າງການຮ່ວມມືພາຍໃດຂົງເຂດເສດຖະກິດ, ການສຶກສາ, ວິທະຍາສາດເຕັກໂນໂລຊີ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ຄຽງຄູ່ກັບບັນດາເນື້ອໃນການຮ່ວມມືແບບດັ້ງເດີມແລ້ວ, ຫຼາກຫຼາຍວາລະການເຮັດວຽກຂອງ ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ຢູ່ທີ່ ໂຕກຽວ ແມ່ນໄດ້ສຸມໃສ່ບັນດາຂົງເຂດເຕັກໂນໂລຊີຍຸດທະສາດ ທີ່ທັງສອງປະເທດພວມໃຫ້ຄວາມສົນໃຈ.
ຢູ່ພາຍໃດວາລະພົບປະຮ່ວມກັບ ກຸ່ມພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ໂດຍມີການເຂົ້າຮ່ວມຂອງອະດີດນາຍົກລັດຖະມົນຕີ Fumio Kishida, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຮຽກຮ້ອງໃຫ້ຝ່າຍ ຍີ່ປຸ່ນ ສືບຕໍ່ສະໜັບສະໜູນການຜັນຂະຫຍາຍບັນດາໂຄງການຮ່ວມມືທີ່ມີລັກສະນະເປັນສັນຍະລັກ, ພ້ອມກັນນັ້ນ ກໍເປີດກວ້າງການຮ່ວມມືພາຍໃດຂົງເຂດການຫັນປ່ຽນເປັນດິຈິຕອນ, ການຫັນປ່ຽນເປັນສີຂຽວ, AI, ເຄິ່ງຊັກນຳໄຟຟ້າ ແລະ ການອົບຮົມແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ບັນດາເນື້ອໃນດັ່ງກ່າວນີ້ ກໍໄດ້ຮັບການແລກປ່ຽນຮ່ວມກັນ ຢູ່ພາຍໃດວາລະພົບປະຮ່ວມກັບ ທ່ານລັດຖະມົນຕີກະຊວງການສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເເຕັກໂນໂລຊີ ຍີ່ປຸ່ນ Matsumoto Yohei. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ທີ່ຈະຊຸກຍູ້ການຮ່ວມມືພາຍໃດຂົງເຂດວິທະຍາສາດເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ເປັນພິເສດແມ່ນພາຍໃດບັນດາຂະແໜງເຕັກໂນໂລຊີຂັ້ນສູງ ທີ່ພວມມີບົດບາດອັນສຳຄັນຕໍ່ກັບການເຕີບໂຕຂອງທັງສອງພື້ນຖານເສດຖະກິດ.
![]() |
| ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ (ແຖວໜ້າ, ທີສອງຈາກຊ້າຍຫາຂວາ) ພົບປະກັບ ກຸ່ມພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ. (ພາບ: VGP) |
ພາຍໃດວາລະການເຮັດວຽກຮ່ວມກັບການນຳອົງການຮ່ວມມືສາກົນ ຍີ່ປຸ່ນ (JICA), ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ກັບການປະກອບສ່ວນຂອງ JICA ຕໍ່ກັບການພັດທະນາຂອງ ຫວຽດນາມ ພາຍໃດໄລຍະຫຼາຍກວ່າສາມທົດສະວັດທີ່ຜ່ານມາ. ຕົວແທນຂອງ JICA ໃຫ້ຮູ້ວ່າ ຈະສືບຕໍ່ຮ່ວມເດິນທາງກັບ ຫວຽດນາມ ພາຍໃດບັນດາໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການຫັນປ່ຽນເປັນດິຈິຕອນ, ການຫັນປ່ຽນເປັນສີຂຽວ, AI, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ພະລັງງານ.
ພາຍໃດຂົງເຂດກົດໝາຍ ແລະ ສະຖາບັນ, ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ໄດ້ມີວາລະພົບປະຮ່ວມກັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ Hiraguchi Hiroshi. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ການປັບປຸງສະຖາບັນໃຫ້ສົມບູນແບບ ແມ່ນໜຶ່ງພາຍໃດບັນດາການບຸກທະລຸດ້ານຍຸດທະສາດຂອງ ຫວຽດນາມ ແລະ ແມ່ນຂົງເຂດການຮ່ວມມືທີ່ມີທ່າແຮງບົ່ມຊ້ອນຫຼາກຫຼາຍປະການລະຫວ່າງສອງປະເທດ. ທ່ານລັດຖະມົນຕີ Hiraguchi ໄດ້ຢືນຢັນວ່າ ຍີ່ປຸ່ນ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືຮ່ວມກັບ ຫວຽດນາມ ພາຍໃດການສ້າງກົດໝາຍ, ຮັບປະກັນການປະຕິບັດຕາມກົດໝາຍ ແລະ ການກໍ່ສ້າງສັງຄົມທີ່ມີຄວາມປອດໄພ, ມີລະບຽບຮຽບຮ້ອຍ.
ນອກຈາກບັນດາກິດຈະກຳການຕ່າງປະເທດຂັ້ນສູງແລ້ວ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮ່ວມເຮັດວຽກກັບການນຳທ້ອງຖິ່ນ, ບັນດາຮາກຖານການຄົ້ນຄວ້າ, ມະຫາວິທະຍາໄລ, ວິສາຫະກິດເຕັກໂນໂລຊີ ແລະ ພົບປະກັບບັນດານັກວິທະຍາສາດ, ປັນຍາຊົນໜຸ່ມ ຫວຽດນາມ ປະຈຳ ຍີ່ປຸ່ນ. ບັນດາກິດຈະກຳດັ່ງກ່າວນີ້ ໄດ້ປະກອບສ່ວນເຂົ້າໃສ່ການເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດ ແລະ ວົງການການຄົ້ນຄວ້າຂອງສອງປະເທດ, ທັງເປັນການສ້າງພື້ນຖານໃຫ້ແກ່ການຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງເປັນຮູບປະທຳພາຍໃດໄລຍະຕໍ່ໜ້າ.
| ນອກຂອບເຂດບັນດາກິດຈະກຳຢູ່ທີ່ ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ກໍໄດ້ມີວາລະພົບປະຮ່ວມກັບ ທ່ານຮອງນາຍົກລັດຖະມົນຕີໄທ Sihasak Phuangketkeow. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ທີ່ຈະສືບຕໍ່ຜັນຂະຫຍາຍບັນດາຜົນສຳເລັດ ທີ່ບັນລຸໄດ້ຢູ່ພາຍໃດບັນດາການເດິນທາງໄປຢ້ຽມຢາມຂັ້ນສູງເມື່ອບໍ່ດົນມານີ້ ຢ່າງມີປະສິດທິຜົນ, ໃນຂະນະດຽວກັນ ກໍເປີດກວ້າງການຮ່ວມມືພາຍໃດຂົງເຂດໃໝ່ໆ ເປັນຕົ້ນແມ່ນ AI, ເຄິ່ງຊັກນຳໄຟຟ້າ, ການຫັນປ່ຽນເປັນດິຈີຕອນ, การຫັນປ່ຽນເປັນສີຂຽວ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. |
| ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ທີ່ພວມເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3. |
| ເວທີປາໄສອະນາຄົດອາຊຽນ 2026: ຂີດໝາຍຂອງຫວຽດນາມ ແລະ ສານແຫ່ງຄວາມສາມັກຄີພາກພື້ນ ຍສໝ - ເຫດການດັ່ງກ່າວ ບໍ່ພຽງແຕ່ຢືນຢັນເຖິງບົດບາດສູນກາງຂອງ ອາຊຽນ ເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ເຫັນຢ່າງພົ້ນເດັ່ນເຖິງຄວາມເປັນເຈົ້າການຂອງ ຫວຽດນາມ ພ້ອມກັບບັນດາປະເທດພາຍໃດພາກພື້ນ ພາຍໃດການຮ່ວມແຮງຮ່ວມໃຈສາມັກຄີ ແລະ ພັດທະນາ ຕໍ່ໜ້າບັນດາຄວາມຜັນແປທາງດ້ານພູມສາດການເມືອງໃນທົ່ວໂລກ. |

