10:56 | 02/06/2026

ຫວຽດນາມ - ລາວ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ

ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ
ຮັດແໜ້ນນ້ຳໃຈໄມຕີຈິດມິດຕະພາບ ເພື່ອນມິດສະຫາຍ ຫວຽດນາມ - ລາວ

ພັດທະນາລະບົບຄົມມະນາຄົມຂົນສົ່ງຢ່າງຄົບຊຸດ ໄປຕາມທິດທາງທີ່ຍືນຍົງ ແລະ ທັນສະໄໝ

ກ່າວປາໄສຢູ່ທີ່ວາລະການເຈລະຈາ, ທ່ານລັດຖະມົນຕີ ເຈີນຮົ່ງມິງ ໄດ້ແຈ້ງຂໍ້ມູນກ່ຽວກັບຄວາມຄືບໜ້າພາຍໃນການຈັດຕັ້ງປະຕິບັດ ສາມໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຈຸດສຸມ, ເຊິ່ງນຳມາເຊິ່ງຄວາມໝາຍທາງດ້ານຍຸດທະສາດ ພາຍໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ.

ຫວຽດນາມ - ລາວ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ
ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງມິງ (Tran Hong Minh) ກ່າວປາໄສຢູ່ທີ່ວາລະການເຈລະຈາຂັ້ນສູງສອງຝ່າຍ ຮ່ວມກັບ ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ (ພາບ: Ta Hai).

ສຳລັບໂຄງການຮ່ວມມືລົງທຶນພັດທະນາບັນດາທ່າທຽບເຮືອເລກທີ 1, 2 ແລະ 3 ຢູ່ທີ່ທ່າເຮືອ ຫວຸງອ໋າງ (Vung Ang), ທ່ານລັດຖະມົນຕີ ໄດ້ແຈ້ງໃຫ້ຊາບວ່າ ອັດຕາສ່ວນການຖືຮຸ້ນຂອງລັດຖະບານລາວ ແມ່ນໄດ້ຮັບການປັບເພີ່ມຂຶ້ນ ຕາມຄວາມມຸ່ງໝັ້ນສັນຍາຢ່າງຖືກຕ້ອງ ຢູ່ພາຍໃນສັນຍາ ແລະ ອະນຸສັນຍາ ທີ່ສອງຝ່າຍໄດ້ຮ່ວມລົງນາມນຳກັນ.

ເພື່ອແນໃສ່ເຮັດໃຫ້ໂຄງການເສີມຂະຫຍາຍປະສິດທິຜົນພາຍໃນການລົງທຶນ ແລະ ການຂຸດຄົ້ນນຳໃຊ້ນັ້ນ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຈຳເປັນ ຂອງການຈັດຕັ້ງປະຕິບັດບັນດາມາດຕະການຄຸ້ມຄອງບໍລິຫານ, ການເປີດການນຳໃຊ້ ແລະ ການປຸກລະດົມຂົນຂວາຍແຫຼ່ງທຶນຢ່າງຄົບຊຸດ ແລະ ເໝາະສົມ, ຮັບປະກັນປະສິດທິຜົນ, ຖືກຕ້ອງຕາມເປົ້າໝາຍການຮ່ວມມືທີ່ໄດ້ວາງອອກ.

ພ້ອມກັນນັ້ນ, ທ່ານລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຄາດຫວັງວ່າ ໃນຕໍ່ໜ້າ, ປະລິມານສິນຄ້າຂອງລາວ ທີ່ຜ່ານທ່າເຮືອ ຫວຸງອ໋າງ ຈະສືບຕໍ່ເພີ່ມທະວີຂຶ້ນ, ປະກອບສ່ວນຊຸກຍູ້ໃຫ້ກິດຈະກຳການຂຸດຄົ້ນ, ດຳເນີນທຸລະກິດຢູ່ທີ່ທ່າເຮືອ ນັບມື້ນັບມີຄວາມຟົດຟື້ນ, ສົມຄູ່ກັບທ່າແຮງບົ່ມຊ້ອນແຫ່ງການຮ່ວມມື ແລະ ສາຍພົວພັນມິດຕະພາບອັນພິເສດ ລະຫວ່າງສອງປະເທດ ຫວຽດນາມ - ລາວ.

ທ່ານລັດຖະມົນຕີ ເຈີນຮົ່ງມິງ ໄດ້ມີຄຳສະເໜີໃຫ້ ທ່ານລັດຖະມົນຕີ ເຫຼັກໄຫຼ ສີວິໄລ ໃຫ້ຄວາມເອົາໃຈໃສ່ຊີ້ນຳ ບໍລິສັດ ໂທລະຄົມມະນາຄົມລາວ - ຕາງໜ້າຜູ້ຖືຮຸ້ນຝ່າຍລາວ - ປະສານງານຢ່າງແໜ້ນແຟ້ນ ຮ່ວມກັບບັນດາຜູ້ຖືຮຸ້ນຝ່າຍຫວຽດນາມ ພາຍໃນວຽກງານການຄຸ້ມຄອງບໍລິຫານ, ການເປີດການນຳໃຊ້ ແລະ ຂຸດຄົ້ນໂຄງການ, ຮັບປະກັນປະສິດທິຜົນການລົງທຶນ ແລະ ເສີມຂະຫຍາຍຄຸນຄ່າແຫ່ງການຮ່ວມມືໃຫ້ໄດ້ສູງສຸດ. ທ່ານລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການ ພາຍໃນການເພີ່ມທະວີການກວດກາຄວບຄຸມການນຳໃຊ້ບັນດາແຫຼ່ງທຶນ, ເປັນພິເສດແມ່ນສ່ວນທຶນຮອນການລົງທຶນຂອງລັດຖະບານລາວ, ຮັບປະກັນໃຫ້ຖືກຕ້ອງຕາມຈຸດປະສົງ, ມີປະສິດທິຜົນ ແລະ ຫຼີກລ່ຽງການຮົ່ວໄຫຼ, ຟູມເຟືອຍ.

ເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກສູງສຸດ ໃຫ້ແກ່ກິດຈະກຳການນຳເຂົ້າ-ສົ່ງອອກສິນຄ້າຂອງລາວ ຜ່ານທ່າເຮືອ ຫວຸງອ໋າງ ເວົ້າສະເພາະ ແລະ ລະບົບທ່າເຮືອທະເລຂອງຫວຽດນາມ ເວົ້າລວມ, ທ່ານລັດຖະມົນຕີ ໄດ້ມອບໝາຍໃຫ້ ກົມການເດີນເຮືອ ແລະ ທາງນ້ຳຫວຽດນາມ ປະສານງານຮ່ວມກັບ ກົມແຜນການ - ການເງິນ ຄົ້ນຄວ້າບັນດາມາດຕະການເຊື່ອມຕໍ່ຢ່າງມີປະສິດທິຜົນ ລະຫວ່າງການຂົນສົ່ງທາງບົກ, ທາງລົດໄຟ ແລະ ທາງທະເລ. ກະຊວງກໍ່ສ້າງ ກໍຈະປະສານງານຢ່າງແໜ້ນແຟ້ນ ຮ່ວມກັບຄະນະກຳມະການປະຊາຊົນແຂວງ ຮ່າຕິ໊ນ (Ha Tinh) ເພື່ອແນໃສ່ສືບຕໍ່ປັບປຸງເງື່ອນໄຂການເຄື່ອນໄຫວການຜະລິດ, ດຳເນີນທຸລະກິດ ແລະ ຂຸດຄົ້ນນຳໃຊ້ ຢູ່ພາຍໃນບໍລິເວນເຂດໂຄງການ.

ສຳລັບໂຄງການທາງດ່ວນ ຮ່າໂນ້ຍ - ວຽງຈັນ, ທ່ານລັດຖະມົນຕີ ແຈ້ງໃຫ້ຊາບວ່າ ຊ່ວງວິງ (Vinh) - ແທັງຖຸຍ (Thanh Thuy) ແມ່ນໄດ້ຮັບການເລີ່ມລົງມືກໍ່ສ້າງແລ້ວ ໃນມື້ວັນທີ 18/5 ແລະ ຄາດຄະເນວ່າຈະສຳເລັດ, ເປີດໃຫ້ຂຸດຄົ້ນນຳໃຊ້ໄດ້ ພາຍໃນໄລຍະປີ 2029 - 2030. ເນື່ອງໃນຈິດໃຈແຫ່ງການຮັບປະກັນລັກສະນະຄົບຊຸດຂອງທົ່ວທັງເສັ້ນທາງ, ທ່ານລັດຖະມົນຕີ ໄດ້ມີຄຳສະເໜີໃຫ້ຝ່າຍລາວ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດຊ່ວງ ປາກຊັນ - ນ້ຳອອນ ເພື່ອໃຫ້ບັນດາໂຄງການຂອງສອງປະເທດ ສາມາດສຳເລັດ ແລະ ເປີດນຳໃຊ້ພ້ອມກັນໃນຊ່ວງເວລາອັນດຽວກັນ.

ສອງຝ່າຍໄດ້ມີຄວາມເຫັນພ້ອມເປັນເອກະພາບຮ່ວມກັນ ພາຍໃນການຈັດຕັ້ງປະຕິບັດບັນດາໂຄງການເຊື່ອມຕໍ່ ຢູ່ທີ່ຄູ່ດ່ານຊາຍແດນ ແທັງຖຸຍ (ຫວຽດນາມ) - ນ້ຳອອນ (ລາວ) ໄປຕາມທິດທາງທີ່ຄົບຊຸດ, ຮັບປະກັນຂີດຄວາມສາມາດພາຍໃນການຂຸດຄົ້ນນຳໃຊ້ຢ່າງມີປະສິດທິຜົນ; ອີງຕາມສິ່ງດັ່ງກ່າວ, ແຕ່ລະຝ່າຍຈະເປັນເຈົ້າການລົງທຶນກໍ່ສ້າງຊ່ວງທາງເຊື່ອມຕໍ່ເຂົ້າສູ່ດ່ານຊາຍແດນ ທີ່ນອນຢູ່ພາຍໃຕ້ຂອບເຂດຜືນແຜ່ນດິນຂອງຕົນເອງ.

ໂດຍໄດ້ຮັບການຕີລາຄາສູງ ຕໍ່ກັບການທີ່ລັດຖະບານລາວ ໄດ້ຮ່ວມລົງນາມໃນສັນຍາສຳປະທານ ຮ່ວມກັບນັກລົງທຶນ ແລະ ພວມກະກຽມໃຫ້ແກ່ການເລີ່ມລົງມືກໍ່ສ້າງ ໂຄງການທາງລົດໄຟ ຫວຸງອ໋າງ - ມຸຢາ (Mu Gia) - ທ່າແຂກ - ວຽງຈັນ (ຊ່ວງທ່າແຂກ ຫາ ຊາຍແດນ ຫວຽດນາມ - ລາວ), ທ່ານລັດຖະມົນຕີ ເຈີນຮົ່ງມິງ ໄດ້ມີຄຳສະເໜີໃຫ້ ກຸ່ມບໍລິສັດຮ່ວມທຶນນັກລົງທຶນ Petro Trade Laos – ແດວຢາ (Deo Ca) ເສີມຂະຫຍາຍຈິດໃຈແຫ່ງຄວາມຮັບຜິດຊອບ, ບຸກບືນພະຍາຍາມຢ່າງສູງສຸດ ເພື່ອຈັດຕັ້ງປະຕິບັດໂຄງການໃຫ້ຖືກຕ້ອງຕາມຄວາມຄືບໜ້າທີ່ໄດ້ມຸ່ງໝັ້ນສັນຍານຳກັນ.

ກະຊວງກໍ່ສ້າງ ຢັ້ງຢືນການສະໜັບສະໜູນບັນດາວິສາຫະກິດ ແລະ ກຸ່ມບໍລິສັດຮ່ວມທຶນລົງທຶນ, ເປັນພິເສດແມ່ນວິສາຫະກິດຂອງ ຫວຽດນາມ ແລະ ລາວ, ພາຍໃຕ້ການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດໂຄງການ ບົນພື້ນຖານການປະຕິບັດຕາມກົດໝາຍ ແລະ ບັນດາຂໍ້ກຳນົດທີ່ມີຜົນສັກສິດໃນປັດຈຸບັນ ຂອງແຕ່ລະປະເທດ. ກະຊວງພ້ອມແລ້ວທີ່ຈະຮ່ວມເດີນທາງ, ປະສານງານຮ່ວມກັບບັນດານັກລົງທຶນ ພາຍໃຕ້ຂະບວນການເຂົ້າຫາ ແລະ ປຸກລະດົມຂົນຂວາຍບັນດາແຫຼ່ງທຶນສາກົນ ເພື່ອຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ.

ສຳລັບສອງຊ່ວງເສັ້ນທາງ ຫວຸງອ໋າງ - ມຸຢາ ແລະ ທ່າແຂກ - ຊາຍແດນ ຫວຽດນາມ - ລາວ, ຜູ້ນຳກະຊວງກໍ່ສ້າງ ໄດ້ມີຄຳສະເໜີໃຫ້ກຸ່ມບໍລິສັດຮ່ວມທຶນນັກລົງທຶນ ບຸກບືນສູ້ຊົນປັບປຸງບູລະນະເອກະສານ ບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ເບື້ອງຕົ້ນ (Pre-FS) ພາຍໃນ ໄຕມາດ IV/2026, ສຳເລັດບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ (FS) ພາຍໃນ ໄຕມາດ II/2028 ແລະ ມຸ່ງໄປສູ່ເປົ້າໝາຍເລີ່ມລົງມືກໍ່ສ້າງ ກ່ອນປີ 2030.

ພ້ອມກັນນັ້ນ, ສອງຝ່າຍກໍໄດ້ເຫັນພ້ອມເປັນເອກະພາບຮ່ວມກັນ ກຳນົດເອົາຈຸດເຊື່ອມຕໍ່ລາງລົດໄຟ ແມ່ນຈຸດຕັດກັນລະຫວ່າງເສັ້ນກາງທາງລົດໄຟ ແລະ ເສັ້ນຊາຍແດນແຫ່ງຊາດ ຫວຽດນາມ - ລາວ, ຢູ່ທີ່ບໍລິເວນດ່ານຊາຍແດນສາກົນ ຈາລໍ (Cha Lo - ຫວຽດນາມ) - ນາເພົ້າ (ລາວ), ສ້າງເປັນຮາກຖານອັນສຳຄັນ ໃຫ້ແກ່ການຮັບປະກັນລັກສະນະການເຊື່ອມຕໍ່ຢ່າງຄົບຊຸດ ຂອງໂຄງການທາງລົດໄຟລະຫວ່າງຊາດ ພາຍໃນຊ່ວງເວລາຕໍ່ໜ້າ.

ຫວຽດນາມ - ລາວ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ
ທັດສະນະທົ່ວໄປຂອງວາລະການເຈລະຈາຂັ້ນສູງສອງຝ່າຍ ລະຫວ່າງ ກະຊວງກໍ່ສ້າງ ຫວຽດນາມ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ (ພາບ: Ta Hai).

ພິກັດຈຸດເຊື່ອມຕໍ່ລາງລົດໄຟ ແມ່ນຈະໄດ້ຮັບຄວາມເຫັນພ້ອມເປັນເອກະພາບຮ່ວມກັນ ຈາກອົງການຈັດຕັ້ງທີ່ມີສິດອຳນາດຂອງສອງປະເທດ ພາຍໃຕ້ຂະບວນການປະເມີນ ແລະ ອະນຸມັດເອກະສານບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ (FS). ສອງຝ່າຍພ້ອມກັນນັ້ນກໍໄດ້ມີຄວາມເຫັນພ້ອມເປັນເອກະພາບ ກ່ຽວກັບເຕັກໂນໂລຊີ ແລະ ບັນດາມາດຕະຖານໂຄງຮ່າງ ເພື່ອແນໃສ່ຮັບປະກັນລັກສະນະຄົບຊຸດ ພາຍໃນການອອກແບບ, ກໍ່ສ້າງ ແລະ ເປີດການນຳໃຊ້ໂຄງການ. ລັດຖະບານຂອງສອງປະເທດ ຈະພິຈາລະນາປຸກລະດົມຂົນຂວາຍບັນດາແຫຼ່ງທຶນ ແລະ ແຫຼ່ງທຶນກູ້ຢືມອັນຊອບດ້ວຍກົດໝາຍ ເພື່ອແນໃສ່ເລີ່ມລົງມືຈັດຕັ້ງປະຕິບັດການລົງທຶນໂຄງການໃຫ້ໄດ້ໂດຍໄວ.

ອັນທີ່ໜ້າເອົາໃຈໃສ່, ບົນຮາກຖານບົດລາຍງານການສຳຫຼວດເບື້ອງຕົ້ນ ກ່ຽວກັບຄວາມຕ້ອງການດ້ານການຂົນສົ່ງ ທີ່ຈັດຕັ້ງປະຕິບັດໂດຍນັກລົງທຶນນັ້ນ, ໃນປັດຈຸບັນ ຄວາມຕ້ອງການດ້ານການຂົນສົ່ງສ່ວນໃຫຍ່ແມ່ນມາຈາກຝ່າຍລາວ. ດັ່ງນັ້ນ, ພາຍໃນໄລຍະທຳອິດແຫ່ງການຈັດຕັ້ງປະຕິບັດ, ທ່ານລັດຖະມົນຕີ ເຈີນຮົ່ງມິງ ແຈ້ງໃຫ້ຊາບວ່າ ຝ່າຍຫວຽດນາມ ຄາດຄະເນວ່າຈະສຸມໃສ່ລົງທຶນພາກສ່ວນໂຄງສ້າງພື້ນຖານໂຄງລ່າງເສັ້ນທາງ, ໂດຍຍັງບໍ່ທັນລວມເອົາຫົວຈັກ ແລະ ຕູ້ລົດໄຟ, ພ້ອມກັນນັ້ນກໍຈະນຳໃຊ້ພາຫະນະຂົນສົ່ງຮ່ວມ (ພາຫະນະຜ່ານແດນ) ຈາກຝ່າຍລາວ ເພື່ອແນໃສ່ຮັບປະກັນປະສິດທິຜົນການລົງທຶນ ແລະ ສອດຄ່ອງກັບຄວາມຕ້ອງການຂຸດຄົ້ນນຳໃຊ້ໃນຕົວຈິງ.

ຜູ້ນຳກະຊວງກໍ່ສ້າງ ໄດ້ມີຄຳສະເໜີໃຫ້ຝ່າຍລາວ ຊີ້ນຳບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ປະສານງານສະໜອງເອກະສານ, ຂໍ້ມູນຫຼັກຖານຢ່າງຄົບຖ້ວນ ເພື່ອຮັບໃຊ້ໃຫ້ແກ່ວຽກງານການຄົ້ນຄວ້າໂຄງການ, ພາຍໃຕ້ສິ່ງດັ່ງກ່າວມີທັງເອກະສານ ບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ ຊ່ວງທ່າແຂກ - ຊາຍແດນ ຫວຽດນາມ - ລາວ, ເພື່ອແນໃສ່ຮັບປະກັນລັກສະນະຄົບຊຸດທາງດ້ານເຕັກນິກ, ເຕັກໂນໂລຊີ ກໍຄືແຜນການຈັດຕັ້ງປະຕິບັດຢ່າງລະອຽດ ລະຫວ່າງບັນດາຊ່ວງເສັ້ນທາງຂອງສອງປະເທດ.

ທ່ານລັດຖະມົນຕີ ພ້ອມກັນນັ້ນກໍມີຄຳສະເໜີໃຫ້ຝ່າຍລາວ ຊີ້ນຳ ບໍລິສັດ ຄ້ານ້ຳມັນເຊື້ອໄຟ ລາວ (Petro Trade Laos) ເປັນເຈົ້າການຈັດສັນແຫຼ່ງທຶນຮອນ, ປະສານງານຢ່າງແໜ້ນແຟ້ນ ຮ່ວມກັບຄູ່ຮ່ວມມືກຸ່ມບໍລິສັດຮ່ວມທຶນຝ່າຍຫວຽດນາມ ເພື່ອຮີບຮ້ອນປັບປຸງບູລະນະ ບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ ໃຫ້ຖືກຕ້ອງຕາມຄວາມຄືບໜ້າທີ່ໄດ້ມຸ່ງໝັ້ນສັນຍານຳກັນ.

ກ່ຽວຂ້ອງກັບຂອບການຮ່ວມມືໄລຍະຍາວ, ທ່ານລັດຖະມົນຕີ ເຈີນຮົ່ງມິງ ແຈ້ງໃຫ້ຊາບວ່າ ກະຊວງກໍ່ສ້າງ ໄດ້ລາຍງານຕໍ່ລັດຖະບານ ກ່ຽວກັບການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືຮອບດ້ານ ພາຍໃນຂົງເຂດຄົມມະນາຄົມຂົນສົ່ງ ຫວຽດນາມ - ລາວ ໄລຍະປີ 2026 - 2035, ມຸ່ງໄປສູ່ການເຮັດສຳເລັດຂັ້ນຕອນໂດຍໄວ ເພື່ອແນໃສ່ລົງນາມເນື່ອງໃນໂອກາດຖ້ຽວຢ້ຽມຢາມ ຂອງຜູ້ນຳຂັ້ນສູງສອງປະເທດ ພາຍໃນຊ່ວງເວລາຕໍ່ໜ້າ.

ໂດຍເນັ້ນໜັກເຖິງຄວາມໝາຍຄວາມສຳຄັນ ຂອງເອກະສານການຮ່ວມມືສະບັບນີ້, ທ່ານລັດຖະມົນຕີ ຢັ້ງຢືນວ່າ ການລົງນາມໃນບົດບັນທຶກຄວາມເຂົ້າໃຈ ຈະສ້າງເປັນຮາກຖານອັນສຳຄັນ ເພື່ອໃຫ້ສອງປະເທດ ພັດທະນາລະບົບຄົມມະນາຄົມຂົນສົ່ງຢ່າງຄົບຊຸດ ໄປຕາມທິດທາງທີ່ຍືນຍົງ, ທັນສະໄໝ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາວິທີການຂົນສົ່ງ, ສ້າງເປັນເຄືອຂ່າຍທີ່ເກາະກ່ຽວຕໍ່ເນື່ອງ ແລະ ສະດວກສະບາຍ, ຕອບສະໜອງໄດ້ນັບມື້ນັບດີກວ່າເກົ່າ ຕໍ່ກັບຄວາມຕ້ອງການດ້ານການຂົນສົ່ງ ແລະ ການແລກປ່ຽນການຄ້າສອງຝ່າຍ.

ຕາມທັດສະນະ ຂອງທ່ານລັດຖະມົນຕີແລ້ວ, ບົດບັນທຶກຄວາມເຂົ້າໃຈ ຍັງຈະມີສ່ວນຊ່ວຍເສີມຂະຫຍາຍປະສິດທິຜົນ ຂອງທ່າແຮງດ້ານທີ່ຕັ້ງພູມສາດ ແລະ ເງື່ອນໄຂທຳມະຊາດຂອງແຕ່ລະປະເທດ, ຊຸກຍູ້ການຄ້າ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ກິດຈະກຳການໄປມາຫາສູ່ຂ້າມຊາຍແດນ ຂອງບັນດາອົງການຈັດຕັ້ງ, ກົມກອງ ແລະ ປະຊາຊົນສອງປະເທດ, ໂດຍຜ່ານສິ່ງດັ່ງກ່າວ ຈະສືບຕໍ່ຮັດແໜ້ນ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ກ້າວເຂົ້າສູ່ລວງເລິກຕື່ມອີກ.

ຫວຽດນາມ - ລາວ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ
ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ເຫຼັກໄຫຼ ສີວິໄລ ແລະ ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ເຈີນຮົ່ງມິງ ຮ່ວມລົງນາມໃນບົດບັນທຶກການຮ່ວມງານ; ພ້ອມກັນນັ້ນກໍຮ່ວມເປັນສັກຂີພິຍານໃນພິທີມອບ-ຮັບເອກະສານການຮ່ວມມື ລະຫວ່າງ ກຸ່ມບໍລິສັດ ແດວຢາ (Deo Ca Group - ຫວຽດນາມ) ແລະ ກຸ່ມບໍລິສັດ ພີທີແອລ (PTL Group - ລາວ) (ພາບ: Ta Hai).

ພາຍໃຕ້ຂອບເຂດແຫ່ງບົດບັນທຶກຄວາມເຂົ້າໃຈທາງດ້ານຍຸດທະສາດ ວ່າດ້ວຍການຮ່ວມມືຄົມມະນາຄົມຂົນສົ່ງ ຫວຽດນາມ - ລາວ ໄລຍະປີ 2026 - 2035, ສອງຝ່າຍໄດ້ມີຄວາມເຫັນພ້ອມເປັນເອກະພາບຮ່ວມກັນ ກຳນົດທິດທາງຊຸກຍູ້ໃຫ້ບັນດາທ້ອງຖິ່ນທີ່ມີຊາຍແດນຕິດກັນ ດຳເນີນການຍົກລະດັບ, ບູລະນະບັນດາເສັ້ນທາງຄົມມະນາຄົມເຊື່ອມຕໍ່ເຂົ້າສູ່ບັນດາຄູ່ດ່ານຊາຍແດນສາກົນ ແລະ ດ່ານຊາຍແດນຫຼັກ ລະຫວ່າງສອງປະເທດ ໃຫ້ສອດຄ່ອງຕາມມາດຕະຖານລະດັບ III ຂອງ ອາຊຽນ. ການຈັດຕັ້ງປະຕິບັດ ແມ່ນຈະອີງໃສ່ບົກຮາກຖານການທີ່ບັນດາທ້ອງຖິ່ນ ເປັນເຈົ້າການຍົກລະດັບລະບົບທາງຫຼວງແຫ່ງຊາດ, ທາງຫຼວງຂັ້ນແຂວງ ແລະ ບັນດາເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງຜ່ານດ່ານຊາຍແດນ, ໃຫ້ມີຄວາມສອດຄ່ອງກັບຄວາມຕ້ອງການດ້ານການຂົນສົ່ງ, ຜັງມາດຕະການຕາໜ່າງທາງບົກ, ຜັງມາດຕະການດ່ານຊາຍແດນ ກໍຄືທິດທາງການຮ່ວມມື ແລະ ການຂະຫຍາຍຕົວພັດທະນາຂອງແຕ່ລະທ້ອງຖິ່ນ.

ເພື່ອແນໃສ່ສືບຕໍ່ປັບປຸງບູລະນະຂອບເຂດນິຕິກຳ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ກິດຈະກຳການຂົນສົ່ງຂ້າມຊາຍແດນ, ທ່ານລັດຖະມົນຕີ ເຈີນຮົ່ງມິງ ໄດ້ມອບໝາຍໃຫ້ ກົມທາງບົກຫວຽດນາມ ປະສານງານຮ່ວມກັບ ກົມຂົນສົ່ງ ທີ່ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງລາວ ດຳເນີນການກວດກາຄືນ, ຄົ້ນຄວ້າ ແລະ ສ້າງສັນຍາວ່າດ້ວຍການຂົນສົ່ງທາງບົກສອງຝ່າຍ ຫວຽດນາມ - ລາວ. ສັນຍາສະບັບນີ້ ແມ່ນມຸ່ງໄປສູ່ການແກ້ໄຂບັນດາຂໍ້ຫຍຸ້ງຍາກ, ສິ່ງກີດຂວາງທີ່ຍັງຄົງຄ້າງ, ຫັນເອົາຂັ້ນຕອນການບໍລິຫານໃຫ້ມີຄວາມງ່າຍດາຍຂຶ້ນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກອັນດີທີ່ສຸດ ເພື່ອໃຫ້ພາຫະນະຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຂອງສອງປະເທດ ສາມາດສັນຈອນໄປມາໄດ້ຢ່າງມີຄວາມຢືດຢຸ່ນ, ປອດໄພ ແລະ ມີປະສິດທິຜົນ.

ຕາມທັດສະນະ ຂອງທ່ານລັດຖະມົນຕີແລ້ວ, ການທີ່ສາມາດເຮັດສຳເລັດ ແລະ ລົງນາມໃນສັນຍາໄດ້ໂດຍໄວ ນັ້ນ ຈະມີສ່ວນຊ່ວຍຊຸກຍູ້ໃຫ້ການຂົນສົ່ງ, ການຄ້າ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ລະຫວ່າງ ຫວຽດນາມ ແລະ ລາວ ມີການຂະຫຍາຍຕົວຢ່າງແຂງແຮງຕື່ມອີກ, ເປັນພິເສດແມ່ນພາຍໃຕ້ບໍລິບົດ ທີ່ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ ຄາດຄະເນວ່າຈະເປີດໃຫ້ຂຸດຄົ້ນນຳໃຊ້ໄດ້ພາຍໃນຊ່ວງເວລາຕໍ່ໜ້າ. ສອງຝ່າຍໄດ້ວາງເປົ້າໝາຍ ເຮັດສຳເລັດການລົງນາມໃນສັນຍາ ພາຍໃນ ໄຕມາດ IV/2026.

ທ່ານລັດຖະມົນຕີ ເຈີນຮົ່ງມິງ ພ້ອມກັນນັ້ນກໍໄດ້ມີຄວາມເຫັນພ້ອມເປັນເອກະພາບ ຕໍ່ກັບແນວທາງໃຫ້ບັນດາອົງການຈັດຕັ້ງ, ກົມກອງທີ່ຂຶ້ນກັບສອງກະຊວງ ເພີ່ມທະວີການແລກປ່ຽນທາງດ້ານວິຊາສະເພາະ, ວຽກງານວິຊາການ ໄປຕາມທິດທາງທີ່ມີຄວາມແທ້ຈິງ ແລະ ມີປະສິດທິຜົນ, ໂດຍຜ່ານສິ່ງດັ່ງກ່າວ ຈະຊ່ວຍເປີດກວ້າງການຮ່ວມມືພາຍໃນວຽກງານການຝຶກອົບຮົມ, ສະໜັບສະໜູນການຍົກສູງຂີດຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານຂະແໜງຄົມມະນາຄົມຂົນສົ່ງ ແລະ ການກໍ່ສ້າງ ຂອງຝ່າຍລາວ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການພາຍໃນການພັດທະນາ ແລະ ການຈັດຕັ້ງປະຕິບັດ ບັນດາແຜນງານການຮ່ວມມືພາຍໃຕ້ໄລຍະໃໝ່.

ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນສິນຄ້າ ລະຫວ່າງ ລາວ - ຫວຽດນາມ

ໂດຍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ກັບຄວາມເອົາໃຈໃສ່ ແລະ ການປະສານງານຢ່າງແໜ້ນແຟ້ນ ຂອງກະຊວງກໍ່ສ້າງ ຫວຽດນາມ ພາຍໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ, ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ເຫຼັກໄຫຼ ສີວິໄລ ໄດ້ໃຫ້ການຕີລາຄາສູງ ຕໍ່ກັບບັນດາຜົນສຳເລັດໄປໃນທິດທາງຕັ້ງໜ້າ ທີ່ສອງປະເທດບັນລຸໄດ້ ພາຍໃນຂົງເຂດການພັດທະນາພື້້ນຖານໂຄງລ່າງຄົມມະນາຄົມ ຕະຫຼອດຊ່ວງໄລຍະເວລາທີ່ຜ່ານມາ.

ຕາມທັດສະນະ ຂອງທ່ານລັດຖະມົນຕີ ເຫຼັກໄຫຼ ສີວິໄລ ແລ້ວ, ໂຄງການທາງລົດໄຟ ຫວຸງອ໋າງ - ມຸຢາ - ທ່າແຂກ - ວຽງຈັນ ແມ່ນບັນລຸໄດ້ຫຼາກຫຼາຍບາດກ້າວຂະຫຍາຍຕົວອັນສຳຄັນ, ເຊິ່ງພາຍໃນນັ້ນ ບາງເນື້ອໃນ ຄືການຄົ້ນຄວ້າຄວາມເປັນໄປໄດ້ ແລະ ການລົງນາມການຮ່ວມມືລະຫວ່າງບັນດາຜູ້ຮັບເໝົາ ແມ່ນໄດ້ຮັບການຈັດຕັ້ງປະຕິບັດແລ້ວ.

ໃນປັດຈຸບັນ, ບັນດາຈຸດເຊື່ອມຕໍ່ຂອງເສັ້ນທາງລົດໄຟ ແມ່ນໄດ້ຮັບການກຳນົດເອົາໄວ້ໃນລະດັບເບື້ອງຕົ້ນ. ບົນຮາກຖານສິ່ງດັ່ງກ່າວ, ຝ່າຍລາວ ໄດ້ມີຄຳສະເໜີໃຫ້ສອງປະເທດ ສືບຕໍ່ປະສານງານ, ເຫັນພ້ອມເປັນເອກະພາບຮ່ວມກັນ ກ່ຽວກັບແຜນການຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ ເສັ້ນທາງລົດໄຟ ລາວ - ຫວຽດນາມ ພາຍໃຕ້ຊ່ວງເວລາທີ່ມີຄວາມເໝາະສົມ.

ສຳລັບບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືຮອບດ້ານ ພາຍໃນຂົງເຂດຄົມມະນາຄົມຂົນສົ່ງ ຫວຽດນາມ - ລາວ, ທ່ານລັດຖະມົນຕີ ເຫຼັກໄຫຼ ສີວິໄລ ແຈ້ງໃຫ້ຊາບວ່າ ບັນດາເອກະສານທີ່ກ່ຽວຂ້ອງ ໃນປັດຈຸບັນແມ່ນໄດ້ຮັບການປັບປຸງບູລະນະເປັນຮາກຖານຂັ້ນພື້ນຖານແລ້ວ ແລະ ພ້ອມແລ້ວສຳລັບການລົງນາມພາຍໃນຊ່ວງເວລາຕໍ່ໜ້າ.

ກ່ຽວກັບສັນຍາວ່າດ້ວຍການຂົນສົ່ງທາງບົກສອງຝ່າຍ ລາວ - ຫວຽດນາມ, ທ່ານລັດຖະມົນຕີ ແຈ້ງໃຫ້ຊາບວ່າ ກະຊວງໂຍທາທິການ ແລະ ຂົນສົ່ງລາວ ໄດ້ມອບໝາຍໃຫ້ບັນດາອົງການຈັດຕັ້ງຊ່ຽວຊານ ປະສານງານຢ່າງແໜ້ນແຟ້ນຮ່ວມກັບຝ່າຍຫວຽດນາມ ເພື່ອຄົ້ນຄວ້າ, ຮ່າງ ແລະ ປັບປຸງເນື້ອໃນສັນຍາໃຫ້ສົມບູນ, ມຸ່ງໄປສູ່ການຍົກສູງປະສິດທິຜົນການຮ່ວມມື ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ດີກວ່າເກົ່າ ສຳລັບກິດຈະກຳການຂົນສົ່ງລະຫວ່າງສອງປະເທດ.

ໄປຄຽງຄູ່ກັນນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງລາວ ກໍໄດ້ຊີ້ນຳໃຫ້ບັນດາກົມກອງທີ່ມີພາລະບົດບາດ ເພີ່ມທະວີການປະສານງານຮ່ວມກັບຝ່າຍຫວຽດນາມ ພາຍໃນວຽກງານການຝຶກອົບຮົມ ແລະ ພັດທະນາແຫຼ່ງທຶນມະນຸດ, ໂດຍຜ່ານສິ່ງດັ່ງກ່າວ ຈະຊ່ວຍຍົກສູງຂີດຄວາມສາມາດຂອງຖັນແຖວພະນັກງານ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການພາຍໃນການຈັດຕັ້ງປະຕິບັດ ບັນດາແຜນງານ, ໂຄງການຮ່ວມມືຄົມມະນາຄົມ ແລະ ການກໍ່ສ້າງພາຍໃຕ້ໄລຍະຕໍ່ໜ້າ.

ກ່ຽວຂ້ອງກັບກິດຈະກຳການເຄື່ອນໄຫວຢູ່ທີ່ ທ່າເຮືອ ຫວຸງອ໋າງ, ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ເຫຼັກໄຫຼ ສີວິໄລ ຖືວ່າ ບໍລິເວນເຂດທ່າເຮືອໃນປັດຈຸບັນແມ່ນຍັງຂາດລະບົບສາງຄັງ ແລະ ກອງທຶນທີ່ດິນ ທີ່ຮັບໃຊ້ໃຫ້ແກ່ການພັດທະນາພື້ນຖານໂຄງລ່າງ ໂລຈິສະຕິກ (logistics), ເຊິ່ງໄດ້ສົ່ງຜົນກະທົບໃນລະດັບໃດໜຶ່ງ ຕໍ່ກັບຂີດຄວາມສາມາດພາຍໃນການເຊື່ອມຕໍ່ທາງລົດໄຟຮ່ວມກັບທ່າເຮືອພາຍໃນອະນາຄົດ. ບົນຮາກຖານສິ່ງດັ່ງກ່າວ, ຝ່າຍລາວ ໄດ້ມີຄຳສະເໜີໃຫ້ ກະຊວງກໍ່ສ້າງ ຫວຽດນາມ ຄົ້ນຄວ້າ, ພິຈາລະນາຜັງມາດຕະການ ແລະ ຈັດສັນກອງທຶນທີ່ດິນທີ່ມີຄວາມເໝາະສົມ ເພື່ອແນໃສ່ສະໜັບສະໜູນການພັດທະນາການເຊື່ອມຕໍ່ທາງລົດໄຟເຂົ້າສູ່ທ່າເຮືອ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ດີກວ່າເກົ່າ ສຳລັບການສັນຈອນ ແລະ ການ trung chuyển (ປ່ຽນຖ່າຍ) ສິນຄ້າລະຫວ່າງສອງປະເທດ.

ສຳລັບໂຄງການທາງດ່ວນ ຮ່າໂນ້ຍ - ວຽງຈັນ, ຝ່າຍລາວ ໄດ້ກຳນົດເອົານີ້ແມ່ນເສັ້ນທາງຄົມມະນາຄົມບຸລິມະສິດ, ທີ່ມີຄວາມໝາຍທາງດ້ານຍຸດທະສາດ ພາຍໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ - ສັງຄົມ ຂອງສອງຊາດ, ພ້ອມກັນນັ້ນກໍໄດ້ວາງເປົ້າໝາຍ ບຸກບືນສູ້ຊົນເຮັດໃຫ້ສຳເລັດພາຍໃນປີ 2030. ທ່ານລັດຖະມົນຕີ ເຫຼັກໄຫຼ ສີວິໄລ ເນັ້ນໜັກວ່າ ຝ່າຍລາວ ຈະສືບຕໍ່ຊີ້ນຳ ແລະ ຊຸກຍູ້ໃຫ້ບັນດານັກລົງທຶນ ສຸມໃສ່ແຫຼ່ງທຶນຮອນ, ເລັ່ງລັດຄວາມຄືບໜ້າພາຍໃນການຈັດຕັ້ງປະຕິບັດ ເພື່ອແນໃສ່ຮັບປະກັນໃຫ້ໂຄງການໄດ້ຮັບການດຳເນີນໄປຕາມແຜນການທີ່ໄດ້ວາງອອກຢ່າງຖືກຕ້ອງ.

ໂດຍໄດ້ຮັບຊາບບັນດາຄຳສະເໜີ ແລະ ຄຳຊີ້ແນະຈາກຝ່າຍລາວ, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງມິງ ຢັ້ງຢືນວ່າ ກະຊວງກໍ່ສ້າງ ຫວຽດນາມ ຈະສືບຕໍ່ປະສານງານຢ່າງແໜ້ນແຟ້ນ ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງລາວ ເພື່ອຮ່ວມກັນແກ້ໄຂບັນດາຂໍ້ຫຍຸ້ງຍາກ, ສິ່ງກີດຂວາງທີ່ຍັງຄົງຄ້າງ, ຊຸກຍູ້ການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ຕໍ່ກັບບັນດາໂຄງການພື້ນຖານໂຄງລ່າງເຊື່ອມຕໍ່ລະຫວ່າງສອງປະເທດ.

ທ່ານລັດຖະມົນຕີ ເນັ້ນໜັກວ່າ, ການເພີ່ມທະວີການຮ່ວມມືພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ບໍ່ພຽງແຕ່ປະກອບສ່ວນເປີດກວ້າງການເຊື່ອມຕໍ່, ຊຸກຍູ້ການຄ້າ ແລະ ການໄປມາຫາສູ່ກັນຂອງປະຊາຊົນທັງສອງຝ່າຍເທົ່ານັ້ນ ແຕ່ຍັງຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 8 ເມສາ, ທີ່ຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ບຸນປີໃໝ່ປະຈຳຊາດລາວ ໂດຍການຕ້ອນຮັບການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ອົງການຕ່າງໆໃນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ

ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ.

Link: https://huunghivietlao.thoidai.com.vn/detail-article-22093.html

In bài biết