09:16 | 06/06/2026

ນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ກຽມເດີນທາງຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ

ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ
ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ

ພາຍໃຕ້ຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຈະເດີນທາງຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ ພ້ອມທັງເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ແຕ່ວັນທີ 7-9 ມິຖຸນາ. ທ່ານນາຍົກລັດຖະມົນຕີກຳປູເຈຍ ສົມເດັດ ໂມຫາ ບໍວໍ ທິບໍດີ ຮຸນ ມາເນດ ຈະເດີນທາງຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ ພ້ອມທັງເຂົ້າຮ່ວມເວທີປາໄສດັ່ງກ່າວ ແຕ່ວັນທີ 8-9 ມິຖຸນາ.

ບັນດາການຢ້ຽມຢາມດັ່ງກ່າວ ແມ່ນດຳເນີນຂຶ້ນພາຍໃດສະພາບແວດລ້ອມທີ່ສາຍພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດເພື່ອນບ້ານໃກ້ຄຽງ ຍັງຄົງຮັກສາທ່າອ່ຽງແຫ່ງການພັດທະນາໃນທາງບວກຢ່າງຕໍ່ເນື່ອງ, ໂດຍມີຫຼາກຫຼາຍກົນໄກການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ທີ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງພາຍໃດໄລຍະຜ່ານມານີ້.

ນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ກຽມເດີນທາງຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) (ກາງ) ຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກຮ່ວມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Manet (ຊ້າຍ) ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ (ຂວາ) ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຢູ່ທີ່ Cebu, ປະເທດຟິລິບປິນ ໃນເດືອນພຶດສະພາ ປີ 2026. (ພາບ: VGP)

ພາຍໃດວາລະການຖະແຫຼງຂ່າວປະຈຳວັນທີ 4/6, ທ່ານນາງ ຟ້າມທູຮັ່ງ (Phạm Thu Hằng) - ໂຄສົກກະຊວງການຕ່າງປະເທດ ໃຫ້ຊາບວ່າ ສາຍພົວພັນ ຫວຽດນາມ - ລາວ ແມ່ນໄດ້ສືບຕໍ່ຮັບການຮັດແໜ້ນໄປໃນທິດທາງທີ່ນັບມື້ນັບເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ມີປະສິດທິຜົນສູງ. ສອງປະເທດຍັງຄົງຮັກສາລະດັບຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ, ຕ່າງຝ່າຍຕ່າງໃຫ້ບຸລິມະສິດເປັນພິເສດເຊິ່ງກັນແລະກັນພາຍໃດນະໂຍບາຍການຕ່າງປະເທດ, ພ້ອມທັງສືບຕໍ່ເຮັດໃຫ້ເນື້ອໃນແກ່ນສານແຫ່ງ “ການຕິດພັນທາງດ້ານຍຸດທະສາດ” ມີຄວາມເລິກເຊິ່ງກວ່າເກົ່າ ເພື່ອຕອບສະໜອງໄດ້ຕາມຂໍ້ຮຽກຮ້ອງຕ້ອງການແຫ່ງການພັດທະນາພາຍໃດໄລຍະໃໝ່.

ສຳລັບສາຍພົວພັນ ຫວຽດນາມ - ກຳປູເຈຍ, ທ່ານນາງ ຟ້າມທູຮັ່ງ ໄດ້ຕີລາຄາວ່າ ການຮ່ວມມືສອງຝ່າຍພວມມີການພັດທະນາໄປໃນທິດທາງທີ່ມີຄວາມຫຼາກຫຼາຍກວ່າເກົ່າ ແລະ ມີປະສິດທິຜົນສູງກວ່າເກົ່າພາຍໃດຫຼາກຫຼາຍຂົງເຂດ. ບັນດາການພົບປະ ແລະ ການແລກປ່ຽນຂັ້ນສູງພາຍໃດໄລຍະຜ່ານມາ ໄດ້ສ້າງຮາກຖານອັນໜັກແໜ້ນໃຫ້ແກ່ໄລຍະແຫ່ງການຮ່ວມມືໃໝ່, ໂດຍມີຈຸດສຸມແມ່ນການຍົກສູງປະສິດທິຜົນພາຍໃດການປະສານງານ ແລະ ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານຍຸດທະສາດລະຫວ່າງສອງປະເທດ.

ພາຍໃດຂອບເຂດຂອງການຢ້ຽມຢາມ, ຜູ້ນຳລັດຖະບານ ລາວ ແລະ ກຳປູເຈຍ ຄາດວ່າຈະມີການເຈລະຈາຮ່ວມກັບ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ເຂົ້າຢ້ຽມຄຳນັບບັນດາຜູ້ນຳຂັ້ນສູງຂອງຫວຽດນາມ ພ້ອມທັງເຂົ້າຮ່ວມຫຼາກຫຼາຍກິດຈະກຳການຕ່າງປະເທດອັນສຳຄັນ.

ເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ ຈະດຳເນີນຂຶ້ນຢູ່ທີ່ຮ່າໂນ້ຍ ພາຍໃດໄລຍະສອງວັນ ຄື ວັນທີ 9-10 ມິຖຸນາ ພາຍໃຕ້ຫົວຂໍ້ “ຮ່ວມກັນປັ້ນແຕ່ງອະນາຄົດຮ່ວມ: ສັນຕິພາບ, ຄວາມວັດທະນາຖາວອນ, ຖືເອົາປະຊາຊົນເປັນສູນກາງ”.

ຕາມຄະນະຈັດຕັ້ງແລ້ວ, ນັບມາຮອດປັດຈຸບັນ ແມ່ນມີຜູ້ແທນຫຼາຍກວ່າ 600 ທ່ານ ໄດ້ລົງທະບຽນເຂົ້າຮ່ວມ, ເຊິ່ງກວມຮວມເອົາບັນດານັກກຳນົດນະໂຍບາຍ, ນັກວິຊາການ, ວິສາຫະກິດ ແລະ ຕົວແທນຈາກຫຼາກຫຼາຍອົງການຈັດຕັ້ງທັງພາຍໃນ ແລະ ຕ່າງພາກພື້ນ. ເນື້ອໃນແຫ່ງການສົນທະນາພາຍໃດປີນີ້ ແມ່ນສຸມໃສ່ບັນດາບັນຫາອັນພົ້ນເດັ່ນ ເປັນຕົ້ນແມ່ນ ການຍົກສູງຂີດຄວາມສາມາດພາຍໃດການກຸ້ມຕົນເອງຂອງອາຊຽນ, ການຄຸ້ມຄອງປັນຍາປະດິດ (AI), ຄວາມໝັ້ນຄົງທາງດ້ານພະລັງງານ, ການສະກັດກັ້ນການປະທະກັນ ແລະ ການຮ່ວມມືພາຍໃດອະນຸພາກພື້ນ.

ນອກຈາກບັນດາວາລະການສົນທະນາຫຼັກແລ້ວ, ເວທີປາໄສຍັງປາກົດມີຫຼາກຫຼາຍກິດຈະກຳປິ່ນອ້ອມ ເປັນຕົ້ນແມ່ນ ການເຈລະຈາລະຫວ່າງບັນດາພັກການເມືອງອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມຜູ້ນຳບັນດານະຄອນອາຊຽນ, ການສົນທະນາກ່ຽວກັບການຮ່ວມມືແມ່ນ້ຳຂອງ (Mekong) ແລະ ບົດບາດຂອງຊາວໜຸ່ມພາຍໃດວິວັດທະນາການແຫ່ງການສ້າງຕັ້ງປະຊາຄົມອາຊຽນ.

ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ

ຍສໝ - ວັນທີ 18 ເມສາ 2026, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຄ້າຍພົບປະແລກປ່ຽນນັກສຶກສາ ຫວຽດນາມ – ລາວ – ກຳປູເຈຍ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງຕໍ່ເນື່ອງ ເຊັ່ນ: ການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ, ການເຄື່ອນໄຫວສະຫວັດດີການສັງຄົມ, ການປົກປັກຮັກສາສະພາບແວດລ້ອມ ແລະ ການພົບປະແລກປ່ຽນລວມໝູ່. ໂຄງການດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ ລະຫວ່າງຊາວໜຸ່ມສາມປະເທດ, ພ້ອມທັງແຜ່ຂະຫຍາຍຈິດໃຈແຫ່ງຄວາມຮັບຜິດຊອບ ...

ການນຳ ຫວຽດນາມ ສົ່ງສານອວຍພອນບຸນປີໃໝ່ລາວ ແລະ ກຳປູເຈຍ ການນຳ ຫວຽດນາມ ສົ່ງສານອວຍພອນບຸນປີໃໝ່ລາວ ແລະ ກຳປູເຈຍ

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະເພນີ ບຸນປີໃໝ່ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ບຸນປີໃໝ່ປະເພນີ ໂຈລຈະນາມທະໄມ ຂອງ ລາຊະອານາຈັກ ກຳປູເຈຍ, ບັນດາທ່ານຜູ້ນຳພັກ, ລັດ ຫວຽດນາມ ໄດ້ສົ່ງສານ ແລະ ກະຕ່າດອກໄມ້ອວຍພອນມາຍັງບັນດາທ່ານຜູ້ນຳ ປະເທດລາວ ແລະ ກຳປູເຈຍ.

Link: https://huunghivietlao.thoidai.com.vn/detail-article-22122.html

In bài biết