13:03 | 02/06/2026

ໂຮງຮຽນພາສາຫວຽດ Cay Tre ຈັດງານວັນເດັກນ້ອຍສາກົນ ໃຫ້ແກ່ນັກຮຽນຊາວຫວຽດນາມ ຢູ່ທີ່ປະເທດຍີ່ປຸ່ນ

ປິດສາກເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23: ພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ແລະ ສຽງເວົ້າເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຂະຫຍາຍຕົວພັດທະນາ
ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ
ໂຮງຮຽນພາສາຫວຽດ Cay Tre ຈັດງານວັນເດັກນ້ອຍສາກົນ ໃຫ້ແກ່ນັກຮຽນຊາວຫວຽດນາມ ຢູ່ທີ່ປະເທດຍີ່ປຸ່ນ
ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ ໃຫ້ແກ່ພວກນ້ອງໆອີກດ້ວຍ.

ທ່າມກາງບັນຍາກາດອັນສະໜຸກສະໜານເບີກບານມ່ວນຊື່ນ ຂອງວັນເດັກນ້ອຍສາກົນ ວັນທີ 1/6, ໃນມື້ນີ້ (31/5), ໂໂງຮຽນພາສາຫວຽດ Cay Tre ຢູ່ທີ່ປະເທດຍີ່ປຸ່ນ ໄດ້ຈັດຕັ້ງແຜນງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃຫ້ແກ່ພວກນ້ອງໆນັກຮຽນ ທີ່ພວມສຶກສາຮໍ່າຮຽນຢູ່ພາຍໃນໂຮງຮຽນ.

ຢູ່ທີ່ວາລະການຮ່ວມກິດຈະກຳສຸດພິເສດຄັ້ງນີ້, ພວກນ້ອງໆແມ່ນໄດ້ເຂົ້າຮ່ວມຫຼາກຫຼາຍກິດຈະກຳການພົບປະແລກປ່ຽນ, ເກມກິດຈະກຳລວມໝູ່, ການທາຍບັນຫາຄວາມຮູ້ ແລະ ໄດ້ຮັບຂອງຂວັນອັນເຕັມໄປດ້ວຍຄວາມໝາຍຈາກທາງໂຮງຮຽນ. ບັນຍາກາດອັນຄຶກຄື້ນທີ່ເຕັມໄປດ້ວຍສຽງຫົວ ແລະ ຮອຍຍິ້ມ ໄດ້ນຳມາເຊິ່ງວັນບຸນເດັກນ້ອຍອັນອົບອຸ່ນ ແລະ ຄວາມຊົງຈຳອັນໜ້າປະທັບໃຈຫຼາກຫຼາຍປະການໃຫ້ແກ່ພວກນ້ອງໆ.

ຕາມຄຳເຫັນຂອງຄະນະຈັດຕັ້ງແລ້ວ, ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ພວກນ້ອງໆໄດ້ຮ່ວມມ່ວນຊື່ນ, ຜ່ອນຄາຍຄວາມຕຶງເຄຽດ ພາຍຫຼັງຊົ່ວໂມງຮຽນເທົ່ານັ້ນ ແຕ່ຍັງແມ່ນໂອກາດເພື່ອແນໃສ່ເພີ່ມທະວີຄວາມຜູກພັນລະຫວ່າງ ນັກຮຽນ, ຜູ້ປົກຄອງ ແລະ ຄູ-ອາຈານ, ພ້ອມທັງຊ່ວຍໃຫ້ພວກນ້ອງໆມີຄວາມໝັ້ນໃຈຂຶ້ນຕື່ມ ພາຍໃຕ້ການສື່ສານ ແລະ ການຮ່ວມກິດຈະກຳລວມໝູ່.

ໄປຄຽງຄູ່ກັບການສິດສອນພາສາຫວຽດ, ໂຮງຮຽນພາສາຫວຽດ Cay Tre ຍາມໃດກໍເອົາໃຈໃສ່ສ້າງສະພາບແວດລ້ອມການຮຽນ-ການສອນທີ່ມີຄວາມເປັນກັນເອງ, ຊ່ວຍໃຫ້ນັກຮຽນໄດ້ເຂົ້າໃຈຕື່ມກ່ຽວກັບວັດທະນະທຳ, ປະຫວັດສາດ ແລະ ຮີດຄອງປະເພນີຂອງຊາດ. ບັນດາກິດຈະກຳຊຸມຊົນ ຄື ວັນເດັກນ້ອຍສາກົນ, ບຸນໄຫວ້ພະຈັນ, ການແລກປ່ຽນວັດທະນະທຳ ຫຼື ບັນດາການແຂ່ງຂັນຄົ້ນຄວ້າກ່ຽວກັບປະເທດຊາດບ້ານເກີດເມືອງນອນ ຫວຽດນາມ ແມ່ນໄດ້ຮັບການຮັກສາ ແລະ ຈັດຕັ້ງຂຶ້ນຢ່າງເປັນປະຈຳ ຈາກທາງໂຮງຮຽນ ເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ພວກນ້ອງໆໄດ້ເຂົ້າຫາພາສາຫວຽດ ຢ່າງເປັນທຳມະຊາດ ແລະ ມີຊີວິດຊີວາ.

ທ່ານນາງ ເລທືອງ (Le Thuong), ອຳນວຍການໂຮງຮຽນພາສາຫວຽດ Cay Tre, ໄດ້ຮ່ວມແບ່ງປັນວ່າ ສິ່ງທີ່ທາງໂຮງຮຽນມຸ່ງມາດປາດຖະໜາຢາກໄດ້ທີ່ສຸດ ບໍ່ພຽງແຕ່ແມ່ນການທີ່ພວກນ້ອງໆສາມາດອ່ານໄດ້, ຂຽນເປັນພາສາຫວຽດເທົ່ານັ້ນ, ແຕ່ແມ່ນການທີ່ພວກນ້ອງໆສາມາດເກັບຮັກສາບັນດາຄວາມຊົງຈຳອັນງົດງາມ ກ່ຽວກັບວັດທະນະທຳຫວຽດນາມ ໄວ້ຕະຫຼອດຊ່ວງໄວເດັກຂອງຕົນເອງ.

“ພວກຂ້າພະເຈົ້າແມ່ນຍາມໃດກໍພະຍາຍາມ ເພື່ອໃຫ້ແຕ່ລະມື້ທີ່ພວກນ້ອງໆມາໂຮງຮຽນ ບໍ່ສະເພາະແຕ່ແມ່ນຊົ່ວໂມງຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງແມ່ນວັນແຫ່ງຄວາມມ່ວນຊື່ນອີກດ້ວຍ. ໂດຍຜ່ານບັນດາກິດຈະກຳ ຄື ວັນເດັກນ້ອຍສາກົນ ຫຼື ບຸນໄຫວ້ພະຈັນ, ພວກນ້ອງໆຈະມີໂອກາດຕື່ມພາຍໃນການສ້າງໝູ່ເພື່ອນ, ເຂົ້າໃຈເລິກເຊິ່ງກວ່າເກົ່າກ່ຽວກັບວັດທະນະທຳຂອງຊາດ ແລະ ມີຄວາມພາກພູມໃຈຕໍ່ກັບຮາກເຫງົ້າລາຄີ ຫວຽດນາມ ຂອງຕົນເອງ”, ທ່ານນາງ ເລທືອງ ກ່າວໃຫ້ຊາບ.

ພາຍໃນໄລຍະຊ່ວງບໍ່ກີປີມານີ້, ໄປຄຽງຄູ່ກັບການຂະຫຍາຍຕົວພັດທະນາຂອງຊຸມຊົນຊາວຫວຽດນາມ ຢູ່ທີ່ປະເທດຍີ່ປຸ່ນ, ຄວາມຕ້ອງການຢາກຮຽນພາສາຫວຽດ ຂອງລູກຫຼານຄົນຕ່າງດ້າວ (ຊາວຫວຽດນາມອາໄສຢູ່ຕ່າງປະເທດ) ແມ່ນນັບມື້ນັບເພີ່ມທະວີຂຶ້ນ. ຫຼາກຫຼາຍຫ້ອງຮຽນພາສາຫວຽດຊຸມຊົນ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນ, ປະກອບສ່ວນຊ່ວຍໃຫ້ຄົນຮຸ່ນໜຸ່ມສາມາດຮັກສາຂີດຄວາມສາມາດພາຍໃນການນຳໃຊ້ພາສາແມ່ ແລະ ເພີ່ມທະວີຄວາມຜູກພັນຮ່ວມກັບປະເທດຊາດບ້ານເກີດເມືອງນອນ.

ໂດຍຜ່ານບັນດາກິດຈະກຳທາງດ້ານການສຶກສາ ແລະ ການຮ່ວມກິດຈະກຳຊຸມຊົນ, ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ, ປົກປັກຮັກສາເອກະລັກວັດທະນະທຳຂອງຫວຽດນາມ ໄວ້ພາຍໃນຊຸມຊົນຊາວຫວຽດນາມ ທີ່ພວມອາໄສຢູ່ພາຍໃນປະເທດຍີ່ປຸ່ນ.

ຂີດໝາຍ 8 ຄັ້ງກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ: ເສັ້ນທາງແຫ່ງການດັດແປງໃໝ່ ແລະ ການພັດທະນາ ຂອງຊົນຊັ້ນຊາວນາ ຂີດໝາຍ 8 ຄັ້ງກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ: ເສັ້ນທາງແຫ່ງການດັດແປງໃໝ່ ແລະ ການພັດທະນາ ຂອງຊົນຊັ້ນຊາວນາ

ຍສໝ - ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ I ປີ 1988 ເຖິງກອງປະຊຸມໃຫຍ່ ຄັ້ງທີ VIII ອາຍຸການ 2023-2028, ບັນດາຄັ້ງກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງສະມາຄົມເທົ່ານັ້ນ ແຕ່ຍັງສ່ອງແສງຢ່າງມີຊີວິດຊີວາຕໍ່ກັບບົດບາດນັບມື້ນັບໃຫຍ່ຫຼວງຂອງຊົນຊັ້ນຊາວນາ ໃນພາລະກິດແຫ່ງການດັດແປງໃໝ່, ການພັດທະນາກະສິກຳ, การສ້າງຊົນນະບົດໃໝ່ ແລະ ການເຊື່ອມໂຍງສາກົນ.

ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ

ຍສໝ - ງານມະຫາໄຊວິສາຂະບູຊາ ບໍ່ພຽງແຕ່ຕອບສະໜອງໄດ້ຕາມຄວາມຕ້ອງການທາງດ້ານຈິດວິນຍານ (ຄວາມເຊື່ອຖື) ຂອງພໍ່ແມ່ປະຊາຊົນຄົນຕ່າງດ້າວ (ຊາວຫວຽດນາມອາໄສຢູ່ລາວ) ເທົ່ານັ້ນ ແຕ່ຍັງມີສ່ວນຊ່ວຍເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນ, ຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

Link: https://huunghivietlao.thoidai.com.vn/detail-article-22098.html

In bài biết