ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026
| AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ | |
| ຫວຽດນາມ ແລະ ລາວ ແລກປ່ຽນເອກະສານການຮ່ວມມືອັນສຳຄັນຫຼາກຫຼາຍສະບັບ |
ນີ້ແມ່ນໜຶ່ງໃນບັນດາເວທີປາໄສສາກົນທີ່ມີຊື່ສຽງ ແລະ ອິດທິພົນອັນດັບຕົ້ນໆຂອງໂລກ, ເຊິ່ງເປັນບ່ອນເຕົ້າໂຮມເອົາບັນດາຜູ້ນຳຍິງ, ນັກທຸລະກິດ, ນັກວາງແຜນນະໂຍບາຍ, ຕົວແທນຈາກອົງການຈັດຕັ້ງສາກົນ ແລະ ນັກວິຊາການ ທີ່ມາຈາກຫຼາກຫຼາຍປະເທດ ແນໃສ່ຮ່ວມກັນແລກປ່ຽນຄຳຄິດຄຳເຫັນ ແລະ ວິທີການແກ້ໄຂ ເພື່ອຊຸກຍູ້ບົດບາດຂອງແມ່ຍິງພາຍໃດການພັດທະນາເສດຖະກິດ ແລະ ສັງຄົມ.
ພາຍໃດຂອບເຂດຂອງກອງປະຊຸມ, ບັນດາຜູ້ແທນໄດ້ເຂົ້າຮ່ວມວາລະການປຶກສາຫາລືຕາມຫົວຂໍ້ສະເພາະຫຼາກຫຼາຍວາລະ ກ່ຽວກັບການເຕີບໂຕທາງດ້ານເສດຖະກິດ, ການປະດິດສ້າງສ້າງສັນ, ການຫັນເປັນດີຈີຕອນ, ການພັດທະນາແບບຍືນຍົງ, ຜູ້ນຳຍິງໃນຍຸກສະໄໝໃໝ່ ພ້ອມດ້ວຍບັນດາວິທີການແກ້ໄຂ ແນໃສ່ຍົກສູງບົດບາດ ແລະ ທີ່ຕັ້ງຂອງແມ່ຍິງພາຍໃດຊີວິດການເປັນຢູ່ທາງດ້ານເສດຖະກິດ - ສັງຄົມ.
ໜຶ່ງໃນຜົນງານອັນໂດດເດັ່ນເປັນພິເສດ ຂອງຄະນະຜູ້ແທນຫວຽດນາມ ຢູ່ທີ່ກອງປະຊຸມສຸດຍອດໃນປີນີ້ ແມ່ນການທີ່ ປອ ຟານບິກທ້ຽນ, ປະທານເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ຮັບກຽດເຊີນຈາກຄະນະຈັດຕັ້ງ ເພື່ອເຂົ້າຮ່ວມພິທີລັ່ນຄ້ອງ (Rung chuông) ເປີດສະຫຼອງຢູ່ທີ່ຕະຫຼາດຫຼັກຊັບ ອິດສະຕັນບູນ ຮ່ວມກັບບັນດາຜູ້ນຳຂອງກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ແລະ ຕົວແທນຈາກບັນດາອົງການຈັດຕັ້ງ, ວິສາຫະກິດຕົວແບບໃນທົ່ວໂລກ.
![]() |
| ປອ. ຟານ ບິກ ທ້ຽນ (Phan Bích Thiện), ປະທານເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ (ຜູ້ນຸ່ງຊຸດກະໂປ່ງສີບົວ ຢູ່ທາງນອກສຸດ) ພ້ອມດ້ວຍບັນດາຜູ້ນຳຂອງກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ແລະ ຕົວແທນຈາກບັນດາອົງການຈັດຕັ້ງ, ວິສາຫະກິດຕົວແບບໃນທົ່ວໂລກ. (ພາບ: ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ) |
ພິທີລັ່ນຄ້ອງ (ຫຼື ພິທີສັ່ນກະດິ່ງເປີດຕະຫຼາດ) ແມ່ນຮີດຄອງທີ່ມີຄວາມໝາຍເປັນສັນຍະລັກອັນເລິກເຊິ່ງ, ເຊິ່ງຖືກຈັດຂຶ້ນຢູ່ທີ່ຕະຫຼາດຫຼັກຊັບຂະໜາດໃຫຍ່ຫຼາກຫຼາຍແຫ່ງໃນທົ່ວໂລກ ແນໃສ່ຍ້ອງຍໍສັນລະເສີນບົດບາດຂອງແມ່ຍິງພາຍໃດການພັດທະນາເສດຖະກິດ, ຊຸກຍູ້ຄວາມສະເໝີພາບທາງເພດ ແລະ ຍົກສູງການມີສ່ວນຮ່ວມຂອງແມ່ຍິງພາຍໃດຕຳແໜ່ງການນຳ, ການບໍລິຫານຄຸ້ມຄອງວິສາຫະກິດ. ວຽກງານການທີ່ຕົວແທນຂອງເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ຮັບກຽດເຊີນເຂົ້າຮ່ວມເຫດການທີ່ມີຄວາມໝາຍເປັນພິເສດນີ້ ແມ່ນການຍອມຮັບຕໍ່ກັບຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງຄະນະຊຸມຊົນແມ່ຍິງຫວຽດນາມ ຢູ່ຕ່າງປະເທດ ພາຍໃດການກໍ່ສ້າງຕາໜ່າງການເຊື່ອມຕໍ່, ຊຸກຍູ້ການຮ່ວມມືສາກົນ ແລະ ປະກອບສ່ວນເຂົ້າໃສ່ການພັດທະນາຂອງສັງຄົມ.
![]() |
| ບັນດາສະມາຊິກພາຍໃດເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026. (ພາບ: ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ) |
ຢູ່ພາຍໃດພິທີເປີດຢ່າງເປັນທາງການ, ທ່ານນາງ Irene Natividad ປະທານກອງປະຊຸມສຸດຍອດ ໄດ້ໃຫ້ກຽດກ່າວເຖິງການປະກອບສ່ວນຢ່າງຕັ້ງໜ້າ ຂອງແມ່ຍິງຫວຽດນາມ ເວົ້າລວມ ແລະ ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ເວົ້າສະເພາະ ພາຍໃດບັນດາວາລະກອງປະຊຸມຜ່ານມາ. ໃນໄລຍະຫຼາຍປີຜ່ານມາ, ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ຂະຫຍາຍບັນດາກິດຈະກຳການເຊື່ອມຕໍ່ຊຸມຊົນຢ່າງບໍ່ຢຸດຢັ້ງ, ພັດທະນາວັດທະນະທຳວິສາຫະກິດ, ປົກປັກຮັກສາເອກະລັກວັດທະນະທຳຂອງຊາດ ແລະ ເພີ່ມທະວີບັນດາກິດຈະກຳທີ່ຫັນໜ້າຕາສູ່ບ້ານເກີດເມືອງນອນ, ປະເທດຊາດ. ໂດຍຜ່ານຕາໜ່າງສະມາຊິກຢູ່ຫຼາກຫຼາຍປະເທດເອີຣົບ, ເວທີປາໄສໄດ້ຜັນຂະຫຍາຍຫຼາຍກິດຈະກຳທີ່ມີຄວາມໝາຍ ພາຍໃດການຊຸກຍູ້ການທູດປະຊາຊົນ, ເຊື່ອມຕໍ່ການຮ່ວມມື ແລະ ໂຄສະນາເຜີຍແຜ່ພາບພົດຂອງ ຫວຽດນາມ ອອກສູ່ສາຍຕາຊາວໂລກ.
ການເຂົ້າຮ່ວມຂອງຄະນະຜູ້ແທນເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ຢູ່ທີ່ນະຄອນອິດສະຕັນບູນ ບໍ່ພຽງແຕ່ມີຄວາມໝາຍເປັນຕົວແທນໃຫ້ແກ່ຊຸມຊົນແມ່ຍິງຫວຽດນາມ ຢູ່ຕ່າງປະເທດເທົ່ານັ້ນ, ແຕ່ຍັງປະກອບສ່ວນແຜ່ຂະຫຍາຍພາບພົດຂອງ ຫວຽດນາມ ທີ່ເຕັມໄປດ້ວຍຄວາມເຄື່ອນໄຫວ, ການເຊື່ອມໂຍງ, ການພັດທະນາ ແລະ ຍາມໃດກໍຍົກສູງບົດບາດຂອງແມ່ຍິງ ພາຍໃດພາລະກິດແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດ.
| ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ "ການຮັດແໜ້ນທາງດ້ານຍຸດທະສາດ" ລະຫວ່າງ ສອງປະເທດໃຫ້ກາຍເປັນຮູບປະທຳ ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊີທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ໄດ້ເດິນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ ແຕ່ວັນທີ 7-9/6. ການຢ້ຽມຢາມ ຫວຽດນາມ ... |
| ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ ຊ່ວຍເຫຼືອ ລາວ ຫັນບັນດາຄາດໝາຍຍຸດທະສາດທີ່ວາງໄວ້ໃຫ້ກາຍເປັນຈິງ ຍສໝ - ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ໃນຕອນບ່າຍວັນທີ 7/6, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງລັດຖະບານລາວ ເດີນທາງເຖິງຮາໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ປະຈຳປີ ... |

