14:45 | 10/06/2026

ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ

ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ
ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ກ້າວເຂົ້າສູ່ລວງເລິກ ແລະ ມີຄວາມຈິງແທ້ຍິ່ງຂຶ້ນ

ໃນວັນທີ 9 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ທີ່ພວມເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3.

ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul. (ພາບ: ທົ້ງຍຶດ - Thống Nhất/TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບກັບ ທ່ານນາຍົກລັດຖະມົນຕີ Anutin Charnvirakul ອີກຄັ້ງ ພາຍຫຼັງການເດີນທາງໄປຢ້ຽມຢາມຢ່າງເປັນທາງການຢູ່ ປະເທດໄທ ໃນທ້າຍເດືອນພຶດສະພາ ຜ່ານມາ; ພ້ອມທັງສະແດງຄວາມຂອບໃຈຕໍ່ ລາຊະວົງ, ລັດຖະບານ ແລະ ປະຊາຊົນໄທ ກໍຄື ທ່ານນາຍົກລັດຖະມົນຕີ ແລະ ອານິຍາ ທີ່ໄດ້ມອບການຕ້ອນຮັບຢ່າງສົມເກດ, ອົບອຸ່ນ ແລະ ເຕັມໄປດ້ວຍຄວາມສະໜິດສະໜົມ ໃຫ້ແກ່ສ່ວນຕົວທ່ານເລຂາທິການໃຫຍ່, ປະທານປະເທດ, ອານິຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຕີລາຄາສູງຕໍ່ກັບຄວາມໝາຍອັນສຳຄັນ ຂອງການເດີນທາງມາຢ້ຽມຢາມໃນຄັ້ງນີ້, ເຊິ່ງຈັດຂຶ້ນພາຍໃຕ້ສະພາບການທີ່ສາຍພົວພັນການຮ່ວມມືລະຫວ່າງສອງປະເທດ ພວມມີການຂະຫຍາຍຕົວຢ່າງຈົບງາມ ແລະ ຖືກຕ້ອງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ; ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນໃນທາງບວກ ເພື່ອນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ທ່ານນາຍົກລັດຖະມົນຕີໄທ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເປັນຄັ້ງທຳອິດ; ພ້ອມທັງຂອບໃຈຕໍ່ກັບການຕ້ອນຮັບຢ່າງສົມເກດ ແລະ ສະໜິດສະໜົມ ທີ່ບັນດາການນຳ ແລະ ປະຊາຊົນຫວຽດນາມ ໄດ້ມອບໃຫ້ແກ່ຄະນະຜູ້ແທນ.

ທ່ານນາຍົກລັດຖະມົນຕີ Anutin Charnvirakul ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ຈາກພຣະມະຫາກະສັດ ແລະ ພຣະຣາຊິນີແຫ່ງຣາຊະອານາຈັກໄທ ເຖິງ ທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ອານິຍາ; ພ້ອມທັງເນັ້ນໜັກວ່າ ການເດີນທາງໄປຢ້ຽມຢາມຢ່າງເປັນທາງການຢູ່ ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ທີ່ຜ່ານມານັ້ນ ແມ່ນປະສົບຜົນສຳເລັດຢ່າງສະຫງ່າງາມ, ສ້າງຄວາມປະທັບໃຈອັນດີງາມໄວ້ພາຍໃດຈິດໃຈຂອງປະຊາຊົນໄທ, ທັງເປັນການເປີດກວ້າງຫຼາກຫຼາຍທິດທາງການຮ່ວມມືໃໝ່ ແລະ ສ້າງກຳລັງຂັບເຄື່ອນອັນແຮງກ້າ ເພື່ອນຳພາສາຍພົວພັນຂອງສອງປະເທດ ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່.

ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul. (ພາບ: ທົ້ງຍຶດ - Thống Nhất/TTXVN)

ຢູ່ພາຍໃດວາລະການຕ້ອນຮັບ, ທ່ານນາຍົກລັດຖະມົນຕີໄທ ໄດ້ແຈ້ງຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ກ່ຽວກັບຜົນສຳເລັດອັນຈົບງາມຂອງວາລະການເຈລະຈາຮ່ວມກັບ ທ່ານນາຍົກລັດຖະມົນຕີ ເລມິງຮຶງ. ສອງຝ່າຍໄດ້ຮ່ວມກັນວາງອອກບັນດາມາດຕະການຕົວຈິງ ແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງປະເທດ, ເປັນພິເສດແມ່ນຜົນສຳເລັດ ຂອງການເດີນທາງໄປຢ້ຽມຢາມຢ່າງເປັນທາງການຢູ່ ປະເທດໄທ ຂອງທ່ານເລຂาທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ຜ່ານມາ.

ທ່ານນາຍົກລັດຖະມົນຕີໄທ ໄດ້ຢືນຢັນວ່າ ໄທ ຍາມໃດກໍຖື ຫວຽດນາມ ເປັນປະເທດເພື່ອນບ້ານທີ່ໃກ້ຊິດ ແລະ ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ຕື່ມວ່າ ການຮ່ວມເດີນທາງມາພ້ອມກັບຄະນະຜູ້ແທນລັດຖະບານລາຊະວົງໄທໃນຄັ້ງນີ້ ມີຮອງນາຍົກລັດຖະມົນຕີ 3 ທ່ານ, ລັດຖະມົນຕີ 6 ທ່ານ, ບັນດາຜູ້ບັນຊາການເຫຼົ່າທັບ, ຂະແໜງການທະຫານ ແລະ ເລຂາທິການບັນດາກະຊວງ, ຂະແໜງການ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມມຸ່ງຫວັງທີ່ຈະສືບຕໍ່ຮັດແໜ້ນ, ພັດທະນາສາຍພົວພັນອັນດີງາມຮ່ວມກັບ ຫວຽດນາມ ພາຍໃດທຸກໆຂົງເຂດ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນຮູບປະທຳນັບມື້ນັບຫຼາຍຂຶ້ນ.

ຮ່ວມແລກປ່ຽນກ່ຽວກັບທິດທາງການຮ່ວມມືພາຍໃດຕໍ່ໜ້າ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ, ເປີດກວ້າງການຮ່ວມມືທາງດ້ານເສດຖະກິດ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການພົບປະແລກປ່ຽນປະຊາຊົນ ໂດຍຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກໆຂັ້ນ; ເປີດກວ້າງການຮ່ວມມືພາຍໃດທຸກໆຊ່ອງທາງ; ຮັກສາປະສິດທິຜົນຂອງບັນດາກົນໄກການຮ່ວມມືທວິພາຄີທີ່ມີຢູ່ໃນປັດຈຸບັນ, ເປັນພິເສດແມ່ນກົນໄກການປະຊຸມຄະນະລັດຖະບານຮ່ວມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນວ່າ ພັກກອມມູນິດຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນ ແລະ ມຸ່ງຫວັງທີ່ຈະເພີ່ມທະວີການຮ່ວມມືຮ່ວມກັບບັນດາພັກການເມືອງຢູ່ ໄທ, ພາຍໃດນັ້ນມີ ພັກພູມໃຈໄທ (Bhumjaithai), ເຊິ່ງຈະປະກອບສ່ວນເຂົ້າໃສ່ການຮັດແໜ້ນພື້ນຖານທາງດ້ານການເມືອງ ແລະ ກຳນົດທິດທາງໄລຍະຍາວໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີໄທ ໄດ້ສະແດງຄວາມເຫັນດີເປັນເອກະພາບຢ່າງສູງ ຕໍ່ກັບບັນດາທິດທາງໃຫຍ່ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີອອກມາ; ພ້ອມທັງຢືນຢັນວ່າ ຈະຊຸກຍູ້ຍຸດທະສາດ “ສາມການເຊື່ອມຕໍ່” ໃຫ້ເປັນຮູບປະທຳ, ຕັ້ງໜ້າປະສານງານກັນຢ່າງສະໜິດແໜ້ນຮ່ວມກັບ ຫວຽດນາມ ເພື່ອເພີ່ມທະວີການຜູກພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ໂລຈິສຕິກ ແລະ ຫ່ວງໂສ້ອຸປະທານ; ເປີດກວ້າງການຮ່ວມມືພາຍໃດຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, ການປະດິດສ້າງໃໝ່, ການຫັນປ່ຽນເປັນດິຈິຕອນ, ເສດຖະກິດດິຈິຕອນ ແລະ ປັນຍາປະດິດ; ມຸ່ງໝັ້ນພະຍາຍາມນຳພາດ້ານມູນຄ່າການຄ້າສອງຝ່າຍໃຫ້ຂະຫຍຍຕົວຢ່າງສົມດູນ, ຍືນຍົງ, ມຸ່ງໜ້າສູ່ເປົ້າໝາຍບັນລຸ 25 ຕື້ໂດລາສະຫະລັດ ແລະ ກ້າວໄປໄກກວ່ານັ້ນແມ່ນ 50 ຕື້ໂດລາສະຫະລັດ ພາຍໃດອະນາຄົດ.

ສອງຝ່າຍ ກໍຈະຮ່ວມກັນເປີດກວ້າງການຮ່ວມມືພາຍໃດຊ່ອງທາງພັກ, ສະພາແຫ່ງຊາດ ແລະ ການພົບປະແລກປ່ຽນປະຊາຊົນ, ໃນຂະນະດຽວກັນ ກໍຈະສືບຕໍ່ປະສານງານກັນຢ່າງສະໜິດແໜ້ນ ຢູ່ພາຍໃດບັນດາກົນໄກພຫຸພາຄີ ເປັນຕົ້ນແມ່ນ ອາຊຽນ, ອົງການສະຫະປະຊາຊາດ, ເອເປກ (APEC) ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນເຂົ້າໃສ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຢູ່ພາຍໃດພາກພື້ນ ກໍຄືໃນທົ່ວໂລກ.

ເປີດໂອກາດໃໝ່, ສ້າງກຳລັງດັນໃໝ່ ແລະ ແຮງຊຸກຍູ້ໃໝ່ ໃຫ້ແກ່ສາຍພົວພັນ ຫວຽດນາມ – ໄທ ເປີດໂອກາດໃໝ່, ສ້າງກຳລັງດັນໃໝ່ ແລະ ແຮງຊຸກຍູ້ໃໝ່ ໃຫ້ແກ່ສາຍພົວພັນ ຫວຽດນາມ – ໄທ

ຍສໝ - ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໃນຕອນທ້າຍເດືອນ ພຶດສະພາ ນີ້ ແມ່ນໄດ້ຮັບຄວາມຫວັງວ່າ ຈະສ້າງແຮງຊຸກຍູ້ໃໝ່ ໃຫ້ແກ່ສາຍພົວພັນສອງຝ່າຍ ເນື່ອງໃນໂອກາດທີ່ສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ.

ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

ຍສໝ - ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນໄລຍະມໍ່ໆມານີ້, ແລະ ເປັນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍ.

Link: https://huunghivietlao.thoidai.com.vn/detail-article-22155.html

In bài biết