12:47 | 02/06/2026

ປິດສາກເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23: ພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ແລະ ສຽງເວົ້າເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຂະຫຍາຍຕົວພັດທະນາ

ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ
ຂີດໝາຍ 8 ຄັ້ງກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ: ເສັ້ນທາງແຫ່ງການດັດແປງໃໝ່ ແລະ ການພັດທະນາ ຂອງຊົນຊັ້ນຊາວນາ
ປິດສາກເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23: ພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ແລະ ສຽງເວົ້າເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຂະຫຍາຍຕົວພັດທະນາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວປາໄສນຳພາ ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23 ແລະ ຮ່ວມຕອບບາງຄຳຖາມຂອງບັນດາຜູ້ແທນທີ່ເຂົ້າຮ່ວມ.

ເປັນຄັ້ງທຳອິດທີ່ເຂົ້າຮ່ວມເວທີການໂອ້ລົມສົນທະນາ Shangri-La ພາຍໃຕ້ຖານະຕຳແໜ່ງເປັນຜູ້ນຳສູງສຸດຂອງພັກ ແລະ ລັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີບົດກ່າວປາໄສນຳພາອັນສຳຄັນ, ດຶງດູດຄວາມເອົາໃຈໃສ່ຢ່າງກວ້າງຂວາງ ຈາກຖັນແຖວນັກວິຊາການ, ຊ່ຽວຊານ ແລະ ສື່ມວນຊົນສາກົນ.

ຫວຽດນາມ ປະກອບສ່ວນກຳນົດທິດທາງການປຶກສາຫາລື ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23

ຫຼາກຫຼາຍຄຳເຫັນໄດ້ຕີລາຄາວ່າ ການປາກົດຕົວ ແລະ ບັນດາສານອັນສຳຄັນ ທີ່ຜູ້ນຳຫວຽດນາມໄດ້ຍົກອອກມານັ້ນ ແມ່ນສະທ້ອນໃຫ້ເຫັນເຖິງຖານະບົດບາດທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນຂອງປະເທດຊາດ, ພ້ອມກັນນັ້ນກໍສະແດງໃຫ້ເຫັນເຖິງບົດບາດທີ່ນັບມື້ນັບເປັນເຈົ້າການ ແລະ ຕັ້ງໜ້າຂອງ ຫວຽດນາມ ພາຍໃນບັນດາບັນຫາດ້ານສັນຕິພາບ, ຄວາມໝັ້ນຄົງ ແລະ ການຂະຫຍາຍຕົວພັດທະນາຂອງພາກພື້ນ.

ຕາມການຕີລາຄາຂອງບັນດາຊ່ຽວຊານສາກົນ, ສານອັນພົ້ນເດັ່ນຂອງ ຫວຽດນາມ ຢູ່ທີ່ເວທີການໂອ້ລົມສົນທະນາໃນປີນີ້ ແມ່ນຄຳຮຽກຮ້ອງຮັດແໜ້ນຄວາມເຊື່ອໝັ້ນທາງດ້ານຍຸດທະສາດລະຫວ່າງບັນດາປະເທດ, ເພີ່ມທະວີການເຄົາລົບນັບຖືກົດໝາຍສາກົນ, ຊຸກຍູ້ການໂອ້ລົມສົນທະນາ ແລະ ຍົກສູງບົດບາດຄວາມເປັນກາງຂອງ ອາຊຽນ ພາຍໃຕ້ການແກ້ໄຂບັນດາບັນຫາພາກພື້ນ ແລະ ທົ່ວໂລກ. ບັນດາເນື້ອໃນດັ່ງກ່າວ ໄດ້ຮັບການເຫັນດີຈາກຜູ້ແທນຫຼາກຫຼາຍທ່ານວ່າ ແມ່ນມີຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນປັດຈຸບັນ, ທ່າມກາງບໍລິບົດທີ່ໂລກພວມປະເຊີນໜ້າກັບຄວາມສ່ຽງແຫ່ງການແຕກແຍກ ແລະ ການປະເຊີນໜ້າກັນທີ່ນັບມື້ນັບເພີ່ມຂຶ້ນ.

ອັນທີ່ໜ້າເອົາໃຈໃສ່, ບາງທັດສະນະຄຳເຫັນ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຍົກຂຶ້ນມາ ນັ້ນ ແມ່ນໄດ້ຮັບການນຳມາຢັ້ງຢືນ ແລະ ກ່າວຊ້ຳຄືນ ໂດຍບັນດາຜູ້ນຳ ແລະ ຜູ້ແທນ ພາຍໃນວາລະການປຶກສາຫາລືຖັດໆໄປ. ຢູ່ທີ່ວາລະການປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອສັນຕິພາບ ແລະ ສະຖຽນລະພາບພາກພື້ນ, ທ່ານປະທານາທິບໍດີ ຕີມໍແລັດສະເຕ (Timor-Leste) ໂຮເຊ ຣາມົສ ອໍຕາ (José Ramos-Horta) ໄດ້ເນັ້ນໜັກເຖິງເນື້ອໃນກ່ຽວກັບ "ການທູດປ້ອງກັນລ່ວງໜ້າ" ທີ່ຖືເປັນຂີດຄວາມສາມາດທາງດ້ານຍຸດທະສາດ ທີ່ຈຳເປັນຕ້ອງໄດ້ຮັບການເພີ່ມທະວີ ກ່ອນທີ່ວິກິດການຈະເກີດຂຶ້ນ, ແທນທີ່ຈະເປັນພຽງການຕອບໂຕ້ ເມື່ອຄວາມເຄັ່ງຕຶງໄດ້ລະເບີດຂຶ້ນແລ້ວ.

ໄປຄຽງຄູ່ກັບພາບພົດອັນພົ້ນເດັ່ນຂອງ ຫວຽດນາມ, ເວທີການໂອ້ລົມສົນທະນາ Shangri-La ໃນປີນີ້ ກໍໄດ້ບັນທຶກຄວາມເຫັນພ້ອມເປັນເອກະພາບຢ່າງກວ້າງຂວາງ ກ່ຽວກັບຄວາມຕ້ອງການຮັດແໜ້ນຄວາມເຊື່ອໝັ້ນ, ຮັກສາລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດກະຕິກາ ແລະ ເພີ່ມທະວີການຮ່ວມມື ເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ພວມເກີດຂຶ້ນ. ຜູ້ແທນຫຼາກຫຼາຍທ່ານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເສລີພາບພາຍໃນການເດີນເຮືອ, ການເຄົາລົບອະທິປະໄຕແຫ່ງຊາດ, ການຄຸ້ມຄອງບໍລິຫານບັນດາເຕັກໂນໂລຊີອັນທັນສະໄໝແບບໃໝ່ ຄືປັນຍາປະດິດ (AI) ແລະ ການເພີ່ມທະວີການໂອ້ລົມສົນທະນາ ເພື່ອແນໃສ່ປ້ອງກັນບໍ່ໃຫ້ເກີດການປະທະກັນ.

ຢູ່ທີ່ນອກຂອບເຂດເວທີປຶກສາຫາລື, ຫຼາກຫຼາຍຂໍ້ລິເລີ່ມແຫ່ງການຮ່ວມມື ກໍໄດ້ຮັບການຊຸກຍູ້, ເຊິ່ງພາຍໃນນັ້ນມີການທີ່ 17 ປະເທດ ໄດ້ຮ່ວມກັນປະກາດຂອບການຮ່ວມມືປົກປັກຮັກສາພື້ນຖານໂຄງລ່າງອັນສຳຄັນໃຕ້ທະເລ (GUIDE), ພ້ອມກັນນັ້ນ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ກໍໄດ້ເຫັນດີເປັນເອກະພາບ ຟື້ນຟູການຊ້ອມຮົບຮ່ວມກັນ ກ່ຽວກັບການຊອກຄົ້ນ ແລະ ກູ້ໄພກູ້ຊີບ ພາຍຫຼັງໄລຍະເວລາຫຼາຍປີທີ່ໄດ້ຢຸດສະງັກໄປ.

ປິດສາກເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23, ບັນດານັກສັງເກດການຖືວ່າ ສານທີ່ສະແດງອອກຢ່າງທະລຸຜ່ານຂອງເວທີປຶກສາຫາລືຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ທີ່ຈະຕ້ອງໄດ້ເພີ່ມທະວີການໂອ້ລົມສົນທະນາ, ສ້າງສາຄວາມເຊື່ອໝັ້ນ ແລະ ຊຸກຍູ້ການຮ່ວມມື ພາຍໃຕ້ສະພາບການຂອງໂລກທີ່ມີຄວາມສະຫຼັບຊັບຊ້ອນນັບມື້ນັບເພີ່ມຂຶ້ນ. ພາຍໃຕ້ພາບລວມດັ່ງກ່າວ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາຈຸດສະຫວ່າງອັນພົ້ນເດັ່ນຂອງເວທີປຶກສາຫາລື, ດ້ວຍບັນດາຂໍ້ສະເໜີ ແລະ ສານອັນມີຄຸນຄ່າ ທີ່ໄດ້ຮັບຄວາມເອົາໃຈໃສ່ ແລະ ການຮ່ວມແບ່ງປັນຢ່າງກວ້າງຂວາງ, ໂດຍຜ່ານສິ່ງດັ່ງກ່າວ ແມ່ນສືບຕໍ່ຢັ້ງຢືນເຖິງບົດບາດ ແລະ ສຽງເວົ້າທີ່ນັບມື້ນັບໄດ້ຮັບການຍອມຮັບ ແລະ ໃຫ້ຄວາມສຳຄັນ ພາຍໃນບັນດາບັນຫາຂອງພາກພື້ນ ກໍຄືຂອງສາກົນ.

ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ

ຍສໝ - ງານມະຫາໄຊວິສາຂະບູຊາ ບໍ່ພຽງແຕ່ຕອບສະໜອງໄດ້ຕາມຄວາມຕ້ອງການທາງດ້ານຈິດວິນຍານ (ຄວາມເຊື່ອຖື) ຂອງພໍ່ແມ່ປະຊາຊົນຄົນຕ່າງດ້າວ (ຊາວຫວຽດນາມອາໄສຢູ່ລາວ) ເທົ່ານັ້ນ ແຕ່ຍັງມີສ່ວນຊ່ວຍເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນ, ຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຫວຽດນາມ - ລາວ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ ຫວຽດນາມ - ລາວ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ

ຍສໝ - ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງມິງ (Tran Hong Minh) ໄດ້ມີວາລະການເຈລະຈາຂັ້ນສູງສອງຝ່າຍ ຮ່ວມກັບ ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ເຫຼັກໄຫຼ ສີວິໄລ ເພື່ອແນໃສ່ແລກປ່ຽນບັນດາເນື້ອໃນການຮ່ວມມື ພາຍໃນຂົງເຂດການກໍ່ສ້າງ ແລະ ຄົມມະນາຄົມຂົນສົ່ງ ລະຫວ່າງສອງປະເທດ.

Link: https://huunghivietlao.thoidai.com.vn/detail-article-22096.html

In bài biết