10:15 | 27/05/2026

ແຜ່ຂະຫຍາຍຈິດວິນຍານແຫ່ງພຣະທຳຜ່ານຈິດຕະກຳ

ແຜ່ຂະຫຍາຍສານກ່ຽວກັບ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ບືນຕົວຂຶ້ນຢ່າງແຂງແຮງ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48
ກອນລຳແຜ່ຂະຫຍາຍສານແຫ່ງສັນຕິພາບ ຫວຽດນາມ - ນິວຊີແລນ

ງານວາງສະແດງວິຈິດສິນພຸດທະສາສະໜາ “ດອກບົວຕົ້ນລະດູຮ້ອນ IX” ໄດ້ໄຂຂຶ້ນຢູ່ທີ່ Art Space, ເລກທີ 42 ຢຽດກ່ຽວ (ຮ່າໂນ້ຍ) ວັນທີ 24 ພຶດສະພາ ໂດຍແມ່ນກຸ່ມຈິດຕະກອນພຸດທະສາສະນິກະຊົນ ມັກເຮືອງ ສົມທົບກັບບັນດາຈິດຕະກອນທີ່ຂຶ້ນກັບ ສູນ UNESCO ຮ່າໂນ້ຍ ຈັດຕັ້ງຂຶ້ນ.

Đây là hoạt động nghệ thuật thường niên vào mùa Phật đản, đồng thời mang ý nghĩa đặc biệt khi hướng tới dấu mốc 2650 năm ngày Đức Phật đản sinh. Không gian triển lãm giới thiệu những tác phẩm lấy cảm hứng từ hoa sen, Phật pháp và hành trình chiêm nghiệm nội tâm của người nghệ sĩ.

ແຜ່ຂະຫຍາຍຈິດວິນຍານແຫ່ງພຣະທຳຜ່ານຈິດຕະກຳ

ວັດ ຈັ່ນກວັກ, ຈິດຕະກຳສີ້ນ້ຳມັນຂອງຈິດຕະກອນ ຫງວຽນບິກຫົງ ຢູ່ທີ່ງານວາງສະແດງ.

ງານວາງສະແດງເຕົ້າໂຮມເອົາ 55 ຜົນງານ ຂອງ 37 ຈິດຕະກອນ ດ້ວຍຫຼາຍວັດສະດຸ ເຊັ່ນ ເຄືອບເງົາ, ສີ້ນ້ຳມັນ, ຜ້າໄໝ, ອາຄຣີລິກ, ສີ້ນ້ຳ, ປະຕິມາກຳ… ບັນດາການປະດິດຄິດແຕ່ງ ແມ່ນແລ່ນຍາວຕັ້ງແຕ່ແບບສະໄຕລ໌ສັດຈະທຳດັ້ງເດີມ ໄປຈົນເຖິງພາສາແບບນາມມະທຳ, ແບບຮ່ວມສະໄໝ ແລະ ແບບສະແດງອອກຮ່ວມສະໄໝ.

ຕາມທ່ານ ພຣະອາຈານ ທິດມິງຫຽນ, ຮອງຫົວໜ້າຄະນະປະຈຳການ ຄະນະວັດທະນະທຳສູນກາງ ອົງການພຸດທະສາສະໜາສຳພັນ ຫວຽດນາມ ແລ້ວ, ດອກບົວໃນສິລະປະພຸດທະສາສະໜາ ບໍ່ພຽງແຕ່ແມ່ນສັນຍະລັກແຫ່ງຄວາມງາມເທົ່ານັ້ນ ແຕ່ມັນຍັງຕິດພັນກັບຈິດວິນຍານແຫ່ງການຕື່ນຮູ້, ຄວາມສະຫງົບ ແລະ ຄວາມເມດຕາກະລຸນາອີກດ້ວຍ.

ທ່ານ ພຣະອາຈານ ທິດມິງຫຽນ ເຫັນວ່າ, ເມື່ອປະດິດຄິດແຕ່ງກ່ຽວກັບດອກບົວ, ຈິດຕະກອນພຸດທະສາສະນິກະຊົນ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມງາມຂອງດອກໄມ້ຊະນິດນີ້ເທົ່ານັ້ນ ແຕ່ຍັງໄດ້ຝາກຝັງການໄຕ່ຕອງພາຍໃນຈິດໃຈ, ຈິດວິນຍານແຫ່ງຄວາມມີສະຕິ ແລະ ຄວາມຮູ້ບຸນຄຸນຕໍ່ພຣະພຸດທະເຈົ້າອີກດ້ວຍ. ແຕ່ລະຜົນງານ ຍ້ອນແນວນັ້ນ ຈຶ່ງທັງມີລົມຫາຍໃຈແຫ່ງການດຳລົງຊີວິດ, ທັງສົ່ງຕໍ່ສານແຫ່ງການມຸ່ງສູ່ຄວາມດີ ແລະ ຄວາມສະຫງົບສຸກ.

ບໍ່ພຽງແຕ່ຢຸດກຳນົດຢູ່ທີ່ກິດຈະກຳວາງສະແດງສິລະປະເທົ່ານັ້ນ, “ດອກບົວຕົ້ນລະດູຮ້ອນ IX” ຍັງໄດ້ເປີດກວ້າງພື້ນທີ່ແຫ່ງການປະສານສົມທົບລະຫວ່າງວິຈິດສິນ ແລະ ພຣະທຳ, ເຊິ່ງແມ່ນບ່ອນທີ່ມວນຊົນສາມາດຊອກຫາຄວາມສະຫງົບທາມກາງຈັງຫວະຊີວິດທີ່ທັນສະໄໝ.

ຜ່ານຈິດຕະກຳ ແລະ ປະຕິມາກຳ, ງານວາງສະແດງໄດ້ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ, ຈິດວິນຍານແຫ່ງພຸດທະສາສະໜາ ໃຫ້ເຂົ້າໃກ້ກັບຊີວິດການເປັນຢູ່ຮ່ວມສະໄໝກວ່າເກົ່າ.

ວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ 2026: ແຜ່ຂະຫຍາຍ 'ສາຍໃຍແຫ່ງຄວາມຮູ້ - ຈາກໜ້າປຶ້ມສູ່ໂລກດີຈີຕອນ' ວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ 2026: ແຜ່ຂະຫຍາຍ 'ສາຍໃຍແຫ່ງຄວາມຮູ້ - ຈາກໜ້າປຶ້ມສູ່ໂລກດີຈີຕອນ'

ຍສໝ - ວັນປຶ້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ປີ 2026 ພາຍໃຕ້ຫົວຂໍ້ “ສາຍໃຍແຫ່ງຄວາມຮູ້ - ຈາກໜ້າປຶ້ມສູ່ໂລກດີຈີຕອນ” ຈະເປີດສາກຂຶ້ນໃນວັນທີ 18 ເມສາ, ຢູ່ທີ່ຫໍສະໝຸດແຫ່ງຊາດ ຫວຽດນາມ.

ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ

ຍສໝ - ວັນທີ 18 ເມສາ 2026, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຄ້າຍພົບປະແລກປ່ຽນນັກສຶກສາ ຫວຽດນາມ – ລາວ – ກຳປູເຈຍ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງຕໍ່ເນື່ອງ ເຊັ່ນ: ການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ, ການເຄື່ອນໄຫວສະຫວັດດີການສັງຄົມ, ການປົກປັກຮັກສາສະພາບແວດລ້ອມ ແລະ ການພົບປະແລກປ່ຽນລວມໝູ່. ໂຄງການດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ ລະຫວ່າງຊາວໜຸ່ມສາມປະເທດ, ພ້ອມທັງແຜ່ຂະຫຍາຍຈິດໃຈແຫ່ງຄວາມຮັບຜິດຊອບ ...

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22068.html

In bài biết