ຫວຽດນາມ - ບັງກະລາເທດ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ
| ມິດໃຫຍ່ຂອງວົງການຮູບເງົາ ແລະ ປະຊາຊົນຫວຽດນາມ | |
| ຜູ້ນຳຮຸ່ນໜຸ່ມຂອງລາວ ຕີລາຄາສູງຕໍ່ລະດັບຄວາມເຕີບໃຫຍ່ ແລະ ຍຸກສະໄໝແຫ່ງການພັດທະນາຂອງ ຫວຽດນາມ |
![]() |
| ເວທີປາໄສການຮ່ວມມືດ້ານການຄ້າ ລະຫວ່າງ ວິສາຫະກິດ ຫວຽດນາມ – ບັງກະລາເທດ ແລະ ການເຊື່ອມຕໍ່ທຸລະກິດແບບ B2B ປະຈຳປີ 2026. (ພາບ: TTXVN) |
ກ່າວຄຳປາໄສໃນເວທີປາໄສ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບັງກະລາເທດ ຫງວຽນແມັງເກືອງ (Nguyễn Mạnh Cường) ໃຫ້ຮູ້ວ່າ ມູນຄ່າການຄ້າສອງຝ່າຍ ຍາມໃດກໍບັນລຸໄດ້ຫຼາຍກວ່າ 1,1 ຕື້ໂດລາສະຫະລັດ ແລະ ທັງສອງປະເທດພວມສູ້ຊົນ ເພື່ອຍົກມູນຄ່າການຄ້າສອງຝ່າຍໃຫ້ບັນລຸເຖິງ 2 ຕື້ໂດລາສະຫະລັດ ໃນຊ່ວງປີຕໍ່ໜ້າ. ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ຄະນະວິສາຫະກິດ ຫວຽດນາມ ເພີ່ມທະວີການເຂົ້າຮ່ວມ ແລະ ປະກົດຕົວຢູ່ ບັງກະລາເທດ ໃຫ້ຫຼາຍຂຶ້ນ. ພ້ອມກັນນັ້ນ, ທ່ານຍັງໄດ້ສະເໜີໃຫ້ບັນດາວິສາຫະກິດ ຫວຽດນາມ ເອົາໃຈໃສ່ຊອກຫາ ແລະ ຂະຫຍາຍການນຳເຂົ້າບັນດາປະເພດສິນຄ້າ ທີ່ມີທ່າແຮງຂອງ ບັງກະລາເທດ ເພື່ອແນໃສ່ປະກອບສ່ວນຫຼຸດຜ່ອນການຂາດດຸນການຄ້າເທື່ອລະກ້າວ ແລະ ຊຸກຍູ້ການແລກປ່ຽນການຄ້າສອງຝ່າຍ ໃຫ້ມີການເຕີບໂຕແບບສົມດຸນ ແລະ ຍືນຍົງກວ່າເກົ່າ.
ໃນຂອບເຂດຂອງເວທີປາໄສ, ບັນດາວິສາຫະກິດຂອງທັງສອງປະເທດ ໄດ້ເຂົ້າຮ່ວມໃນພາກສ່ວນການເຊື່ອມຕໍ່ທຸລະກິດແບບ B2B (Business-to-Business Matching) ຢ່າງມີປະສິດທິຜົນ. ບັນດາກິດຈະກຳເຮັດວຽກສອງຝ່າຍ ແລະ ການເຊື່ອມຕໍ່ຕາມກຸ່ມປະເພດສິນຄ້າ ໄດ້ຖືກຈັດຕັ້ງປະຕິບັດໃນໄລຍະ 2 ວັນ ຄື ວັນທີ 19 ພຶດສະພາ ແລະ 20 ພຶດສະພາ ເພື່ອຊ່ວຍເຫຼືອວິສາຫະກິດສອງປະເທດ ໃນການຮ່ວມແລກປ່ຽນ ແລະ ຊອກຫາໂອກາດໃນການຮ່ວມມືນຳກັນ.
| FAO ຍາມໃດກໍຖື ຫວຽດນາມ ເປັນຄູ່ຮ່ວມມືອັນສຳຄັນຢູ່ໃນພາກພື້ນ ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ປະເທດອີຕາລີ, ໃນວັນທີ 21 ພຶດສະພາ, ຢູ່ທີ່ສຳນັກງານໃຫຍ່ຂອງອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ທີ່ Rome (ປະເທດອີຕາລີ), ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຫງວຽນເຟືອງແອງ (Nguyễn Phương Anh) ໄດ້ຍື່ນສານຕັ້ງ ... |
| ບັນດາປະເທດ ອາຟຣິກາ ມຸ່ງຫວັງຢາກຊຸກຍູ້ການຮ່ວມມືໃຫ້ເຂົ້າສູ່ລວງເລິກກວ່າເກົ່າກັບ ຫວຽດນາມ ຍສໝ - ໃນວັນທີ 21 ພຶດສະພາ, ຢູ່ທີ່ຮ່ານ້ອຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (Lê Hoài Trung) ໄດ້ມີການພົບປະເຮັດວຽກຮ່ວມກັບ ຄະນະເອກອັກຄະລັດຖະທູດ ແລະ ຜູ້ຮັກສາການແທນເອກອັກຄະລັດຖະທູດ ຂອງບັນດາປະເທດ ອາຟຣິກາ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນ ອາຟຣິກາ ຄົບຮອບ 63 ປີ (25/5/1963 ... |
