ສື່ສິງກະໂປ ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນນັບມື້ນັບເພີ່ມຂຶ້ນ ຂອງການຮ່ວມມື ຫວຽດນາມ-ສິງກະໂປ
| ຫວຽດນາມ ສົ່ງເສີມການຄ້າຢູ່ທີ່ງານຕະຫຼາດນັດໃຫຍ່ທີ່ສຸດຂອງ ອາເມລິກາລາຕິນ | |
| ການຮ່ວມສຳພັນ ເພື່ອປຸກຕື່ນທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ EWEC |
![]() |
| ພາບຖ່າຍໜ້າຈໍຂອງບົດຂຽນ. (ພາບ: TTXVN) |
ຕາມບົດຂຽນແລ້ວ, ພາຍໃຕ້ບໍລິບົດດັ່ງກ່າວ, ສາຍພົວພັນລະຫວ່າງ ຫວຽດນາມ ແລະ ສິງກະໂປ ນັບມື້ນັບມີຄວາມໝາຍຄວາມສຳຄັນ, ບໍ່ສະເພາະແຕ່ຕໍ່ກັບການຮ່ວມມືດ້ານເສດຖະກິດສອງຝ່າຍເທົ່ານັ້ນ ແຕ່ຍັງຕໍ່ກັບການເຊື່ອມຕໍ່, ຂີດຄວາມສາມາດໃນການປັບຕົວ ແລະ ການເຕີບໂຕໃນໄລຍະຍາວຂອງອາຊຽນອີກດ້ວຍ.
ບົດຂຽນໃຫ້ທັດສະນະວ່າ ໃນໄລຍະຫຼາຍກວ່າໜຶ່ງທົດສະວັດຜ່ານມາ, ສອງປະເທດໄດ້ຂະຫຍາຍການຮ່ວມມືຢ່າງບໍ່ຢຸດຢັ້ງໃນຫຼາກຫຼາຍຂົງເຂດ ເປັນຕົ້ນແມ່ນ ການຄ້າ, ການລົງທຶນ, ການຫັນປ່ຽນດິຈີຕອນ, ການເຕີບໂຕສີຂຽວ ແລະ ການຮ່ວມມືໃນພາກພື້ນ. ປັດຈຸບັນ ສິງກະໂປ ແລະ ຫວຽດນາມ ໄດ້ຮັບການຕີລາຄ່ວາພວມຄອບຄອງບັນດາຈຸດແຂງທີ່ຊ່ວຍຊຸກຍູ້ສົ່ງເສີມເຊິ່ງກັນແລະກັນພາຍໃນອາຊຽນ, ໃນນັ້ນ ສິງກະໂປ ແມ່ນສູນກາງທາງດ້ານການເງິນ, ໂລຈິສຕິກ (Logistics) ແລະ ການຫັນປ່ຽນໃໝ່ປະດິດສ້າງຊັ້ນນຳຂອງພາກພື້ນ, ສ່ວນ ຫວຽດນາມ ແຜ່ລັດສະໝີຂຶ້ນມາເປັນໜຶ່ງໃນພື້ນຖານເສດຖະກິດການຜະລິດ ແລະ ເສດຖະກິດດິຈີຕອນທີ່ມີການເຕີບໂຕວ່ອງໄວທີ່ສຸດໃນອາຊີ.
ຕາມບົດຂຽນແລ້ວ, ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄ້ຳອັນສຳຄັນພາຍໃນສາຍພົວພັນສອງຝ່າຍ. ສິງກະໂປ ປັດຈຸບັນແມ່ນໜຶ່ງໃນຄູ່ຮ່ວມມືດ້ານເສດຖະກິດຊັ້ນນຳຂອງຫວຽດນາມ, ພ້ອມທັງນອນຢູ່ໃນກຸ່ມນັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດຢູ່ຫວຽດນາມ. ຄິດຮອດຊ່ວງຕົ້ນປີ 2026, ບັນດານັກລົງທຶນສິງກະໂປ ມີໂຄງການທີ່ຍັງມີຜົນສັກສິດປະມານ 4.463 ໂຄງການຢູ່ຫວຽດນາມ ດ້ວຍຍອດທຶນຈົດທະບຽນປະມານ 91,6 ຕື້ USD, ກວມເອົາຫຼາຍກວ່າ 17% ຂອງຍອດທຶນການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າສູ່ຫວຽດນາມ. ກຳລັງດັນແຫ່ງການຮ່ວມມືສືບຕໍ່ໄດ້ຮັບການຮັກສາໄວ້ໃນປີ 2026. ພຽງແຕ່ພາຍໃນສອງເດືອນຕົ້ນປີ, ບັນດາວິສາຫະກິດສິງກະໂປ ໄດ້ຈົດທະບຽນທຶນການລົງທຶນໃໝ່ຫຼາຍກວ່າ 1,48 ຕື້ USD ເຂົ້າສູ່ຫວຽດນາມ, ເພີ່ມຂຶ້ນເກືອບ 28,5% ເມື່ອທຽບໃສ່ຊ່ວງເວລາດຽວກັນຂອງປີກ່ອນ. ບົດຂຽນເນັ້ນທັດສະນະວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທີ່ສືບຕໍ່ເພີ່ມທະວີຂຶ້ນຂອງວິສາຫະກິດສິງກະໂປ ຕໍ່ກັບແນວໂນ້ມການເຕີບໂຕໃນໄລຍະຍາວ, ຂີດຄວາມສາມາດໃນການຜະລິດ ແລະ ສະພາບແວດລ້ອມການລົງທຶນທີ່ພວມໄດ້ຮັບການປັບປຸງບູລະນະຂອງຫວຽດນາມ. ສັນຍະລັກອັນພົ້ນເດັ່ນຂອງການຮ່ວມມືດ້ານເສດຖະກິດສອງຝ່າຍທີ່ໄດ້ຮັບການຍົກຂຶ້ນມາໃນບົດຂຽນ ແມ່ນລະບົບເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP). ພາຍຫຼັງໄລຍະເວລາເກືອບ 3 ທົດສະວັດແຫ່ງການຂະຫຍາຍຕົວ, ເຄືອຂ່າຍ VSIP ໄດ້ຂະຫຍາຍຂຶ້ນເປັນ 22 ເຂດອຸດສາຫະກຳໃນທົ່ວປະເທດຫວຽດນາມ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 30 ເຂດໃນຊ່ວງທ້າຍປີ 2026.
ຕາມບົດຂຽນແລ້ວ, ດ້ວຍເນື້ອທີ່ປະມານ 12.000 ເຮັກຕາ, ລະບົບ VSIP ດຶງດູດໄດ້ວິສາຫະກິດຫຼາຍກວ່າ 1.000 ແຫ່ງ ແລະ ທຶນການລົງທຶນປະມານ 23,4 ຕື້ USD. ບໍ່ພຽງແຕ່ສະແດງບົດບາດເປັນສູນກາງດຶງດູດທຶນ FDI ເທົ່ານັ້ນ, ບັນດາເຂດອຸດສາຫະກຳເຫຼົ່ານີ້ ຍັງມີສ່ວນຊ່ວຍຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຍົກລະດັບຂີດຄວາມສາມາດດ້ານອຸດສາຫະກຳ, ພັດທະນາແຫຼ່ງທຶນມະນຸດ ແລະ ສະໜັບສະໜູນຂະບວນການຫັນເປັນອຸດສາຫະກຳຢູ່ຫຼາກຫຼາຍທ້ອງຖິ່ນຂອງຫວຽດນາມ. ສາຍພົວພັນທາງການຄ້າລະຫວ່າງສອງປະເທດກໍໄດ້ຮັບການຕີລາຄ່ວາມີການເຕີບໂຕຢ່າງແຂງແຮງໃນຊຸມປີມໍ່ໆມານີ້. ໃນປີ 2025, ມູນຄ່າການຄ້າສອງຝ່າຍບັນລຸໄດ້ເກືອບ 40 ຕື້ SGD (ທຽບເທົ່າກັບ 31,3 ຕື້ USD), ເພີ່ມຂຶ້ນ 26,2% ເມື່ອທຽບໃສ່ປີ 2024, ນຳພາຫວຽດນາມ ກາຍເປັນຄູ່ຮ່ວມມືທາງການຄ້າລາຍໃຫຍ່ອັນດັບທີ 10 ຂອງສິງກະໂປໃນຂອບເຂດທົ່ວໂລກ. ອັນທີ່ໜ້າເອົາໃຈໃສ່ແມ່ນ, ການນຳເຂົ້າຂອງສິງກະໂປຈາກຫວຽດນາມ ເພີ່ມຂຶ້ນຫຼາຍກວ່າ 53%, ຂຶ້ນມາຢູ່ທີ່ປະມານ 13,1 ຕື້ SGD. ແນວໂນ້ມການເຕີບໂຕນີ້ສືບຕໍ່ໄດ້ຮັບການຮັກສາໄວ້ໃນປີນີ້. ໃນໄຕມາດທີ I/2026, ມູນຄ່າການຄ້າສອງສົ້ນບັນລຸໄດ້ປະມານ 13,6 ຕື້ SGD, ເພີ່ມຂຶ້ນ 38,3% ເມື່ອທຽບໃສ່ຊ່ວງເວລາດຽວກັນຂອງປີກ່ອນ. ໃນນັ້ນ, ການນຳເຂົ້າຂອງສິງກະໂປຈາກຫວຽດນາມ ເພີ່ມຂຶ້ນເກືອບ 129%, ຍ້ອນຄວາມຕ້ອງການທີ່ເພີ່ມທະວີຂຶ້ນຕໍ່ກັບກຸ່ມສິນຄ້າ ເປັນຕົ້ນແມ່ນ ເຄື່ອງຈັກອຸປະກອນໄຟຟ້າ, ພະລັງງານ, ຜະລິດຕະພັນນ້ຳມັນປິໂຕເລຍ, ການຜະລິດເຕັກໂນໂລຊີສູງ ແລະ ອຸປະກອນກົນຈັກ.
ບົດຂຽນໃຫ້ທັດສະນະວ່າ ບັນດາຂົງເຂດເຫຼົ່ານີ້ ນັບມື້ນັບຕິດພັນຢ່າງແໜ້ນແຟ້ນກັບການຜະລິດເຕັກໂນໂລຊີສູງ, ໂຄງລ່າງພື້ນຖານປັນຍາປະດິດ (AI) ແລະ ຂະບວນການປັບປຸງໂຄງສ້າງຕ່ອງໂສ້ອຸປະທານທົ່ວໂລກຄືນໃໝ່. ສາຍພົວພັນດ້ານເສດຖະກິດທີ່ນັບມື້ນັບກ້າວເຂົ້າສູ່ລວງເລິກລະຫວ່າງ ສິງກະໂປ ແລະ ຫວຽດນາມ ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາລວມຂອງສອງປະເທດ ໃນການສະແດງບົດບາດອັນຍິ່ງໃຫຍ່ກວ່າເກົ່າ ພາຍໃນໄລຍະແຫ່ງການຫັນປ່ຽນດ້ານເສດຖະກິດຂັ້ນຕໍ່ໄປຂອງອາຊຽນ, ເປັນພິເສດແມ່ນຢູ່ບັນດາຂົງເຂດ ເປັນຕົ້ນແມ່ນ ເສດຖະກິດດິຈີຕອນ, ການຫັນປ່ຽນສີຂຽວ, การຜະລິດເຕັກໂນໂລຊີສູງ, ໂລຈິສຕິກອັດສະລິຍະ ແລະ ເຕັກໂນໂລຊີທີ່ພວມພົ້ນເດັ່ນຂຶ້ນມາ.
ນອກຈາກການຮ່ວມມືດ້ານເສດຖະກິດແລ້ວ, ບົດຂຽນຕີລາຄ່ວາ ທັງສິງກະໂປ ແລະ ຫວຽດນາມ ຕ່າງກໍສືບຕໍ່ສະໜັບສະໜູນການຮ່ວມມືໃນພາກພື້ນ, ຊຸກຍູ້ລັກສະນະເປີດກວ້າງ ແລະ ເພີ່ມທະວີການເຊື່ອມຕໍ່ອາຊຽນ. ພາຍໃຕ້ບໍລິບົດທີ່ໂລກນັບມື້ນັບມີການເຊື່ອມໂຍງກັນຢ່າງແໜ້ນແຟ້ນ ແຕ່ກໍແຝງໄວ້ດ້ວຍຄວາມບໍ່ສະຖຽນລະພາບຫຼາກຫຼາຍປະການ, ການເພີ່ມທະວີສາຍພົວພັນຄູ່ຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ໄດ້ຮັບການຖືວ່າແມ່ນປັດຈັຍອັນສຳຄັນ ເພື່ອຮັກສາຂີດຄວາມສາມາດໃນການປັບຕົວ ແລະ ການພັດທະນາເສດຖະກິດໃນໄລຍະຍາວຂອງພາກພື້ນ. ບົດຂຽນຍັງໃຫ້ທັດສະນະວ່າ ສິງກະໂປ ແລະ ຫວຽດນາມ ມີຜົນປະໂຫຍດລວມຮ່ວມກັນ ໃນການຮັກສາການຄ້າແບບເປີດກວ້າງ, ຊຸກຍູ້ການຮ່ວມມືສາກົນ ແລະ ສ້າງຕັ້ງສະພາບແວດລ້ອມທາງທຸລະກິດທີ່ມີຄວາມສະຖຽນລະພາບ ເພື່ອແນໃສ່ສະໜັບສະໜູນການລົງທຶນ ແລະ ບັນດາກິດຈະກຳເສດຖະກິດຂ້າມແດນ.
ຕາມການຕີລາຄາຂອງບົດຂຽນ, ໃນເມື່ອອາຊຽນພວມຕ້ອງປັບຕົວໃຫ້ສອດຄ່ອງກັບສະພາບແວດລ້ອມທົ່ວໂລກທີ່ນັບມື້ນັບມີຄວາມບໍ່ແນ່ນອນ, ສາຍພົວພັນຄູ່ຮ່ວມມືລະຫວ່າງບັນດາປະເທດສະມາຊິກທີ່ມີວິໄສທັດໄລຍະຍາວ ຈະນັບມື້ນັບສະແດງບົດບາດອັນສຳຄັນ. ດ້ວຍລັກສະນະຊຸກຍູ້ສົ່ງເສີມກັນທາງດ້ານເສດຖະກິດ, ວິທີການເຂົ້າຫາທີ່ມີລັກສະນະພຶດຕິກຳຕົວຈິງ ແລະ ທິດທາງການຮ່ວມມືຍຸດທະສາດໄລຍະຍາວ, ສິງກະໂປ ແລະ ຫວຽດນາມ ໄດ້ຮັບການຖືວ່າພວມຢູ່ໃນຖານະທີ່ສະດວກສະບາຍ ເພື່ອມີການປະກອບສ່ວນອັນຕັ້ງໜ້າໃຫ້ແກ່ການເຕີບໂຕ ແລະ ຂະບວນການເຊື່ອມໂຍງຂອງອາຊຽນໃນອະນາຄົດ.
ບົດຂຽນເນັ້ນທັດສະນະຕີລາຄ່ວາ ຖ້ຽວຢ້ຽມຢາມທີ່ກຳລັງຈະມາເຖິງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ດັ່ງນັ້ນຈຶ່ງຈະແມ່ນກົນໄກໂອກາດອັນສຳຄັນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືສອງຝ່າຍ ແລະ ເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດລະຫວ່າງສອງປະເທດໃນຊຸມປີຕໍ່ໜ້າ.
| ສິງກະໂປ ມຸ່ງມາດປາດຖະໜາຢາກຮ່ວມກັບ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການຮ່ວມມືໃໝ່ ຍສໝ - ການຢ້ຽມຢາມລັດຖະກິດ ທີ່ກຳລັງຈະມາເຖິງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ທີ່ປະເທດສິງກະໂປ ແມ່ນໄດ້ຮັບການຄາດຫວັງວ່າ ຈະນຳພາສາຍພົວພັນສອງຝ່າຍ ຫວຽດນາມ-ສິງກະໂປ ກ້າວເຂົ້າສູ່ໄລຍະໃໝ່, ຮ່ວມມືກັນແກ້ໄຂບັນດາບັນຫາລວມ, ເພື່ອຜົນປະໂຫຍດຂອງສອງຝ່າຍ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ ເປັນຕົ້ນແມ່ນ ເຕັກນິກດິຈີຕອນ, ການຜະລິດທີ່ກ້າວໜ້າ, ການສຶກສາ ແລະ ການຝຶກອົບຮົມທີ່ມີຄຸນນະພາບສູງ, ຕາມທັດສະນະຂອງທ່ານ ... |
| ຍົກລະດັບສາຍພົວພັນ ຫວຽດນາມ - ສິງກະໂປ ແລະ ຖານະບົດບາດຂອງ ຫວຽດນາມ ໃນເວທີສາກົນ ຍສໝ - ເນື່ອງໃນໂອກາດທີ່ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ແລະ ພັນລະຍາ ຈະເດືອນທາງໄປຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ແລະ ເຂົ້າຮ່ວມ, ກ່າວປາໄສໃນກອງປະຊຸມເວທີປາໄສການສົນທະນາ Shangri-La Dialogue, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ສິງກະໂປ ໄດ້ມີການຮ່ວມແລກປ່ຽນກັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ... |
