12:33 | 02/06/2026

ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ

ສະພາແຫ່ງຊາດ ຜ່ານຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍອົງການຕົວແທນ ຫວຽດນາມ ຢູ່ຕ່າງປະເທດ
ວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດ: ເປີດກວ້າງແຫຼ່ງພະລັງເພື່ອການພັດທະນາ
ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວປາໄສ - ພາບ: TTXVN

ຢູ່ທີ່ວາລະການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຟີລິບປິນ ໄລທ້າຍບິ່ງ (Lai Thai Binh) ໄດ້ກ່າວສະແດງຄວາມປືຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງປະເທດເຮົາ; ພ້ອມທັງເນັ້ນໜັກວ່າ ຖ້ຽວຢ້ຽມຢາມໃນຄັ້ງນີ້ ແມ່ນນຳມາເຊິ່ງຄວາມໝາຍທາງດ້ານປະຫວັດສາດ, ເຊິ່ງຈັດຂຶ້ນເນື່ອງໃນໂອກາດທີ່ສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ ແລະ ເປັນຄັ້ງທຳອິດ ທີ່ຜູ້ນຳຂັ້ນສູງສຸດຂອງສອງປະເທດ ໄດ້ມີວາລະການພົບປະຢ່າງເປັນທາງການ.

ທ່ານເອກອັກຄະລັດຖະທູດ ແຈ້ງໃຫ້ຊາບວ່າ, ຊຸມຊົນຊາວຫວຽດນາມ ຢູ່ທີ່ປະເທດ ຟີລິບປິນ ແມ່ນຍາມໃດກໍຮັກສາຄວາມສາມັກຄີ, ຂຍັນໝັ່ນເພຍ, ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າກວ່າເກົ່າ ເຂົ້າໃນບັນດາກິດຈະກຳທາງດ້ານການຄ້າ, ການສຶກສາ, ການໄປມາຫາສູ່ກັນ ຂອງປະຊາຊົນສອງຝ່າຍ. ພໍ່ແມ່ປະຊາຊົນແມ່ນຫັນໜ້າເຂົ້າຫາປະເທດຊາດບ້ານເກີດເມືອງນອນສະເໝີ, ຮັກສາພາສາຫວຽດນາມ, ເອກະລັກວັດທະນະທຳຂອງຊາດ, ເປັນເຈົ້າການຊອກຫາໂອກາດ ເພື່ອມີການປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ບັນດາເປົ້າໝາຍການຂະຫຍາຍຕົວພັດທະນາຂອງປະເທດຊາດ ໂດຍຜ່ານບັນດາກິດຈະກຳການເປັນຂົວຕໍ່ເຊື່ອມໂຍງ, ສະໜັບສະໜູນບັນດາວິສາຫະກິດຂອງສອງປະເທດ ຊອກຫາໂອກາດທາງດ້ານການດຳເນີນທຸລະກິດ.

ທ່າມກາງບັນຍາກາດອັນອົບອຸ່ນ, ສະໜິດສະໜົມ ຂອງວາລະການພົບປະສັງສັນ, ຕາງໜ້າຊຸມຊົນຊາວຫວຽດນາມ ທີ່ພວມອາໄສຢູ່ພາຍໃນປະເທດ ຟີລິບປິນ ໄດ້ກ່າວປາໄສ ສະແດງຄວາມປືຕິຍິນດີ ຕໍ່ໜ້າບັນດາໝາກຜົນແຫ່ງການປ່ຽນແປງໃໝ່, ການຂະຫຍາຍຕົວພັດທະນາຂອງປະເທດຊາດ ແລະ ມີຄວາມມຸ່ງມາດປາດຖະໜາ ຢາກໄດ້ມີສ່ວນຮ່ວມປະກອບສ່ວນ ດ້ວຍຂີດຄວາມສາມາດທາງດ້ານວິຊາສະເພາະ, ອິດທິພົນຊື່ສຽງສ່ວນຕົວ, ຕະຫຼອດຮອດຕຳແໜ່ງໜ້າທີ່ການງານຂອງຕົນເອງ. ພໍ່ແມ່ປະຊາຊົນຕ່າງກໍມີຄວາມຄາດຫວັງວ່າ ການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ຈະສາມາດສ້າງເປັນແລວທາງດ້ານນະໂຍບາຍທີ່ໂລ່ງໂຖງ ໃຫ້ແກ່ບັນດາວິສາຫະກິດ, ເປັນຕົ້ນແມ່ນບັນດາວິສາຫະກິດຫວຽດນາມ ຢູ່ທີ່ປະເທດ ຟີລິບປິນ.

ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ
ທ່ານເລຂາທິການໃຫຍ່, ປະທານປະទេດ ໂຕເລິມ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບບັນດາຄວາມພະຍາຍາມບຸກບືນ ຂອງຊຸມຊົນຊາວຫວຽດນາມ ຢູ່ທີ່ປະເທດ ຟີລິບປິນ ພາຍໃນການເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດປະຈຳການ, ການປົກປັກຮັກສາເອກະລັກວັດທະນະທຳຂອງຊາດ, ຕະຫຼອດຮອດການມີບັນດາກິດຈະກຳເຄື່ອນໄຫວ ເພື່ອແນໃສ່ຊຸກຍູ້ສາຍພົວພັນທາງດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ - ພາບ: TTXVN

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບບັນດາຄວາມພະຍາຍາມບຸກບືນ ຂອງຊຸມຊົນຊາວຫວຽດນາມ ຢູ່ທີ່ປະເທດ ຟີລິບປິນ ພາຍໃນການເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດປະຈຳການ, ການປົກປັກຮັກສາເອກະລັກວັດທະນະທຳຂອງຊາດ, ຕະຫຼອດຮອດການມີບັນດາກິດຈະກຳເຄື່ອນໄຫວ ເພື່ອແນໃສ່ຊຸກຍູ້ສາຍພົວພັນທາງດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ; ພ້ອມທັງສະແດງຄວາມຍິນດີຕ້ອນຮັບ ຕໍ່ກັບບົດບາດການເປັນຂົວຕໍ່ເຊື່ອມໂຍງ, ສະໜັບສະໜູນຊຸມຊົນ ຂອງຄະນະຕິດຕໍ່ພົວພັນຊຸມຊົນຊາວຫວຽດນາມ ປະຈຳ ຟີລິບປິນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຮ່ວມແບ່ງປັນ ກ່ຽວກັບບັນດາທິດທາງການຂະຫຍາຍຕົວພັດທະນາຂອງປະເທດຊາດ ແລະ ບັນດາມາດຕະການພັດທະນາເສດຖະກິດ - ສັງຄົມ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດໃນລະດັບສູງ ເພື່ອແນໃສ່ຍົກສູງຂີດຄວາມສາມາດການເປັນເຈົ້າຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ແຈ້ງໃຫ້ຊາບ ກ່ຽວກັບບາງຜົນສຳເລັດອັນພົ້ນເດັ່ນ ພາຍໃນຖ້ຽວຢ້ຽມຢາມ ໄທ ແລະ ສິງກະໂປ, ເຊິ່ງພາຍໃນນັ້ນ ບົດກ່າວປາໄສນຳພາ ຂອງຫວຽດນາມ ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23 ຢູ່ ສິງກະໂປ ໃນມື້ວັນທີ 29/5 ທີ່ຜ່ານມາ ແມ່ນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກສາກົນ, ຍົກສູງບົດບາດທີ່ນັບມື້ນັບພົ້ນເດັ່ນຂອງ ຫວຽດນາມ ພາຍໃນພາກພື້ນ. ໂດຍຜ່ານສິ່ງດັ່ງກ່າວ, ຫວຽດນາມ ໄດ້ຢັ້ງຢືນເຖິງການຢືດຕົວຂຶ້ນຢ່າງແຂງແຮງ ພາຍຫຼັງໄລຍະເວລາຫຼາຍກວ່າ 80 ປີແຫ່ງການກໍ່ສ້າງ, ພັດທະນາ ແລະ 40 ປີແຫ່ງການປ່ຽນແປງໃໝ່ (Đổi mới), ກາຍເປັນໜຶ່ງໃນພື້ນຖານເສດຖະກິດທີ່ມີຄວາມຕັ້ງໜ້າ, ຂະຫຍາຍຕົວຢ່າງວ່ອງໄວ, ເປັນປະເທດທີ່ມີອິດທິພົນຊື່ສຽງ ແລະ ມີຄວາມຮັບຜິດຊອບ ຕໍ່ກັບບັນດາບັນຫາຂອງພາກພື້ນ ກໍຄືຂອງໂລກ.

ກ່ຽວກັບສາຍພົວພັນ ຫວຽດນາມ - ຟີລິບປິນ, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ, ໃນປັດຈຸບັນ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດພຽງໜຶ່ງດຽວ ຂອງຟີລິບປິນ ພາຍໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນຊ່ວງໄລຍະເວລາທີ່ຜ່ານມາ, ສາຍພົວພັນສອງຝ່າຍໄດ້ມີການຂະຫຍາຍຕົວຢ່າງແຂງແຮງ ພາຍໃນຫຼາກຫຼາຍຂົງເຂດ. ສອງປະເທດພວມພະຍາຍາມຊຸກຍູ້ການຮ່ວມມືທາງດ້ານການຄ້າສອງຝ່າຍ, ໂດຍມີເປົ້າໝາຍເຮັດໃຫ້ມູນຄ່າການແລກປ່ຽນການຄ້າ ບັນລຸເຖິງ 10 ຕື້ USD ໂດຍໄວ, ເພື່ອແນໃສ່ຂຸດຄົ້ນບັນດາທ່າແຮງບົ່ມຊ້ອນແຫ່ງການຮ່ວມມື ທີ່ພວມເປີດກວ້າງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຢັ້ງຢືນວ່າ ພັກ ແລະ ລັດ ຍຶດໝັ້ນທັດສະນະທີ່ວ່າ ຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດແຍກອອກໄດ້ ແລະ ແມ່ນແຫຼ່ງກຳລັງອັນສຳຄັນ ຂອງຊຸມຊົນບັນດາເຜົ່າຫວຽດນາມ; ຍາມໃດກໍໃຫ້ຄວາມເອົາໃຈໃສ່, ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ, ສະໜັບສະໜູນໃຫ້ພໍ່ແມ່ປະຊາຊົນມີຖານະທາງດ້ານກົດໝາຍທີ່ໝັ້ນຄົງ, ມີຊີວິດການເປັນຢູ່ທີ່ສະຖຽນລະພາບ, ເຊື່ອມໂຍງເຂົ້າກັບສັງຄົມຂອງປະເທດປະຈຳການ; ຮັດແໜ້ນກຸ່ມກ້ອນມຫາສາມັກຄີທົ່ວປວງຊົນທັງຊາດໃຫ້ມີຄວາມໜັກແໜ້ນ; ຊຸກຍູ້ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ພໍ່ແມ່ປະຊາຊົນມີການປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ໃນຊ່ວງໄລຍະເວລາທີ່ຜ່ານມາ, ບາງນະໂຍບາຍແມ່ນໄດ້ຮັບການສືບຕໍ່ດັດແກ້ ປັບປຸງ ເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ພໍ່ແມ່ປະຊາຊົນຮ່ວມຊາດຢູ່ຕ່າງປະເທດ ໄດ້ເຂົ້າມາລົງທຶນ, ສຶກສາຮໍ່າຮຽນ, ຄົ້ນຄວ້າ, ເລີ່ມຕົ້ນທຸລະກິດ (start-up), ສິດສອນພາສາຫວຽດນາມ, ຖ່າຍທອດຄວາມຮູ້, ຕະຫຼອດຮອດການເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳ - ການຕ່າງປະເທດປະຊາຊົນ.

ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ຮ່ວມກັບພະນັກງານ, ເຈົ້າໜ້າທີ່ສະຖານເອກອັກຄະລັດຖະທູດ ແລະ ຕາງໜ້າຊຸມຊົນ, ວິສາຫະກິດ, ຊ່ຽວຊານຊາວຫວຽດນາມ ທີ່ພວມອາໄສຢູ່ພາຍໃນປະເທດ ຟີລິບປິນ - ພາບ: TTXVN

ທ່ານເລຂາທິການໃຫຍ່, ປະທານປະເທດ ມີຄວາມມຸ່ງມາດປາດຖະໜາຢາກໃຫ້ ຊຸມຊົນຊາວຫວຽດນາມ ຢູ່ທີ່ປະເທດ ຟີລິບປິນ ສືບຕໍ່ຮັກສາຄວາມສາມັກຄີ, ຊ່ວຍເຫຼືອເບິ່ງແຍງເຊິ່ງກັນແລະກັນ ພາຍໃນການເຊື່ອມໂຍງເຂົ້າກັບສັງຄົມ ແລະ ປະຕິບັດຕາມລະບຽບກົດໝາຍຂອງປະເທດປະຈຳການໃຫ້ດີ, ເຂົ້າຮ່ວມບັນດາກິດຈະກຳເຄື່ອນໄຫວຢ່າງຕັ້ງໜ້າ, ມີການປະກອບສ່ວນຢ່າງເປັນຮູບປະທຳໃຫ້ແກ່ປະເທດຊາດບ້ານເກີດເມືອງນອນ ແລະ ຊຸກຍູ້ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ມີຄຳສະເໜີໃຫ້ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຟີລິບປິນ ສືບຕໍ່ໃຫ້ຄວາມເອົາໃຈໃສ່ ແລະ ເຮັດດີກວ່າເກົ່າຕື່ມອີກ ຕໍ່ກັບວຽກງານກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ດຳເນີນການເຊື່ອມຕໍ່ຮ່ວມກັບພໍ່ແມ່ປະຊາຊົນຢ່າງເປັນປະຈຳ, ຮັກສາ ແລະ ຮັດແໜ້ນການເກາະກ່ຽວລະຫວ່າງພໍ່ແມ່ປະຊາຊົນຮ່ວມກັບພາຍໃນປະເທດ, ປຸກລະດົມຂົນຂວາຍໃຫ້ພໍ່ແມ່ປະຊາຊົນປະຕິບັດຕາມລະບຽບກົດໝາຍຂອງປະເທດປະຈຳການໃຫ້ດີ, ເຮັດດີວຽກງານການປົກປ້ອງພົນລະເມືອງ, ສະໜັບສະໜູນຢ່າງຕັ້ງໜ້າໃຫ້ແກ່ບັນດາກິດຈະກຳເຄື່ອນໄຫວຂອງຊຸມຊົນ.

ວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດ: ເປີດກວ້າງແຫຼ່ງພະລັງເພື່ອການພັດທະນາ ວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດ: ເປີດກວ້າງແຫຼ່ງພະລັງເພື່ອການພັດທະນາ

ຍສໝ - ໃນລະຫວ່າງວັນທີ 10-11 ເມສາ ຢູ່ ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ໂດຍແມ່ນທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີ ເປັນຫົວໜ້ານຳພາ ໄດ້ເຮັດວຽກຮ່ວມກັບຜູ້ນຳນະຄອນ ເພື່ອຊຸກຍູ້ວຽກງານຮອບດ້ານຕໍ່ກັບຊາວ ຫວຽດນາມ ຢູ່ຕ່າງປະເທດ, ຜ່ານນັ້ນກໍ່ເພື່ອເສີມຂະຫຍາຍແຫຼ່ງພະລັງຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າໃນການຮັບໃຊ້ການພັດທະນາປະເທດຊາດ.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມີການປະກອບສ່ວນເຂົ້າໃນການປະຕິວັດ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມີການປະກອບສ່ວນເຂົ້າໃນການປະຕິວັດ

ຍສໝ - ວັນທີ 12 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດວັນທີ 2 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມີ່ງເຕິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ໄດ້ລ້ຽງດູ, ໜູນຊ່ວຍພະນັກງານ, ນັກຮົບອາສາສະໝັກ ...

Link: https://huunghivietlao.thoidai.com.vn/detail-article-22095.html

In bài biết