10:34 | 02/06/2026

Shangri-La 2026: ບັນດານັກຊ່ຽວຊານສາກົນຕີລາຄາສູງຕໍ່ກັບສານ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ

ຄວາມຫວັງອັນຍິ່ງໃຫຍ່ ຈາກການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ

ເຊີດຊູບົດບາດຂອງລະບຽບກົດໝາຍ ແລະ ການພັດທະນາຊັບພະຍາກອນມະນຸດ

ຕາມການລາຍງານ ຂອງວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ (VOV), ຢູ່ຂ້າງນອກກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕຣາລີ Richard Marles ຕີລາຄ່ວາ, ບົດກ່າວປາໄສ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນນຳມາເຊິ່ງຫຼາກຫຼາຍສານ ແລະ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ. ທ່ານໄດ້ໃຫ້ການຮັບຮູ້ເປັນພິເສດ ຕໍ່ກັບຈຸດເນັ້ນໜັກພາຍໃນບົດກ່າວປາໄສ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ກ່ຽວກັບຄວາມໝາຍຄວາມສຳຄັນຂອງບັນດາກົດລະບຽບ ຕໍ່ກັບປະເທດຊາດຂອງຕົນ ແລະ ສິ່ງດັ່ງກ່າວແມ່ນມີຄວາມສອດຄ່ອງກັນຫຼາຍ ຕໍ່ກັບວິທີການທີ່ ອົດສະຕຣາລີ ເບິ່ງແຍງເຖິງຄວາມໝາຍຄວາມສຳຄັນຂອງບັນດາກົດລະບຽບລວມ.

Shangri-La 2026: ບັນດານັກຊ່ຽວຊານສາກົນຕີລາຄາສູງຕໍ່ກັບສານ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວປາໄສນຳພາ (ບົດກ່າວປາໄສເປີດສາກ) ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23. (ພາບ: ກະຊວງການຕ່າງປະເທດ)

“ພາຍໃນຄວາມໝາຍດັ່ງກ່າວນັ້ນ, ພວກຂ້າພະເຈົ້າຮູ້ສຶກວ່າ ພວມມີການຮັດແໜ້ນທາງດ້ານຍຸດທະສາດທີ່ນັບມື້ນັບເພີ່ມຂຶ້ນ ລະຫວ່າງ ອົດສະຕຣາລີ ແລະ ຫວຽດນາມ. ຂ້າພະເຈົ້າໄດ້ມີວາລະການພົບປະສອງຝ່າຍຮ່ວມກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ (Phan Van Giang) - ເຊິ່ງເປັນຄູ່ຮ່ວມຕຳແໜ່ງ ທີ່ຂ້າພະເຈົ້າໄດ້ມີໂອກາດພົບປະ ແລະ ຮ່ວມງານນຳກັນຫຼາຍຄັ້ງ. ອົດສະຕຣາລີ ມີສາຍພົວພັນການຮ່ວມມືທາງດ້ານປ້ອງກັນຊາດ ທີ່ນັບມື້ນັບຂະຫຍາຍຕົວຮ່ວມກັບ ຫວຽດນາມ - ເຊິ່ງແມ່ນສິ່ງທີ່ພວກຂ້າພະເຈົ້າໃຫ້ຄວາມເຄົາລົບ ແລະ ຍົກຍ້ອງເປັນຢ່າງຍິ່ງ”, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕຣາລີ Richard Marles ກ່າວ.

ທ່ານ Richard Marles ຍັງໄດ້ຕີລາຄາສູງຕໍ່ກັບເນື້ອໃນພາຍໃນບົດກ່າວປາໄສ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງການພັດທະນາຊັບພະຍາກອນມະນຸດ ພາຍໃຕ້ແງ່ມຸມດ້ານຄວາມໝັ້ນຄົງ.

“ພວກຂ້າພະເຈົ້າຮັບຮູ້ໄດ້ຢ່າງຈະແຈ້ງເຖິງສິ່ງນີ້, ເປັນຕົ້ນແມ່ນຢູ່ບັນດາປະເທດໝູ່ເກາະ ປາຊີຟິກ, ເຊິ່ງແມ່ນກຸ່ມນອນຢູ່ໃນບັນດາປະເທດທີ່ດ້ອຍພັດທະນາທີ່ສຸດໃນໂລກ, ຄວາມໝັ້ນຄົງແມ່ນມີຄວາມຜູກພັນຢ່າງແໜ້ນແຟ້ນຮ່ວມກັບການພັດທະນາ; ສະຖານທີ່ໃດທີ່ມີຄວາມສີວິໄລຮັ່ງມີ, ສະຖານທີ່ໃດທີ່ມີການພັດທະນາຊັບພະຍາກອນມະນຸດ ຕົວມັນເອງກໍແມ່ນປັດຈຸບັນໜຶ່ງທີ່ມີສ່ວນຊ່ວຍເຂົ້າໃນສະຖຽນລະພາບ ແລະ ສັນຕິພາບ. ເມື່ອທຸກສິ່ງທຸກຢ່າງເຫຼົ່ານັ້ນຖືກຕັ້ງຄຳຖາມ, ນັ້ນແມ່ນຊ່ວງເວລາທີ່ທ່ານຕ້ອງປະເຊີນໜ້າກັບຄວາມຜັນແປ ແລະ ຄວາມບໍ່ສະຖຽນລະພາບ. ແລະ ຂ້າພະເຈົ້າຄິດວ່າ, ບັນດາການຕີລາຄາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່ຽວກັບສິ່ງດັ່ງກ່າວນັ້ນ ແມ່ນມີຄວາມສຳຄັນແທ້ໆ. ແລະ ສິ່ງນັ້ນແມ່ນຖືກຕ້ອງຢ່າງສິ້ນເຊີງ!

ນັ້ນແມ່ນຄຳຕັກເຕືອນວ່າ, ເມື່ອພວກ ເຮົາຊອກຫາວິທີການກໍ່ສ້າງພາກພື້ນ ອິນໂດ - ປາຊີຟິກ ທີ່ມີສັນຕິພາບ ແລະ ສະຖຽນລະພາບ, ພວກ ເຮົາກໍຈຳເປັນຕ້ອງກໍ່ສ້າງພາກພື້ນ ອິນໂດ - ປາຊີຟິກ ທີ່ມີຄວາມສີວິໄລຮັ່ງມີເຊັ່ນກັນ. ຄວາມສີວິໄລຮັ່ງມີຂັ້ນພື້ນຖານຂອງມະນຸດ ແມ່ນປັດຈຸບັນກໍ່ສ້າງຮາກຖານ ໃຫ້ແກ່ຄວາມໝັ້ນຄົງຂອງມະນຸດ ກໍຄືຄວາມໝັ້ນຄົງ ແລະ ສັນຕິພາບສາກົນ. ແລະ ຂ້າພະເຈົ້າຄິດວ່າ ນັ້ນແມ່ນສານອັນສຳຄັນແທ້ໆ ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La ໃນປີນີ້!”, ທ່ານ Richard Marles ກ່າວ.

ສຽງເວົ້າອັນມີຄວາມສົມດຸນ ຂອງບັນດາປະເທດນ້ອຍ ແລະ ຂະໜາດກາງ

ສຳນັກຂ່າວສານຫວຽດນາມ (TTXVN) ໄດ້ຍົກຄຳເວົ້າຂອງ ຮອງສາດສະດາຈານ, ດຣ. Neak Chandarith - ຫົວໜ້າສະຖາບັນຄົ້ນຄວ້າສາກົນ ແລະ ນະໂຍບາຍສາທາລະນະ (IISPP), ມະຫາວິທະຍາໄລພູມິນພນົມເປັນ (RUPP), ໂດຍຕີລາຄ່ວາ ບົດກ່າວປາໄສນຳພາ ຂອງທ່ານເລຂาທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນມີລວງເລິກ, ມີລັກສະນະພຶດຕິກຳຕົວຈິງ, ມຸ່ງເນັ້ນທາງດ້ານຍຸດທະສາດ ແລະ ມີວິໄສທັດໄລຍະຍາວສຳລັບພາກພື້ນ.

Shangri-La 2026: ບັນດານັກຊ່ຽວຊານສາກົນຕີລາຄາສູງຕໍ່ກັບສານ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ຮອງສາດສະດາຈານ, ປອ. Neak Chandarith - ຫົວໜ້າສະຖາບັນຄົ້ນຄວ້າສາກົນ ແລະ ບໍລິຫານລັດຖະກິດ, ມະຫາວິທະຍາໄລຮາດຊະພັດພະນົມເປັນ (Royal University of Phnom Penh). (ພາບ: TTXVN)

ທ່ານເນັ້ນໜັກເຖິງຄວາມໝາຍຄວາມສຳຄັນ ຂອງການທີ່ນີ້ເປັນຄັ້ງທຳອິດ ທີ່ຜູ້ທຳອິດສູງສຸດຂອງພັກ ແລະ ລັດ ຫວຽດນາມ ໄດ້ຮັບການຮຽນເຊີນໃຫ້ກ່າວປາໄສນຳພາ (ບົດກ່າວປາໄສເປີດສາກ) ຢູ່ທີ່ວາລະໄຂເວທີການໂອ້ລົມສົນທະນາ Shangri-La, ເຊິ່ງແມ່ນເວທີປຶກສາຫາລືດ້ານຄວາມໝັ້ນຄົງຊັ້ນນຳ ພາຍໃນພາກພື້ນອາຊີ-ປາຊີຟິກ ແລະ ໃນທົ່ວໂລກ.

ນັກຄົ້ນຄວ້າຊາວ ກຳປູເຈຍ ຕີລາຄ່ວາ ສິ່ງທີ່ເຮັດໃຫ້ບົດກ່າວປາໄສ ໄດ້ຮັບການຍົກຍ້ອງສູງ ກໍຄືຈຸດຢືນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພາຍໃຕ້ນາມມະຍົດຕົວແທນໃຫ້ແກ່ບັນດາປະເທດນ້ອຍ ແລະ ບັນດາປະເທດຂະໜາດກາງອື່ນໆ. ຕາມທ່ານແລ້ວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ພຽງແຕ່ມີຄວາມເຂົ້າໃຈຢ່າງທະລຸປຸໂປ່ງ ກ່ຽວກັບບັນດາສິ່ງທ້າທາຍທົ່ວໂລກເທົ່ານັ້ນ, ແຕ່ຍັງໄດ້ນຳມາເຊິ່ງສຽງເວົ້າອັນມີຄວາມສົມດຸນ, ປົກປັກຮັກສາອະທິປະໄຕ ແລະ ສິດສະເໝີພາບ ຂອງບັນດາປະເທດນ້ອຍ ແລະ ປານກາງ ທ່າມກາງໂລກທີ່ເຕັມໄປດ້ວຍຄວາມບໍ່ສະຖຽນລະພາບ ແລະ ຄວາມວຸ່ນວາຍ.

ຜູ້ທຳອິດສູງສຸດຂອງສະຖາບັນຄົ້ນຄວ້າສາກົນ ແລະ ນະໂຍບາຍສາທາລະນະ ທີ່ຂຶ້ນກັບມະຫາວິທະຍາໄລພູມິນພນົມເປັນ (RUPP) ໄດ້ຍົກຂຶ້ນມາເຖິງຄຳກ່າວປາໄສ ຂອງຜູ້ນຳຫວຽດນາມ, ໂດຍເນັ້ນໜັກວ່າ ພາຍໃນສະພາບແວດລ້ອມແຫ່ງການແຂ່ງຂັນຢ່າງຂ້ຽວຂາດ ລະຫວ່າງບັນດາມະຫາອຳນາດໃນປັດຈຸບັນ, ການທີ່ລະບຽບກົດໝາຍສາກົນຖືກຫຼຸດຜ່ອນຄວາມຜູກພັນລົງ, ພ້ອມກັບບັນດາຫຼັກການຖືກຕີຄວາມໝາຍໄປຕາມທິດທາງແຫ່ງການຍັດເຍືອດບັງຄັບແບບອັດຕະວິໄສ, ໄດ້ຮັບການຈັດຕັ້ງປະຕິບັດຢ່າງບໍ່ສະໝ່ຳສະເໝີ ຫຼື ໄດ້ຮັບການດຳເນີນໄປຕາມທິດທາງທີ່ໃຫ້ບຸລິມະສິດແກ່ການນຳໃຊ້ກຳລັງແຮງ ນັ້ນ ແມ່ນພວມຂົ່ມຂູ່ຢ່າງຮ້າຍແຮງຕໍ່ກັບຄວາມໝັ້ນຄົງລວມຂອງໂລກ.

ຕາມທ່ານແລ້ວ, ສະພາບແວດລ້ອມນີ້ ໄດ້ສ້າງແຮງກົດດັນ ແລະ ເຮັດໃຫ້ບັນດາປະເທດນ້ອຍ ຄືຄືດັ່ງ ກຳປູເຈຍ ແລະ ບັນດາປະເທດຂະໜາດກາງອື່ນໆ ງ່າຍຕໍ່ການຖືກກະທົບ ແລະ ໄດ້ຮັບຄວາມເສຍຫາຍ ຕໍ່ໜ້າບັນດາແຮງກົດດັນທາງດ້ານເສດຖະກິດ, ເຕັກໂນໂລຊີ ແລະ ຄວາມໝັ້ນຄົງ.

ພາຍໃຕ້ບໍລິບົດດັ່ງກ່າວ, ທ່ານເລຂາທິການໃຫຍ, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ ບັນດາມະຫາອຳນາດ ຈຳເປັນຕ້ອງເຄົາລົບນັບຖືລະບຽບກົດໝາຍສາກົນ, ເປັນພິເສດແມ່ນກົດບັດສະຫະປະຊາຊາດ ແລະ ອະນຸສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ (UNCLOS) ປີ 1982.

ການກຳນົດທິດທາງການແຂ່ງຂັນ ພາຍໃນຂອບເຂດນິຕິກຳ ແລະ ສາມາດຄາດເດົາໄດ້ ນັ້ນ ແມ່ນໄດ້ຮັບການເບິ່ງວ່າແມ່ນເຄື່ອງມືປົກປ້ອງຢ່າງມີປະສິດທິຜົນ ສຳລັບບັນດາປະເທດນ້ອຍ, ເພື່ອແນໃສ່ຮັບປະກັນໃຫ້ຜົນປະໂຫຍດ ແລະ ອະທິປະໄຕ ໄດ້ຮັບການປົກປັກຮັກສາຢ່າງສະເໝີພາບກັນ.

ນັກຊ່ຽວຊານຊາວ ກຳປູເຈຍ ຕີລາຄ່ວາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ບໍ່ໄດ້ເບິ່ງໂລກໄປຕາມທັດສະນະເຫັນແກ່ຕົວ ແຕ່ມີຄວາມເຂົ້າໃຈວ່າ ບໍ່ສາມາດລົບລ້າງການແຂ່ງຂັນອອກໄປໄດ້ຢ່າງສິ້ນເຊີງ, ເພາະວ່າການແຂ່ງຂັນແມ່ນຄວາມເປັນຈິງອັນຫຼີກລ່ຽງບໍ່ໄດ້ ພາຍໃນສາຍພົວພັນສາກົນ.

ພາຍໃຕ້ບໍລິບົດນັ້ນ, ຈຸດຢືນຂອງ ຫວຽດນາມ ແມ່ນສຸມໃສ່ເຂົ້າໃນ “ການຄຸ້ມຄອງການແຂ່ງຂັນຢ່າງມີຄວາມຮັບຜິດຊອບ ແລະ ການສະກັດກັ້ນຄວາມສ່ຽງແຕ່ຫົວທີ, ຈາກຫ່າງໄກ”, ໂດຍສະເໜີໃຫ້ສ້າງຕັ້ງບັນດາກົນໄກການເຄື່ອນໄຫວຢ່າງເປັນຮູບປະທຳ ຄືລະບົບການແຈ້ງເຕືອນລ່ວງໜ້າ, ສາຍດ່ວນສຸກເສີນ ແລະ ຂັ້ນຕອນການຄຸ້ມຄອງເຫດການທີ່ເກີດຂຶ້ນ. ຈຸດຢືນທາງດ້ານຫຼັກການນີ້ ແມ່ນໄດ້ຮັບການສະແດງອອກຢ່າງຈະແຈ້ງ ພາຍໃນບັນຫາທີ່ກ່ຽວຂ້ອງກັບທະເລຕາເວັນອອກ (Biển Đông).

ຕາມນັກວິຊາການ ກຳປູເຈຍ, ກ່ຽວກັບບັນຫາທະເລຕາເວັນອອກ, ຫວຽດນາມ ແມ່ນມີຄວາມສະເໝີຕົ້ນສະເໝີປາຍ ພາຍໃນການແກ້ໄຂຂໍ້ພິພາດດ້ວຍວິທີການສັນຕິພາບ ໂດຍອີງໃສ່ລະບຽບກົດໝາຍສາກົນ, ເປັນພິເສດແມ່ນ UNCLOS ປີ 1982, ເຄົາລົບນັບຖືສິດອັນຊອບດ້ວຍກົດໝາຍຂອງບັນດາປະເທດອື່ນ, ໄປຄຽງຄູ່ກັນກັບການປົກປັກຮັກສາສິດປ້ອງກັນຕົວອັນຊອບທຳຂອງຕົນເອງ.

ເມື່ອເຊື່ອມໂຍງຈຸດຢືນຂອງ ຫວຽດນາມ ເຂົ້າຮ່ວມກັບບັນຫາຂອງພາກພື້ນ, ຮອງສາດສະດາຈານ, ດຣ. Neak Chandarith ຖືວ່າ ສຳລັບບັນດາປະເທດຂະໜາດນ້ອຍ ຄືຄືດັ່ງ ກຳປູເຈຍ ແລ້ວ, ວິທີການເຂົ້າຫາທີ່ມີລັກສະນະພຶດຕິກຳຕົວຈິງຂອງ ຫວຽດນາມ ພາຍໃນການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແມ່ນແຜນງານການເຄື່ອນໄຫວທີ່ຖືກຕ້ອງ, ຊ່ວຍສະກັດກັ້ນຄວາມສ່ຽງ ຈາກການທີ່ຄວາມເຂົ້າໃຈຜິດເລັກໆນ້ອຍໆ ຈະປີນຂັ້ນໄດກາຍເປັນຄວາມຂັດແຍ່ງໃນຂອບເຂດທີ່ກວ້າງຂວາງ.

ຢັ້ງຢືນເຖິງທີ່ຕັ້ງ ແລະ ເສັ້ນທາງການຕ່າງປະເທດຂອງ ຫວຽດນາມ

ສາດສະດາຈານ Carl Thayer, ສັງກັດສະຖາບັນປ້ອງກັນຊາດ ອົດສະຕຣາລີ, ມະຫາວິທະຍາໄລ ນິວເຊົາເວວ, ຕີລາຄ່ວາ ຫວຽດນາມ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ ຕໍ່ກັບນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະ ຫັນເປັນຫຼາກຫຼາຍທິດ, ໂດຍຜ່ານສິ່ງດັ່ງກ່າວ ໄດ້ຊ່ວຍຍົກສູງທີ່ຕັ້ງໃນເວທີສາກົນ, ເປີດກວ້າງເຄືອຂ່າຍຄູ່ຮ່ວມມືຍຸດທະສາດ.

Shangri-La 2026: ບັນດານັກຊ່ຽວຊານສາກົນຕີລາຄາສູງຕໍ່ກັບສານ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
ສາດສະດາຈານ Carl Thayer, ສັງກັດສະຖາບັນປ້ອງກັນຊາດ ອົດສະຕຣາລີ, ມະຫາວິທະຍາໄລ ນິວເຊົາເວວ (University of New South Wales). (ພາບ: TTXVN)

“ນັບແຕ່ດົນນານມາແລ້ວ, ທ່າແຮງຂອງ ຫວຽດນາມ ແມ່ນນອນຢູ່ທີ່ຂີດຄວາມສາມາດພາຍໃນການຮັກສາຄວາມເປັນເຈົ້າຕົນເອງທາງດ້ານຍຸດທະສາດ. ຫວຽດນາມ ມີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຮ່ວມກັບທັງ 5 ປະເທດສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ. ນັ້ນແມ່ນຜົນສຳເລັດທາງການທູດອັນໜຶ່ງ ທີ່ຫາກໍ່ມີໜ້ອຍປະເທດໃດສາມາດບັນລຸໄດ້. ເປັນພິເສດ, ການທີ່ມີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຮ່ວມກັບທັງ ອາເມລິກາ ແລະ ຈີນ ອາດຈະແມ່ນຫຼັກຖານຢັ້ງຢືນອັນພົ້ນເດັ່ນທີ່ສຸດ ສຳລັບຂີດຄວາມສາມາດທາງດ້ານການທູດຂອງ ຫວຽດນາມ", ທ່ານກ່າວ.

ຕາມທັດສະນະຂອງ ສາດສະດາຈານ Carl Thayer ແລ້ວ, ບໍລິບົດຄວາມໝັ້ນຄົງທົ່ວໂລກທີ່ມີຄວາມບໍ່ສະຖຽນລະພາບ, ເຖິງແມ່ນວ່າຈະວາງອອກຫຼາກຫຼາຍສິ່ງທ້າທາຍ, ແຕ່ກໍໄດ້ນຳມາເຊິ່ງໂອກາດອັນໜ້າເອົາໃຈໃສ່ໃຫ້ແກ່ ຫວຽດນາມ. ດ້ວຍບັນດາເສົາຄ້ຳນະໂຍບາຍການຕ່າງປະເທດຂັ້ນພື້ນຖານ ຄືການຫັນເປັນຫຼາກຫຼາຍທິດ ແລະ ຫັນເປັນຫຼາຍຝ່າຍ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງແໜ້ນແຟ້ນແລ້ວນັ້ນ, ການທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສຸມໃສ່ຫັນກັບຄືນມາໃສ່ການພັດທະນາເສດຖະກິດ, ປ້ອງກັນຊາດ ແລະ ສາຍພົວພັນການຕ່າງປະເທດ ແມ່ນຮຽກຮ້ອງໃຫ້ມີການຮ່ວມມືສາກົນຢ່າງກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ ເພື່ອແນໃສ່ຫັນເອົາເປົ້າໝາຍການພັດທະນາພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງໃຫ້ປະກົດຜົນເປັນຈິງ.

ຄຽງຄູ່ກັນນັ້ນ, ບັນດາການຜັນແປ ແລະ ຄວາມບໍ່ສະຖຽນລະພາບຂອງລະບຽບການທົ່ວໂລກໃນປັດຈຸບັນ ແມ່ນຍິ່ງຮັດແໜ້ນຄວາມຮຽກຮ້ອງຕ້ອງການ ພາຍໃນການຍູ້ແຮງການເຊື່ອມໂຍງສາກົນ ໄປຕາມທິດທາງທີ່ມີລວງເລິກ ແລະ ຫັນເປັນຫຼາກຫຼາຍຮູບແບບກວ່າເກົ່າ, ເຊິ່ງໄດ້ຍົກໃຫ້ເຫັນບັນດາຄວາມສ່ຽງດ້ານໂຄງສ້າງ ທີ່ມາພ້ອມກັບການເພິ່ງພາອາໄສຄູ່ຮ່ວມມືໃດໜຶ່ງຫຼາຍເກີນໄປ.

ສາດສະດາຈານ Carl Thayer ເນັ້ນໜັກວ່າ ເມື່ອລະດັບອິດທິພົນທາງດ້ານເສດຖະກິດເພີ່ມສູງຂຶ້ນ, ຫວຽດນາມ ກໍໄດ້ຮັດແໜ້ນຈຸດຢືນປົກປັກຮັກສາລະບຽບກົດໝາຍສາກົນ ແລະ ຄວາມເຊື່ອໝັ້ນຂັ້ນພື້ນຖານ ເຂົ້າໃນຄວາມສະເໝີພາບດ້ານອະທິປະໄຕຂອງບັນດາປະເທດ. ບັນດາຄຸນຄ່າເຫຼົ່ານີ້ ແມ່ນໄດ້ຮັບການແບ່ງປັນຢ່າງກວ້າງຂວາງພາຍໃນພາກພື້ນ ແລະ ໄດ້ຮັບການສະແດງອອກຢູ່ພາຍໃນ ວິໄສທັດກ່ຽວກັບ ອິນໂດ-ປາຊີຟິກ (AOIP) ຂອງສະມາຄົມບັນດາປະເທດອຸດສາຫະກຳອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ພາຍໃຕ້ຕຳແໜ່ງໜ້າທີ່ຂອງຕົນ, ທ່ານເລຂາທິການໃຫຍ, ປະທານປະເທດ ໂຕເລິມ ໄດ້ເປັນເຈົ້າການຫັນປ່ຽນບັນດາຫຼັກການລວມເຫຼົ່ານີ້ ໃຫ້ກາຍເປັນບັນດາສາຍພົວພັນຄູ່ຮ່ວມມືຢ່າງເປັນຮູບປະທຳ, ພ້ອມທັງຕິດຕາມກວດກາການສ້າງຕັ້ງ ຫຼື ຍົກລະດັບບັນດາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຊຸດໃໝ່, ລວມມີຮ່ວມກັບ ມາເລເຊຍ, ນິວຊີແລນ, ອິນໂດເນເຊຍ, ສິງກະໂປ, ໄທ, ອັງກິດ ແລະ ສະຫະພາບເອີຣົບ (EU) - ເຊິ່ງທັງໝົດຕ່າງກໍສະໜັບສະໜູນບັນດາຫຼັກການ ຂອງວິໄສທັດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ ກໍຄືບັນດາຂອບການຮ່ວມມືທີ່ມີຄວາມຄ້າຍຄືກັນ.

ສາດສະດາຈານ Carl Thayer ຢັ້ງຢືນວ່າ ຫວຽດນາມ ມີໂອກາດຮັດແໜ້ນທີ່ຕັ້ງການນຳພາຂອງຕົນຕື່ມອີກພາຍໃນອາຊຽນ, ຮ່ວມມືກັບບັນດາຄູ່ຮ່ວມມື ແລະ ພິສູດໃຫ້ເຫັນວ່າ ປະເທດຊາດແຫ່ງນີ້ພວມ ແລະ ຈະສືບຕໍ່ເປັນ “ເພື່ອນມິດ, ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ເປັນສະມາຊິກທີ່ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ”.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາການຳພັກ, ລັດ ແລະ ການນຳທ້ອງຖິ່ນ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາເພື່ອອາໄລຫາ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ

ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສື່ມວນຊົນສາກົນລົງຂ່າວ/ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ

ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.

Link: https://huunghivietlao.thoidai.com.vn/detail-article-22090.html

In bài biết