11:08 | 27/05/2026

ສິງກະໂປ ມຸ່ງມາດປາດຖະໜາຢາກຮ່ວມກັບ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການຮ່ວມມືໃໝ່

ແຜ່ຂະຫຍາຍຈິດວິນຍານແຫ່ງພຣະທຳຜ່ານຈິດຕະກຳ
ຫວຽດນາມ ສົ່ງເສີມການຄ້າຢູ່ທີ່ງານຕະຫຼາດນັດໃຫຍ່ທີ່ສຸດຂອງ ອາເມລິກາລາຕິນ
ສິງກະໂປ ມຸ່ງມາດປາດຖະໜາຢາກຮ່ວມກັບ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການຮ່ວມມືໃໝ່
ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສິງກະໂປ ປະຈຳ ຫວຽດນາມ Rajpal Singh - ພາບ: VGP/ເຮືອງຢາງ

ຢູ່ທີ່ການແລກປ່ຽນກັບສື່ມວນຊົນ ກ່ອນທ່າມກາງການຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ນັບຕັ້ງແຕ່ມື້ວັນທີ 29-31/5/2026 ຕາມຄຳເຊີນຂອງທ່ານປະທານາທິບໍດີ ແຫ່ງສາທາລະນະລັດ ສິງກະໂປ Tharman Shanmugaratnam ແລະ ພັນລະຍາ, ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ໃຫ້ຮູ້ວ່າ ສິງກະໂປ ມີຄວາມເປັນກຽດ ແລະ ດີໃຈຢ່າງຍິ່ງ ທີ່ໄດ້ຕ້ອນຮັບການຢ້ຽມຢາມລັດຖະກິດ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ປະເທດສິງກະໂປ ໃນຊ່ວງທ້າຍສັບດານີ້.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ນີ້ແມ່ນໜຶ່ງໃນບັນດາຖ້ຽວຢ້ຽມຢາມລັດຖະກິດຄັ້ງທຳອິດ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຍັງບັນດາປະເທດອາຊຽນ ພາຍຫຼັງທີ່ຫວຽດນາມ ໄດ້ສຳເລັດການປັບປຸງບູລະນະກົນໄກການນຳພາ ແລະ ສ້າງຕັ້ງລັດຖະບານຊຸດໃໝ່.

ສິງກະໂປ ມີຄວາມປິຕິຊົມຊື່ນເປັນພິເສດ ເມື່ອນີ້ແມ່ນຖ້ຽວຢ້ຽມຢາມຄັ້ງທີສອງ ຂອງທ່ານເລຂາທິການໃຫຍ່, ປະທານປະទេດ ໂຕເລິມ ໄປຍັງປະເທດສິງກະໂປ ພາຍໃນໄລຍະເວລາພຽງແຕ່ສອງປີ, ຖັດຈາກຖ້ຽວຢ້ຽມຢາມໃນເດືອນມີນາປີກາຍນີ້, ຕອນທີ່ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ (CSP).

ນັບຕັ້ງແຕ່ນັ້ນມາຈົນເຖິງປັດຈຸບັນ, ສອງປະເທດໄດ້ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງຟົດຟື້ນ. ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການ ທີ່ປະເທດຫວຽດນາມ ໃນເດືອນມີນາປີກາຍນີ້ ແລະ ໄດ້ມີວາລະພົບປະຫຼາກຫຼາຍຄັ້ງ ຮ່ວມກັບທ່ານເລຂາທິການໃຫຍ່ ກໍຄືທ່ານນາຍົກລັດຖະມົນຕີ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ຖືວ່າ ຖ້ຽວຢ້ຽມຢາມລັດຖະກິດທີ່ກຳລັງຈະມາເຖິງນີ້ ພ້ອມກັບຈັງຫວະການແລກປ່ຽນຂັ້ນສູງອັນຖີ່ຍິບ ໄດ້ສະແດງໃຫ້ເຫັນເຖິງສາມຈຸດເດັ່ນ ພາຍໃນສາຍພົວພັນສອງຝ່າຍ:

ທີໜຶ່ງ, ຮາກຖານສາຍພົວພັນສອງຝ່າຍ ໄດ້ຮັບການຄົງຕົວຢ່າງໝັ້ນຄົງ ໂດຍຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ນຳຂັ້ນສູງຂອງສອງປະເທດ.

ທີສອງ, ຄວາມໝາຍຄວາມສຳຄັນ ທີ່ຫວຽດນາມ ແລະ ສິງກະໂປ ໄດ້ມອບໃຫ້ແກ່ສາຍພົວພັນສອງຝ່າຍ.

ທີສາມ, ຖ້ຽວຢ້ຽມຢາມໄດ້ສະແດງໃຫ້ເຫັນເຖິງກຳລັງດັນແຫ່ງການພັດທະນາອັນແຂງແຮງ ຂອງສາຍພົວພັນສອງປະເທດ ນັບຕັ້ງແຕ່ຕອນທີ່ໄດ້ຮັບການຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນປີກາຍນີ້.

ທ່ານເອກອັກຄະລັດຖະທູດ ຕີລາຄ່ວາ ສາຍພົວພັນ ສິງກະໂປ-ຫວຽດນາມ ໃນປັດຈຸບັນ ໄດ້ກ້າວຂ້າມຂີດໝາຍ 50 ປີແຫ່ງການຂະຫຍາຍຕົວ ດ້ວຍການຫັນປ່ຽນອັນເລິກເຊິ່ງຢູ່ທັງສອງປະເທດ. ພ້ອມກັນນັ້ນ, ລະບຽບການເມືອງ ແລະ ເສດຖະກິດທົ່ວໂລກ ກໍພວມມີການຜັນແປຢ່າງແຂງແຮງ, ພາຍໃຕ້ບໍລິບົດພູມສາດການເມືອງ ແລະ ພູມສາດເສດຖະກິດໂລກ ທີ່ມີຄວາມບໍ່ສະຖຽນລະພົບບໍລິໂພກນັບມື້ນັບຫຼາຍຂຶ້ນ.

ໃນຖ້ຽວຢ້ຽມຢາມລັດຖະກິດຄັ້ງນີ້, ສິງກະໂປ ແລະ ຫວຽດນາມ ຈະຮ່ວມກັນນຳພາສາຍພົວພັນສອງຝ່າຍ ກ້າວເຂົ້າສູ່ໄລຍະໃໝ່, ປະສານງານກັນແກ້ໄຂບັນດາບັນຫາລວມ ເພື່ອຜົນປະໂຫຍດຂອງສອງຝ່າຍ, ຜ່ານນັ້ນກໍເປັນການຫຼຸດຜ່ອນບັນດາຜົນກະທົບ ຈາກຄວາມຜັນຜວນພາຍນອກ ທີ່ສອງປະເທດພວມຜະເຊີນໜ້າຢູ່. ສອງປະເທດຈະຊຸກຍູ້ການຮ່ວມມືໃນຫຼາກຫຼາຍຂົງເຂດໃໝ່ ເປັນຕົ້ນແມ່ນ ເສດຖະກິດດິຈີຕອນ, ການຜະລິດທີ່ກ້າວໜ້າ, ການສຶກສາ ແລະ ການຝຶກອົບຮົມທີ່ມີຄຸນນະພາບສູງ, ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ເນັ້ນໜັກ.

"ໃນໄລຍະແຫ່ງການພັດທະນາຂັ້ນຕໍ່ໄປ, ເພື່ອຮ່ວມກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ສິງກະໂປ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືທາງທຳມະຊາດຂອງກັນແລະກັນຢ່າງແທ້ຈິງ," ທ່ານເອກອັກຄະລັດຖະທູດ ເນັ້ນໜັກ.

ເປັນພິເສດ, ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີບົດປາໄສອັນສຳຄັນ ຢູ່ທີ່ກອງປະຊຸມສຳມະນາ ໂຕ້ຕອບ Shangri-La Dialogue ຄັ້ງທີ 23. ນີ້ຈະແມ່ນຄັ້ງທຳອິດ ທີ່ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຂຶ້ນກ່າວສູນທອນພົດຕົ້ນຕໍ ຢູ່ທີ່ເວທີປາໄສແຫ່ງນີ້. ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ຕີລາຄ່ວາ ນີ້ແມ່ນຂີດໝາຍທີ່ມີຄວາມໝາຍຄວາມສຳຄັນເປັນພິເສດ.

ຕາມທ່ານແລ້ວ, ກ່ອນອື່ນໝົດ, ພາກພື້ນ ແລະ ໂລກ ໃນປັດຈຸບັນ ແມ່ນມີຄວາມສົນໃຈຢ່າງຍິ່ງ ຕໍ່ກັບທັດສະນະຂອງທ່ານເລຂາທિການໃຫຍ່, ປະທານປະເທດ ໂຕເລິມ ກໍຄືທັດສະນະຂອງຫວຽດນາມ ກ່ຽວກັບບັນຫາພູມສາດການເມືອງ ແລະ ພູມສາດເສດຖະກິດໃນປັດຈຸບັນ.

ຄຽງຄູ່ກັນນັ້ນ, ນີ້ກໍແມ່ນການຢັ້ງຢືນຮັບຮູ້ ຕໍ່ກັບບັນດາຜົນສຳເລັດ ທີ່ຫວຽດນາມ ຍາດມາໄດ້ ພາຍຫຼັງໄລຍະເວລາຫຼາຍກວ່າ 30 ປີແຫ່ງການເຂົ້າຮ່ວມເປັນສະມາຊິກອາຊຽນ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາສະມາຊິກທີ່ມີຄວາມຕັ້ງໜ້າທີ່ສຸດຂອງອາຊຽນ, ໂດຍມີການປະກອບສ່ວນອັນສຳຄັນເຂົ້າໃນສະຖຽນລະພາບທາງການເມືອງ, ການເຊື່ອມໂຍງດ້ານເສດຖະກິດ ແລະ ການກໍ່ສ້າງປະຊາຄົມອາຊຽນ.

ນອກຈາກນັ້ນ, ການທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຂຶ້ນກ່າວປາໄສຢູ່ທີ່ ກອງປະຊຸມໂຕ້ຕອບ ຊາງກຣີ-ລາ ກໍສະແດງໃຫ້ເຫັນວ່າ ຫວຽດນາມ ພວມມີຄວາມພ້ອມທີ່ຈະຮັບແບ່ງພາລະບົດບາດອັນຕັ້ງໜ້າກວ່າເກົ່າ ໃນການແກ້ໄຂບັນດາສິ່ງທ້າທາຍພູມສາດການເມືອງ ແລະ ພູມສາດເສດຖະກິດທົ່ວໂລກ.

ກອງປະຊຸມໂຕ້ຕອບ ຊາງກຣີ-ລາ ແມ່ນເວທີປາໄສຊັ້ນນຳຂອງພາກພື້ນ, ເຊິ່ງແມ່ນສະຖານທີ່ໃຫ້ບັນດາຝ່າຍໄດ້ຮ່ວມແລກປ່ຽນກັນຢ່າງເປີດອົກເປີດໃຈ ກ່ຽວກັບບັນດາມາດຕະການຮັບມືກັບສິ່ງທ້າທາຍລວມ. ດັ່ງນັ້ນ, ບົດປາໄສອັນສຳຄັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນໄດ້ຮັບການຄາດຫວັງວ່າ ຈະມີສ່ວນຊ່ວຍກຳນົດທິດທາງໃຫ້ແກ່ບັນດາວາລະໂຕ້ຕອບໃນຊ່ວງເວລາຕໍ່ໜ້າ, ທ່ານເອກອັກຄະລັດຖະທູດ ເນັ້ນໜັກ.

ສິງກະໂປ ສະໜັບສະໜູນ ຫວຽດນາມ ໃນການສະແດງບົດບາດອັນຕັ້ງໜ້າກວ່າເກົ່າພາຍໃນບັນຫາດັ່ງກ່າວ ຍ້ອນສອງປະເທດມີການຮ່ວມແບ່ງປັນບັນດາຫຼັກການ ແລະ ທັດສະນະທົ່ວໄປ ກ່ຽວກັບບັນຫາຕ່າງໆ ເປັນຕົ້ນແມ່ນ ການເຄົາລົບອະທິປະໄຕແຫ່ງຊາດ, ການປະຕິບັດຕາມກົດໝາຍສາກົນ ແລະ ການແກ້ໄຂຂໍ້ຂັດແຍ່ງຕ່າງໆໂດຍສັນຕິວິທີ. ນັ້ນແມ່ນເຫດຜົນທີ່ ສິງກະໂປ ມຸ່ງມາດປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນຍິ່ງຂຶ້ນກັບ ຫວຽດນາມ ໃນການປົກປັກຮັກສາ ແລະ ຊຸກຍູ້ບັນດາຫຼັກການເຫຼົ່ານີ້.

ສິງກະໂປ ມຸ່ງມາດປາດຖະໜາຢາກຮ່ວມກັບ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການຮ່ວມມືໃໝ່
ສິງກະໂປ ໃຫ້ຄຳໝັ້ນສັນຍາຂະຫຍາຍການລົງທຶນຢູ່ ຫວຽດນາມ, ມຸ່ງໄປເຖິງການມີເຂດອຸດສາຫະກຳ VSIP ຈຳນວນ 30 ແຫ່ງ ພາຍໃນປີ 2026.

ກຳລັງດັນໃໝ່ ສຳລັບສາຍພົວພັນ ຫວຽດນາມ-ສິງກະໂປ

ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ຕີລາຄ່ວາ ສາຍພົວພັນ ຫວຽດນາມ-ສິງກະໂປ ແມ່ນມີຮາກຖານອັນຍາວນານ ແລະ ຮອບດ້ານ, ໂດຍມີການຮ່ວມມືຢ່າງແໜ້ນແຟ້ນໃນຫຼາກຫຼາຍຂົງເຂດ ເປັນຕົ້ນແມ່ນ ເສດຖະກິດ, ສັງຄົມ, ວັດທະນະທຳ, ການແລກປ່ຽນພົບປະລະຫວ່າງປະຊາຊົນ ແລະ ການເມືອງ. ການຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ສ້າງກຳລັງດັນເພີ່ມເຕີມ ເພື່ອຊຸກຍູ້ໃຫ້ສາຍພົວພັນສອງຝ່າຍຂະຫຍາຍຕົວຢ່າງແຂງແຮງຍິ່ງຂຶ້ນ.

ສາຍພົວພັນດ້ານເສດຖະກິດໃນປັດຈຸບັນແມ່ນມີຄວາມໝັ້ນຄົງຢ່າງຍິ່ງ ແລະ ຍັງມີຂອບເຂດອັນກວ້າງຂວາງເພື່ອຂະຫຍາຍຕົວ. ສິງກະໂປ ເປັນໜຶ່ງໃນນັກລົງທຶນລາຍໃຫຍ່ທີ່ສຸດຢູ່ ຫວຽດນາມ ມາເປັນເວລາຊົ່ວນານ. ໃນປີ 2025, ສິງກະໂປ ແມ່ນນັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດຢູ່ຫວຽດນາມ, ໂດຍມີການປະກອບສ່ວນຫຼາຍກວ່າໜຶ່ງສ່ວນສີ່ ຂອງຈຳນວນທຶນຈົດທະບຽນໃໝ່ທັງໝົດ.

ບັນດາເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP) ໄດ້ຮັບການຖືວ່າແມ່ນຂໍ້ພິສູດໃຫ້ແກ່ຂີດຄວາມສາມາດໃນການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງສອງປະເທດ ໃນການຈັດຕັ້ງປະຕິບັດບັນດາໂຄງການເສດຖະກິດຂະໜາດໃຫຍ່, ນຳເອົາຜົນປະໂຫຍດມາໃຫ້ແກ່ທັງສອງຝ່າຍ.

ນັບຕັ້ງແຕ່ເຂດ VSIP ສອງແຫ່ງທຳອິດໃນຊ່ວງຕົ້ນຊຸມປີ 2000, ມາຮອດປັດຈຸບັນ ເຄືອຂ່າຍ VSIP ໄດ້ຂະຫຍາຍຕົວຂຶ້ນເປັນ 22 ແຫ່ງໃນທົ່ວປະເທດ. ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ສະແດງຄວາມເຊື່ອໝັ້ນວ່າ ຕົວແບບ VSIP ຈະສືບຕໍ່ໄດ້ຮັບການຂະຫຍາຍອອກ, ນຳເອົາຜົນປະໂຫຍດເພີ່ມເຕີມມາໃຫ້ແກ່ວິສາຫະກິດ ສິງກະໂປ ແລະ ຫວຽດນາມ.

"ພວກຂ້າພະເຈົ້າຍັງມັກເວົ້າຢອກກັນວ່າ ຖ້າຫາກຢາກເດີນທາງລົງໄປຕາມລວງຍາວຂອງຫວຽດນາມ, ພຽງແຕ່ແວ່ຢ້ຽມຊົມບັນດາ VSIP ທັງໝົດ ກໍສາມາດຕັດຜ່ານເກືອບທົ່ວທຸກພາກຂອງປະເທດໄດ້ແລ້ວ", ທ່ານເອກອັກຄະລັດຖະທູດ ຮ່ວມແບ່ງປັນ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງປະເທດຍັງມີຄວາມມຸ່ງມາດປາດຖະໜາຢາກຍົກລະດັບການຮ່ວມມືດ້ານເສດຖະກິດ ໂດຍມີສອງບຸລິມະສິດອັນຍິ່ງໃຫຍ່.

ທີໜຶ່ງແມ່ນ ຂົງເຂດເສດຖະກິດດິຈີຕອນ. ສິງກະໂປ ພວມປະສານງານຮ່ວມກັບ ຫວຽດນາມ ເພື່ອແນໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນຂອງພື້ນຖານເສດຖະກິດດິຈີຕອນ. ປັດຈຸບັນ ຫຼາກຫຼາຍວິສາຫະກິດສິງກະໂປ ໃນຂົງເຂດນີ້ ພວມຂະຫຍາຍການລົງທຶນ ແລະ ກິດຈະກຳທາງທຸລະກິດຢູ່ ຫວຽດນາມ.

ພາຍໃຕ້ຂອບການຢ້ຽມຢາມລັດຖະກິດ, ຈະມີການຈັດຕັ້ງເວທີປາໄສ TechConnect, ເຊິ່ງແມ່ນສະຖານທີ່ເຕົ້າໂຮມບັນດາວິສາຫະກິດເຕັກໂນໂລສີດິຈີຕອນ ຂອງສິງກະໂປ ແລະ ຫວຽດນາມ ເພື່ອແນໃສ່ລົງນາມໃນບັນດາຂໍ້ຕົກລົງ ແລະ ໂຄງການຮ່ວມມືໃໝ່.

ທີສອງແມ່ນ ຂົງເຂດສີຂຽວ ແລະ ການພັດທະນາແບບຍືນຍົງ. ໃນປີກາຍນີ້, ສອງປະເທດໄດ້ລົງນາມໃນຂໍ້ຕົກລົງຈັດຕັ້ງປະຕິບັດການຮ່ວມມືກ່ຽວກັບສິນເຊື່ອກາກບອນ (Carbon credit) ແລະ ພວມຊຸກຍູ້ການຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມືອັນເປັນຮູບປະທຳ.

ສິງກະໂປ ກໍພວມຄົ້ນຄວ້າຂີດຄວາມສາມາດໃນການນຳເຂົ້າກະແສໄຟຟ້າຈາກ ຫວຽດນາມ, ໂດຍຕົ້ນຕໍແມ່ນມາຈາກພະລັງງານລົມນອກຝັ່ງ. ຕາມການໃຫ້ຮູ້ຂອງ ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ວ່າ, ນີ້ແມ່ນໂຄງການໃນໄລຍະຍາວ ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງສຳລັບສິງກະໂປ.

ກ່ຽວກັບສາຍພົວພັນທາງການເມືອງ, ທັງສອງຝ່າຍພວມປຶກສາຫາລືກ່ຽວກັບການສ້າງຕັ້ງກົນໄກການໂຕ້ຕອບຂັ້ນສູງຊຸດໃໝ່ ລະຫວ່າງຜູ້ນຳ ແລະ ພະນັກງານຂັ້ນສູງຂອງສອງປະເທດ ເພື່ອແນໃສ່ແລກປ່ຽນກ່ຽວກັບບັນດາບັນຫາ ເປັນຕົ້ນແມ່ນ ການບໍລິຫານລັດ, ການບໍລິຫານພາກລັດ ແລະ ການຫັນປ່ຽນ.

ເມື່ອຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ສອງປະເທດກໍໄດ້ຢັ້ງຢືນຄືນໃໝ່ ກ່ຽວກັບການຮ່ວມມືມູນເຊື້ອໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໃນບໍລິບົດທີ່ບັນດາສິ່ງທ້າທາຍດ້ານຄວາມສະຫງົບທີ່ບໍ່ແມ່ນແບບດັ້ງເດີມນັບມື້ນັບເພີ່ມທະວີຂຶ້ນ, ຄວາມຕ້ອງການໃນການຮ່ວມມືພາຍໃນສອງຂົງເຂດນີ້ ແຮງມີຄວາມໝາຍຄວາມສຳຄັນກວ່າເກົ່າ.

ກະຊວງພາຍໃນ ສິງກະໂປ ແລະ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຈະດຳເນີນການແລກປ່ຽນເປັນປົກກະຕິໃນລະດັບຮອງລັດຖະມົນຕີ ໃນຊ່ວງກ່ອນທ່າມກາງການຢ້ຽມຢາມລັດຖະກິດ. ໃນປີກາຍນີ້, ລັດຖະມົນຕີກະຊວງປ້ອງກັນຊາດຂອງສອງປະເທດ ກໍໄດ້ເດີ່ນທາງໄປຢ້ຽມຢາມເຊິ່ງກັນແລະກັນ ແລະ ຢັ້ງຢືນຄືນໃໝ່ກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດຢ່າງແໜ້ນແຟ້ນ.

ສິງກະໂປ ມີຄວາມເບິ່ງໂລກໃນແງ່ດີ ຕໍ່ກັບແນວໂນ້ມການເຕີບໂຕຂອງຫວຽດນາມ

ເມື່ອຕີລາຄາກ່ຽວກັບສະພາບແວດລ້ອມການລົງທຶນຂອງຫວຽດນາມ, ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ຢັ້ງຢືນວ່າ ສິງກະໂປ ແມ່ນມີຄວາມເບິ່ງໂລກໃນແງ່ດີຢ່າງຍິ່ງ ຕໍ່ກັບແນວໂນ້ມການເຕີບໂຕຂອງຫວຽດນາມ. ຕາມທ່ານແລ້ວ, ທ່ານເລຂາທિການໃຫຍ່, ປະທານປະເທດ ໂຕເລິມ ໄດ້ກຳນົດເປົ້າໝາຍການເຕີບໂຕທີ່ມີຄວາມທະເຍີທະຍານຢ່າງຫຼວງຫຼາຍ, ໃນນັ້ນມີທັງເປົ້າໝາຍການເຕີບໂຕເປັນຕົວເລກສອງຫຼັກ ໃນໄລຍະປີ 2026-2030, ພ້ອມກັນນັ້ນກໍຈັດຕັ້ງປະຕິບັດການປັບປຸງບູລະນະຫຼາກຫຼາຍປະການທາງດ້ານນະໂຍບາຍ ແລະ ການບໍລິຫານ.

ບັນດາວິສາຫະກິດສິງກະໂປ ໄດ້ມີໜ້າຢູ່ ຫວຽດນາມ ມາເປັນເວລາຊົ່ວໄລຍະອັນຍາວນານ. ບັນດາຍີ່ຫໍ້ ເປັນຕົ້ນແມ່ນ CapitaLand, Shopee, Grab ຫຼື Sembawang Corporation ຕ່າງກໍໄດ້ກາຍເປັນທີ່ລຶ້ງເຄີຍກັບປະຊາຊົນຫວຽດນາມ.

"ບັນດາວິສາຫະກິດສິງກະໂປ ໄດ້ມຸ່ງເຫັນກົນໄກໂອກາດໃໝ່ໆເພື່ອຂະຫຍາຍຕົວ ພາຍໃນບັນດາເປົ້າໝາຍທີ່ປ່ຽມລົ້ນໄປດ້ວຍຄວາມທະເຍີທະຍານ ພ້ອມກັບການນຳພາອັນແຂງແຮງຂອງຫວຽດນາມ", ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ເນັ້ນໜັກ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ວິສາຫະກິດສິງກະໂປ ມີຄວາມມຸ່ງມາດປາດຖະໜາຢາກຂະຫຍາຍການລົງທຶນໄປສູ່ບັນດາຂົງເຂດໃໝ່ ເປັນຕົ້ນແມ່ນ ເສດຖະກິດດิຈີຕອນ ແລະ ການເຕີບໂຕສີຂຽວ, ພ້ອມກັນນັ້ນກໍຂະຫຍາຍຂອບເຂດສະຖານທີ່ລົງທຶນອອກໄປນອກຕົວເມືອງ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປຍັງຫຼາກຫຼາຍທ້ອງຖິ່ນທີ່ມີທ່າແຮງບົ່ມຊ້ອນອັນອຸດົມສົມບູນ ເປັນຕົ້ນແມ່ນ ດານັງ, ຫາຍຟອງ, ຮຶງອຽນ, ບັກນິງ ແລະ ດົ່ງນາຍ.

ທ່ານເອກອັກຄະລັດຖະທູດ ຍັງໃຫ້ຮູ້ຕື່ມວ່າ ສິງກະໂປ ໄດ້ໃຫ້ການສະໜັບສະໜູນຫວຽດນາມ ໃນຂົງເຂດການສຶກສາ ແລະ ການຝຶກອົບຮົມມາເປັນເວລາຊົ່ວນານ. ປັດຈຸບັນ ຫວຽດນາມ ແມ່ນປະເທດທີ່ໄດ້ຮັບການສະໜັບສະໜູນດ້ານການຝຶກອົບຮົມລາຍໃຫຍ່ທີ່ສຸດ ພາຍໃນແຜນງານການຮ່ວມມືສິງກະໂປ, ໂດຍມີພະນັກງານຫວຽດນາມ ຫຼາຍກວ່າ 22.000 ທ່ານ ທີ່ໄດ້ຮັບການຝຶກອົບຮົມ.

ໃນປັດຈຸບັນ, ສິງກະໂປ ມຸ່ງມາດປາດຖະໜາຢາກຍົກລະດັບບັນດາແຜນງານການຝຶກອົບຮົມໃຫ້ແກ່ພະນັກງານຫວຽດນາມ ຕື່ມອີກ, ເປັນຕົ້ນແມ່ນ ພາຍໃນບັນດາຂົງເຂດໃໝ່. ຕົວຢ່າງຄື, ໃນປີກາຍນີ້ ສິງກະໂປ ໄດ້ຈັດຕັ້ງປະຕິບັດແຜນງານການບໍລິຫານດິຈີຕອນ ຢູ່ທີ່ຫາຍຟອງ; ໃນປີນີ້ ກໍສືບຕໍ່ຈັດຕັ້ງປະຕິບັດແຜນງານການຫັນປ່ຽນດິຈີຕອນ ພາຍໃນຂະແໜງສາທາລະນະສຸກພາກລັດ ຢູ່ທີ່ນະຄອນໂຮ່ຈີມິນ.

"ພວກຂ້າພະເຈົ້າຖືວ່າ ການສະໜັບສະໜູນຂອງສິງກະໂປ, ບໍ່ວ່າຈະແມ່ນຜ່ານການລົງທຶນ ຫຼື ຜ່ານການສຶກສາ-ຝຶກອົບຮົມ, ຕ່າງກໍແມ່ນຂໍ້ພິສູດອັນເປັນຮູບປະທຳ ໃຫ້ແກ່ຄວາມມຸ່ງໝັ້ນຮ່ວມເດີນທາງໄປພ້ອມກັບ ຫວຽດນາມ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ", ທ່ານເອກອັກຄະລັດຖະທູດ ຣາດສະປານ ຊິງ ຢັ້ງຢືນ.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ສິງກະໂປ ມີຄວາມເຊື່ອໝັ້ນວ່າ ປະເທດຫວຽດນາມ ທີ່ແຂງແຮງ ແລະ ຮັ່ງມີເຂັ້ມແຂງ ຈະນຳເອົາຜົນປະໂຫຍດອັນມະຫາສານມາໃຫ້ ບໍ່ສະເພາະແຕ່ສຳລັບສິງກະໂປເທົ່ານັ້ນ ແຕ່ຍັງສຳລັບອາຊຽນ ກໍຄືປະຊາຄົມສາກົນໃນຂອບເຂດທີ່ກວ້າງຂວາງກວ່າເກົ່າອີກດ້ວຍ.

ຫວຽດນາມ ສົ່ງເສີມການຄ້າຢູ່ທີ່ງານຕະຫຼາດນັດໃຫຍ່ທີ່ສຸດຂອງ ອາເມລິກາລາຕິນ ຫວຽດນາມ ສົ່ງເສີມການຄ້າຢູ່ທີ່ງານຕະຫຼາດນັດໃຫຍ່ທີ່ສຸດຂອງ ອາເມລິກາລາຕິນ

ຍສໝ - Expo ANTAD 2026 ເຕົ້າໂຮມເອົາຫຼາຍກວ່າ 1.800 ວິສາຫະກິດ ຂອງ 70 ປະເທດ, ເຂດແຄ້ນ.

ການຮ່ວມສຳພັນ ເພື່ອປຸກຕື່ນທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ EWEC ການຮ່ວມສຳພັນ ເພື່ອປຸກຕື່ນທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ EWEC

ຍສໝ - ຈາກບັນດາຖ້ຽວລົດຂ້າມແດນ ທີ່ເຊື່ອມຕໍ່ ແຂວງກວາງຈິ (ຫວຽດນາມ) ກັບ ສະຫວັນນະເຂດ, ວຽງຈັນ ແລະ ທ່າແຂກ (ລາວ), ມຸກດາຫານ, ນະຄອນພະນົມ ຫຼື ອຸດອນທານີ (ໄທ), ເສັ້ນທາງເດີນທ່ຽວໃໝ່ ຂອງການທ່ອງທ່ຽວພາກພື້ນ ພວມຄ່ອຍໆໄດ້ຮັບການສ້າງຕັ້ງຂຶ້ນ. ແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ (EWEC) – ເສັ້ນທາງເຊື່ອມຕໍ່ທະລຸອາຊີ ...

Link: https://huunghivietlao.thoidai.com.vn/detail-article-22072.html

In bài biết