ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ "ການຮັດແໜ້ນທາງດ້ານຍຸດທະສາດ" ລະຫວ່າງ ສອງປະເທດໃຫ້ກາຍເປັນຮູບປະທຳ
| ເສັ້ນທາງແຫ່ງມິດຕະພາບ, ຍົກລະດັບການພົວພັນຕິດພັນແບບຍຸດທະສາດ ຫວຽດນາມ-ລາວ | |
| ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ | |
ຕາມຂໍ້ມູນຈາກສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ໃນການໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ໃຫ້ຮູ້ວ່າ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍຄວາມສຳຄັນເປັນພິເສດ, ເຊິ່ງຈັດຂຶ້ນໃນທ່າມກາງບັນຍາກາດທີ່ທັງສອງປະເທດໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກຢ່າງສຳເລັດຜົນ, ການເລືອກຕັ້ງສະພາແຫ່ງຊາດຂອງແຕ່ລະປະເທດ, ການປັບປຸງບູລະນະບຸກຄະລາກອນການນຳຂັ້ນສູງໃນວາລະດຳລົງຕຳແໜ່ງຊຸດໃໝ່ ແລະ ພວມຕັ້ງໜ້າຜັນຂະຫຍາຍມະຕິຂອງແຕ່ລະພັກ ກໍຄືແຜນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ໂດຍສະເພາະແມ່ນການສືບຕໍ່ການຢ້ຽມຢາມລັດຖະກິດຄັ້ງປະຫວັດສາດຂອງຮຸ່ນທ່ານເລຂາທິການໃຫຍ່, ປະທານປະເທດ ຂອງທັງສອງປະເທດ.
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຢູ່ທີ່ ເຊບູ (Cebu), ປະເທດ ຟິລິບປິນ. (ພາບ: TTXVN) |
ການຢ້ຽມຢາມແມ່ນສືບຕໍ່ຢືນຢັນເຖິງຄວາມສະເໝີຕົ້ນສະເໝີປາຍ ຂອງບັນດາຜູ້ນຳຂັ້ນສູງຂອງທັງສອງປະເທດ ພາຍໃດການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ຂະຫຍຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ມີຄວາມເປັນຮູບປະທຳ ແລະ ມີປະສິດທິຜົນພາຍໃດທຸກໆຂົງເຂດ; ໃນຂະນະດຽວກັນ ກໍເພື່ອຈັດຕັ້ງປະຕິບັດ ແລະ ຫັນເນື້ອໃນຄວາມໝາຍ “ການຮັດແໜ້ນທາງດ້ານຍຸດທະສາດ” ລະຫວ່າງ ສອງປະເທດໃຫ້ກາຍເປັນຮູບປະທຳ.
ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ແລ້ວ, ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ເຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພາຍຫຼັງທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ສະພາແຫ່ງຊາດ ຊຸດທີ X ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຕໍ່. ວຽກງານການທີ່ ຫວຽດນາມ ແມ່ນໜຶ່ງພາຍໃດຈຸດໝາຍປາຍທາງບຸລິມະສິດ ພາຍໃດແfkງງານການຕ່າງປະເທດ ຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແມ່ນສືບຕໍ່ຢືນຢັນຢ່າງມີຊີວິດຊີວາວ່າ ສາຍພົວພັນ ຫວຽດນາມ - ລາວ ຍາມໃດກໍຮັກສາຕຳແໜ່ງບຸລິມະສິດສູງສຸດ ພາຍໃດນະໂຍບາຍການຕ່າງປະເທດ ຂອງແຕ່ລະປະເທດ, ສະແດງໃຫ້ແຫັນເຖິງຄວາມຜູກພັນຢ່າງສະໜິດແໜ້ນ ແລະ ລັກສະນະພິເສດ ຂອງສາຍພົວພັນທີ່ມີໜຶ່ງບໍ່ມີສອງໃນໂລກ ລະຫວ່າງ ທັງສອງພັກ, ທັງສອງລັດ ແລະ ປະຊາຊົນສອງປະເທດ.
ການຢ້ຽມຢາມໃນຄັ້ງນີ້ ແມ່ນໂອກາດເພື່ອໃຫ້ບັນດາຜູ້ນຳຂັ້ນສູງຂອງສອງປະເທດ ຮ່ວມກັນທົບທວນຄືນຢ່າງຮອບດ້ານ ຕໍ່ກັບການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ພາຍໃດໄລຍະຜ່ານມາ, ໂດຍສະເພາະແມ່ນຜົນສຳເລັດຂອງການພົບປະປະຈຳປີ ລະຫວ່າງ ສອງກົມການເມືອງ, ວາລະກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ລາວ ແລະ ບັນດາຂໍ້ຕົກລົງຂັ້ນສູງອື່ນໆ; ໂດຍຜ່ານນັ້ນ ກໍໄດ້ມີການວາງບັນດາຂໍ້ຕົກລົງອັນເດັດຂາດໃໝ່ ແນໃສ່ນຳເອົາການຮ່ວມມື ຫວຽດນາມ - ລາວ ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງເລິກເຊິ່ງ, ມີຄວາມເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ຈຸດເດັ່ນຂອງໄລຍະປັດຈຸບັນນີ້ ແມ່ນທັງສອງຝ່າຍບໍ່ພຽງແຕ່ຊຸກຍູ້ການຮ່ວມມືຕາມທາງກວ້າງເທົ່ານັ້ນ ແຕ່ພວມສຸມໃສ່ຍົກສູງຄຸນນະພາບການຮ່ວມມືຕາມທາງເລິກ, ຮັດແໜ້ນຜົນປະໂຫຍດທາງດ້ານຍຸດທະສາດ ຂອງສອງປະເທດໃຫ້ມີຄວາມສະໜິດແໜ້ນກວ່າເກົ່າ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ເນື້ອໃນຄວາມໝາຍ “ການຮັດແໜ້ນທາງດ້ານຍຸດທະສາດ” ແມ່ນ ພວມໄດ້ຮັບການຫັນໃຫ້ກາຍເປັນຮູບປະທຳເທື່ອລະກ້າv ພາຍໃດບັນດaຂົງເຂດຫຼັກແຫຼ່ງ ເປັນຕົ້ນແມ່ນ ການເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດ, ການຮ່ວມສຳພັນທາງດ້ານເສດຖະກິດ, ການຮ່ວມມືທາງດ້ານພະລັງງານ, ການຫັນເປັນດີຈີຕອນ, ການເງິນ - ເງິນຕາ, ການກໍ່ສ້າງແຫຼ່ງທຶນມະນຸດ ແລະ ການປະສານງານຮ່ວມກັນພາຍໃດບັນດາກົນໄກຫຼາຍຝ່າຍ.
![]() |
| ທ່ານ ຫງວຽນມິງເຕິມ (Nguyễn Minh Tâm) ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ) |
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ (Nguyễn Minh Tâm) ຕີລາຄ່ວາ, ວຽກງານການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພາຍໃດ 2 ໃນ 3 ຄັ້ງຂອງເວທີປາໄສອະນາຄົດອາຊຽນ (ປີ 2024 ແລະ 2026) ແມ່ນສືບຕໍ່ສະແດງໃຫ້ແຫັນເຖິງການສະໜັບສະໜູນຢ່າງແຂງແຮງ ຂອງລາວ ຕໍ່ກັບຂໍ້ລິເລີ່ມທີ່ຫວຽດນາມເປັນຜູ້ລິເລີ່ມ ແນໃສ່ຊຸກຍູ້ການເຈລະຈາທາງດ້ານຍຸດທະສາດ ກ່ຽວກັບອະນາຄົດຂອງອາຊຽນ. ການເຂົ້າຮ່ວມຢ່າງຕັ້ງໜ້າຂອງລາວ ບໍ່ພຽງແຕ່ສະທ້ອນໃຫ້ແຫັນເຖິງການປະສານງານຮ່ວມກັນ ນັບມື້ນັບສະໜິດແໜ້ນ ລະຫວ່າງ ສອງປະເທດ ພາຍໃດບັນດາບັນຫາພາກພື້ນເທົ່ານັ້ນ, ແຕ່ຍັງສະແດງໃຫ້ແຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ຂອງຫວຽດນາມ ແລະ ລາວ ພາຍໃດການປະກອບສ່ວນເຂົ້າໃສ່ການກໍ່ສ້າງ ອາຊຽນ ໃຫ້ມີຄວາມສາມັກຄີ, ເຂັ້ມແຂງດ້ວຍຕົນເອງ, ສ້າງສັນ, ໂດຍເອົາປະຊາຊົນເປັນສູນກາງ ແລະ ຮັກສາບົດບາດສູນກາງ ພາຍໃດໂຄງສ້າງພາກພື້ນທີ່ພວມກຳນົດຮູບຮ່າງຂຶ້ນ.
"ພາຍໃດສະພາບແວດລ້ອມທົ່ວໂລກ ແລະ ພາກພື້ນ ທີ່ພວມຜ່ານຜ່າບັນດາການຜັນແປຢ່າງເລິກເຊິ່ງ ກ່ຽວກັບພູມສາດການເມືອງ, ພູມສາດເສດຖະກິດ ແລະ ເຕັກໂນໂລຊີ, ການຢ້ຽມຢາມໃນຄັ້ງນີ້ ແມ່ນໄດ້ສົ່ງສານອອກໄປຢ່າງຈະແຈ້ງທີ່ສຸດວ່າ ຫວຽດນາມ ແລະ ລາວ ຈະສືບຕໍ່ຮ່ວມເດີນທາງ, ແບ່ງປັນຜົນປະໂຫຍດທາງດ້ານຍຸດທະສາດ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ພາຍໃດການພັດທະນາປະເທດຊາດ, ໃນຂະນະດຽວກັນກໍປະສານງານກັນຢ່າງສະໜິດແໜ້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍຮ່ວມກັນຢ່າງມີປະສິດທິຜົນ. ສາຍພົວພັນ ຫວຽດນາມ - ລາວ ບໍ່ພຽງແຕ່ແມ່ນຊັບສົມບັດອັນລ້ຳຄ່າ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ຈາກບັນດາຮຸ່ນຜູ້ນຳ ແລະ ປະຊາຊົນສອງປະເທດ ດ້ວຍຄວາມອົດທົນພະຍາຍາມເທົ່ານັ້ນ, ແຕ່ພວມກາຍເປັນແບບຢ່າງອັນພິເສດ ພາຍໃດສາຍພົວພັນສາກົນ, ການຮ່ວມມືຮ່ວມກັນພັດທະນາ ພາຍໃດສັກກະລາດໃໝ່", ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ກ່າວ.
| ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ ຍສໝ - ຕອນເຊົ້າວັນທີ 8 ເມສາ, ທີ່ຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ບຸນປີໃໝ່ປະຈຳຊາດລາວ ໂດຍການຕ້ອນຮັບການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ອົງການຕ່າງໆໃນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. |
| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ. |

