14:00 | 10/06/2026

ທ່ານນາຍົກແຫ່ງ ສປປ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AFF 2026

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ: ລາວ ໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນກັບ ຫວຽດນາມ
ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ
ທ່ານນາຍົກແຫ່ງ ສປປ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AFF 2026
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຖ່າຍຮູບຮ່ວມກັນກ່ອນວາລະການເຈລະຈາ. (ພາບ: ເຢືອງຢາງ - Dương Giang/TTXVN).

ພາຍໃດໄລຍະເວລາການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມ AFF 2026, ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ ໄດ້ເຂົ້າຮ່ວມວາງພວງມາລາໄວ້ອາໄລ ຢູ່ສຸສານປະທານ ໂຮ່ຈີມິນ; ແລະ ໄດ້ໄປວາງພວງມາລາຢູ່ທີ່ ອະນຸສາວະລີ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ, ຮ່າໂນ້ຍ).

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ນາຍົກລັດຖະມົນຕີລາວ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ແລະ ດຳເນີນວາລະການເຈລະຈາຮ່ວມກັບ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ. ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທນ ມິ່ນ ໄດ້ເຂົ້າພົບປະເຈລະຈາຮ່ວມກັບ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ.

ຢູ່ພາຍໃດບັນດາວາລະການຕ້ອນຮັບ, ການເຈລະຈາ ແລະ ການເຂົ້າພົບປະຮ່ວມກັບ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ, ບັນດາການນຳຫວຽດນາມ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານລາວ ທີ່ເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2026; ພ້ອມທັງຕີລາຄາສູງຕໍ່ກັບການເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ເປັນຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງມີຄວາມໝາຍອັນສຳຄັນຍິ່ງ, ປະກອບສ່ວນຮັດແໜ້ນສາຍພົວພັນພິເສດ ຫວຽດນາມ - ລາວ, ເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ, ຮັກສາປະສິດທິຜົນຂອງບັນດາກົນໄກການພົບປະຂັ້ນສູງ, ຫັນບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງປະເທດ ໃຫ້ເປັນບັນດາໂຄງການຮ່ວມມືຕົວຈິງ, ສ້າງກຳລັງຂັບເຄື່ອນໃໝ່ໃຫ້ແກ່ສາຍພົວພັນທວິພາຄີ. ບັນດາການນຳຫວຽດນາມ ຍັງໄດ້ຕີລາຄາສູງຕໍ່ກັບການທີ່ ທ່ານນາຍົກລັດຖະມົນຕີລາວ ພ້ອມດ້ວຍບັນດາທ່ານນາຍົກລັດຖະມົນຕີ ກຳປູເຈຍ, ໄທ, ຕີມໍ ເລສເຕ ເຂົ້າຮ່ວມ ແລະ ກ່າວປາໄສຢູ່ພາຍໃດພິທີໄຂເວທີປາໄສອາຊຽນ ຄັ້ງທີ 3 ເຊິ່ງບໍ່ພຽງແຕ່ປະກອບສ່ວນເຂົ້າໃສ່ຜົນສຳເລັດລວມຂອງເວທີປາໄສເທົ່ານັ້ນ, ແຕ່ຍັງໄດ້ສະແດງໃຫ້ເຫັນຢ່າງແຮງກ້າເຖິງຈິດໃຈສາມັກຄີອາຊຽນ ແລະ ຄວາມສາມັກຄີຜູກພັນພິເສດ ທີ່ມີລັກສະນະຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ - ລາວ.

ທ່ານນາຍົກລັດຖະມົນຕີລາວ ສອນ溪 ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກັບການຕ້ອນຮັບຢ່າງສົມເກດ ແລະ ອົບອຸ່ນ ຂອງບັນດາການນຳພັກ, ລັດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມອບໃຫ້ແກ່ສ່ວນຕົວທ່ານ ແລະ ຄະນະຜູ້ແທນ ພາຍໃດການເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອາຊຽນໃນຄັ້ງນີ້.

ການນຳສອງປະເທດໄດ້ຮ່ວມກັນແລກປ່ຽນ, ເຫັນດີເປັນເອກະພາບກັນຕໍ່ກັບບັນດາເນື້ອໃນອັນສຳຄັນຍິ່ງ ສຳລັບສາຍພົວພັນການຮ່ວມມືລະຫວ່າງສອງປະເທດພາຍໃດຕໍ່ໜ້າ, ພາຍໃດນັ້ນມີການຫັນເນື້ອໃນແຫ່ງການຜູກພັນຍຸດທະສາດ ຫວຽດນາມ - ລາວ ພາຍໃດທຸກໆຂົງເຂດໃຫ້ເປັນຮູບປະທຳ; ໂດຍຈະສືບຕໍ່ມານະພະຍາຍາມຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຍົກຍອດມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ໂດລາສະຫະລັດ ພາຍໃດໄລຍະ 5 ປີຕໍ່ໜ້າ.

ການນຳສອງປະເທດກໍໄດ້ເຫັນດີເປັນເອກະພາບກັນ, ປະສານງານກັນຢ່າງສະໜິດແໜ້ນເພື່ອສ້າງແຜນການ ແລະ ຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ, ວັນເຊັນສົນທິສັນຍາມິດທະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ຄົບຮອບ 50 ປີ ພາຍໃດປີ 2027 ໃຫ້ດີ ດ້ວຍເນື້ອໃນອັນອຸດົມສົມບູນ, ແທດຕົວຈິງ ແລະ ເລິກເຊິ່ງ, ໂດຍຜ່ານນັ້ນ ຈະສືບຕໍ່ແຜ່ຂະຫຍາຍຢ່າງແຮງກ້າໄປຍັງທຸກຊັ້ນຄົນ, ເປັນພິເສດແມ່ນຄົນຮຸ່ນໜຸ່ມຂອງສອງປະເທດ ໃຫ້ຮັບຮູ້ເຖິງມູນຄ່າທາງປະຫວັດສາດ ແລະ ຄວາມໝາຍແຫ່ງຍຸກສະໄໝ ຂອງສາຍພົວພັນພິເສດ ຫວຽດນາມ - ລາວ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ໄດ້ຮ່ວມກັນເປັນສັກຂີພິຍານພາຍໃດພິທີມອບ-ຮັບ ເອກະສານການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການຂອງສອງປະເທດ ເຊິ່ງລວມມີ: ຂໍ້ຕົກລົງການຮ່ວມມື ລະຫວ່າງ ກະຊວງການເງິນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ກະຊວງການເງິນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄລຍະ 2026 - 2030; ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ບຳລຸງສ້າງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການຮ່ວມມືຜັນຂະຫຍາຍການສອນພາສາລາວຢູ່ ຫວຽດນາມ, ເພີ່ມທະວີການສອນພາສາຫວຽດນາມຢູ່ ລາວ ແລະ ການນຳສົ່ງນັກຮຽນລາວໄປສຶກສາຮ່ຳຮຽນຢູ່ບັນດາໂຮງຮຽນສາມັນກິນນອນຢູ່ ຫວຽດນາມ;

ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍຍຸດທະສາດການຮ່ວມມືພາຍໃດຂົງເຂດໂຍທາທິການ ແລະ ຂົນສົ່ງ ໄລຍະ 2026 - 2035; ຂໍ້ຕົກລົງ ລະຫວ່າງ ກະຊວງຊົນເຜົ່າ ແລະ ສາສະໜາ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຫ້ອງວ່າການນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ຽວກັບຂົງເຂດຊົນເຜົ່າ ແລະ ສາສະໜາ ໄລຍະ 2026 - 2035.

ພາຍໃດການເຂົ້າຮ່ວມ ແລະ ກ່າວປາໄສຢູ່ພາຍໃດພິທີໄຂ ເວທີປາໄສອະນາຄົດອາຊຽນ 2026, ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໄດ້ຮ່ວມແບ່ງປັນວິໄສທັດກ່ຽວກັບອະນາຄົດຂອງ ອາຊຽນ; ໂດຍໄດ້ສະເໜີແຜນຜັງລາຍການ ເຊິ່ງລວມມີ 4 ທິດທາງຍຸດທະສາດໃຫຍ່. ພາຍໃດນັ້ນ, ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການອັນຈຳເປັນ ຂອງວຽກງານການຊຸກຍູ້ການເຊື່ອມໂຍງ ແລະ ການເຊື່ອມຕໍ່ຢ່າງຮອບດ້ານພາຍໃດຂອບເຂດຂອງ ອາຊຽນ, ເຊິ່ງກວມເອົາທັງການເຊື່ອມຕໍ່ທາງບົກ, ທາງນ້ຳ, ທາງທະເລ, ທາງອາກາດ, ໄປຈົນຮອດຕາໜ່າງພະລັງງານ, ລະບົບໂລຈິສຕິກ ແລະ ບັນດາພື້ນຖານໂຄງລ່າງທີ່ກ່ຽວຂ້ອງ.

ພາຍໃຕ້ຂອບເຂດຂອງການຢ້ຽມຢາມ, ທ່ານນາງ ວັນດາລາ ສີພັນດອນ ອານິຍາຂອງທ່ານນາຍົກລັດຖະມົນຕີລາວ ໄດ້ຮ່ວມກັບ ທ່ານນາງ ດ່າວ ຖີ ບິກ ທຸຍ ອານິຍາຂອງທ່ານນາຍົກລັດຖະມົນຕີຫວຽດນາມ; ທ່ານນາງ ເປັກ ຈັນມູນີ ອານິຍາຂອງທ່ານນາຍົກລັດຖະມົນຕີກຳປູເຈຍ ແລະ ທ່ານນາງ ທະນານຸຊ ນິຣາມິດ ອານິຍາຂອງທ່ານນາຍົກລັດຖະມົນຕີໄທ ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນດາກິດຈະກຳແລກປ່ຽນວັດທະນະທຳຢູ່ທີ່ ວັນມ໋ຽວ - ກວກຕື້ຢາມ, ຮ່າໂນ້ຍ.

AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ

ຍສໝ - ຕາມການໃຫ້ຮູ້ຂອງ ທ່ານ ຫງວຽນແມ້ງເກືອງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 (AFF 2026) ຈະເປັນເວທີເປີດກວ້າງໃຫ້ແກ່ບັນດາຜູ້ນຳ, ນັກວິຊາການ, ວິສາຫະກິດ, ຊາວໜຸ່ມ ພ້ອມດ້ວຍບັນດາຄູ່ຮ່ວມມື ໄດ້ຮ່ວມກັນປຶກສາຫາລືກ່ຽວກັບວິທີການແກ້ໄຂ ແນໃສ່ຮັດແໜ້ນບົດບາດສູນກາງຂອງອາຊຽນ, ເພີ່ມທະວີຂີດຄວາມສາມາດພາຍໃດການເຂັ້ມແຂງດ້ວຍຕົນເອງ ແລະ ຊຸກຍູ້ການພັດທະນາໂດຍເອົາປະຊາຊົນເປັນສູນກາງ ທາມກາງສະພາບແວດລ້ອມພາກພື້ນ ແລະ ທົ່ວໂລກທີ່ມີການຜັນແປຢ່າງຫຼາກຫຼາຍ.

ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ "ການຮັດແໜ້ນທາງດ້ານຍຸດທະສາດ" ລະຫວ່າງ ສອງປະເທດໃຫ້ກາຍເປັນຮູບປະທຳ

ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊີທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ໄດ້ເດິນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ ແຕ່ວັນທີ 7-9/6. ການຢ້ຽມຢາມ ຫວຽດນາມ ...

Link: https://huunghivietlao.thoidai.com.vn/detail-article-22153.html

In bài biết