ຫວຽດນາມ ສົ່ງເສີມການຄ້າຢູ່ທີ່ງານຕະຫຼາດນັດໃຫຍ່ທີ່ສຸດຂອງ ອາເມລິກາລາຕິນ
| ກອງປະຊຸມຂັ້ນສູງ NAM ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 | |
| ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ |
ການປະກົດຕົວຂອງ ຫວຽດນາມ ຢູ່ທີ່ງານຕະຫຼາດນັດ Expo ANTAD 2026 ເຊິ່ງດຳເນີນໄປແຕ່ 19 ພຶດສະພາ - 21 ພຶດສະພາ ຢູ່ທີ່ນະຄອນ ກົວດາລາຮາຣາ, ລັດ ຮາລິສໂກ ຂອງ ເມັກຊິໂກ, ໄດ້ດຶງດູດຄວາມສົນໃຈເປັນພິເສດຈາກປະຊາຄົມວິສາຫະກິດ ເມັກຊິໂກ ແລະ ອາເມລິກາລາຕິນ ທີ່ມີຕໍ່ກັບສິນຄ້າຫວຽດນາມ ກໍຄືທ່າແຮງການຮ່ວມມືລົງທຶນກັບພື້ນຖານເສດຖະກິດທີ່ມີອັດຕາການເຕີບໂຕແຖວໜ້າຂອງ ອາຊີຕາເວັນອອກສ່ຽງໃຕ້.
![]() |
| ທັດສະນີຍະພາບຂອງງານຕະຫຼາດນັດ Expo ANTAD 2026. ຮູບ: VNA |
ເຂົ້າຮ່ວມງານຕະຫຼາດນັດ, ສຳນັກງານທູດພາណິດຊາຍຫວຽດນາມ ປະຈຳ ເມັກຊິໂກ ໄດ້ຈັດຕັ້ງພື້ນທີ່ໂຄສະນາການຄ້າ, ແນະນຳສະພາບແວດລ້ອມການລົງທຶນ - ການດຳເນີນທຸລະກິດ, ສະມັດຖະພາບການຜະລິດ ແລະ ບັນດาຂະແໜງສິນຄ້າສົ່ງອອກທີ່ມີທ່າແຮງຂອງ ຫວຽດນາມ, ເຊັ່ນ: ອາຫານສຳເລັດຮູບ, ຜະລິດຕະພັນກະສິກຳ, ເຄື່ອງໃຊ້ໃນເຮືອນ, ສິນຄ້າບໍລິໂພກ ແລະ ຜະລິດຕະພັນຮັບໃຊ້ຫ່ວງໂສ້ອຸປະທານທົ່ວໂລກ. ຈຸດເດັ່ນໃນກິດຈະກຳສົ່ງເສີມໃນປີນີ້ ແມ່ນການທີ່ ທູດພາណິດຊາຍຫວຽດນາມ ໄດ້ຕັ້ງໜ້າແນະນຳງານຕະຫຼາດນັດ Vietnam International Sourcing 2026, ເຊິ່ງຄາດວ່າຈະຈັດຕັ້ງຂຶ້ນຢູ່ທີ່ ນະຄອນໂຮ່ຈີມິນ ແຕ່ 3 ກັນຍາ - 5 ກັນຍາ 2026.
![]() |
| ວິສາຫະກິດຕ່າງປະເທດ ເຂົ້າຢ້ຽມຊົມ, ຊອກຮູ້ຢູ່ທີ່ຮ້ານວາງສະແດງຂອງຫວຽດນາມ. ຮູບ: VNA |
ໃນຂອບເຂດງານຕະຫຼາດນັດ, ສຳນັກງານທູດພາណິດຊາຍຫວຽດນາມ ປະຈຳ ເມັກຊິໂກ ໄດ້ເຮັດວຽກກັບຫຼາຍຜູ້ນຳເຂົ້າ, ຄູ່ຮ່ວມມືໂລຈິດສະຕິກ ແລະ ຫ່ວງໂສ້ຂາຍຍ່ອຍຂະໜາດໃຫຍ່ ແນໃສ່ຊອກຮູ້ຄວາມຕ້ອງການຂອງຕະຫຼາດ ກໍຄືຄວາມສາມາດຂະຫຍາຍການຮ່ວມມືກັບວິສາຫະກິດຫວຽດນາມ. ຄູ່ຮ່ວມມືຫຼາຍຝ່າຍຕີລາຄ່ວາ ສິນຄ້າຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງດີຂຶ້ນທາງດ້ານຄຸນນະພາບ, ຮູບແບບ ແລະ ຄວາມສາມາດຕອບສະໜອງຕາມໃບສັ່ງຊື້ຂະໜາດໃຫຍ່, ເປັນພິເສດແມ່ນໃນກຸ່ມອາຫານ, ເຄື່ອງດື່ມ ແລະ ສິນຄ້າບໍລິໂພກ.
Expo ANTAD ແມ່ນໜຶ່ງໃນບັນດາງານຕະຫຼາດນັດໃຫຍ່ທີ່ສຸດຂອງຂະແໜງຂາຍຍ່ອຍ, ຊູເປີມາເກັດ, ໂຮງແຮມ ແລະ ອາຫານການກິນຢູ່ທີ່ ອາເມລິກາລາຕິນ. Expo ANTAD 2026 ເຕົ້າໂຮມເອົາຫຼາຍກວ່າ 1.800 ວິສາຫະກິດ ຂອງ 70 ປະເທດ, ເຂດແຄ້ນ.
| ກອງປະຊຸມສົ່ງເສີມການຄ້າ ICT ຫວຽດນາມ - ອາເມລິກາລາຕິນ ປີ 2020 ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບໂຄງການຫັນເປັນດີຈີຕອນແຫ່ງຊາດ, ຕະຫຼາດດີຈີຕອນ, ບັນດາພື້ນຖານດີຈີຕອນ Make In Vietnam, ອັບເດດ ນະໂຍບາຍຫັນເປັນດີຈີຕອນຂອງບັນດາປະເທດ ອາເມລິກາລາຕິນ. |
| ຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ແລະ ອາເມລິກາລາຕິນ ຍສໝ - ດ້ວຍຫົວຂໍ້ “ເຊື່ອມຕໍ່ດີຈີຕອນ ຫວຽດນາມ - ອາເມລິກາລາຕິນ”, ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ມຸ່ງໄປເຖິງການຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ກັບ ບັນດາປະເທດໃນພາກພື້ນ ອາເມລິກາລາຕິນໃຫ້ຫຼາຍກ່ວາອີກ - ໂດຍເປັນພາກພື້ນຮ່ວມມືທີ່ມີພູມສັນຖານຢູ່ຫ່າງໄກກັນ ແຕ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. |
ແທັງຮັ່ງ

