ຫັນປ່ຽນໃໝ່ວິທີການເຂົ້າຫາໃນການປ້ອງກັນ ແລະ ຕ້ານ HIV/AIDS
| "ແຂນສອກແຫ່ງການເຊື່ອມຕໍ່" ໃນການປ້ອງກັນ ແລະ ຕ້ານ HIV/AIDS | |
| ຄວາມຍຸຕິທຳ, ສະເໝີພາບໃນການເຂົ້າເຖິງການບໍລິການປ້ອງກັນ, ຕ້ານ HIV ແລະການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ |
ນຳເອົາບໍລິການເຂົ້າໃກ້ກັບຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍຂຶ້ນ
ຢູ່ຫຼາກຫຼາຍຕາແສງເຂດພູດອຍ ຂອງແຂວງດ້ຽນບ້ຽນ, ມີບາງຊ່ວງເວລາ ຜູ້ທີ່ຮັບການປິ່ນປົວດ້ວຍຢາ ເມທາໂດນ (Methadone) ຕ້ອງໄດ້ເດີນທາງເປັນໄລຍະທາງຫຼາຍສິບກິໂລແມັດ ຜ່ານເສັ້ນທາງເຂດພູດອຍໃນແຕ່ລະວັນ ເພື່ອໄປຫາສະຖານທີ່ແຈກຢາຍຢາ. ເສັ້ນທາງການເດີນທາງທີ່ຫ່າງໄກ ສົ່ງຜົນໃຫ້ການຮັກສາການປິ່ນປົວໃນທຸກໆວັນ ກາຍເປັນແຮງກົດດັນບໍ່ໜ້ອຍ ສຳລັບຜູ້ປ່ວຍ HIV/AIDS ຫຼາກຫຼາຍທ່ານ.
ລັກສະນະສະເພາະຂອງເຂດພູດອຍ ທີ່ຄົນໃນຊຸມຊົນອາໄສຢູ່ແບບກະຈັດກະຈາຍ ກໍແມ່ນໜຶ່ງໃນບັນດາເຫດຜົນ ທີ່ຂະແໜງສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດ ແລະ ສືບຕໍ່ຮັກສາຕົວແບບການແຈກຢາຍຢາ ເມທາໂດນ ສຳລັບຫຼາຍວັນ ຢູ່ທີ່ແຂວງດ້ຽນບ້ຽນ. ຕາມການໃຫ້ຮູ້ຂອງ ກົມປ້ອງກັນ ແລະ ຕ້ານ HIV/AIDS (ປັດຈຸບັນແມ່ນ ກົມປ້ອງກັນພະຍາດ, ກະສະວງສາທາລະນະສຸກ) ວ່າ, ການຫຼຸດຈຳນວນຄັ້ງ ທີ່ຕ້ອງເດີນທາງມາຫາສະຖານທີ່ປິ່ນປົວ ໄດ້ຊ່ວຍໃຫ້ຜູ້ປ່ວຍມີຄວາມສະດວກສະບາຍກວ່າເກົ່າ ໃນການຮັກສາການປິ່ນປົວ, ເປັນຕົ້ນແມ່ນ ຢູ່ເຂດຫ່າງໄກສອກຫຼີກ.
ຈາກບັນດາຄວາມຫຍຸ້ງຍາກໃນພຶດຕິກຳຕົວຈິງນັ້ນ, ວຽກງານການປ້ອງກັນ ແລະ ຕ້ານ HIV/AIDS ໃນປັດຈຸບັນ ໄດ້ມີການຫັນປ່ຽນຫຼາກຫຼາຍປະການ ເມື່ອທຽບໃສ່ກັບໃນເມື່ອກ່ອນ. ຖ້າຫາກໄລຍະທຳອິດ ແມ່ນສຸມໃສ່ຕົ້ນຕໍເຂົ້າໃນການໂຄສະນາເຜີຍແຜ່ ແລະ ປິ່ນປົວຢູ່ສະຖານທີ່ບໍລິການທາງການແພດ, ມາຮອດປັດຈຸບັນ ຫຼາກຫຼາຍກິດຈະກຳ ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ໄປໃນທິດທາງການເຂົ້າເຖິງໂດຍກົງກັບກຸ່ມທີ່ມີຄວາມສ່ຽງ, ຫຼຸດຜ່ອນຄວາມຮູ້ສຶກມີຄວາມກັງວົນໃຈ ແລະ ປະຄັບປະຄອງໃຫ້ຜູ້ປ່ວຍຢູ່ຮ່ວມກັບການປິ່ນປົວໃນໄລຍະຍາວ.
![]() |
| ການໃຫ້ຄຳປຶກສາດ້ານການກວດຫາເຊື້ອ HIV ຢູ່ສູນຄວບຄຸມ ແລະ ປ້ອງກັນພະຍາດ ແຂວງດ້ຽນບ້ຽນ. (ພາບ: ສູນຄວບຄຸມ ແລະ ປ້ອງກັນພະຍາດ ແຂວງດ້ຽນບ້ຽນ) |
ຕາມການໃຫ້ຮູ້ຂອງ ກະຊວງສາທາລະນະສຸກ ວ່າ, ໃນແຕ່ລະປີ ຫວຽດນາມ ໄດ້ຈັດຕັ້ງການໃຫ້ຄຳປຶກສາ ແລະ ກວດຫາເຊື້ອ HIV ໃຫ້ແກ່ປະຊາຊົນປະມານ 3,4-3,5 ລ້ານເທື່ອຄົນ, ກວດພົບກໍລະນີຕິດເຊື້ອ HIV ປະມານ 13.000 ກໍລະນີ. ຫຼາຍກວ່າ 96% ຂອງຜູ້ທີ່ຮັບການປິ່ນປົວດ້ວຍຢາ ARV ແມ່ນມີປະລິມານເຊື້ອໄວຣັສຕໍ່າກວ່າເກນຄວບຄຸມ. ປັດຈຸບັນ ແຜນງານ PrEP ໄດ້ເຂົ້າເຖິງຜູ້ທີ່ມີຄວາມສ່ຽງສູງຫຼາຍກວ່າ 129.000 ຄົນ ໃນບໍລິບົດທີ່ບັນຫາ HIV/AIDS ບໍ່ໄດ້ສຸມໃສ່ຕົ້ນຕໍຢູ່ພຽງແຕ່ບາງກຸ່ມຄືກັບໃນເມື່ອກ່ອນ ແຕ່ມີແນວໂນ້ມປະກົດມີຢູ່ຫຼາກຫຼາຍກຸ່ມທີ່ມີຄວາມສ່ຽງແຕກຕ່າງກັນ, ເປັນຕົ້ນແມ່ນ ຄົນຮຸ່ນໜຸ່ມ, ຊາຍທີ່ມີເພດສຳພັນກັບຊາຍ, ຜູ້ທີ່ນຳໃຊ້ຢາເສບຕິດ ແລະ ຄູ່ຮັກ/ຄູ່ຮ່ວມເພດ ຂອງຜູ້ຕິດເຊື້ອ HIV.
ໃນປັດຈຸບັນ, ຫຼາກຫຼາຍທ້ອງຖິ່ນໄດ້ຂະຫຍາຍກິດຈະກຳການກວດຫາເຊື້ອ HIV ພາຍໃນຊຸມຊົນ. ແທນທີ່ຈະລໍຖ້າໃຫ້ປະຊາຊົນເດີນທາງມາຫາສະຖານທີ່ບໍລິການທາງການແພດ, ຫຼາກຫຼາຍທ້ອງຖິ່ນ ແລະ ອົງການຈັດຕັ້ງຊຸມຊົນ ໄດ້ຈັດຕັ້ງການໃຫ້ຄຳປຶກສາແບບອອນລາຍ, ການກວດແບບເຄື່ອນທີ່, ການສະໜັບສະໜູນການກວດຫາເຊື້ອ HIV ດ້ວຍຕົນເອງ ຫຼື ການເຊື່ອມຕໍ່ຜ່ານບັນດາກຸ່ມເພື່ອນຊ່ວຍເພື່ອນ (ກຸ່ມຮຸ່ນດຽວກັນ). ວິທີການຈັດຕັ້ງປະຕິບັດນີ້ ໄດ້ຊ່ວຍຫຼຸດຜ່ອນຄວາມຮູ້ສຶກມີຄວາມກັງວົນໃຈໃນການເຂົ້າເຖິງບໍລິການ, ເປັນຕົ້ນແມ່ນ ສຳລັບຜູ້ທີ່ຢ້ານກົວຕໍ່ການຖືກລັງກຽດຈຳແນກ ຫຼື ຢ້ານຂໍ້ມູນສ່ວນຕົວຮົ່ວໄຫຼ.
ຄຽງຄູ່ກັບການກວດພາຍໃນຊຸມຊົນ, PrEP ກໍພວມໄດ້ຮັບການຂະຫຍາຍຢູ່ຫຼາກຫຼາຍທ້ອງຖິ່ນ. ຕາມການໃຫ້ຮູ້ຂອງອົງການວິຊາສະເພາະ ສັງກັດກະຊວງສາທາລະນະສຸກ ວ່າ, ຖ້າຫາກນຳໃຊ້ຢ່າງຖືກຕ້ອງຕາມຄຳແນະນຳ, PrEP ສາມາດຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ HIV ຜ່ານທາງເພດສຳພັນໄດ້ເຖິງ 96-99%. PrEP ຊ່ວຍໃຫ້ຜູ້ທີ່ມີຄວາມສ່ຽງສູງ ມີຄວາມເປັນເຈົ້າການກວ່າເກົ່າໃນການປ້ອງກັນພະຍາດ, ແທນທີ່ຈະຊອກຫາມາຫາສະຖານທີ່ບໍລິການທາງການແພດ ພາຍຫຼັງທີ່ມີຄວາມສ່ຽງໃນການສຳຜັດເຊື້ອແລ້ວ.
ບາງຕົວແບບການໃຫ້ຄຳປຶກສາ ແລະ ສະໜັບສະໜູນ PrEP ຈາກໄລຍະໄກ ຜ່ານເວທີດີຈີຕອນ ກໍພວມໄດ້ຮັບການຮັກສາໄວ້, ປະກອບສ່ວນຂະຫຍາຍຂີດຄວາມສາມາດໃນການເຂົ້າເຖິງບໍລິການ ສຳລັບຄົນຮຸ່ນໜຸ່ມ ຫຼື ຜູ້ທີ່ຢູ່ໃນເຂດທີ່ຍັງບໍ່ທັນມີເງື່ອນໄຂເຂົ້າເຖິງໂດຍກົງ.
ການປິ່ນປົວ HIV ໃນປັດຈຸບັນ ກໍໄດ້ຮັບການມຸ່ງມອງໄປໃນທິດທາງທີ່ແຕກຕ່າງໄປຈາກເມື່ອກ່ອນ. ຕາມການໃຫ້ຮູ້ຂອງຂະແໜງສາທາລະນະສຸກ ວ່າ, ຜູ້ຕິດເຊື້ອ HIV ທີ່ຮັບການປິ່ນປົວດ້ວຍຢາ ARV ເປັນຢ່າງດີ ແລະ ມີປະລິມານເຊື້ອໄວຣັສຕໍ່າກວ່າເກນຄວບຄຸມ ແມ່ນເກືອບວ່າຈະບໍ່ສົ່ງຕໍ່ເຊື້ອ HIV ຜ່ານທາງເພດສຳພັນເລີຍ. ສານໂຄສະນາ “K=K” (ກວດບໍ່ພົບ = ບໍ່ສົ່ງຕໍ່) ພວມມີສ່ວນຊ່ວຍຫຼຸດຜ່ອນການລັງກຽດຈຳແນກ ແລະ ປຸກລະດົມໃຫ້ມີການເຂົ້າຮັບການປິ່ນປົວແຕ່ຫົວທີ.
ມີຄວາມຢືດຢຸ່ນກວ່າເກົ່າ ກັບເຂດພູດອຍ
ຢູ່ທີ່ບັນດາແຂວງເຂດພູດອຍ ເປັນຕົ້ນແມ່ນ ແຂວງດ້ຽນບ້ຽນ, ການຮັກສາການປິ່ນປົວຢ່າງຕໍ່ເນື່ອງ ຍັງຄົງແມ່ນໜຶ່ງໃນບັນດາຄວາມຫຍຸ້ງຍາກອັນຍິ່ງໃຫຍ່ ຂອງວຽກງານການປ້ອງກັນ ແລະ ຕ້ານ HIV/AIDS.
ຕາມບົດລາຍງານຂອງຂະແໜງສາທາລະນະສຸກ ນັບຕັ້ງແຕ່ປີ 2023 ວ່າ, ບັນຫາ HIV/AIDS ໄດ້ປະກົດມີຢູ່ເກືອບທຸກໆເມືອງ, ຕັ້ງໜ້າເມືອງ, ນະຄອນ ຂອງແຂວງດ້ຽນບ້ຽນ. ຫຼາກຫຼາຍຕາແສງເຂດພູດອຍ ຢູ່ຫ່າງໄກຈາກຕົວເມືອງສູນກາງ ເຮັດໃຫ້ຜູ້ປ່ວຍຜະເຊີນກັບຄວາມຫຍຸ້ງຍາກ ໃນການເດີນທາງ ແລະ ການຮັກສາການປິ່ນປົວໃນໄລຍະຍາວ.
ພາຍໃຕ້ບໍລິບົດນັ້ນ, ຕົວແບບການແຈກຢາຍຢາ ເມທาໂດນ ສຳລັບຫຼາຍວັນ ແມ່ນໄດ້ຮັບການສືບຕໍ່ນຳໃຊ້ ເພື່ອແນໃສ່ຫຼຸດຜ່ອນແຮງກົດດັນໃນການເດີນທາງໃຫ້ແກ່ຜູ້ປ່ວຍ. ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ການອະນຸຍາດໃຫ້ຜູ້ປ່ວຍນຳເອົາຢາກັບຄືນໄປນຳໃຊ້ຢູ່ເຮືອນ ໄດ້ຊ່ວຍຫຼຸດຜ່ອນເວລາໃນການເດີນທາງ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການປິ່ນປົວ ແລະ ເພີ່ມຂີດຄວາມສາມາດໃນການປະຕິບັດຕາມການປິ່ນປົວຢ່າງເຄັ່ງຄັດ.
ສຳລັບຜູ້ປ່ວຍຫຼາກຫຼາຍທ່ານຢູ່ເຂດພູດອຍ, ການທີ່ຕ້ອງເດີນທາງມາຫາສະຖານທີ່ປິ່ນປົວໃນທຸກໆວັນ ນັ້ນ ເຄີຍແມ່ນສາເຫດທີ່ນຳພາໄປສູ່ການລະເລີຍການປິ່ນປົວໃນເຄິ່ງທາງ ຫຼື ຍາກທີ່ຈະຮັກສາການມີວຽກເຮັດງານທຳທີ່ໝັ້ນຄົງໄດ້.
ບັນດາອົງການຈັດຕັ້ງຊຸມຊົນ ກໍໄດ້ເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ ໃນວຽກງານການປ້ອງກັນ ແລະ ຕ້ານ HIV/AIDS. ຢູ່ຫຼາກຫຼາຍທ້ອງຖິ່ນ, ບັນດາກຸ່ມຊຸມຊົນໄດ້ສະໜັບສະໜູນການເຊື່ອມຕໍ່ການກວດຫາເຊື້ອ, ການໃຫ້ຄຳປຶກສາດ້ານການປິ່ນປົວ ແລະ ການຕິດຕາມຜູ້ປ່ວຍພາຍຫຼັງການປິ່ນປົວ.
ຕາມການໃຫ້ຮູ້ຂອງບັນດານັກຊ່ຽວຊານດ້ານສາທາລະນະສຸກ ວ່າ, ນີ້ແມ່ນກຳລັງແຮງທີ່ມີທ່າແຮງໃນການເຂົ້າເຖິງກຸ່ມທີ່ມີຄວາມສ່ຽງ ຍ້ອນຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມເຂົ້າໃຈຕໍ່ກັບລັກສະນະສະເພາະຂອງຊຸມຊົນ.
ຢູ່ທີ່ແຂວງດ້ຽນບ້ຽນ, ຕົວແບບການລະດົມບັນດາອົງການຈັດຕັ້ງສັງຄົມ ເຂົ້າຮ່ວມການສະໜອງບໍລິການປ້ອງກັນ ແລະ ຕ້ານ HIV/AIDS ແມ່ນເຄີຍໄດ້ຮັບການຈັດຕັ້ງປະຕິບັດທົດລອງ. ວິທີການຈັດຕັ້ງປະຕິບັດນີ້ ໄດ້ສະແດງໃຫ້ເຫັນເຖິງແນວໂນ້ມການເພີ່ມທະວີການເຂົ້າຮ່ວມຂອງຊຸມຊົນ ໃນກິດຈະກຳການປ້ອງກັນ ແລະ ຕ້ານ HIV/AIDS, ແທນທີ່ຈະອີງໃສ່ພຽງແຕ່ລະບົບສາທາລະນະສຸກພາກລັດເທົ່ານັ້ນ.
ຈາກພຶດຕິກຳຕົວຈິງຢູ່ຫຼາກຫຼາຍທ້ອງຖິ່ນສາມາດເຫັນໄດ້ວ່າ, ບັນດາການຫັນປ່ຽນໃນວຽກງານການປ້ອງກັນ ແລະ ຕ້ານ HIV/AIDS ໃນປັດຈຸບັນ ແມ່ນສຸມໃສ່ຕົ້ນຕໍເຂົ້າໃນການຫຼຸດຜ່ອນອຸປະສັກໃນການເຂົ້າເຖິງບໍລິການ, ການຮັກສາການປິ່ນປົວທີ່ມີຄວາມສະຖຽນລະພາບ ແລະ ການສະໜັບສະໜູນຜູ້ປ່ວຍໃຫ້ມີຄວາມສະດວກສະບາຍກວ່າເກົ່າ ໃນການດຳລົງຊີວິດປະຈຳວັນ. ໃນບໍລິບົດທີ່ຫວຽດນາມ ໄດ້ກຳນົດເປົ້າໝາຍຢຸດຕິການລະບາດຂອງພະຍາດເອດສ໌ (AIDS) ພາຍໃນປີ 2030, ການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລັກສະນະສະເພາະຂອງແຕ່ລະທ້ອງຖິ່ນ ຈະແມ່ນສິ່ງຕັດສິນປະສິດທິຜົນຂອງວຽກງານການປ້ອງກັນ ແລະ ຕ້ານ HIV/AIDS ໃນໄລຍະຕໍ່ໜ້າ.
| ຄວາມຍຸຕິທຳ, ສະເໝີພາບໃນການເຂົ້າເຖິງການບໍລິການປ້ອງກັນ, ຕ້ານ HIV ແລະການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ຍສໝ - ວັນທີ 10 ທັນວາ, ຢູ່ ຮ່າໂນ້ຍ, ອົງການຂອງສະຫະປະຊາຊາດກ່ຽວກັບຄວາມສະເໝີພາບ ແລະມອບສິດໃຫ້ແກ່ແມ່ຍິງ (UN Women ຫວຽດນາມ) ແລະໂຄງການສົມທົບຂອງສະຫະປະຊາຊາດກ່ຽວກັບ HIV/AIDS (UNAIDS) ໄດ້ຈັດການພົບປະປະຈຳປີ “ຄວາມຍຸຕິທຳ, ສະເໝີພາບໃນການເຂົ້າເຖິງການບໍລິການປ້ອງກັນ, ຕ້ານ HIV ແລະການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ”. |
| ຄວາມຍຸຕິທຳ ແລະຄວາມສະເໝີພາບໃນການເຂົ້າເຖິງການບໍລິການປ້ອງກັນຕ້ານ HIV ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ຍສໝ - ນີ້ແມ່ນການເຄື່ອນໄຫວພົບປະປະຈຳປີ ໂດຍອົງການຂອງສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບ ແລະ ມອບສິດໃຫ້ແມ່ຍິງ (UN Women ຫວຽດນາມ) ແລະ ໂຄງການສົມທົບຂອງສະຫະປະຊາຊາດ ກ່ຽວກັບ HIV/AIDS (UNAIDS) ໄດ້ຈັດຂຶ້ນໃນວັນທີ 10 ທັນວາ ຢູ່ ຮ່າໂນ້ຍ. |
